ວັນນະຄະດີຫວຽດນາມ ພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່: ການຄົ້ນຫາຢ່າງບໍ່ຢຸດຢັ້ງ


(vovworld)- ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ພ້ອມ​ກັບ​ການ​ປ່ຽນແປງ​ຂອງ​ປະ​ເທດ​ຊາດ, ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ມີ​ການ​ປ່ຽນ​ໃຫມ່ ແລະ ບັນ​ລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ, ພົ້ນ​ເດັ່ນ ແມ່ນ​ການ​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​ຂອງ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​​ລຸ້ນ​ຕ່າງໆໄລ​ຍະ​ຫລັງ​ປີ 1975. ດ້ວ​ຍ​ບັນ​ດາ​ແງ່​ມູ​ມ​ໃຫມ່, ສ້າງ​ເປັນຂີດ​ໝາຍໃຫ້​ລຸ້ນຄົນປະ​ຈຸ​ບັນ, ໄດ້​​ມີຊີ​ວິດ​​ອີ່ມ​ໜຳ​ສຳ​ລານ​ສົມ​ບູນ​ພູ​ນ​ສຸກ, ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫວຽດ​ນາມ ຫລັງ​ປີ 1975 ໄດ້​ປະ​ກອບ​ສ່ວນ​ແຕ່ງ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃຫ້​ແກ່​ພາ​ລະ​ກິດ​ປ່ຽນ​ໃຫມ່​ຂອງ​ພື້ນ​ຖານ​ວັນ​ນະ​ຄະ​ດີ​ຫວຽດ​ນາມ. ເມື່ອ​ທົບ​ທວນ​ຄືນ​ບາງ​ຜົນ​ງານ​ຂອງວ​ັນ​ນະ​ຄະ​ດີ​ໃນການ​ປ່ຽນ​ໃຫມ່, ນັກ​ຂ່າວ ທູຍ​ງ່າ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “ວັນ​ນະ​ຄະ​ດີ 30 ປີ​ແຫ່ງ​ການ​ປ່ຽນ​ໃຫມ່: ການ​​ຄົ້ນຫາ​ຢ່າງບໍ່​ຢຸດຢັ້ງ.

ວັນນະຄະດີຫວຽດນາມ ພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່: ການຄົ້ນຫາຢ່າງບໍ່ຢຸດຢັ້ງ - ảnh 1
ພາ​ບ​ປະ​ກອບ:internet

        ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​​ນັບແຕ່​ປີ 1986 ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ຢ່າງ​ແຮງ​ເພື່ອ​ປ່ຽນ​ແປງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ໂສມ​ຫນ້າ​ວັດ​ທະ​ນະ​ທຳ​ປະ​ເທດ​ຊາດ ຄື​ດັ່ງ​ກຳ​ລັງ​ຫນູນ​ເພື່ອ​ປ່ຽນ​ແປງ​ສະ​ຕິ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ເສັ້ນ​ທາງມ​ຸ້ງ​ໄປ​ເຖິງ​ຄວາມ​​ຈິງ​ກໍ​ໄດ້​ຮັບ​ການ​ປ່ຽນ​ແປງ​ຜ່ານ​ຄວາມ​ມານ​ະ​ພະ​ຍາ​ຍາມໃນ​ການ​ປ່ຽນ​ໃຫມ່ ແລະ​ ຄົ້​ນຫາ​ຢ່າງບໍ່​ຢຸດຢັ້ງ​ຂອງ​ຖັນ​ແຖວ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ທີ່ເຕີບ​ໃຫຍ່ພາຍ​ຫລັງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.

