ວັດຖຸບູຮານຄະດີອັນລ້ຳຄ່າ ແລະ ການທ່ອງທ່ຽວ ຢູ່ປະເທດເຢັຍລະມັນ

(VOVWORLD) - ວັດຖຸບູຮານຄະດີເກືອບ 400 ຢ່າງຂອງ ຫວຽດນາມ ພວມໄດ້ຮັບການສະແດງຢູ່ຫໍພິພິທະພັນ Reiss-Engelhorn ນະຄອນ Mannheim ທີ່ຂຶ້ນກັບລັດ Baden-Wuerttemberg, ທາງທິດຕາເວັນຕົກສ່ຽງໃຕ້ປະເທດ ເຢັຍລະມັນ.

ວັດຖຸບູຮານຄະດີອັນລ້ຳຄ່າ ແລະ ການທ່ອງທ່ຽວ ຢູ່ປະເທດເຢັຍລະມັນ - ảnh 1

 ທ່ານ ຫງວຽນວັນເກື່ອງ, ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດແຫ່ງຊາດ

(ພາບ: Thu Hoa/VOV5)

ນີ້ແມ່ນສະຖານທີ່ວາງສະແດງທີສາມ, ທັງແມ່ນສະຖານທີ່ສຸດທ້າຍຂອງການວາງສະແດງ ທີ່ນອນໃນບັນດາເຫດການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢັຍລະມັນ (2011-2017), ເພື່ອແນະນຳວັດທະນະທຳ ຫວຽດນາມເຖິງສາທາລະນະຊົນ ເຢັຍລະມັນ.

ງານວາງສະແດງວັດຖຸບູຮານຄະດີ ຫວຽດນາມ ຖືກຈັດຕັ້ງຢູ່ຫໍພິພິທະພັນ Reiss-Engelhorn ເລີ່ມຕົ້ນແຕ່ວັນທີ 16 ກັນຍາ 2017 ເຖິງວັນທີ 7 ມັງກອນ 2018. ໃນເນື້ອທີ່ປະມານ 500 ຕາແມັດ ຢູ່ຊັ້ນ 2 ຂອງຫໍພິພິທະພັນ Reiss-Engelhorn ໄດ້ວາງສະແດງວັດຖຸບູຮານຄະດີ ຫວຽດນາມ ເກືອບ 400 ຢ່າງທີ່ມີມາແຕ່ສະໄໝໂລຫະເຖິງສະໄໝລາຊະວົງ ຫງວຽນ ປີ 1945. ນັ້ນແມ່ນບັນດາວັດຖຸພັນອັນລ້ຳຄ່າຫາຍາກ ແລະ ສວຍງາມດ້ວຍແກ້ວມະນີ, ບັນດາສັດມົງຄຸນດ້ວຍຫີນ ແລະ ດິນເຜົາ, ບັນດາກອງໃຫຍ່ທີ່ຫຼໍ່ດ້ວຍທອງ, ເຄື່ອງຂອງທີ່ຖືກປົງພ້ອມກັບຄົນຕາຍ, ງ້າວດ້ວຍເພັດ…ເຊິ່ງຜູ້ມາຢ້ຽມຊົມງານວາງສະແດງ “ວັດຖຸບູຮານຄະດີອັນລຳ້ຄ່າຂອງຫວຽດນາມ“ ຈະໄດ້ເຫັນປະຈັກຕາ. ປະລິຍາເອກ ຫງວຽນວັນເກື່ອງ, ຜູ້ອຳນວຍການ ຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

“ພວກເຮົາເລືອກເຟັ້ນ ແລະ ຈັດວາງສະແດງຕາມໄລຍະເວລາ, ຈາກສະໄໝຫີນເຖິງສະໄໝທອງ, ສະໄໝສັກດີນາຂອງ ຫວຽດນາມ. ພ້ອມກັນນັ້ນພວກຂ້າພະເຈົ້າຍັງວາງສະແດງຕາມເຂດວັດທະນະທຳອີກ. ຕົວຢ່າງຄືຢູ່ພາກເໜືອມີວັດທະນະທຳ ດ້າຍຫວຽດ, ໃນນັ້ນພົ້ນເດັ່ນທີ່ສຸດແມ່ນອະລິຍະທຳ ດົງເຊີນ; ຢູ່ພາກກາງມີວັດທະນະທຳ ຈຳປາ, ໃນນັ້ນພົ້ນເດັ່ນແມ່ນ ຊາຮວີ່ນ ແລະ ຈຳປາ; ສ່ວນພາກໃຕ້ມີວັດທະນະທຳ ອອກແອວ ແລະ ຟູ່ນາມ“. ຜ່ານບັນດາເຂດວັດທະນະທຳນັ້ນ, ເຂົາເຈົ້າສາມາດເຫັນໄດ້ການພັດທະນາຢ່າງຕໍ່ເນື່ອງຂອງ ຫວຽດນາມນັບແຕ່ສະໄໝບູຮານມາຮອດປັດຈຸບັນ, ດ້ວຍຄວາມຫຼາຍຮູບຫຼາຍແບບດ້ານວັດທະນະທຳ ແລະ ຄວາມເປັນເອກະພາບໃນລັກສະນະຫຼາຍຮູບຫຼາຍແບບ, ແລະ ອຸດົມສົມບຸນນັ້ນ“.

