ການສະແດງສິລະປະຂັບແທນຢູ່ແຂວງ ຕວຽນກວາງ
(ພາບ: baomoi.com)
|
ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວຫວຽດນາມພວມດຳເນີນການສ້າງສຳເນົາເອກະສານແຜນຮ່າງຍື່ນສະເໜີຕໍ່ອົງການ UNESCO ຮັບຮອງສິລະປະຂັບແທນ ແມ່ນມໍລະດົກວັດທະນະທຳໂລກ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ ສິລະປະຂັບແທນຂອງຊາວເຜົ່າໄຕເວົ້າສະເພາະ ແລະ ຢູ່ແຂວງ ຕວຽນກວາງເວົ້າລວມມີ່ຊື່ສຽງດົງດັງໃນທົ່ວໂລກ ແລະ ນີ້ກໍແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ປະກອບສ່ວນພັດທະນາດ້ານ ການທ່ອງທ່ຽວ. ແຕ່ເຖິງຢ່າງໃດກໍຕາມ, ຍັງມີຫຼາຍບັນຫາໃນວຽກງານ ອະນຸລັກຮັກສາປະເພດສິລະປະນີ້ໃນໄລຍະທີ່ຈະມາເຖິງ.
ຖ້າຫາກວ່າ ສິລະປະຂັບກາຈູ, ຂັບກວານເຮາະ, ລະຄອນຕຸກກະຕານ້ຳ, ຂັບແຈວ ແມ່ນສິ່ງທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງແມ່ນ້ຳແດງ, ສິລະປະຂັບຫວີ, ຂັບຢ້ຳ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງປະຊາຊົນເຂດຕອນເໜືອຂອງພາກກາງນັ້ນ, ສິລະປະຂັບແທນກໍແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຕ, ເຜົ່ານຸ່ງ, ເຜົ່າໄທຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ. ຕອນກາງເວັນ, ເຂົາເຈົ້າໄປເຮັດໄຮ່, ເມື່ອຄ່ຳລົງມາ ເຂົາເຈົ້າພັດ ນັ່ງອ້ອມເຕົາໄຟ ແລະ ພ້ອມກັນຂັບຮ້ອງບັນດາບົດເພງແທນເກົ່າ. ຜ່ານການເວລາ, ສິລະປະຂັບແທນໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ ແລະ ທັງແມ່ນວິນຍານໃນຊີວິດວັດທະນະທຳຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້.
ສິລະປະຂັບແທນແມ່ນຕິດພັນກັບພິນຕິ້ງ ແມ່ນເຄື່ອງດົນຕີຊະນິດໜຶ່ງທີ່ມີປັດໃຈດ້ານຈິດວິນຍານ. “ ແທນ ” ໝາຍເຖິງສະຫວັນ, ເພາະສະນັ້ນໃນການສະແດງສິລະປະຂັບແທນຍາມບຸນເຕັດຫຼືບຸນປະເພນີຕ່າງໆນັ້ນ, ຜູ້ຂັບ, ຜູ້ຟ້ອນກໍແມ່ນບັນດາຕົວແທນໃຫ້ວົງຄະນະຍາດຊຸມຊົນສະແດງຄວາມມຸ່ງຫວັງກັບເທວະດາຟ້າແຖນ, ພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ. ຈຸດພິເສດຂອງສິລະປະຂັບແທນ ແມ່ນມີທຳນອງອ່ອນຊອນ, ສ້າງຄວາມອົບອຸ່ນ, ໃກ້ຊິດສະໜິດສະໜົມໃຫ້ແກ່ຜູ້ຊົມ. ນອກຈາກຄວາມໝາຍທາງດ້ານຈິດວິນຍານແລ້ວ, ສິລະປະຂັບແທນຍັງເປັນການຍ້ອງຍໍສັນລະເສີນບ້ານເກີດເມືອງນອນປະເທດຊາດ ແລະ ຊາວຫວຽດນາມອີກດ້ວຍ. ກ່ຽວກັບການເຄື່ອນໄຫວສິລະປະຂັບແທນໃນແຂວງຕວຽນກວາງ, ທ່ານ Nguyen Vu Phan ຫົວໜ້າພະແນກ ວັດທະນະທຳ-ກິລາ ແລະ ທ່ອງທ່ຽວແຂວງຕວຽນກວາງ ໃຫ້ຮູ້ວ່າ :
