ວັນມໍລະດົກວັດທະນະທຳຫວຽດນາມປີ 2012 : ຄົ້ນຫາອະລິຍະທຳແມ່ນ້ຳແດງ

  

ວັນມໍລະດົກວັດທະນະທຳຫວຽດນາມປີ 2012 : ຄົ້ນຫາອະລິຍະທຳແມ່ນ້ຳແດງ - ảnh 1
ພິທີ​​ໄຂວັນ​ມໍລະດົກ​ວັດທະນະທຳ​ຫວຽດນາມຄັ້ງທີ່ 8 ປີ 2012 (ພາບ:baomoi.com)


   ວັນ​ມໍລະດົກ​ວັດທະນະທຳ​ຫວຽດນາມຄັ້ງທີ່ 8 ປີ 2012 ດ້ວຍຫົວເລື່ອງວ່າ “ ຄົ້ນ​ຫາ​ອະລິຍະ​ທຳ​ແມ່​ນ້ຳ​ແດງ ” ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ແຕ່​ວັນ​ທີ 21 ຫາ 24/11/2012. ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ ປີທ່ອງທ່ຽວແຫ່ງຊາດ, ທັງເພື່ອແນໃສ່ຍູ້ແຮງການໂຄສະນາ, ແນະນຳໃຫ້ປະຊາຊົນໃນທົ່ວປະເທດ, ເພື່ອນມິດສາກົນຮັບຊາບກ່ຽວກັບຄຸນຄ່າວັດທະນະທຳມີຮູບຮ່າງ ແລະ ບໍ່ມີ ຮູບຮ່າງທີ່ເປັນເອກະລັກ ສະເພາະຂອງເຂດທົ່ງພຽງແມ່ນ້ຳແດງ

         ການເຄື່ອນໄຫວຂອງວັນ​ມໍລະດົກ​ປີນີ້ລວມມີບັນດາງານວາງສະແດງ, ກອງປະຊຸມສຳມະນາກ່ຽວກັບ ການອະນຸລັກຮັກສາເສີມຂະຫຍາຍມໍລະດົກວັດທະນະທຳຊຶ່ງໄດ້ດຶງດູດການເຂົ້າຮ່ວມຂອງບັນດາແຂວງເຂດທົ່ງພຽງແມ່ນ້ຳແດງເຊັ່ນ: ນະຄອນຮ່າໂນ້ຍ, ຫາຍຟ່ອງ, ແຂວງຟູ້ເຖາະ, ນິງບີງ, ບັກນິງ. ບັນດາການ ເຄື່ອນໄຫວຂອງວັນ​ມໍລະດົກ​ຍັງແນະນຳບາງປະເພດສິລະປະທີ່ພົ້ນເດັ່ນ ໃນເຂດ ທົ່ງພຽງແມ່ນ້ຳແດງ ຊຶ່ງໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ​ແມ່ນ ມໍລະດົກ ວັດທະນະທຳຄື : ຂັບ​ກວານ​ເຫາະ(ແຂວງ​ບັກ​ນິງ) ຊຶ່ງ​ແມ່ນ ມໍລະດົກ ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​​ເປັນ​ຕົວ​ແທນຂອງ​ມວນ​ມະນຸດ ( 2009) , ຂັບ​ກາ​ຈູ (​ເຂດ​ທົ່ງພຽງ​ພາກ​ເໜືອ) ​ແມ່ນມໍລະດົກວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຄວນ​ໄດ້​ຮັບ​ການ​ຮັກສາ​ດ່ວນ (2009), ຫຼື​ຂັບ​ຊວານ (​ແຂວງ​ຟູ້​ເຖາະ) ​ແມ່ນມໍລະດົກ ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຄວນ​ໄດ້​ຮັບ​ການ​ຮັກສາ​ດ່ວນ (2011).

ວັນມໍລະດົກວັດທະນະທຳຫວຽດນາມປີ 2012 : ຄົ້ນຫາອະລິຍະທຳແມ່ນ້ຳແດງ - ảnh 2
ການສະ​ແດງຂັບ​ຊວານ


