ສິລະປະຂັບແຈວເຕົາ-ເຕີນໂຮ້ຍ (ພາບ: nguoihanoi.com.vn)
|
vovworld-ໃນເຂດດິນຕົ້ງໂກ້ຍເມືອ່ກອ່ນ ( ປະຈຸບັນແມ່ນຕາແສງເຕີນໂຮ້ຍ-ເມືອງ ດານເຝື້ອງ-ຮ່າໂນ້ຍ), ປະຈຸບັນຍັງຄົງຮັກສາ ປະເພດການສະແດງສິລະປະພື້ນເມືອງທີ່ເປັນເອກະລັກສະເພາະທີ່ມີຊື່ວ່າ “ ເຕົາເຕື້ຶອງ” ຫຼືເອີ້ນວ່າຂັບແຈວເຕົາ ທີ່ເຄີຍມີມາກ່ອນນີ້ 600 ປີເອົາໄວ້. ຜ່ານບັນດາໄລຍະທາງແຫ່ງປະຫວັດສາດ, ຊາວເຕີນໂຮ້ຍຍັງຄົງສາມາດອະນຸລັກຮັກສາສິລະປະຂັບແຈວເຕົາຄືດັ່ງມໍລະດົກວັດທະນະທຳທີ່ປະເສີດເລີດລ້ຳຂອງປູຍ່າຕາຍາຍປະໄວ້ໃຫ້.
ຢູ່ປະເທດຫວຽດນາມ, ສິລະປະຂັບແຈວເຕົາແມ່ນພຽງແຕ່ມີຢູ່ຕາແສງເຕີນໂຮ້ຍເທົ່ານັ້ນ. ຕາມປະເພນີທີ່ມີມາແຕ່ດົນນານ, ເຂດດິນ ຕົ້ງໂກ້ຍ ປະກອບດ້ວຍ 4 ບ້ານຄື ເຖື້ອງໂຮ້ຍ, ຖີ້ໂຮ້ຍ, ວິ້ງກີ ແລະ ຟານລອງ. ປະຊາຊົນຢູ່ແຫ່ງນີ້ເຄີຍເລືອກເອົາປີທີ່ດິນຟ້າອາກາດເອື້ອອຳນວຍຄວາມສະດວກເພື່ອຈັດຕັ້ງງານບຸນຢູ່ສຸສານ ວັນເຊີນ. ນີ້ແມ່ນງານບຸນເພື່ອອາໄລຫາ ນາຍທະຫານ Van Di Thanh ຜູ້ທີ່ມີຄຸນຄວາມຄວາມດີໃນການຕີຂັບໄລພວກສັດຕູທາງທິດເໜືອໃນສະຕະວັດທີ່ 15. ມາຮອດປະຈຸບັນ, ຕົ້ນກຳເນີດຂອງງານບຸນ ແລະ ການກຳເນີດຂອງ ສິລະປະຂັບແຈວເຕົາຢູ່ ຕົ້ງໂກ້ຍຍັງຄົງແມ່ນຫົວເລື່ອງທີ່ດູດດື່ມເພື່ອໃຫ້ບັນດານັກຄົ້າຄ້ວາວັດທະນະທຳມາຊອກຮູ້. ທ່ານ Dao Ha ນັກຄົ້ນຄ້ວາທີ່ຂຶ້ນກັບສະມາຄົມວັດທະນະທຳພື້ນເມືອງຮ່າໂນ້ຍຖືວ່າ :
“ ກ່ຽວກັບຕົ້ນກຳເນີດຂອງສິລະປະຂັບແຈວເຕົາແມ່ນມີ 3 ກໍລະນີຊຶ່ງບໍ່ຮູ້ແຈ້ງວ່າມັນກຳເນີດຂຶ້ນຈາກກໍລະນີໃດ. ທີ່ 1 ແມ່ນໃນສະໄໝ 2 ພະນາງຈຶງ. ທີ່ 2 ແມ່ນມາຈາກການເຈລະຈາທາງທະຫານລະຫວ່າງ ຫຼີເຟີດຕື ແລະ ຈ້ຽວກວາງຟຸກ ແລະ ກໍລະນີທີ່ 3 ແມ່ນປະຊາຊົນຕົ້ງໂກ້ຍຍ້ອງຍໍສັນລະເສີນພະອໍລະຫັນ Van Di Thanh . ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນຕ້ອງກຳເນີດຂຶ້ນຈາກການເຄື່ອນໄຫວວັດທະ ນະທຳ ແລະ ການເຄື່ອນໄຫວວັດທະນະທຳນີ້ບໍ່ພຽງແຕ່ຖືກດຳເນີນໃນຮອບ 20-30 ປີເທົ່ານັ້ນ, ຫາກຕ້ອງຜ່ານ 200-300 ປີຈຶ່ງສາມາດໃຫ້ກຳເນີດປະເພດ ສິລະປະຂັບແຈວທີ່ເປັນເອກະລັກສະເພາະທີ່ສຸດນີ້ ”
