ສິລະປະຟ້ອນຂອງຊົນເຜົ່າຂະມຸ

ສິ່ງທີ່​ພວກ​ຈ້າ​ພະ​ເຈົ້າ​ມີ​ຄວາມປະ​ທັບ​ໃຈທີ່​ສຸດ​, ເມື່ອຊອກຮູ້ກ່ຽວກັບວາດຟ້ອນ ຂອງຊົນເຜົ່າຂະມຸ, ນັ້ນ​ແມ່ນ ນອກຈາກ​ບັນດາ​ວາດຟ້ອນ​ ທີ່​ອຸດົມສົມ​ບູນນັ້ນ, ​ສຽງ​ຄ້ອງ​ທີ່​ດັງກອງກັງວານຂຶ້ນຢ່າງ​ຕໍ່ເນື່ອງ​ໄດ້​ເປັນ​ການ​​ເພີ່​ມຄວາມ​ ດູດ​ດືມ​ໃຫ້​ແກ່​ວາດ​ຟ້ອນ. ຂໍ​ເຊີນ​ພວກ​ເພື່ອນ​ມາ​ຢ້ຽມ​ຊົມ​ວາດ​ຟ້ອນ​ຂອງ​ຊົນ​ເຜົ່າ​ຂະມຸ ຢູ່​ທີ່​ບ້ານ ​ແຕນ ຕາ​ແສງ ​ເມືອງ​ຟັງ ​ເມືອງ ດຽນບຽນ ​ແຂວງ ດ້ຽນບຽນ.

ສິລະປະຟ້ອນຂອງຊົນເຜົ່າຂະມຸ - ảnh 1

​ຖ້າ​ມີ​ໂອກາດ​ໄດ້​ຮັບ​ຟັງສຽງ​ຄ້ອງ​ດັງ​ກ້ອງ​ກັງວານຂຶ້ນ ​ບາດ​ຕຳ່​ບາດ​ສູງ​ນັ້ນ, ​ແນ່ນອນ​ວ່າ ​ໃຜໆ​ກໍ່​ລ້ວນ​ແຕ່ຕື່ນ​ເຕັ້ນໃຈ, ຢາກ​ຂັບ​ຮ້ອງ ​ແລະ ຟ້ອນ​ຕາມ​ໃນ​ທັນ​ທີ່. ​ໃນ​ທ່າມກາງ​ພູຜາ​ປ່າ​ໄມ້​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ ​ທີ່​ຮົກ​ເຮື້ອ​​ເປົ່າ​ຫວ່າງ ​ແລະ ​ໃຫຍ່​ໂຕ​ມະ​ໂມ​ຖານ​ນັ້ນ, ສຽງ​ຄ້ອງ​ຂອງ​ຊາວເຜົ່າ​ຂະມຸ​ໄດ້​ດັງກອງກັງວານ​ຂຶ້ນ ປະສານ​ກັບ​ອາກາດທີ່​ປອດ​ໂປ່ງ, ​ເຢັນ​ສະບາຍ ອັນ​ໄດ້​ເຮັດ​ໃຫ້ບັນຍາ​ກາດ​ຂອງ​ໝູ່​ບ້ານ​​ໃນ​ໂອກາດ​ຈັດ​ງານ​ບຸນ​ຍິ່ງ​ຟົດ​ ຟື້ນ​ມ່ວນ​ຊື່ນ.  ​ເຄື່ອງ​ດົນຕີ​ທີ່ປະກອບ​ໃຫ້ແກ່ການ​ຟ້ອນ​​ມີ​​ພຽງ​ແຕ່ຄ້ອງ 2 ອັນ ​ແລະ ທໍ່​ໄມ້​ໄຜ່​ໃຫຍ່​ທໍ່ 1. ​ນຳສຽງ​ທີ່​ພວກ​ເພື່ອນ​ພວມ​ຮັບ​ຟັງ​ນັ້ນ, ​ເບິ່ງ​ຄື​ວ່າ​ມີ​ກຳລັງ​ໄຟ. ນາງ​ຟ້າ​ມມິ​ງ​ເຈົາ ຮອງ​ຫົວໜ້າ​ຂະ​ແໜງ​ວັດທະນະທຳ ​ເມ​ືອງ ດ້ຽນບຽນ ​ໃຫ້​ຮູ້​ວ່າ :    “ຈຸດ​ພິ​ເສດ​ໃນວາດ​ຟ້ອນຂອງ​ຊົນ​ເຜົ່າ​ຂະມຸ​ແມ່ນ​ : ຍ້ອນ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ດ້ວຍ​ການ​ອອກ​ແຮງ​ງານ, ທຳ​ການ​ຜະລິດ, ດັ່ງ​ນັ້ນ​ບັນດາ​ວາດ​ຟ້ອນ​ຂອງ ​ຊົນ​ເຜົ່າ​ຂະມຸມີ​ລັກສະນະ​ເຂັ້ມ​ແຂງ, ຟົດ​ຟື້ນ ​ແລະ​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຊົນ​ເຜົ່າ. ສຳລັບ​ຈັ່ງ​ຫວະ​ປິ່ນ​ໂຕ,​ ​ເຕັ້ນ ​ຫຼື​ນັ່ງ​ໃນ​ການ​ຟ້ອນ​ລຳ​ທຳ​ເພງ​ພື້ນ​ເມືອງ​ຂອງຊົນ​ເຜົ່າ​ຂະມຸ, ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ ສະ​ເພາະ​ ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ”.
