(vovworld)- ບັນດາກິດຈະກຳຄົ້ນຄ້ວາກ່ຽວກັບປະຫວັດແຫ່ງການປົກປັກຮັກສາອະທິປະໄຕ, ການເຄື່ອນໄຫວບູຮານຄະດີ, ພິເສດແມ່ນບູຮານຄະດີໃຕ້ນ້ຳ ໃນໄລຍະຜ່ານມາໄດ້ພິສູດໃຫ້ເຫັນວ່າ ກ່ອນນີ້ນັບພັນປີ, ຊາວຫວຽດນາມ ໄດ້ປະກົດຕົວຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແລະ ການເຄື່ອນໄຫວນັ້ນແມ່ນດຳນີນໄປຢ່າງລຽນຕິດຈົນເຖິງປະຈຸບັນ. ເປັນອັນວ່າ ວັດທະນະທຳ ແລະ ກົກເຄົ້າເຫງົ້າກໍປະເທດຊາດ ໄດ້ປະກອບສ່ວນສຳຄັນເພື່ອຢັ້ງຢືນ ແລະ ເພີ່ມກຳລັງແຮງໃຫ້ແກ່ການຕໍ່ສູ້ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ບົດຂຽນຂອງນັກຂ່າວ ເວີນທຽງ ທີ່ມີຫົວຂໍ້ວ່າ: ວັດທະນະທຳ ປະກອບສ່ວນຮັກສາອະທິປະໄຕແຫ່ງຊາດ
ການຂຸດຄົ້ນບູຮານຄະດີຢູ່ເກາະເຈື່ອງຊາ
ພາບ:khaocohoc |
ພາຍຫລັງຫລາຍປີບໍ່ທັນມີເງື່ອນໄຂໄປປະຕິບັດການສຳຫລວດຢູ່ພື້ນທີ່ຕົວຈິງ, ປີ 2015, ສາດສະດາຈານ, ນາຍຄູປະຊາຊົນ ຫງວຽນກວາງງອກ, ຮອງປະທານສະມາຄົມວິທະຍາສາດປະຫວັດສາດຫວຽດນາມ ໄດ້ມີໂອກາດໄປຢ້ຽມຢາມ ໝູ່ເກາະເຈື່ອງຊາ. ດ້ວຍການຄົ້ນຄ້ວາກ່ຽວກັບອະທິປະໄຕທະເລໝູ່ເກາະຢ່າງສຸດຈິດສຸດໃຈ, ສຳລັບທ່ານແລ້ວ, ການໄປຢ້ຽມຢາມໝູ່ເກາະ ເຈື່ອງຊາ ໃນ ປີ 2015 ແມ່ນມີຄວາມໝາຍທີ່ສຸດ. ທ່ານ ງອກໃຫ້ຮູ້ວ່າ: “ໄປຢ້ຽມຢາມເຈື່ອງຊາ ແມ່ນເພື່ອຮັກແພງປະເທດຊາດກວ່າ, ຍີ່ງມີຄວາມເອກອ້າງທະນົງໃຈຕື່ມອີກກ່ຽວກັບກຳລັງແຮງຂອງຊາດຫວຽດນາມ”. ໄປຢ້ຽມຢາມ ເຈື່ອງຊາ ຍັງແມ່ນວິທີການເພື່ອກວດກາຢັ້ງຢືນບັນດາວັດຖຸເອກະສານ, ຂໍ້ມູນຂ່າວສານ ຊື່ງທ່ານໄດ້ຄົ້ນຄ້ວາກ່ຽວກັບວັດທະນະທຳ ຊາຮີ່ງ, ກ່ຽວກັບວັດຖຸເອກະສານບູຮານຄະດີໂດຍຢັ້ງຢືນການປະກົດຕົວຂອງຄົນຫວຽດບູຮານ ຢູ່ ເຈືອງຊາ ແມ່ນມີພະຍານຫລັກຖານແທ້ຈິງ.
“ໄປຢ້ຽມຢາມ ເຈື່ອງຊາ ຄັ້ງນີ້ ຂ້າພະເຈົ້າສາມາດເຫັນໄດ້ຮ່ອງຮອຍຂອງ ຊາວຫວຽດນາມ ບູຮານ ຢູ່ ຊາຮີ່ງ ແລະ ຊາວເຜົ່າຈຳບູຮານ ໄດ້ມາເຄື່ອນໄຫວທຳມາຫາກິນ ຢູ່ ເຈື່ອງຊາ ກ່ອນນີ້ນັບພັນໆປີແລ້ວ. ເປັນທີ່ຈະແຈ້ງແລ້ວວ່າ ບັນດາຮ່ອງຮອຍຂອງວັດທະນະທຳ ຊາຮີ່ງ ກ່ອນນີ້ 3000 ປີ ແລະ ຢູ່ທີ່ນີ້ໄດ້ຄົ້ນພົບວັດຖຸພັນທີ່ເປັນເອກະລັກສະເພາະທີ່ສຸດ ນັ້ນແມ່ນຕຸ້ມຫູມີຮູບ ຫົວສັດ 2 ຫົວ. ເມື່ອເວົ້າເຖິງຕຸ້ມຫູມີຮູບ ຫົວສັດ 2 ຫົວ ຜູ້ໃດກໍຄິດເຖິງນັ້ນແມ່ນວັດທະນະທຳ ຊາຮີ່ງ ແລະ ເຈົ້າຂອງຂອງມັນແມ່ນ ຊາຮີ່ງຫວຽດນາມ.”
