ສຳລັບຊົນເຜົ່າຕ່າງໆຄື ເກີຕູ, ແວ, ຕາຣ່ຽງ ທີ່ພວມດຳລົງຊີວິດຢູ່ບົນສາຍພູຫຼວງ, ເຂດໄຕງວຽນນັ້ນ, ຖ້າຫາກເພດຊາຍເຮັກວຽກງານທີ່ສຳຄັນຕ່າງໆຄືປຸກສ້າງເຮືອນພ້ອມດ້ວຍການປະກອບອາຊີບແກະຄວັດສະຫຼັກນັ້ນ,ເອື້ອຍນ້ອງແມ່ຍິງຢູ່ແຫ່ງນີ້ພັດມີສີມືອັນຄ່ອງແຄ້ວໃນການຕ່ຳຫູກທໍໄໝເພື່ອຜະລິດແຜ່ນແພພື້ນເມືອງທີ່ສວຍງາມ..
ການເຄື່ອນໄຫວຂອງຊາວເຜົ່າເກີຕູ ຢູ່ໝູ່ບ້ານຕ່ຳຫູກ ຊາຣາ ໄດ້ຮັບຖືເປັນແບບຢ່າງເພື່ອໃຫ້ບັນດາຕາແສງໃນເມືອງນາມຢາງຮຽນເຮັດຕາມ |
ເມື່ອໄດ້ເຫັນປະຈັກຕາແມ່ຍິງເຜົ່າເກີຕູ, ແວ, ຕາຣ່ຽງ 24 ຄົນຊຶ່ງໄດ້ຮັບເລືອກຈາກ 12 ຕາແສງ, ເທດສະບານເມືອງມາເຂົ້າຮ່ວມງານປະກວດຕ່ຳແຜ່ນແພພື້ນເມືອງຢູ່ເມືອງນາມຢາງ ແຂວງກວາງນາມນັ້ນ, ຜູ້ຄົນທັງຫຼາຍຕ່າງກໍມີຄວາມນິຍົມນັບຖືຕໍ່ສີມືອັນຄ່ອງແຄ້ວຂອງພວກແມ່ຍິງ. ນີ້ເປັນຄັ້ງທຳອິດ ທີ່ເມືອງພູສູງນີ້ຈັດງານປະກວດ ເພື່ອໃຫ້ເອື້ອຍນ້ອງແມ່ຍິງບັນດາເຜົ່າໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນໃນການຕ່ຳຫູກທໍໄໝ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ນາມຢາງອະນຸລັກຮັກສາພັດທະນາຮູບແບບສິລະປະຫັດຖະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງປະຊາຊົນບັນດາເຜົ່າຢູ່ບົນສາຍພູຫຼວງ. ນາງ Cor lon ຢູ່ເທດສະບານເມືອງ ແທ່ງມີ້, ເມືອງນາມຢາງ, ແຂວງກວາງນາມ ໃຫ້ຮູ້ວ່າ :
“ ໄດ້ຮັບເລືອກເຂົ້າຮ່ວມງານປະກວດນີ້, ນ້ອງຮູ້ສຶກດີໃຈຫຼາຍເພາະໄດ້ຖອດຖອນຫຼາຍບົດຮຽນທີ່ດີຈາກຕາແສງໃກ້ຄຽງ, ທັງນີ້ກໍຊ່ວຍນ້ອງສາມາດຕ່ຳແຜ່ນແພທີ່ສວຍງາມເພື່ອຕັດຫຍິບເຄື່ອງນຸ່ງ ”
ແມ່ຍິງຢູ່ນາງຢາງ ນັບແຕ່ຄາວຍັງນ້ອຍ ໄດ້ຮຽນຕ່ຳຫູກທໍໄໝຈາກແມ່. ນີ້ແມ່ນອາຊີບຂອງປູ່ຍ່າຕາຍາຍປະໄວ້ໃຫ້. ໃນທຸກວັນນີ້, ການຕ່ຳແຜ່ນແພພື້ນເມືອງເຖິງວ່າບໍ່ແຜ່ຫຼາຍຄືກ່ອນນີ້ກໍຕາມ, ແຕ່ຍັງຄົງແມ່ນວຽກງານທີ່ຂາດບໍ່ໄດ້ໃນຊີວິດຂອງເອື້ອຍນ້ອງແມ່ຍິງ. ບັນດາຜູ້ອາຍຸສູງ, ມີປະສົບການໃນອາຊີບຕ່ຳຫູກທໍໄໝຍາມໃດກໍມີຄວາມເປັນຫ່ວງຕໍ່ການຟື້ນຟູ, ອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງຂອງເຜົ່າຕົນ. ນາງ ເຢີເຢີມທິຍຸງ ປະທານສະຫະພັນແມ່ຍິງເມືອງນາມຢາງ, ແຂວງກວາງນາມໃຫ້ຮູ້ວ່າ :
“ອາຊີບຫັດຖະກຳຕ່ຳຫູກນີ້ ໄດ້ຮັບການຟື້ນຟູປຽບເໝືອນລົມຫາຍໃຈໃນຊີວິດຂອງແມ່ຍິງ, ປຽບເໝືອນການເຮັດໄຮ່ໄຖນາ, ພິເສດການຮັກສາອາຊີບຕ່ຳຫູກກໍແມ່ນເພື່ອຮັກສາສີສັນຂອງບັນດາເຜົ່າ”
ເມືອງນາມຢາງລວມມີ 12 ຕາແສງ, ເທດສະບານເມືອງ ແລະ ມີກີ່ຕ່ຳຫູກກວ່າ 6000 ກີ່ໂດຍເອື້ອຍນ້ອງແມ່ຍິງເຜົ່າເກີຕູ, ແວ, ຕາຣ່ຽງເປັນເຈົ້າຂອງ. ພິເສດ, ຢູ່ເມືອງພູສູງນີ້, ມີໝູ່ບ້ານ ກົງດົນ ຢູ່ຕາແສງຊວຍ ແລະ ໝູ່ບ້ານຫັດຖະກຳຕ່ຳຫູກ ຊາຣາ ຢູ່ຕາແສງ ຕາ-ບຮິງ ຊຶ່ງໃນປະຈຸບັນຍັງສາມາດຮັກສາອາຊີບຕ່ຳຫູກທີ່ມີມາແຕ່ດຶກດຳບັນ ແລະ ຍັງແມ່ນແຫ່ງເຕົ້າໂຮມຜູ້ປະກອບອາຊີບຫັດຖະກຳຕ່ຳຫູກຫຼາຍກ່ວາໝູ່. ຖ້າມີໂອກາດມາຢາມບ້ານ ຊາຣາ, ຜູ້ຄົນທັງຫຼາຍຈະໄດ້ຍິນສຽງຕ່ຳຫູກທໍໄໝດັ່ງຂືຶ້ນຈາກຫົວບ້ານ. ພວກເອື້ອຍນ້ອງແມ່ຍິງໄດ້ເຕົ້າໂຮມກັນຢູ່ເຮືອນຫຼັງໜຶ່ງ, ພ້ອມກັນຕ່ຳຫູກ. ເມື່ອແຜ່ນແພໄດ້ຕ່ຳແລ້ວ, ຈະຖືນຳເຂົ້າໂຮງຕັດຫຍິບເພື່ອຕັດສິ້ນ, ກະຕ່ຽວ, ແພພັນຄໍ, ຖົງພາຍ…
ເພື່ອສ້າງຊື່ສຽງໃຫ້ຜະລິດຕະພັນແຜ່ນແພພື້ນເມືອງນັ້ນ, ເຂົາເຈົ້າໄດ້ສ້າງຕັ້ງສະຫະກອນຊຶ່ງສະມາຊິກທຸກໆຄົນຕ່າງກໍເປັນແມ່ຍິງຢູ່ທ້ອງຖິ່ນ. ການເຄື່ອນໄຫວຕົ້ນຕໍຂອງສະຫະກອນແມ່ນຕ່ຳແຜ່ນແພພື້ນເມືອງ, ດຳເນີນທຸລະກິດຄ້າຂາຍຜະລິດຕະພັນແຜ່ນແພພື້ນເມືອງ ໂດຍສົມທົບກັບການເຮັດທ່ອງທ່ຽວ. ວິທີການເຄື່ອນໄຫວຂອງຊາວເຜົ່າເກີຕູ ຢູ່ໝູ່ບ້ານຕ່ຳຫູກ ຊາຣາ ໄດ້ຮັບຖືເປັນແບບຢ່າງເພື່ອໃຫ້ບັນດາຕາແສງໃນເມືອງນາມຢາງຮຽນເຮັດຕາມ. ຕາມນັ້ນແລ້ວ, ມີຫຼາຍຮູບແບບຕ່ຳແຜ່ນແພພື້ນເມືອງຕາມທິດຜະລິດເປັນສິນຄ້າຮັບໃຊ້ການທ່ອງທ່ຽວໄດ້ຮັບການສ້າງຕັ້ງ. ທ່ານ ດຣ ເຈີນເຕີ້ນວິ້ງ ນັກຄົ້ນຄ້ວາວັດທະນະທຳ ເກີຕູ ກວາງນາມ ໃຫ້ຮູ້ວ່າ :
“ ຈຸດທີ່ເປັນເອກະລັກສະເພາະຂອງອາຊີບຕ່ຳແຜ່ນແພພື້ນເມືອງຂອງເຜົ່າເກີຕູແມ່ນຢູ່ບ່ອນວ່າ ເຂົາເຈົ້າຍັງສາມາດຮັກສາອາຊີບຫັດຖະກຳຕ່ຳຫູກແບບບູຮານ, ຈາກການປູກຝ້າຍ, ເຂັນຝ້າຍ, ຍ້ອມສີຕະຫຼອດຮອດການຕ່ຳແຜ່ນແພເພື່ອຜະລິດບັນດາຊຸດອາພອນປະຈຳເຜົ່າທີ່ເປັນເອກະລັກ. ”
ສຳລັບເມືອງພູສູງນາມຢາງແລ້ວ, ເພື່ອອະນຸລັກຮັກສາ ແລະ ພັດທະນາອາຊີບຕ່ຳແຜ່ນແພນີ້, ໃນຫຼາຍປີທີ່ຜ່ານມາ ໄດ້ມີຫຼາຍວິທີປະຕິບັດທີ່ດີ, ໃນນັ້ນ ມີການ ຈັດຕັ້ງງານປະກວດສີມືການຕ່ຳຫູກ, ກໍຄືງານວາງສະແດງຜະລິດຕະພັນແຜ່ນແພພື້ນເມືອງຂອງເຜົ່າເກີຕູ, ແວ, ຕາຣ່ຽງ. ທັງນີ້ກໍເປັນການປະກອບສ່ວນຊ່ວຍເອື້ອຍນ້ອງແມ່ຍິງເຜົ່າເກີຕູ, ແວ, ຕາຣ່ຽງໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ, ຜະລິດອອກບັນດາຊຸດອາພອນປະຈຳເຜົ່າທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.