“ ຂັບແທນໃນປະຈຸບັນໄດ້ຖືກສູນຫາຍໄປຫຼາຍແລ້ວ. ຖັນແຖວນັກສິລະປີນໃນປະຈຸບັນແມ່ນຍັງເຫຼືອພຽງໜ້ອຍທີ່ສຸດຄືໃນແຕ່ລະແຂວງຍັງເຫຼືອພຽງ 2-3 ຄົນເທົ່ານັ້ນ. ຖ້າຫາກບໍ່ມີວິທີການອະນຸລັກຮັກສາ, ສິລະປະຂັບແທນອາດຈະຖືກສູນເສຍໄປ. ສິ່ງທີ່ສຳຄັນອີກອັນໜຶ່ງ ນັ້ນແມ່ນບັນດາທຳນອງຂັບແທນເກົ່າໂດຍບັນດານັກສິລະປິນພວມຮັກສາໄວ້ນັ້ນ ຈະຖືກ ຍື່ນສະເໜີຕໍ່ອົງການ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳໂລກ, ຍ້ອນເຫດນີ້ເອງ, ການອະນຸລັກຮັກສາພວມແມ່ນເລື່ອງຈຳເປັນທີ່ສຸດ”
ສ່ວນຢູ່ແຂວງ ລ້າງເຊີນ, ຕາມທ່ານ ຮ່ວາງແທ່ງເຂີຍ ຫົວໜ້າຂະແໜງ ວັດທະນະທຳ-ຖະແຫຼງຂ່າວເມືອງວັນກວານແລ້ວ, ການສ້າງແຜນຮ່າງ ອະນຸລັກຮັກສາ ສິລະປະຂັບແທນໄດ້ຮັບການປະຕິບັດ 2-3ເທື່ອແລ້ວ, ແຕ່ຕ້ອງປະລະຍ້ອນຂາດເງິນໃຊ້ຈ່າຍ, ແຕ່ຖ້າຫາກມີເງິນໃຊ້ຈ່າຍ ກໍບໍ່ມີຜູ້ຖ່າຍທອດ. ບໍ່ສະເພາະແຕ່ແຂວງລ້າງເຊີນ, ຕວຽນກວາງເທົ່ານັ້ນ, ຫາກຍັງມີແຂວງອື່ນໆຄື ກາວບັງ, ບັກກ້ານ, ບັກຢ່າງ, ກວາງນິງ, ດັກລັກ, ກໍລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກໃນການອະນຸລັກຮັກສາ ແລະ ພັດທະນາປະເພດສິລະປະນີ້. ທ່ານ Le Van Toan ຫົວໜ້າສະຖາບັນດົນຕີຫວຽດນາມໃຫ້ຮູ້ວ່າ ໃນສະເພາະໜ້າ, ທາງສະຖາບັນຈະພ້ອມກັບ 14 ແຂວງທີ່ມີສິລະປະຂັບແທນ ຈະຂຶ້ນແຜນການສຳຫຼວດກວດກາ, ຈາກນັ້ນຈຶ່ງດຳເນີນສ້າງ ສຳເນົາເອກະສານເພື່ອຍື່ນສະເໜີຕໍ່ອົງການ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳໂລກ. ທ່ານກ່າວວ່າ :
“ສິລະປະປະເພດນີ້ ແມ່ນເປັນເອກະລັກທີ່ສຸດ ແລະ ຍັງເຕັມໄປດ້ວຍ ພະລັງຊີວິດ. ພວກເຮົາຄວນດຳເນີນການສຳຫຼວດກວດກາ ເພາະວ່າກ່ອນນີ້ບັນດາຜູ້ອາຍຸສູງໄດ້ເຂົ້າຮ່ວມສະແດງຫຼາຍລາຍການເພື່ອໃຫ້ພວກເຮົາເຫັນໄດ້ເຖິງຄວາມສຳຄັນຂອງສິລະປະຂັບແທນ, ຊຶ່ງໄດ້ການເປັນມໍລະກົດວັດທະນະທຳຢ່າງແທ້ຈິງຄວນໄດ້ຮັບການເຊີດຊູ ແລະ ຍື່ນສະເໜີຕໍ່ ອົງການ UNESCO ຮັບຮອງ ແມ່ນມໍລະດົກວັດທະນະທຳໂລກ ”
ເສັ້ນທາງກາຍເປັນມໍລະດົກວັດທະນະທຳໂລກຂອງສິລະປະຂັບແທນແມ່ນຍັງຢູ່ທາງໜ້າ, ມັນຮຽກຮ້ອງໃຫ້ຕ້ອງມີການອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະຂັບແທນ ຊຶ່ງບໍ່ພຽງແຕ່ເອົາໃຈໃສ່ເຖິງຖັນແຖວນັກສິລະປິນຊຶ່ງແມ່ນແກ່ນສານທາງດ້ານວັດທະນະທຳເທົ່ານັ້ນ, ຫາກຍັງຕ້ອງນຳສິລະປະຂັບແທນເຂົ້າໃນໂຮງຮຽນເພື່ອສິດສອນໃຫ້ແກ່ລຸ່ນໜຸ່ມອີກດ້ວຍ.