  ສຳລັບ​ສິລະ​ປະການ​ຟ້ອນ, ​ຊາວ​ເຜົ່າ​ຂະມຸ ຢູ່​ເມືອງ​ຟັງ ຍັງ​ສາມາດ​ຮັກສາ​ບັນດາ​ວາດ​ຟ້ອນ​ອັນ​ເປັນ​ພື້ນຖານ​ຄື: ຟ້ອນ​ຈັບ​ມື​ຕໍ່​ກັນ​ເປັນ​ວົງມົນ, ຟ້ອນ​ຈັບ​ແຂນ....ພິ​ເສດ​​ເມື​່ອ​ເວົ້າ​ເຖິງສິລະ​ປະການ​ຟ້ອນຂອງ​ຊົນ​ເຜົ່າ​ ຂະມຸ, ຜູ້​ຄົນ​ທັງຫຼາຍ​ຕ້ອງ​ຮູ​້ຈັກ​ເຖິງ ວາດ​ຟ້ອນ ວຽງ​ເວີກ​ວງ. ​ຟ້ອນວຽງ​ເວີກ​ວງ ​ແມ່ນ​ວາດ​ຟ້ອນ​ທີ່​​ຍາກ, ຕ້ອງ​ປະສົມ​ປະສານ​ກັນ​ລະຫວ່າງ​ບັນດາ​ຈັ່ງ​ຫວະ​ທີ່​ຄ່ອງ​ແຄ້ວ, ອອນຊອນ ​ແລະ ລີລາ​ການ​ຟ້ອນ. ຕາມ​ການ​ອະທິບາຍ​ແລ້ວ, ຈັ່ງ​ຫວະຟ້ອນ​ເຫຼົ່າ​ນັ້ນ​ກໍ​ກຳ​ເນີ​ດມາ​ຈາກ​ຄວາມ​ຮັກ​ການ​ອອກ​ແຮງ​ ງານຂອງຊາວ​ເຜົ່າ​ຂະມຸ. ບັນດາ​ຈັ່ງ​ຫວະຟ້ອນຍັງວາດ​ພາບ​​ເຖິງການກ່ຽວ​ເຂົ້າ, ​ເສຍຫຍ້າ...​ເມື່ອ​ເວົ້າ​ເຖິງ​ວາດ​ຟ້ອນ ວຽງ​ເວີກ​ວງ. ນາງ ​ຟ້າມມິ​ງ​ເຈົາ​ໃຫ້​ຮູ້​ວ່າ :  “ວາດ​ຟ້ອນວຽງ​ເວີກ​ວງຢູ່​ ດ້ຽນບຽນ ມັກ​ເວົ້າວ່າ​ແມ່ນ​ຟ້ອນ​ມ່ວນ​ຊື່ນ​ໃນ​ວັນ​ບຸນ​ຫຼື ຟ້ອນຊົມ​ເຊີຍ​ລະດູ​ການ​ໄດ້​ຮັບ​ຜົນ​ດີ​ຂອງ​ປະຊາຊົນ ຊຶ່ງ​ຖືກ​ສະ​ແດງ​ອອກ​ຜ່ານ​ການ​ເຄື​ອ່ນ​ໄຫວ​ໃນ​ຊີວິດ​ປະຈຳ​ວັນ. ຈັ່ງ​ຫວະ​ຟ້ອນ​ກໍ່​ໄດ້ວາດ​ຟ້ອນ​ເຖິງຊາວບ້ານພວມ​ມຸ້ງ​ຫຼັງ​ຄາ​ເຮືອນ ຫຼື​ວ່າ​ພວມໄປສັບຊາວດິນ​ຢູ່​ທົງ​ນາ. ນີ້​ແມ່ນ​ຈຸດ​ເປັນ​ເອກະລັກ​ສະ​ເພາະ​ຂອງ ວາດ​ຟ້ອນ ວຽງ​ເວີກ​ວງ”
    ຊາວ​ເຜົ່າ​ຂະມຸຢູ່​ເມືອງ​ຟັງ​ມັກ​ຟ້ອນວຽງ​ເວີກ​ວງ​ໃນ​ໂອກາດ​ຈັດ​ງານ​ບຸນ, ພິທີ​ຮັບ​ຕ້ອນ​ເຂົ້າ​ໃໝ່​ຖືກ​ຈັດ​ຂຶ້ນ​ພາຍຫຼັງ​ຍາມ​ເກັບ​ກ່ຽວ. ​ເມື່ອ​ສຽງ​ກອງ​ສຽງ​ຄ້ອງ​ດັງກອງກັງວານ​ຂຶ້ນ​ໃນ​ແຕ່ລະ​ເທື່ອ​ນັ້ນ, ກໍ່​ແມ່ນ​ຈຸດ​ເວລາ​ທີ່ ວາດ​ຟ້ອນ ວຽງ​ເວີກ​ວງກໍ່​ໄດ້​ເລີ່​ມຂຶ້ນ. ກອງ​ນັກ​ຟ້ອນ​ຍິງ​ຊາຍພວມ​ຢືນ​​ໃນ​ກຸ່ມ​ຄົນ​ກໍ່ຍ່າງ​ອອກ. ນັກ​ຟ້ອນ​ຊາຍພ້ອມ​ດ້ວຍ​ຄ້ອງຖື​ຕາມ​ໂຕ ທັງ​ໃຊ້​ເປັນ​ເຄື່ອງ​ດົນຕີ, ທັງ​ໃຊ້​ເປັນ​ເຄື່ອງ​ຟ້ອນ. ບັນດາ​ຈັ່ງ​ຫວະ​ຟ້ອນ​ທີ່​ອ່ອນຊ້ອນ ​ແລະ ມີ​ສະ​ເໜ່​ໄດ້​ດຶງ​ດູດ​ສຽງ​ຕົບມື​ຈາກ​ຜູ້​ຊົມ​ຢ່າງ​ຟົດ​ຟື້ນ. ​ໃນ​ທ່າມກາງ​ສຽງ​ດົນຕີ, ພວກນັກ​ຟ້ອນ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ກຸ່ມຄົນ​ມາ​ຊົມ​ເບິ່ງ. ນີ້​ກໍ່​ເປັນ​ຈຸດ​ທີ່ເປັນເອກະລັກ​ສະ​​ເພາະ​ຂອງວາດ​ຟ້ອນ ວຽງ​ເວີກ​ວງ. ນາງ​ເລື່ອງ​ທິ​ເນັນ ​ໄດ້​ເວົ້າດ້ວຍ​ຄວາມ​ທະ​ນົງ​ໃຈ​ກ່ຽວ​ກັບ​ວາດ​ຟ້ອນ​ນີ້​ຂອງ​ເຜົ່າ​ຕົນ​ວ່າ : “ວາດ​ຟ້ອນວຽງ​ເວີກ​ວງ ຂອງຊົນ​ເຜົ່າ​ຂະມຸ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ​ຟ້ອນວຽງ​ເວີກ​ວງ ​ແມ່ນ​ປະ​ເພດ​ສີ​ລະ​ປະ​ສະ​ແດງ​ໃຫ້​ເຫັນຄວາມ​ຮັກ​ແພງ​ລະຫວ່າງ​ມະນຸດ​ກັບ​ທຳ​ ມະ​ຊາດ ​ແລະ ຄວາມ​ຮັກ​ແພງ​ລະຫວ່າງ​ມະນຸດດ້ວຍ​ກັນ. ບັນດາຈັ່ງ​ຫວະ​ຟ້ອນ ມີ​ຄວາມ​ກ່ຽວ​ພັນ​ຢ່າງ​ສະໜິດ​ແໜ້ນ​ ກັບ​ການ​ເຫຼື້ອມ​ໄສ​ພາວະນາ​ໃຫ້​ລະດູ​ການ​ໄດ້​ຮັບ​ຜົນ​ດີ ​ແລະ ຄວາມ​ຫວັງ​ແຫ່ງ​ຄວາມ​ຮັກ​ທີ່​ໂປ່​ງ​ໃສຂອງ​ຄູ່​ບາ​ວສາວ ”. ນາງ ​ຟ້າມມິ​ງ​ເຈົາ​ໃຫ້​ຮູ້​ວ່າ ສິລະ​ປະການ​ຟ້ອນ​ຂອງຊົນ​ເຜົ່າ​ຂະມຸຍາມ​ໃດ​ກໍ່​ສະ​ແດງ​ໃຫ້​ເຫັນພະລັງ​ແຮງ​​ ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງ​ຊີວິດ.  