(VOVWORLD) - ສິລະປະຟ້ອນແຊເຜົ່າຜູ້ໄທແມ່ນໜຶ່ງໃນບັນດາຄວາມເອກອ້າງທະນົງໃຈ ຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອເວົ້າສະເພາະ ແລະ ຂອງຫວຽດນາມເວົ້າລວມ. ນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດເຊິ່ງອົງການUnescoໄດ້ເຊີດຊູເມື່ອປີ 2021. ພ້ອມກັບບັນດານັກສິລະປະການທີ່ມີອາຍຸສູງ, ວາດຟ້ອນແຊໄດ້ ແລະພວມໄດ້ຮັບການຮັກສາອະນຸລັກຈາກຄົນລຸ້ນຫຼັງ ອັນໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ຊົນເຜົ່າຜູ້ໄທ ເພື່ອໃຫ້ວາດຟ້ອນແຊຍືນຍົງຄົງຕົວກັບການເວລາ
ຢູ່ເຫງຍໂລະມີຫຼາຍລຸ່ນຄົນນິຍົມວາດຟ້ອນແຊ, ໃນນັ້ນມີໄວໜຸ່ມ
|
ຢູ່ເທດສະບານເມືອງເຫງຍໂລະແຂວງອຽນບ໊າຍໃນປັດຈຸບັນມີປະມານ 200 ກອງສິລະກອນມະຫາຊົນ. ໃນບັນດາກອງສິລະປະກອນນີ້ ເກືອບທັງໝົດແມ່ນພວກນາງສາວໜຸ່ມທີ່ມີຄວາມເມົາມົວກັບວາດຟ້ອນແຊ. ນ້ອງເລື່ອງທິມິງ ອາຍຸ 16 ປີ ສັງກັດກອງສິລະປະກອນບ້ານດຽວສອງຕາແສງ ເຫງຍອານແບ່ງປັນວ່າ:
“ສິລະປະຟ້ອນແຊກໍ່ຄືບັນດາວາດຟ້ອນອື່ນໆ ຖ້າຫາກຟ້ອນງາມ, ມີຄວາມອ່ອນໂຍນບໍ່ພຽງແຕ່ໃຊ້ຈັງຫວະຟ້ອນເທົ່ານັ້ນຫາກຍັງມີຈິດວິນຍານອີກດ້ວຍ, ດັ່ງນັ້ນນອກຈາກການຝຶກແອບຢ່າງເປັນປະຈຳ ພວກນ້ອງກໍ່ຕ້ອງຮັບຟັງພວກແມ່ປ້າພວກເອື້ອຍເລົ່າສູ່ຟັງ ຈຶ່ງສາມາດເຂົ້າໃຈເລິກເຊິ່ງກ່ຽວກັບຄວາມໝາຍຂອງບັນດາວາດຟ້ອນແຊບູຮານ ເພື່ອວ່າໃນເວລາສະແດງກໍ່ສາມາດແນະນຳໄດ້ເຖິງສີສັນວາດຟ້ອນກໍ່ຄື ຂະຫຍາຍເປັນວາດຟ້ອນແຊມີລັກສະນະສິລະປະສູງກວ່າ”.
ນັກສິລະປະການດຽວທິຊຽງ ອາຍຸ 42 ປີຢູ່ຕາແສງເຫງຍອານເທດສະບານເມືອງເຫງຍໂລະ ເຊິ່ງແມ່ນຜູ້ໄດ້ສຸມຈິດສຸມໃຈຖ່າຍທອດບອກສອນແລະຮັກສາບັນດາວາດຟ້ອນແຊຜ່ານໄລຍະ 10 ປີມານີ້ ນາງໃຫ້ຮູ້ວ່ານອກຈາກສອນ 6 ວາດຟ້ອນແຊບູຮານ, ບັນດານັກສິລະປະການຍັງສອນໃຫ້ໄວໜຸ່ມກ່ຽວກັບວາດຟ້ອນແຊທຳມະດາເຄີຍສະແດງໃນຊີວິດປະຈຳວັນ. ພວກນ້ອງນ້ອຍເມື່ອມາຮຽນແມ່ນຕ້ອງການມີຄວາມຮັກຕໍ່ວາດຟ້ອນແຊແລະມີຄວາມດູໝັ່ນຝຶກແອບເທົ່ານັ້ນກໍ່ຈະສາມາດຟ້ອມໄດ້ດີ. ນາງຊຽງໃຫ້ຮູ້ວ່າ:
“ໂດຍໄດ້ຮຽນຈາກປູ່ຍ່າ, ຂ້າພະເຈົ້າສາມາດເຂົ້າໃຈແລະກຳແໜ້ນວິທີຟ້ອນ. ຂ້າພະເຈົ້າຢ້ານວ່າວາດຟ້ອນແຊຈະຖືກສູນຫາຍໄປດັ່ງນັ້ນ ຂ້າພະເຈົ້າກໍ່ຢາກຖ່າຍທອດໃຫ້ແກ່ພວກນ້ອງນ້ອຍ. ແຕ່ລະເທື່ອຂ້າພະເຈົ້າກໍ່ໄດ້ສອນພວກນ້ອງນ້ອຍແຕ່ 15 ຫາ 16 ຄົນ. ພວກອ້າຍເອື້ອຍຄູກໍ່ໃຫ້ການຊ່ວຍເຫຼືອຢ່າງສຸດໃຈສ້າງເງື່ອນໄຂໃຫ້ແກ່ພວກຫຼານມາຮຽນໃນເວລາເລີກຮຽນຈາກໂຮງຮຽນ. ດັ່ງນັ້ນ, ພວກຫຼານກໍ່ດີໃຈທີ່ສຸດ”.