        ຈາກ​ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​​ທີ່​ເຕັມ​ໄປ​ດ້ວຍ​ການ​ຄາດ​ຄະ​ເນ​ຂອງນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫງວຽນ​ມີງ​ເຈົາ, ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຫລັງ​ປີ 1975 ໄດ້​ເຫັນ​ປະ​ຈັກ​ຕາ​ບົດ​ປະ​ພ​ັນ​ວັນ​ນະ​ຄະ​ດີ​ໃຫມ່ຫລ​າຍ​ບົດ​ເຂົ້າ​ສູ່​​ຊີ​ວິດ, ຊາ​ຕະ​ກຳ​ຂອງ​ມະ​ນຸດ​​ດ້ວຍ​ຫລາຍ​ແງ່​ມູມ. ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫງວຽນ​ຮູຍ​ທຽບ ໄດ້​ປະ​ພັນ​ເລື່ອງ​ສັ້ນ​ຫລາຍ​ເລື່ອງ​ທີ່​ມີ​ຊື່​ສຽງ ຊື່ງ​ເປັນຂີດ​ໝາຍ​ທຳ​ອິດແມ່ນ​: ບົດ​ປະ​ພັນ “ນາຍ​ພົນ​ອອກ​ກິນ​ເບ້ຍ​ບຳ​ນານ” ໄດ້​ກາຍ​ເປັນ​ເຫດ​ການ​​ວັດ​ທະ​ນະ​ທຳ​ໃນ​ໄລ​ຍະ​​ປ່ຽນໃຫມ່. ຕໍ່​ຈາກນັ້ນ ແມ່ນ ບົດ​ປະ​ພັນ​ຂອງ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ບ໋າວ​ນີງ ດ້ວຍ​ບົດ​ປະ​ພັນ “ຄວາມ​ໂສກ​ເສົ້າ​ຍ້ອນສົງ​ຄາມ” ແລະ ບົດ​ປະ​ພັນ “ທາງ​ຮ່ອມ”ຂອງ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຢື​ທິ​ຮ່​ວານ.. ນັ້ນ​ແມ່ນ​ບັນ​ດາ​ບົດ​ປະ​ພັນ​ສ​່ອງ​ແສງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ແຕກ​ຕ່າງ​ກັບ​ກ່ອນນີ້, ວິ​ທີ​ຂຽນ​ກໍ​​ບໍ່​ຢູ່​ໃນ​ຫລັກ​ການ ແລະ ອົງ​ປະ​ກອບ​ເດີມ. ເນື້ອ​ໃນ​ສ່ອງ​ແສງ ພຽງ​ແຕ່​ເວົ້າ​ເຖິງ​ມະ​ນຸດ ດ້ວຍ​ຄວາມ​ຂັດ​ແຍ້ງ​ທີ່​ສັບ​ສົນ​ໃນ​ຊີ​ວິດ. ມີ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີຫລາຍ​ບົດໄດ້​ເຕື້ອງ​ເຖິງ​ບັນ​ດາ​ບັນ​ຫາ​ຂອງ​ໄລ​ຍະ​ປ່ຽນ​ແປງ​ໃຫມ່​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ປ່ຽນ​ແປງ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ສັງ​ຄົມ ດ້ວຍ​ທ່າ​ທີ່​ໄຈ້​ແຍກ​ຢ່າງ​​ມີສະ​ຕິ​ສ່ອງ​ໃສ ແລະ ຕຳ​ນິ​ວິ​ຈານຢ່າງ​ຂ້ຽວ​ຂາດ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​ງານ​ຂອງວັນ​ນະ​ຄະ​ດີ​​ໃນ​ການ​ປ່ຽ​ນ​ໃຫມ່, ນັກ​ວິ​ຈານ​ວັນ​ນະ​ຄະ​ດີ ໂງວັນ​ຢາ ໃຫ້​ຮູ້​ວ່າ:

        “ຜົນ​ງານ​ໃຫຍ່​ສຸດ ແມ່ນ​​ການປ່ຽນ​ແປງ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ມະ​ນຸດ, ຊີ​ວິດ​ການ​ເປັນຢູ່. ຕາມນັ້ນ​ແລ້ວ ວິ​ທີ​ຂຽນ​ກໍ​ແຕກ​ຕ່າງ​ກັບກ່ອນນີ້ ສະ​ນັ້ນ ເຂົາ​ເຈົ້າ​ມີ​ບັນ​ດາ​ບົດ​ປະ​ພັນ​ໃຫຍ່ ແລະ ມີ​ຊື່​ສຽງ. ເຂົາ​ເຈົ້າ​ຫັນ​ປ່ຽນວິ​ທະ​ຍາ​ສາດ​ກ່ຽວ​ກັບ​ສິ່ງ​ທີ່​ດີ​ງາມ​ໃນ​ໄລ​ຍະ​ສົງ​ຄາມ​ໄປ​ສູ່​ສັນ​ຕິ​ພາບ ນັ້ນ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ຊາ​ຕະ​ກຳ​ຂອງ​ມະ​ນຸດ, ບັນ​ດາ​ຄຸນ​ຄ່າ​ສັງ​ລວມ​ຂອງມວນ​ມະ​ນຸດ, ການ​ທໍ​ລະ​ມານ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ຄວາມ​ຈິງ.”

ວັນນະຄະດີຫວຽດນາມ ພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່: ການຄົ້ນຫາຢ່າງບໍ່ຢຸດຢັ້ງ - ảnh 2
“ຄວາມ​ໂສກ​ເສົ້າ​ຍ້ອນສົງ​ຄາມ”ຂອງນັກ​ປະ​ພັນ​ວັນ​ນະ​ຄະ​ດີ ບ໋າວ​ນີງ
​ພາບ:internet

        ໃນ​ໄລ​ຍະ​ປະ​ຈຸ​ບັນ ​ຍັງມີ​ການ​ເຂົ້າ​ຮ​່ວມ​ຂອງ​ບັນ​ດາ​ນັກ​ປ​ະ​ພັນ​ວັນ​ນະ​ຄະ​ດີ​ຍິງ​ຫລາຍ​ຄົນ, ​ໄດ້ນຳ​ມາ​ເຊິ່ງ​ພະ​ລັງ​ຊີ​ວິດ​ໃຫມ່ ດ້ວຍ​ຄວາມສະ​ດຸ​້ງ​ໄວ​ຂອງ​ເພດ​ຍິງ. ນັກ​ວິ​ຈານ​ວັນ​ນະ​ຄະ​ດີ ຈູ​ວັນ​ເຊີນ ແບ່ງ​ປັນ​ວ່າ:

