ວັດໃນຊີວິດວັດທະນະທຳຂອງຊາວເຜົ່າ ຂະແມ

(VOVWORLD) -ຊາວເຜົ່າ ຂະແມ ຕົ້ນຕໍເຊຶ້ອຖືສາສະໜາພຸດ ນິກາຍຫິຣະຍານ, ເພາະສະນັ້ນ ຢູ່ບ່ອນໃດມີຊາວເຜົ່າ ຂະແມ ດຳລົງຊີວິດຢູ່ນັ້ນ ຢູ່ຫັ້ນກໍ່ມີວັດ ເພື່ອໃຫ້ພໍ່ແມ່ພີ່ນ້ອງມີຄວາມສະດວກໃນການໄປວັດສວດມົນພາວະນາ ໄຫວ້ບູຊາພະພຸດທະເຈົ້າ. ນອກຈາກເປັນສະຖານທີ່ຮ່ວມຊີວິດທາງສາສະໜາການເຫຼື້ອມໃສນັ້ນ, ວັດຂະແມ ຍັງແມ່ນສະຖານທີ່ເພື່ອພົບປະແລກປ່ຽນວັດທະນະທຳພື້ນເມືອງຂອງຊົນເຜົ່າ. ເພາະສະນັ້ນ ວັດຕ່າໆຢູ່ທີ່ນີ້ກໍ່ມີທີ່ຕັ້ງບົດບາດສຳຄັນທີ່ສຸດໃນຊີວິດວັດທະນະທຳຂອງຊົນເຜົ່າ ຂະແມ 
ວັດໃນຊີວິດວັດທະນະທຳຂອງຊາວເຜົ່າ ຂະແມ - ảnh 1ວັດຂະແມ ແມ່ນສະຖານທີ່ຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳ

      ພໍ່ແມ່ປະຊາຊົນເຜົ່າ ຂະແມ ມີປະຊາກອນຫຼາຍກວ່າ 1.300.000 ຄົນ ດຳລົງຊີວິດແບບເຕົ້າໂຮມຢູ່ບາງແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄື ອານຢາງ ກຽນຢາງ ກ່າເມົາ ບາກລຽວ ຈ່າວິງ ຊັອກຈັງ… ເຖິງວ່າດຳລົງຊີວິດພ້ອມກັບບັນເຜົ່າຄື ເຜົ່າກິງ, ເຜົ່າຮວາ ເຜົ່າຈ່ຳ ກໍ່ຕາມ ແຕ່ຊາວເຜົ່າ ຂະແມ ຍັງຄົງສາມາດຮັກສາສີສັນທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ສຳລັບຊາວເຜົ່າຂະແມ ແລ້ວ ວັດແມ່ນສະຖານທີ່ເຊິ່ງປະຊາຊົນຕິດພັນໃນຕະຫຼອດຊີວິດ ນັບແຕ່ຄາວຫາກໍ່ເກີດຕະຫຼອດຮອດເວລາເຖິງແກ່ມໍລະນະກຳ. ທ່ານ ອາຈາແທັກເລ ຫົວໜ້າຄະນະຄຸ້ມຄອງວັດ ເຄື່ອນ ຕາແສງ 7 ນະຄອນຈ່າວິງ ໃຫ້ຮູ້ວ່າ:

 “ຊາວເຜົ່າ ຂະແມ ເຖິງວ່າຢູ່ໃນເກນອາຍຸໃດກໍ່ຕາມ ກໍ່ລ້ວນແຕ່ໄປວັດ. ຍົກຕົວຢ່າງຄືເດັກຫາກໍ່ເກີດກໍ່ທຳພິທີເຕັມເດືອນຢູ່ວັດ. ເມື່ອເຕີບໃຫຍ່ຂຶ້ນເປັນບ່າວກໍ່ເຂົ້າໄປບວດຢູ່ວັດ. ເວົ້າລວມແລ້ວພໍ່ແມ່ພີ່ນ້ອງເຜົ່າ ຂະແມ ເມື່ອມີງານດອງ, ງານສົບກໍ່ລ້ວນແຕ່ໄປວັດ ເພື່ອໄຫວ້ບູຊາພະພຸດທະເຈົ້າ ຫວັງໃຫ້ຄອບຄົວມີຄວາມສະຫງົບສຸດ”.