ນາງ​ເວົ້າວ່າ :      “​ເນື້ອ​ໃນ​ການ​ຟ້ອນ​ແມ່ນ​ເລີ່​ມມາ​ຈາກ​ການ​ດຳລົງ​ຊີວິດ, ຄວາມ​ມຸ້ງ​ຫວັງ​ຂອງ ຊາວ​ເຜົ່າ​ຂະມຸ​ແມ່ນ ຜ່ານ​ບັນດາ​ວາດ​ຟ້ອນ​ຂອງ​ຕົນ​, ກໍ່​ຫວັງ​ໃຫ້​ມະນຸດ​ມີ​ສຸຂະພາບ​ເຂັ້ມ​ແຂງ, ພ້ອມ​ທັງ​ພາວະນາ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ. ຜ່ານ​ວາດ​ຟ້ອນ​ເຫຼົ່າ​ນັ້ນ, ກໍ່​ລ້ວນ​ແຕ່​ພັນ​ລະນາ​ເຖິງຄວາມ​ມານະ​ພະຍາຍາມ​ຂອງ​ປະຊາຊົນ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ເພື່ອ​ພັດທະນາ​ພ້ອມ​ກັບ​ວົງ​ຄະນະ​ຍາດ ”
   ​ຍ້ອນຟ້ອນພື້ນ​ເມືອງ​ແມ່ນ​ຟ້ອນ​ຍາກ, ດັ່ງ​ນັ້ນ​ໃນ​ຕົວ​ຈິງ ສິລະ​ປະ​ຟ້ອນ​ພື້ນ​ເມືອງ​ຂອງ ຊົນ​ເຜົ່າ​ຂະມຸພວມ​ມີ​ໄພ​ຖືກ​ສູນຫາຍ​ໄປ. ພວກ​ນັກ​ຟ້ອນ​ເກັ່ງ ກໍ່​ນັບ​ມື້​ນັບ​ເຖົ້າ​ແກ່​ໄປ ​ແລະ ພວກ​ໄວ​ໜຸ່ມ​ຮຽນ​ຟ້ອນ​ພື້ນ​ເມືອງ​ແມ່ນ​ບໍ່​ມີ​ຫຼາຍ. ​ແຕ່​ກໍ່​ມີ​ສັນຍານ​ທີ່​ໜ້າ​ພູມ​ໃຈ​ນັ້ນແມ່ນ​ຢູ່​ເມືອງ ດ້ຽນບຽນ​ໃນ​ປະຈຸ​ບັນ ມີ 3 ບ້ານ​ຄື ບ້ານ​ແກ້ວ, ບ້ານ​ກົງ ​ແລ​ະ ບ້ານ​ແຕນ​ ຊຶ່ງ​ແມ່ນ​ແຫ່ງ​ທີ່​ມີ​ຊາວເຜົ່າ​ຂະມຸພວມ​ດຳລົງ​ຊີວິດ​ຢ່າງ​ຫຼວງ​ຫຼາຍ​ນັ້ນ ​ໄດ້​ສ້າງ​ຕັ້ງ​ກອງ​ສີ​ລະ​ປະກອນ ທຳ​ການສະ​ແດງ​ສະ​ເພາະ​ແຕ່​ຟ້ອນ​ພື້ນ​ເມືອງ. ກອງ​ສີ​ລະ​ປະກອນນີ້​ເຄີຍ​ຈັດການ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິລະ​ປະ​ກັບ​ຊົນ​ ເຜົ່າ​ອື່ນໆ ​ໃນ​ຕາ​ແສງ ອັນ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມ​ຢ່າງ​ຫຼວງ​ຫຼາຍ. ບັນດາ​ຜູ້​ຄົນ ​ຄື ນາງ​ຟ້າ​ມມິ​ງ​ເຈົາຫຼືນາງ ​ເລື່ອງ​ທິ​ເນັນລ້ວນ​ແຕ່​ມີ​ຄວາ​ມຫວັງ​ວ່າ ລຸ່ນ​ໄວ​ໜຸ່ມ​ຈະ​ເຂົ້າ​ໃຈ​ເຖິງ​ຄຸນ​ຄ່າ​ຂອງ​ວາດ​ຟ້ອນ​ພື້ນ​ເມືອງ​ ເພື່ອອະນຸລັກ​ຮັກສາ​ມັນໃຫ້​ຍືນ​ຍົງ​ຄົງ​ຕົວ​ກັບ​ການ​ເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