ວັນບຸນເຊີດຊູຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ

ວັນບຸນເຊີດຊູຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ - ảnh 1
ລາຍ​ການ​ສິ​ລະ​ປະ​ໃນ​ວັນ​ບຸນ​ໂດຍ​ຊາວ​ຊົນ​ເຜົ່າ​ສະ​ແດງ

(vovworld)- ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ” ​ຫາ​ກໍ​ດຳ​ເນີນ​ໄປ​ໃນ​ກາງ​ເດືອນ 4 ຢູ່ ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ບັນ​ດາ​ເຜົ່າ ຫວຽດ​ນາມ, ຊື່ງ​ແມ່ນ​ຊາຍ​ຄາ​ລວມ​ຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ. ຜ່ານ​ການ​ຈັດ​ຕັ້ງ​ 8 ຄັ້ງ, ມາ​ຮອດ​ປະ​ຈຸ​ບັນ, ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່ຫວຽດ​ນາມ ໄດ້​ກາຍ​ເປັນວັນ​ບຸນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ພົບ​ປະ​ແລກ​ປ່ຽນ, ພ້ອມ​ກັນ​ເຊື່ອມ​ຕົວ​ໃນ​ບັນ​ດາງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ຜ່ານນັ້ນ ປະ​ກອບ​ສ່ວນ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ, ເຮັດ​ໃຫ້​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຍິ່ງ​ອຸ​ດົມ​ສົມ​ບູນກວ່າ.

                ຢູ່​ເຂດ​ແນະ​ນຳ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ ຊານ​ໄຈ, ໝໍຜີ ແລະ ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ ຊານ​ໄຈ ພ້ອມ​ກັນ​​ເຂົ້າ​ຮ່ວມລາຍ​ການ​ສິ​ລະ​ປະ​ເພື່ອວາດ​ພາບບັນ​ດາ​ວາດຟ້ອນ ຕັກ​ສິ່ງ(Tac Xinh)​ໃນ​ງານ​ບຸນ​ພາ​ວະ​ນາ​ຂໍ​ໃຫ້ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ຊື່ງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ລະ​ດັບ​ຊາດ​ຂອງ​ພໍ່​ແມ່ນ​ປະ​ຊາ​ຊົນ​ເຜົ່າ ຊານ​ໄຈ. ການ​ເຄື່ອນ​ໄຫວນີ້​ແມ່ນ​ຈຸດ​ພົ້ນ​ເດັ່ນໃນ​​​ເຫດ​ກາ​ນວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ຫວຽດ​ນາມ ​ປີນີ້.