ນອກຈາກເປັນສູນກາງການເຫຼື້ອມໃສ ດຳລົງຊີວິດທາງສາສະໜາຂອງຊາວເຜົ່າຂະແມ ແລ້ວ ວັດຍັງແມ່ນສູນກາງວັດທະນະຂອງຊຸມຊົນ ເປັນສະຖານທີ່ຈັດຕັ້ງບັນດາງານບຸນຂອງບ້ານເມືອງ

      ຕາມທ່ານນາງ ແທັກທິຮຽນ ຢູ່ບ້ານ ຍີ ຕາແສງ ເຕິນຮຸ່ງ ເມືອງ ຕ໋ຽວເກິ່ນ ແຂວງ ຈ່າວິງ, ຊາວເຜົ່າ ຂະແມ ມີບັນດາງານບຸນໃຫຍ່ໃນປີຄື ບຸນປະເພນີຈອນຈະນຳເທີໄມ, ງານບຸນແຊນໂດນຕາ, ງານບຸນອັອກອອມບັອກ… ງານບຸນເຫຼົ່ານີ້ກໍ່ລ້ວນແຕ່ຈັດຂຶ້ນຢູ່ວັດ. ຜ່ານນັ້ນພໍ່ແມ່ພີ່ນ້ອງມີໂອກາດໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບຂົງເຂດຕ່າງໆ. ນາງ ແທັກທິຮຽນ ແບ່ງປັນວ່າ:

“ໃນໂອກາດຈັດງານບຸນ, ພໍ່ແມ່ພີ່ນ້ອງໄປວັດ ບູຊາພະພຸດທະເຈົ້າ, ຖວາຍເຄື່ອງຂອງໃຫ້ພະສົງສາມະເນນ. ນີ້ແມ່ນໂອກາດໄດ້ພົບປະແລກປ່ຽນກັບເພື່ອນໆ ກ່ຽວກັບຂົງເຂດພຸດທະສາສະໜາ ຕະຫຼອດຮອດການລ້ຽງ ບອກສອນລູກເຕົ້າ ຫຼື ການທຳມາຫາກິນ…”.

ທ່ານ ແທັກດາ ຢູ່ວັດ ໂຊແວງນິກໍເຈິຍເຟ ຕາແສງ ເຕິນຮຸ່ງ ເມືອງ ຕ໋ຽວເກິ່ນ ແຂວງຈາວີງ ຖືວ່າ ວັດຂະແມ ຍັງຮັບຖືວ່າເປັນຫໍພິພິທະພັນ ເກັບຮັກສາບັນດາຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈຂອງຊາວເຜົ່າ ຂະແມ. ທ່ານ ໃຫ້ຮູ້ວ່າ:

 “ວັດຂະແມ ແມ່ນສະຖານທີ່ຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ປະກອບສ່ວນອະນຸລັກບັນດາຮີດຄອງປະເພນີພື້ນເມືອງອັນດີງາມຂອງຊົນເຜົ່າ. ນອກຈາກນັ້ນວັດຍັງເປີດຊຸດຮຽນຕົວໜັງສື ຂະແມ ແລະ ຮຽນມົນ, ທຳມະສາດໃຫ້ແກ່ພວກນ້ອງນ້ອຍ ເພື່ອໃຫ້ກາຍເປັນຜູ້ທີ່ມີປະໂຫຍດຕໍ່ສັງຄົມ”. 

ໂດຍແມ່ນສະຖານທີ່ຮ່ວມຊີວິດທາງສາສະໜາ ດັ່ງນັ້ນວັດຂະແມ ຍັງເປັນສະຖານທີ່ສະດວກໃນການໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ ນະໂຍບາຍກົດໝາຍຂອງພັກ ແລະ ລັດໃຫ້ແກ່ປະຊາຊົນ. ພະອາຈານໃຫຍ່ ເຢືອງວັນນາ ປະທານສະມາຄົມສາມັກຄີ ຄູບາຮັກຊາດ ນະຄອນຈ່າວິງ ແຂວງ ຈ່າວິງ ຢືນຢັນວ່າ:

 “ໃນການຮ່ວມຊີວິດທາງສາສະໜາ, ນອກຈາກການສອນສາສະໜາແລ້ວ ບັນດາຄູບາອາຈານ ຍັງໂຄສະນາກ່ຽວກັບແຜນນະໂຍບາຍ  ນະໂຍບາຍຂອງພັກ ແລະລັດ, ໃຫ້ຄຳປຶກສາ ກຳນົດທິດໃຫ້ປະຊາຊົນທຳມາຫາກິນ ປະກອບສ່ວນໃຫ້ແກ່ການພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດ”

      ປັດຈຸບັນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ມີ 446 ວັດຂະແມ. ແຕ່ລະວັດກໍ່ມີຄວາມງາມແຕກຕ່າງກັນ ແຕ່ກໍລ້ວນແຕ່ຊ້ອນແຝງບັນດາຄຸນຄ່າທາງດ້ານຈິດວິນຍານ ການເຫຼື້ອມໃສ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ ພ້ອມທັງມີທີ່ຕັ້ງອັນໝັ້ນຄົງໜັກແໜ້ນໃນແນວຄິດຈິດໃຈແລະ ການດຳລົງຊີວີດຂອງປະຊາຊົນນັບແຕ່ໃດໆມາ. 

ຕອບກັບ

ຂ່າວ/ບົດ​ອື່ນ