ວັດຖຸບູຮານຄະດີອັນລ້ຳຄ່າ ແລະ ການທ່ອງທ່ຽວ ຢູ່ປະເທດເຢັຍລະມັນ - ảnh 2

ປຶ້ມວັດຖຸບູຮານຄະດີອັນລ້ຳຄ່າ ຫວຽດນາມ

 (ພາບ: Thu Hoa/VOV5)

ກ່ອນໜ້ານັ້ນ, ບັນດາວັດຖຸບູຮານຄະດີ ຫວຽດນາມ ໄດ້ຮັບການວາງສະແດງຢູ່ຫໍພິພິທະພັນບູຮານຄະດີ LWL ຢູ່ນະຄອນ Herne, ລັດ Nordrhein - Westfalen ໃນໄລຍະແຕ່ວັນທີ 7 ຕຸລາ 2016 ເຖິງວັນທີ 26 ກຸມພາ 2017 ແລະ ວາງສະແດງຢູ່ຫໍພິພິທະພັນບູຮານຄະດີນະຄອນ Chemnizt, ຂຶ້ນກັບລັດ Sachsen, ແຕ່ວັນທີ 30 ມີນາເຖິງວັນທີ 20 ສິງຫາ 2017. ປະລິຍາເອກ Josef Mühlenbrock ຜູ້ອຳນວຍການຫໍພິພິທະພັນບູຮານຄະດີ LWL ນະຄອນ Herne, ລັດ Nordrhein - Westfalen ຕີລາຄາວ່າ ນີ້ແມ່ນການວາງສະແດງສຳເລັດຜົນທີ່ສຸດຂອງຫໍພິພິທະພັນບູຮານຄະດີ LWL.

ພ້ອມກັບການວາງສະແດງວັດຖຸບູຮານຫວຽດນາມ 400 ຢ່າງທີ່ຫໍພິພິທະພັນຢູ່ ເຢັຍລະມັນແລ້ວ, ບັນດານັກວິທະຍາສາດ ຫວຽດນາມ ແລະ ເຢັຍລະມັນ ຍັງຮ່ວມມືພິມຈຳໜ່າຍປື້ມ “ວັດຖຸບູຮານຄະດີອັນລ້ຳຄ່າຂອງ ຫວຽດນາມ“ ດ້ວຍບັນດາເນື້ອໃນກ່ຽວຂ້ອງເຖິງງານວາງສະແດງນີ້. ປະລິຍາເອກ ຫງວຽນວັນເກື່ອງ ໃຫ້ຮູ້ຕື່ມອີກວ່າ:

“ໃນປື້ມຫົວນີ້, ພວກຂ້າພະເຈົ້າມີເງື່ອນໄຂແນະນຳໄດ້ຫຼາຍກວ່າກ່ຽວກັບວັດທະນະທຳ ຫວຽດນາມຜ່ານບັນດາບົດຂຽນຂອງນັກຊ່ຽວຊານ ເຢັຍລະມັນ ແລະ ຫວຽດນາມ. ຜູ້ອ່ານກໍ່ຈະມີເວລາເພື່ອຄົ້ນຄິດຫຼາຍກວ່າ. ອາດເວົ້າໄດ້ວ່າງານວາງສະແດງ ແລະ ປື້ມກ່ຽວກັບ “ວັດຖຸບູຮານຄະດີອັນລ້ຳຄ່າຂອງ ຫວຽດນາມ“ ໄດ້ສ້າງເປັນລາຍການທີ່ມີປະສິດທິຜົນ ແລະ ສຳຜັດກັບຜູ້ມີຄວາມສົນໃຈເຖິງລາຍການນີ້ດີທີ່ສຸດ“.

ເພື່ອຈັດງານວາງສະແດງວັດຖຸບູຮານຄະດີອັນລ້ຳຄ່າຂອງ ຫວຽດນາມ ຢູ່ປະເທດ ເຢັຍລະມັນ, ບັນດານັກວິທະຍາສາດ ຫວຽດນາມ ແລະ ເຢັຍລະມັນ ຕ້ອງກະກຽມ ແລະ ຜ່ານຜ່າຄວາມຫຍຸ້ງຍາກລຳບາກນາໆປະການເປັນເວລາ 9 ປີ. ຜ່ານນັ້ນຊາວ ເຢັຍລະມັນ ແລະ ຊາວ ຫວຽດນາມ ອາໄສຢູ່ທີ່ນີ້ໄດ້ເຫັນປະຈັກຕາວັດຖຸບູຮານກວ່າ 400 ຢ່າງ, ກໍ່ຄືສາມາດເຂົ້າໃຈແຈ້ງກວ່າກ່ຽວກັບມູນເຊື້ອວັດທະນະທຳ - ປະຫວັດສາດມາແຕ່ດົນນານຂອງ ຫວຽດນາມ. ງານວາງສະແດງວັດຖຸບູຮານຄະດີອັນລຳ້ຄ່າຂອງ ຫວຽດນາມ ຈະສິ້ນສຸດໃນຕົ້ນປີ 2018 ແຕ່ບັນດາຄຸນຄ່າຂອງມັນຍັງຄົງໄດ້ຮັບການໂຄສະນາຜ່ານປື້ມ “ວັດຖຸບູຮານຄະດີອັນລຳ້ຄ່າຂອງ ຫວຽດນາມ“ ທີ່ພິມຈຳໜ່າຍຢູ່ ເຢັຍລະມັນ./.

ຕອບກັບ

ຂ່າວ/ບົດ​ອື່ນ