        ໃນ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງວັນ​ບຸນ, ເຈົ້າ​ກົກ​ເຈົ້າ​ເຫລົ່່າ, ນາຍ​ບ້ານ, ນັກ​ສິ​ລະ​ປະ​ການ​ນັບ​ຮ້ອຍໆ​ຄົນ​ທີ່​ຕາງ​ຫນ້າ​ໃຫ້​​ປະ​ຊາ​ຊົນບັນ​ດາ​ຊົ​ນ​ເຜົ່າ​ ຄື: ເຜົ່າ ​ຂະ​ມ​ູ ຢູ່ ແຂວງ ດ້ຽນ​ບຽນ, ເຜົ່າ​ຂະ​ແມ​ຢູ່ ແຂວງ ຊອກ​ຈ​ັງ ແລະ ເຜົ່າ​ອື່ນໆ ພ້ອມ​ກັນ​ພົບ​ປະ​ແລກ​ປ່ຽນ, ແນະ​ນຳ​ບັນ​ດາ​ ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພ​າຂອງ​ເຜົ່າ​ຕົນ, ຈາກນັ້ນ ຮັດ​ແຫນ້ນ​ຄວາມ​ສາ​ມັກ​ຄີ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ. ຈາກ​ບຸນ​ຢັ້ງ​ຢືນ​ການ​ເຕີບ​ໃຫຍ່​ຂອງ​ຊົນ​ເຜົ່າ ເອ​ເດ ຕະ​ຫລອດ​ຮອດ​ບຸນ ​ເຕັ້ນ​ໃສ່​ຖ່ານ​ໄຟ ຫລື ງານ​ບຸນ​ອວຍ​ພອນ​ອາ​ຍຸ​ຍືນ​ຂອງ​ຊາວ​ເຜົ່າ​ຢ້າວ… ແຕ່​ລະ​ງານ​ບຸນລ້ວນ​ແຕ່​ມີ​ສີ​ສັນວັດ​ທະ​ນະ​ທຳ​ສະ​ເພາະ ໂດຍ​ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ບັນ​ດາ​ເຜົ່າ​ແນະ​ນຳ​. ມາ​ເຂົ້າ​ຮ່ວມ​ວັນ​ບຸນນີ້, ຜູ້​ຊົມ​ໄດ້​ເຫັນ​ປະ​ຈັກ​ຕາ​​ການ​ເຄື່ອນ​ໄຫວ​ດ້ານຈິດ​ວີນ​ຍານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫລື ໄດ້​ເຊື່ອມ​ຕົວ​​ໃນ​ກັບ​ບັນ​ດາ​ວາດ​ຟ້ອນ, ສຽງ​ເພງ​ພື້ນ​ເມືອງ​ທີ່​ດຶງ​ດູດ​ໃຈ. ນັກ​ທ່ອງ​ທ່ຽວ ຫງວຽນ​ແທງ​ເຕີມ, ມາ​ຈາກ​ແຂວງ ເງ້​ອານ ແບ່ງ​ປັນ​ວ່າ:

        “ຜ່ານ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​​ວັນບຸນ, ພວກ​ຂ້າ​ພະ​ເຈົ້າ​​ຈຶ່ງຮູ້​ຈັກ​ເຖິງ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​​ທີ່​ສຸດ ​ເຊິ່ງບັນ​ດາ​ເຜົ່າໄດ້​ ​ແນະ​ນຳ​ໃນ​ງານ​ບຸນ. ຜ່ານນັ້ນ ກໍ​ປາດ​ຖະ​ຫນາວ່າ ປະ​ຊາ​ຊົນ​ບັນ​ດ​າ​ເຜົ່າ​ຈະ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່ານ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຜົ່າ​ຕົນ​ກວ່າອີກ ເພື່ອ​ແນະ​ນຳ​​ເຖິງເພື່ອນ​ມິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ,        ຈ​າກນັ້ນ ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ວັດ​ທະ​ນະ​ທຳ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ຫວຽດ​ນາມ”

ວັນບຸນເຊີດຊູຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ - ảnh 2

        ທີ່​ວັນ​ບຸນ ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ກິ​ລາ​ຫລາຍ​ຢ່າງ ຄື​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ຊົນ​ເຜົ່າ, ການ​ລະ​ຫລິ້ນ​ພື້ນ​ເມືອງ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພ​ິ​ເສດ, ອາ​ຫານ​ການ​ກິນ​ຊົນ​ເຜົ່າ.. ບັນ​ດາ​ການ​ເຄື່ອນ​ໄຫວ​​ເຮັດ​ໃຫ້​ວັນ​ບຸນເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນວັດ​ທະ​ນະ​ທຳ​ຫລາຍ​ຮູບ​ຫລາຍ​ແບບ. ເຂົ້າ​ຮ່ວມ​ວັນ​ບຸນ, ທ່ານ​ນາງ ບູ່ຍ​ທິ​ລານ​ເຟືອງ, ຊາວ​ເຜົ່​າ​ເມື່ອງ ຢູ່ ແຂວງ ຮ​ວາ​ບີງ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ນຳ​ເອົາ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຜົ່າ​ຕົນ​ເຖິງ​ ວັນ​ບຸນ, ນັ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພິ​ເສດ​ຂອງ​ເຜົ່າ​ເມື່ອງ​ຄື: ກອງຄ້ອງ, ຜະ​ລິດ​ຕະ​ພັນ​ແຜ່​ນ​ແພ​ພື້ນ​ເມືອງ, ການ​ລະ​ຫລິ້ນ​ພື້ນ​ເມືອງ. ແລະ ພິ​ເສດ ອາ​ຫານ​ການ​ກິນ​ຂອງ​ຊາວ​ເຜົ່າ​ເມື່ອງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​​ຄວາມ​ນິ​ຍົມ​ຈາກ​ນັກ​ທ່ອງ​ທ່ຽວ​​ທີ່​ສຸດ. ຜ່ານ​ເຫດ​ການນີ້ ຄະ​ນະ​ຈັດ​ຕ​ັ້ງ​ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ມີ​ຄວາມ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ກວ່າ, ເຂົ້າ​ໃຈ​ໄດ້​ສີ​ສັນ​ວັດ​ທະ​ນະ​ທຳ​ເຊິ່ງ​ກັນ ແລະ​ກັນ ແລະ​ເພີ່ມ​ຄວາມ​ສາ​ມັກ​ຄີ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ເຜົ່າ ເພືື່ອ​ສ້າງ​ສາ​ປະ​ເທດ​ຫວຽດ​ນາມໃຫ້​ນັບ​ມື້​ນັບ​ກ້າວ​ຫນ້າ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ.”