ຕາມປະເພນີແລ້ວ, ງານບຸນຂັບແຈວເຕົາແມ່ນເລີ່ມຈັດຂຶ້ນນັບແຕ່ມື້ວັນເພງຫາວັນທີ 21 ເດືອນຈຽງໄລຕາມຈັນທະປະຕິທິນ. ໃນຕະຫຼອດ 7 ວັນ ແລະ ຄືນ, ປະຊາຊົນໃນໝູ່ບ້ານຕ່າງໆໄດ້ຜັດປ່ຽນກັນຂັບຮ້ອງແຕ່ເຊົ້າຮອດຄ່ຳ, ແລ້ວແຕ່ຄ່ຳຫາຂ້ອນແຈ້ງ. ງານບຸນນີ້ຖືກຈັດຂຶ້ນໃນບໍລິເວນທີ່ກ້ວາງໃຫຍ່. ວັນບຸນຖືກເລີ່ມດຳເນີນດ້ວຍການທຳພິທີບູຊາຢູ່ຫໍບູຊາ ວອຍຟຸກ ແລ້ວກໍທຳພິທີແຫ່ວໍໄປຍັງສາລາຂອງໝູ່ບ້ານ. ເພື່ອຮັບໃຊ້ການສະແດງສິລະປະໃນງານບຸນ, ຊາວບ້ານໄດ້ເຮັດຊ້າງຫຼາຍໂຕ ແລະ ຕໍ່ເຮືອໄມ້ໃຫຍ່ຊຶ່ງຢູ່ກ້ອງເຮືອມີລໍ້ເພື່ອຈະຍູ້ໄປຍູ້ມາ . ສິ່ງທີ່ພິເສດແມ່ນພາກສ່ວນເຂົ້າຮ່ວມງານບຸນຕົ້ນຕໍ່ແມ່ນບັນດານາງສາວທີ່ສວຍງາມ. ສຳລັບພວກແມ່ຍິງໄວກາງທີ່ສວຍງາມນັ້ນ ແມ່ນສວມບົດເຈົ້າຂອງເຮືອ, ກັບຕັນ. ສ່ວນລູກເຮືອແມ່ນພວກນາງສາວທີ່ສວຍງາມໃນເກັນອາຍຸ 13-16 ປີ ຈະຢືນເທິງເຮືອ, ບາງຄົນສວມບົດຕົງລະຄອນກ໋ວານຊ້າງ , ຢືນເທິງຫຼັງຊ້າງຂັບຮ້ອງປະກອບ. ເຕົາຕາມພາສາຫວຽດແມ່ນໝາຍຄວາມວ່າ ເຮຶອ. ດັ່ງນັ້ນຕາມປະເພນີຈຶ່ງເອີ້ນວ່າ ຂັບແຈວເຕົາ. ນອກຈາກການຂັບ, ການຟ້ອນແລ້ວ, ກໍຍັງຈັດໃຫ້ມີການແຂ່ງຂັນໝາກເສິກ, ຫຸ້ງເຂົ້າ, ຂີ່ຊິງຊາ ແລະ ອ່ືນໆ. ຕາມບັນດານັກຄົ້ນຄ້ວາແລ້ວ, ງານບຸນ ຂັບແຈວເຕົາ ຄັ້ງທຳອິດຖືກຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ໃນປີ 1683 . ເມື່ອກ່ອນນີ້, 25 ປີໃດກໍດຳເນີນງານບຸນ ຂັບແຈວເຕົາເທືອ່ໜຶ່ງ. ພາຍຫຼັງຖືກຕັດຕອນມາເປັນເວລາ 76 ປີ, ຮອດປີ 1998 ເມື່ອປູຊະນີຍະສະຖານ 2 ແຫ່ງ ຄື ຫໍບູຊາ ວອຍຟຸກ, ແລະ ສຸສານ ວັນເຊີນ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານປະຫວັດສາດນັ້ນ, ງານບຸນ ຂັບແຈວເຕົາ ຢູ່ຕາແສງເຕີນໂຮ້ຍໄດ້ຮັບການຟື້ນຟູໂດຍຖືກຈັດຂຶ້ນປີລະເທື່ອໜຶ່ງ, ແຕ່ມີຂອບຂະໜາດຈັດຕັ້ງນ້ອຍກ່ວາ . ສຳລັບການຟື້ນຟູງານບຸນ ແລະ ຟື້ນຟູບັນດາທຳນອງເພງພື້ນເມືອງທີ່ເກົ່າແກ່ນີ້ແມ່ນຕ້ອງເວົ້າເຖິງການ ປະກອບສ່ວນ ແລະ ຄວາມສຸມຈິດສຸມໃຈຂອງຊາວ ຕົ້ງໂກ້ຍຫຼາຍຄົນ, ໂດຍສະເພາະແມ່ນບັນດາສະມາຊິກໃນ ສະໂມສອນ ຂັບແຈວເຕົາ ຕາແສງເຕີນໂຮ້ຍ. ນາງ Ngo Thi Thu ຫົວໜ້າສະໂມສອນ ຂັບແຈວເຕົາ ຕາແສງເຕີນໂຮ້ຍ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າພ້ອມກັບບັນດານັກວັດທະນະທຳໄດ້ນຳເອົາເຄື່ອງບັນທຶກສຽງລົງແຕ່ລະເຮືອນຂອງພວກ ພໍ່ຕູ້ແມ່ຕູ້ເພື່ອອັດສຽງຂັບຮ້ອງເພງພື້ນເມືອງເກົ່າ. ບັນດາບົດເພງທີ່ຂັບໃນພິທີບູຊາພະອໍລະຫັນ. ພວກຂ້າພະເຈົ້າຫາກໍຮຽນຂັບຮ້ອງເພງໄດ້ 2-3 ບົດເທົ່ານັ້ນ, ຍັງມີ ບົດເພງອີກຫຼາຍບົດແມ່ນຍັງບໍ່ທັນຮຽນໄດ້. ບັນຫານີ້ ແມ່ນຕ້ອງການມີການຊ່ວຍເຫຼືອຂອງບັນດານັກຄົ້ນຄ້ວາ ”
ສະໂມສອນຂັບແຈວເຕົາ ຕາແສງເຕີນໂຮ້ຍ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1998 ລວມມີສະມາຊິກ 50 ຄົນ, ສ່ວນຫຼາຍແມ່ນພວກນາງສາວໃນເກັ່ນອາຍຸ 18-20 ປີ . ໂດຍໄດ້ຮັບການຊ່ວຍໜູນຈາກທ້ອງຖິ່ນ, ຄວາມກະຕືລືລົ້ນຂອງບັນດາຜູ້ຈັດຕັ້ງ, ແຕ່ລະຄ່ຳຄືນ, ສະໂມສອນ ຂັບແຈວເຕົາ ຕາແສງເຕີນໂຮ້ຍ ໄດ້ດຶງດູດພວກນາງສາວນັບ 10 ຄົນເຂົ້າຮ່ວມການຂັບຮ້ອງ.
ໂດຍແມ່ນຜະລິດຕະພັນດ້ານວັດທະນະທຳຜ່ານຫຼາຍຮ້ອຍປີ, ບັນດາທຳນອງເພງແຈວທີ່ເກົ່າແກ່ຢູ່ເຕີນໂຮ້ຍໄດ້ເຂົ້າສູ່ແນວຄິດຈິດໃຈຂອງລຸ່ນຄົນຕ່າງໆປຽບເໝືອນເຍ່ືອງອາຫານທາງດ້ານຈິດໃຈເຮັດໃຫ້ຊາວທ້ອງຖິ່ນມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຂອງບ້ານເກີດເມືອງນອນ.