   ສານ​ສະບັບ​ໜຶ່ງ​ທີ່​ກວມ​ລວມບັນດາ ການເຄື່ອນໄຫວຂອງ ວັນ​ມໍລະດົກ​ວັດທະນະທຳ​ປີ​ນີ້, ນັ້ນ​ແມ່​ນ
ການ​ແນະນຳບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ ມໍລະດົກ, ວຽກ​ງານ​ເສີມ​ຂະຫຍາຍ​ສະຕິ​ຄວາມຮັບຜິດຊອບຂອງ​ວົງ​ຄະນະ​ຍາດ​ໃນ​ການ​ອະນຸລັກຮັກສາ ບັນດາ​ຄຸນຄ່າ ມໍລະດົກວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນນານ. ​ໂດຍ​ຕອບ​ສະໜອງ​ສານ​ດັ່ງກ່າວ, ຢູ່​ຮ່າ​ໂນ້ຍ, ສະມາຄົມ ມໍລະດົກວັດທະນະທຳ ທັງ​ລອງ - ຮ່າ​ໂນ້ຍ ​ໄດ້​ຈັກ​ງານ​ປະ​ກວດ​ຂັບ​​ເຈົາວັນ - ຮ່າ​ໂນ້ຍປີ 2012. ງານ​ປະ​ກວດ​ໄດ້​ເຕົ້າ​ໂຮ​ມບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ພ້ອມ​ກັບ​ວົງ​ການ​ນັກ​ສິລະ​ປີນ ​ເພື່ອ​ແນ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ວັດທະນະທຳ​ການ​ເຫຼື້ອມ​ໄສ​ບູຊາ​ເຈົ້າ​ແມ່ ຕິດ​ພັນ​ກັບ​ພິທີ​ເຂົ້າ​ຊົງ. ​ໃນ​ນັ້ນ​ພິທີ​ເຂົ້າ​ຊົງ-ຂັບ​ເຈົາວັນ ພວມ​ກະກຽມ​ສະ​ເໜີຕໍ່​ອົງການ UNESCO ຮັບຮອງ​ແມ່ນມໍລະດົກວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ. ທ່ານ​ດຣ ລິວ​ມິ​ງຈິ ປະທານ​ສະມາຄົມ ມໍລະດົກວັດທະນະທຳ ທັງ​ລອງ - ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ :

     “ ຄວນ​ເຮັດ​ໃຫ້​ສັງຄົມ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ ມໍລະດົກວັດທະນະທຳ, ກ່ຽວ​ກັບ​ຂັບ​ເຈົາວັນ​ຕິດ​ພັນ​ກັບ​ພິທີ​ເຂົ້າ​ຊົງ ​ແລະ ວິຫານ​ບູຊາ​ເຈົ້າ​ແມ່. ທີ່ 2 ແມ່ນແລກປ່ຽນບົດຮຽນລະຫວ່າງນັກສິລະປິນໃນພິທີເຂົ້າຊົງຢູ່​ບັນດາວິຫານ​ບູຊາ​ເຈົ້າ​ແມ່. ຜ່ານ​ນີ້​ບັນດາ​ນັກວິທະຍາສາດ​ໄດ້​ເຮັດ​ໃຫ້​ຈະ​ແຈ້ງ​ກ່ວາ​ກ່ຽວ​ກັບປະ​ເພນີ​ບູຊາ​ເຈົ້າ​ແມ່​ຫວຽດນາມ, ສາມາດ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບພິທີ​ເຂົ້າ​ຊົງ​ຢູ່​ບັນດາວິຫານ​ບູຊາ​ເຈົ້າ​ແມ່, ນັບ​ທັງ​ດ້ານ​ດີ, ດ້ານ​ອ່ອນ ຄວນ​ໄດ້​ຮັບ​ການ​ແກ້​ໄຂ ”

    ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ທີ່​ສຳຄັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດວັນມໍລະດົກ​ແຕ່ລະ​ປີ, ນັ້ນ​ແມ່ນ​ການ​ສົ່ງ​ເສີມ​ບັນດາ​ອົງການ​ຈັດ​ຕັ້ງສັງ​ຄົມ, ວົງ​ຄະນະ​ຍາດ ຊອກ​ຫາ​ບັນດາ​ວິທີ​ການ​ແກ້​ໄຂ​ທີ່​ແທດ​ຈິງ​ແນ​ໃສ່​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາມໍລະດົກວັດທະນະທຳ. ປີ​ນີ້, ບັນດາ​ແຂວງ, ນະຄອນ, ທ້ອງ​ຖິ່ນ​ຕ່າງໆ​ໄດ້​ນຳ​ສະ​ເໜີ​ຫຼາຍ​ວິທີ​ການ​ແກ້​ໄຂ, ຂໍ້​ລິ​ເລີ່​ມທີ່​ດີທີ່​ມ່ວນ. ຍົກ​ຕົວຢ່າງ​ຄື ​ແຂວງ​ຟູ້​ເຖາະ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້ “ ສຶກສາ​ກ່ຽວ​ກັບມໍລະດົກວັດທະນະທຳ​ຢູ່​ໂຮງຮຽນ​ສາມັນ ” .   ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຊີ້​ໃຫ້​ເຫັນ​ວິທີ​ສຳຜັດ​ກັບມໍລະດົກວັດທະນະທຳ​ຢູ່​ບັນດາ​ໂຮງ​ຮຽນ, ການ​ປະພຶດ​ຕໍ່​ກັບມໍລະດົກ ວັດທະນະທຳ ​ແລະ ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ການອະນຸລັກຮັກສາ ເສີມຂະຫຍາຍມໍລະດົກ ວັດທະນະທຳ ບໍ່​ແມ່ນຂະ​ບວນການ, ຫາກ​ຕ້ອງ​ມີ​ພະລັງ​ຊີວິດ, ກຳລັງ​ດຶງ​ດູດ​ໃນ​ການດຳລົງ​ຊີວິດ. ທ່ານ​ດຣ ​ເລ​ຊວນ​ເຈືອງ ຫົວໜ້າ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​​ແຂວງ​ຟູ້​ເຖາະ ມີ​ຄຳ​ເຫັນ​ວ່າ :