        ນັບ​ແຕ່​ປີ 2009 ມ​າ​ຮອດ​ປະ​ຈຸ​ບັນ, ຜ່າ​ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ, ປ​ະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ກໍ​ຄ​ື​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ອາ​ໄສຢູ່ ຕ່າງ​ປະ​ເທດ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ ຮູ້​ຈັກ​ເຖິງ​ພາບ​ພົດ​ປະ​ເທດ​ຫວຽດ​ນາມ ດ້ວຍ 54 ຊົນ​ເຜົ່າ​ໃນ​ຊາຍ​ຄາ​ລວມ ຍາມ​ໃດ​ກໍ​ສາ​ມັກ​ຄີກັນ, ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ. ທ່ານ ເລີມ​ວັນ​ຄາງ, ຮອງ​ຫົວ​ຫນ້າ​ຄະ​ນະ​ຄຸ້ມ​ຄອງ​ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ບັນ​ດາ​ເຜົ່າ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຍາ​ມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສາ​ມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ. ປະ​ຊາ​ຊົນ​ມານີ້ບໍ່​ພຽງ​ແຕ່​ໄດ້ເຂົ້າ​ຮ່ວມ​ ​ການ​ເຄື່ອນ​ໄຫວຕ່າງໆຂອງ​ເຜົ່າ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ພົບ​ປະ​ແລກ​ປ່ຽນ​ນຳ​ກັນ ແລະ ເຂົ້າ​ຮ່ວມລາຍ​ການ​ສິ​ລະ​ປະ​ອີກ​ດ້ວຍ. ນີ້​ແມ່ນ​ຄວາມ​ປາດ​ຖະ​ຫນາ​​ຂອງປະ​ຊາ​ຊົນ ແລະ ພວກ​ຂ້າ​ພະ​ເຈົ້າ​ກໍ​ຫວັງ​ວ່າ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ທຸກ​ເຫດ​ການ.”

        ວັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຫວຽດ​ນາມ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄດ້​ສຳ​ຜັດ​ ແລະ ​ຕ້ອນຮັບ​ບັນດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ສ້າ​ງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຄອບ​ຄົວ​ວັດ​ທະ​ນະ​ທຳ​”. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ພ້ອມ​ກັນ​ພົບ​ປະ​ແລກ​ປ່ຽນ, ຖອດ​ຖອນບ​ົ​ດ​ຮຽນ, ຈາກ​ນັ້ນ ​ມີ​ສະ​ຕິກວ່າ​ກ່ຽວ​ກັບ​ການ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ປະ​ດິດ​ສ້າງ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ໃຫມ່, ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ອຸ​ດົມ​ສົມ​ບູນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