        “ຖັ​ນ​ແຖວ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຍິງ​ໃນ 2 ຂົງ​ເຂດ​ຕົ້ນ​ຕໍ ນັ້ນ​ແມ່ນ ກາບກອນ ແລະ ວັນ​ນະ​ຄະ​ດີ…ລ້ວນ​ແຕ່​ແມ່ນ​ບັນ​ດາ​ຜູ້​ທີ່​ມີ​ການ​ກະ​ທົບ​ໃຫຍ່​ເຖິງວິ​ວັດ​ການ​ປ່ຽນ​ໃຫມ່ ແລະ ທັງ​ແມ່ນ​ນັກ​ປະ​ພັນ​ວັນ​ນະ​ຄ​ະ​ດີ​ ປະ​ພັນ​ບົດ​ກາບກອນ, ວັນ​ນະ​ຄະ​ດີ.. ຂອງ​ໄລ​ຍະ​ນີ້.”

        ຕາມ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ໂຮ່​ເທ​ຮ່າ, ພະ​ແນກວັນ​ນະ​ຄະ​ດີ, ມະ​ຫາ​ວິ​ທະ​ຍາ​ໄລ​ຍ​ວິ​ທະ​ຍາ​ສາດ ເຫ້ວ ແລ້ວ, ໃນ​ທ່າ​ອ່ຽງ​ປ່ຽ​ນ​ໃຫມ່, ຫັນ​ເປັນ​ປະ​ຊາ​ທິ​ປະ​ໄຕ, ພົວ​ພັນ​ແລກ​ປ່ຽນ ແລະ ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ໂລກ, ທັດ​ສະ​ນະ​ຂອງວົງ​ການ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ໄລ​ຍະ​ນີ້ ນັບ​ມື້​ນັບໄດ້​ຮັບ​ການ​ເປີດກວ້າງກວ່າ, ສ້າງ​ສິ່ງ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ວຽກ​ງານ​ວິ​ຈານ​ວັນ​ນະ​ຄະ​ດີ.

        “ນັ້ນ​ແມ່ນ​ການ​ປ່ຽນ​ໃຫມ່​ຈີນ​ຕະ​ນາ​ການ​ບົນ​ພື້ນ​ຖານ​ການປ່ຽນ​ໃຫມ່​ຂອງຊີ​ວິດ​ສັງ​ຄົມ. ເວ​ລານັ້ນ ວັນ​ນະ​ຄະ​ດີ ມີ​ເງື່ອນ​ໄຂ​ເພື່ອ​ສ່ອງ​ແສງ​ເຖິງ​ຄວາມ​ເສ​ລີ, ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນ ເພື່ອ​ມຸ່ງ​ໄປ​ເຖິງ​ສິ່ງ​ທີ່​ດີ​ງາມ​ຂອງ​ວັນ​ນະ​ຄະ​ດີ​ໃນ​ການ​ສ່ອງ​ແສງ​ຄວາມ​ຈິງ​ຂອງ​ຊີ​ວິດ​ການ​ເປັນ​ຢູ່ ຜ່ານ​​ຄຳ​ສັບ, ເພື່ອ​ມະ​ນຸດ.”

        ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີໄລ​ຍະ​ແຕ່​ປີ 1975 ມາ​ຮອດ​ປະ​ຈຸ​ບັນ ໄດ້​ກາຍ​ເປັນ​ພາກ​ສ່ວນ​ຫລັກ​ແຫລ່ງ​ຂອງວັນ​ນະ​ຄ​ະ​ດີ​ໃນ​ການປ່ຽນ​ໃຫມ່.  ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ມີ​ຊື່​ສຽງ​ຄື: ບ໋າວ​ນີງ, ຫງວຽນ​ຮູຍ​ທຽບ, ຟ້າມ​ທິ​ຮ່​ວາຍ, ເລ​ມີ​ເຄ, ຕ້າ​ຢູຍ​ແອງ, ໂຮ່​ແອງ​ທາຍ …ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ພື້ນ​ຖານ​ວັນ​ນະ​ຄະ​ດີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຟົດ​ຟື້ນ. ຖ້າ​ຫາກ​ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ໃນ​ໄລ​ຍະ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ໄດ້​ສຳ​ເລັດ​ຫນ້າ​ທີ່​ໂດຍ​ພື້ນ​ຖານ​ຕໍ່​ປະ​ຫວັດ​ສາດນັ້ນ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​  ​ຫລັງ​ປີ 1975 ດ້ວຍ​ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ຂອງ​ຕົນ ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ວິ​ຊາ​ການ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສາ​ທາ​ລະ​ນະ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