ຮອງສາດສະດາຈານ, ດຣ ຕົງຈຸງຕີ້ນ, ປະທານ ສະມາຄົມບູຮານຄະດີ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫລັງໄປສຳຫລວດມາເປັນເວລາ 2 ຄັ້ງ ແລະ ດຳເນີນການສຳຫລວດບູຮານຄະດີຢູ່ເກາະຈຳນວນຫນຶ່ງໃນໝູ່ເກາະເຈື່ອງຊາ, ບັນດານັກຄົ້ນຄວ້າວັດຖຸບູຮານ ໄດ້ພົບເຫັນເຄື່ອງປັ້ນດິນເຜົາຫລາຍປ່ຽງໃນສະໄຫມລາດຊະວົງ ດີງ - ໄລຍະຕົ້ນສະໄຫມລາດຊະວົງເລ (ສັດຕະວັດທີ 10), ຫລີ - ເຈີນ (ສັດຕະວັດທີ 11-14), ໄລຍະສຸດທ້າຍຂອງສະໄຫມ ລາດຊະວົງເລ (ສັດຕະວັດທີ 15-16) ຈົນເຖິງສະໄຫມລາດຊະວົງ ຫງວຽນ. ທ່ານ ຕົງຈຸງຕີ້ນ ຖືວ່າ: ບັນດາປ່ຽງເຄື່ອງປັ້ນດິນເຜົານັ້ນ ເຖິງວ່າ ແມ່ນຂອງພໍ່ຄ້າຊາວຂາຍ, ຜູ້ຫາປາ ຫລື ຂອງປະຊາຊົນຈຳນວນຫນຶ່ງທີ່ມາດຳລົງຊີວິດຢູ່ ເກາະ ກໍຕາມ ແຕ່ທັງໝົດລ້ວນແຕ່ແມ່ນພະຍານຫລັກຖານເພື່ອຢັ້ງຢືນການປະກົດຕົວຂອງຊາວຫວຽດຢູ່ໝູ່ເກາະເຈື່ອງຊາ.
“ບັນດາຮ່ອງຮອຍນັ້ນໄດ້ພິສູດໃຫ້ເຫັນວ່າ ການເຄື່ອນໄຫວຂອງຄົນຫວຽດ ຢູ່ ໝູ່ເກາະ ເຈື່ອງຊາ ແມ່ນມີມາແຕ່ດົນນານແລ້ວ ແລະ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງຈາກໄລຍະນັ້ນມາຮອດປະຈຸບັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນການເຄື່ອນໄຫວຢູ່ທະເລ ກໍຄືວິວັດການປະຕິບັດບັນດາຫນ້າທີ່ກ່ຽວກັບການແລກປ່ຽນການຄ້າ, ວັດທະນະທຳ ຂອງຄົນຫວຽດ ທາງທະເລ ແມ່ນມີມາແຕ່ດົນນານ. ນັ້ນແມ່ນສິ່ງຄວນຮັບຮູ້ໂດຍບູຮານຄະດີນຳມາໃຫ້. ໃນຂະນະທີ່ບັນດາປະເທດອື່ນ ເບິ່ງຄືວ່າ ບໍ່ມີຮອ່ງຮອຍໃດ, ພວກເຮົາພັດຊອກໄດ້ຮ່ອງຮອຍຂອງຄົນຫວຽດ.”