ນອກຈາກການຖ່າຍທອດຂອງບັນດານັກສິລະປະການ,ໃນຊຸມປີທີ່ຜ່ານມາ ເທດສະບານເຫງຍໂລະໄດ້ນຳ 6 ວາດຟ້ອນແຊບູຮານ ຂອງເຜົ່າຜູ້ໄທເຂົ້າໃນຫຼັກສູດການສອນນອກລະບົບໃຫ້ແກ່ນັກຮຽນ ຜ່ານນັ້ນກໍ່ສາມາດປຸກລຸກຄວາມຮັກແລະ ຄວາມຮັບຜິດຊອບອະນລັກຮັກສາສີສັນວັດທະນະທຳບັນດາເຜົ່າໃນໄວໜຸ່ມ ປະກອບສ່ວນຍົກສູງຄຸນນະພາບການສຶກສາຢ່າງຮອບດ້ານ. ເອື້ອຍຄູຟ້າມທິແທັງຮຽນ ສັງກັດໂຮງຮຽນມັດທະຍົມຕອນຕົ້ນຫຼີຕຶຈ້ອງເທດສະບານເຫງຍໂລະໃຫ້ຮູ້ວ່າ:
“ອາດຈະເຫັນໄດ້ວ່າ ພວກນ້ອງຕ່າງກໍ່ມີຄວາມຊົມຊອບວາດຟ້ອນແຊ,ພວກນ້ອງຮຽນໄວທີ່ສຸດ. ໃນບັນດາການເຄື່ອນໄຫວນີ້ ພວກຂ້າພະເຈົ້າກໍ່ໄດ້ຮັບການໜູນຊ່ວຍຈາກບັນດານັກສິລະປະການ, ເຂົາເຈົ້າໄດ້ສະຫຼະເວລາແລະອຸທິດເຫື່ອແຮງເພື່ອຖ່ານທອດໃຫ້ພວກຫຼານ.ຜ່ານໄລຍະເວລາກໍ່ອາດເວົ້າໄດ້ວ່າພວກນ້ອງນັກຮຽນເກືອບທັງໝົດຂອງໂຮງຮຽນກໍ່ລ້ວນແຕ່ຮູ້ຟ້ອນແຊແລະສາມາດເຂົ້າຮ່ວມໃນງານແຂ່ງຂັນຕ່າງໆ”.
ທ່ານເລືອງແມັ້ງຮ່າ ຮອງປະທານຄະນະກຳມະການປະຊາຊົນເທດສະບານເຫງຍໂລະໃຫ້ຮູ້ວ່າ:
“ທາງເທດສະບານເຫງຍໂລະຂອງພວກຂ້າພະເຈົ້າຍັງຈະສືບຕໍ່ເສີມຂະຫຍາຍການຖ່າຍທອດວາດຟ້ອນແຊໃນໂຮງຮຽນ. ສືບຕໍ່ພັດທະນາແລະສ້າງບັນດາກອງສິລະປະກອນຟ້ອນແຊຢູ່ບ້ານຕ່າງໆ ເພື່ອເສີມຂະຫຍາຍຈຸດວັດທະນະທຳເປັນເອກະລັກສະເພາະຂອງເຜົ່າຜູູ້ໄທ”.
ສຳລັບໄວໜຸ່ມທີ່ຂະຫຍັນຂັນເຄື່ອນມີຄວາມຮັກ ແລະຖະຫນຸຖະໜອມສີສັນວັດທະນະທຳຂອງເຜົ່າຕົນ, ວາດຟ້ອນແຊທີ່ເປັນເອກະລັກສະເພາະຢູ່ເຂດເຕິຍບັກເວົ້າລວມ ແລະ ຢູ່ ເຫງຍໂລະເວົ້າສະເພາະຍິ່ງມີພື້ນຖານ ເພື່ອຍືນຍົງຄົງຕົວກັບການເວລາ