    “ ຕ້ອງ​ຫັນ​ຮູບ​ການ​ສຶກສາ​​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ບໍ່​ພຽງ​ແຕ່​ຊ່ວຍ​ພວກ​ນ້ອງ​ນັກຮຽນ​ໄດ້​ສຳຜັດ​ມໍລະດົກວັດທະນະທຳ​ເທົ່າ​ນັ້ນ, ຫາກ​ຕ້ອງ​ມີ​ຮູບ​ແບບ, ຮູບ​ຈຳລອງ​ເພື່ອ​ນຳ​ເອົາ​ບັນດາມໍລະດົກວັດທະນະທຳ​ເຂົ້າ​ໃນ​ໂຮງຮຽນ. ​ເພື່ອ​ສ້າງ​ກຳລັງ​ດຶງ​ດູດ​ສຳລັບ​ນັກຮຽນ​ນັ້ນ, ນອກຈາກ​ການຖ່າຍ​ທອດ​ໃນ​ໂຮງຮຽນ​ແລ້ວ, ກໍ​ຄວນ​ຈັດ​ຕັ້ງ​ບັນດານ​ການ​ເຄື່ອ​ນ​ໄຫວລະ​ອຽດຄື ​ໃຫ້​ພວກ​ນ້ອງ​ນັກຮຽນ​ໄປ​ທັດສະນະ​ສຶກສາ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ ຄື ສະ​ແດງ​ລະຄອນ. ​ເຮັດ​ໄດ້​ເຊັ່ນ​ນັ້ນ, ພວກ​ນ້ອງ​ຈະ​ພາກພູມ​ໃຈ ​ແລະ ຮັບ​ເອົາ​ຄວາມ​ຮູ້​ໄດ້​ຢ່າງ​ສະດວກ​ສະບາຍ ”

     ດ້ວຍຫົວເລື່ອງວ່າ “ ຄົ້ນ​ຫາ​ອະລິຍະ​ທຳ​ແມ່​ນ້ຳ​ແດງ ” ,ວັນ​ມໍລະດົກ​ປີນີ້ຍັງມີ ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ສູ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດເຂດທົ່ງພຽງແມ່ນ້ຳແດງ - ຫາຍ​ຟ່ອງ 2013 . ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ທ້ອງຖິ່ນ​ໄດ້​ພົບ​ປະ​ແລກປ່ຽນ, ​ແນະນຳ​ກ່ຽວ​ກັບ​ບັນດາ​ປູຊະນີຍະສະຖານ, ທິວ​ທັດ​ທຳ​ມະ​ຊາດ​ພ້ອມ​ກັບ​ບັນດາ​ຄຸນຄ່າມໍລະດົກວັດທະນະທຳ​ທີ່​ມີ​ຮູບ​ຮ່າງ ​ແລະ​ ບໍ່​ມີ​ຮູບ​ຮ່າງທີ່​ເປັນ​ເອກະ​ລັກສະ​ເພາະ​ຢູ່ເຂດທົ່ງພຽງແມ່ນ້ຳແດງຊຶ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO . ຈາກ​ນັ້ນ ສ້າງ​ການ​ຮ່ວມ​ສຳພັນ, ສ້າງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ​ສາກົນ, ພ້ອມ​ທັງ​ຊຸກຍູ້​ການທ່ອງທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ. ບັນດາ​ການ​ເຄື່ອນ​ໄຫ​ວຂອງວັນ​ມໍລະດົກ​ຍັງ​ຢືນຢັນ​ວ່າ :  ທ່າ​ແຮງ​ທາງ​ດ້ານມໍລະດົກ ວັດທະນະທຳ​ແມ່ນ​ຊັບພະຍາກອນ​ການທ່ອງທ່ຽວ​ທີ່​ມີ​ຄຸນຄ່າ​ເພື່ອ​ສ້າງ ​ແລະ ຂະຫຍາຍເປັນ​ບັນດາຜະລິດ​ຕະພັນທ່ອງ​ທ່ຽວ​ພິ​ເສດສະ​ເພາະ, ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ຈຳນວນ​ແຂກ​ທ່ອງ​ທ່ຽວ ​ແລະ ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລ​ະຊາວ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