ເຄື່ອງປັ້ນດິນເຜົາໄດ້ພົບເຫັນຢູ່ເກາະເຈື່ອງຊາ
ພາບ:khaocohoc
|
ບໍ່ພຽງແຕ່ບັນດາຮ່ອງຮອຍ, ວັດຖຸບູຮານຄະດີເທົ່ານັ້ນ ຫາກບັນດາວັດວາອາຮາມໄດ້ຮັບການກໍ່ສ້າງຕາມແບບສະຖາປັດຕະຍະກຳຂອງເຂດທົ່ງພຽງພາກເຫນືອ ໃນເກາະຈຳນວນຫນຶ່ງຄື: ເຊີນກາ, ຊີງຕົນ, ນາມອຽດ ແລະ ເທດສະບານ ເຈື່ອງຊາ ໄດ້ສະແດງໃຫ້ເຫັນວ່າ ຢູ່ບ່ອນໃດມີຄົນຫວຽດ ດຳລົງຊີວິດ ຢູ່ ບ່ອນນັ້ນ ມີວັດທະນະທຳ, ການເຫລື້ອມໃສສາສະຫນາ. ປື້ມປະຫວັດສາດບູຮານໃນສະໄຫມລາດຊະວົງຫງວຽນ ລ້ວນແຕ່ບັນທຶກຢ່າງຈະແຈ້ງ ກ່ຽວກັບເລື່ອງ ເຈົ້າຊີວີດ ມີງມ້າງ ໄດ້ຈັດສົ່ງກຳລັງ ຂົນສົ່ງວັດສະດຸກໍ່ສ້າງໄປຍັງໝູ່ເກາະ ຮ່ວາງຊາ ເພື່ອກໍ່ສ້າງວັດ, ສານບູຊາ ເພື່ອພາວະນາຄວາມຢູ່ເຢັນເປັນສຸກໃຫ້ບັນດາຜູ້ທີ່ໄປຫາປາ ຫລືປະຕິບັດຫນ້າທີ່ຢູ່ທະເລ. ບັນດາວັດວາອາຮາມ ຢູ່ ໝູ່ເກາະ ເຈື່ອງຊາ ແມ່ນການສືບທອດມູນເຊື້ອວັດທະນະທຳ, ການເຫລື້ອມໃສຂອງຊາວຫວຽດນາມກ່ອນນີ້ ຫລາຍສັດຕະວັດ.
ເມື່ອມີໂອກາດໄປຢ້ຽມຢາມພະນັກງານ, ປະຊາຊົນ ເມືອງເກາະ ເຈື່ອງຊາ, ຜູ້ໃດກໍຮູ້ສຶກຕື້ນຕັນໃຈ ແລະ ມີຄວາມເອກອ້າງທະນົງໃຈເມື່ອຢືນຢູ່ຕໍ່ຫນ້າອະນຸສາວາລີ ເຈົ້າຊີວິດ ເຈີນກວກຕວນ ເພື່ອຫວນຄືນກ່ຽວກັບໄຊຊະນະອັນສະຫງ່າລາສີຂອງ ທະຫານ ແລະ ປະຊາຊົນ ດ້າຍຫວຽດ ຢູ່ ແມ່ນ້ຳ ແບກດັ່ງ ໃນການຕໍ່ສູ້ກັບພວກສັດຕູຜູ້ ຮຸກຮານ ….ໃນສັດຕະວັດທີ 13. ບັນດາສັນຍາລັກດ້ານວັດທະນະທຳນັ້ນ ໄດ້ເປັນກຳລັງແຮງ ເພື່ອລະດົມນ້ຳໃຈຮັກຊາດໃນການຕໍ່ສູ້ປົກປັກຮັກສາປະເທດຊາດ. ສາດສະດາຈານ ຫງວຽນກວາງງອກ ໄດ້ຢືນຢັນວ່າ:
“ສິ່ງສຳຄັນທີ່ສຸດ ເພື່ອຕໍ່ສູ້, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ ນັ້ນແມ່ນ ຕ້ອງຮັກສາສີສັນວັດທະນະທຳ. ຂ້າພະເຈົ້າຖືວ່າ ນັ້ນຈຶ່ງແມ່ນຫລັກໝາຍຢັ້ງຢືນອະທິປະໄຕສຳຄັນທີ່ສຸດ. ວັດທະນະທຳຂອງຊາດແມ່ນອາວຸດອັນແຫລມຄົມ ເພື່ອຢັ້ງຢືນ ແລະ ເພີ່ມກຳລັງແຮງໃຫ້ການຕໍ່ສູ້ເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ.”
ເບື້ອງຫລັງຂອງເຂດອາໄລຫານັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ກາກມາ ແຂວງ ແຄງຮ່ວາ, ໃນເດືອນ 1 ປີ 2016, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງເຂດອາໄລຫານັກຮົບເສຍສະຫລະຊີວິດ ຮ່ວາງຊາ ຢູ່ ເມືອງເກາະ ລີເຊີນ ແຂວງ ກວ໋າງຫງາຍ ຊື່ງແມ່ນບ່ອນທີ່ກ່ອນນີ້ຫລາຍສັດຕະວັດ ບັນດານັກຮົບປະຊາຊົນຢູ່ ກວ໋າງຫງາຍ ໄດ້ປະຕິບັດຕາມຄຳສັ່ງຂອງລາດຊະວົງ ຫງວຽນ ຂຶ້ນເຮືອໄປບຸກເບີກຫນ້າດິນ, ເພື່ອ ກຳນົດ ແລະ ປະຕິບັດອະທິປະໄຕ ຢູ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ບັນດາກິດຈະກຳວັດທະນະທຳ - ຈິດວີນຍານ ໄດ້, ພວມ ແລະ ຍັງຈະແມ່ນສັນຍາລັກຂອງມູນເຊື້ອຮັກຊາດ, ເຈດຈຳນົງເອກະລາດ, ເພີ່ງຕົນເອງ ແລະ ແມ່ນອາວຸດອັນແຫລມຄົມເພື່ອໃຫ້ຊາວ ຫວຽດນາມ ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.