(vovworld)- ທ່າມກາງການດຳລົງຊີວິດທີ່ອຶກກະທຶກຄຶກໂຄມນັ້ນ, ແຕ່ບັນດາສະມາຊິກຂອງສະໂມສອນ
ມໍລະດົກຫວຽດນາມ ຍາມໃດກໍຊອກໃຫ້ຕົນເອງບັນຍາກາດສະຫງົບງຽບເພື່ອຊົມ ແລະ ຮັກສາບັນດາຄຸນຄ່າມູນເຊື້ອດ້ວຍຫລາຍວິທີຄື: ແຕ້ມ, ບັນທຶກ, ຄົ້ນຄ້ວາ. ແຕ່ລະຄົນມີວິທີແຕກຕ່າງກັນ ດ້ວຍຈຸດປະສົງແມ່ນຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກອັນລ້ຳຄ່າຊື່ງຄົນລຸ້ນກ່ອນໄດ້ເພີ່ມພູນຄູນສ້າງ. ບົດຂຽນຂອງນັກຂ່າວ ລານແອງ
ບັນດາສະມາຊິກໃນສະໂມສອນມໍລະດົກໝູ່ບ້ານຫວຽດນາມ
ພາບ:kienviet.net
|
ພາຍຫລັງແຕ່ລະມື້ທີ່ໄປຢ້ຽມຢາມໝູ່ບ້ານບູຮານ, ສະໂມສອນໝູ່ບ້ານມໍລະດົກຫວຽດນາມ ໄດ້ຈັດການສະຫລຸບຜ່ານການເສັງແຕ້ມພາບ. ພາບແຕ້ມກ່ຽວກັບສາລາບ້ານ, ວັດ, ແມ່ນ້ຳ ຫລືເຮືອນຫລັງຕ່າງໆຢູ່ໝູ່ບ້ານ ບູຮານ ໂດຍບັນດາສະມາຊິກຂອງສະໂມສອນດັ່ງກ່າວສະແດງໃຫ້ເຫັນຜ່ານຄວາມເຂົ້າໃຈກ່ຽວກັບຄວາມຮູ້ມໍລະດົກ ແລະ ຄວາມຮັກຕໍ່ໝູ່ບ້ານຫວຽດນາມ. ພາບແຕ້ມແຕ່ລະແຜ່ນແມ່ນເລື່ອງລາວເລື່ອງຫນຶ່ງກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອ ຊື່ງບັນດາສະມາຊິກໃນສະໂມສອນຢາກສະແດງໃຫ້ເຫັນຜ່ານນ້ຳສີ, ລວດລາຍໃນພາບແຕ້ມ. ໂດຍແມ່ນຜູ້ໄດ້ຮັບລາງວັນທີ 1 ໃນລາຍການຢ້ຽມຢາມໝູ່ບ້ານບູຮານ ແຮ່ງທ້ຽນ ແຂວງ ນາມດີ້ງ ຫວ່າງແລ້ວນີ້, ເພື່ອນ ເລວັນຕຸງ, ນັກສຶກສາປີສຸດທ້າຍຂອງມະຫາວິທະຍາໄລກໍ່ສ້າງ ໄດ້ແບ່ງປັນວ່າ:
“ນ້ອງໄດ້ແຕ້ມຮູບກ່ຽວກັບວັດ ແຮ່ງທ້ຽນ. ກ່ອນນີ້ ນ້ອງກໍໄດ້ແຕ້ມວັດ, ກິດຈະກຳບູຮານຫລາຍແຫ່ງຢູ່ ຮ່າໂນ້ຍ. ວັດ ແຮ່ງທຽນ ມີຈຸດພິເສດ ນັ້ນແມ່ນ ປະຕູໂຂງຂອງວັດແຫ່ງນີ້ທັງມີຈຸດທີ່ເປັນມູນເຊື້ອແຕ່ຍັງມີຈຸດສະເພາະ. ສິ່ງທີສອງ ນັ້ນແມ່ນ ສ່ວນລວດລາຍໄດ້ຮັບການປະຕິບັດ ຕາມສະຖາປັດຕະຍະກຳຂອງ ອາຊີຕາເວັນອອກ, ມີຄວາມໃກ້ຊິດສະຫນິດສະຫນົມ ແລະ ຕາມຮູບແບບໝູ່ບ້ານຢູ່ເຂດຊົນນະບົດ.”
ບັນດາການສຳຫລວດຕົວຈິງບັນດາໝູ່ບ້ານ ບູຮານ ຢູ່ ຮ່າໂນ້ຍ ຫລື ເຂດທົ່ງພຽງພາກເຫນືອ, ໄດ້ຊ່ວຍໃຫ້ບັນດາສະມາຊິກໃນສະໂມສອນໝູ່ບ້ານມໍລະດົກຫວຽດນາມ ຍິ່ງມີຄວາມຮູ້ກ່ຽວກັບມໍລະດົກ, ການວາງແຜນຜັງ, ການອອກແບບໝູ່ບ້ານ, ການອອກແບບເຮືອນຢູ່.. ຮອງສາດສະດາຈານ, ປອ ຟ້າມຮຸ່ງເກືອງ, ຫົວຫນ້າສະໂມສອນດັ່ງກ່າວໃຫ້ຮູ້ວ່າ:
“ສຳລັບນັກສະຖາປານິກ ຖ້າໄດ້ແຕ້ມຮູບແມ່ນໂອກາດເພື່ອໃຫ້ຕົນເອງມີຄວາມຮູ້ ຄວາມສຳນຶກກ່ຽວກັບທັດສະນີຍະພາບທີ່ສວຍງາມຢ່າງເລິກເຊິ່ງກວ່າ. ຄວາມຈິງແລ້ວ ເມື່ອມີຄວາມຮັກຕໍ່ສາລາບ້ານ, ວັດວາອາຮາມ, ທັດສະນີຍະພາບ, ແມ່ນ້ຳລຳເຊ ແຕ້ມຮູບຈຶ່ງງາມກວ່າ. ບັນດາການເສັງຄືແນວນີ້ ແມ່ນສົ່ງຄວາມຮູ້ສຶກຕໍ່ເຂົາເຈົ້າ. ບັນດາເພື່ອນຫນຸ່ມມີໂອກາດໄດ້ຊົມບັນດາສະຖາປັດຕະຍະກຳບູຮານ ທີ່ເຂົາເຈົ້າມີຄວາມຮູ້ສຶກຢ່າງເລິກເຊິ່ງກວ່າ.”
ໝູ່ບ້ານບູຮານ ແຮ່ງທຽນ
ພາບ:disanlangviet
|
ສະໂມສອນມໍລະດົກຫວຽດນາມ ໄດ້ຮັບການສ້າງຕັ້ງເມື່ອປີ 2007, ເບື້ອງຕົ້ນພຽງແມ່ນກຸ່ມຄົ້ນຄ້ວາ ໂດຍຮອງສາດສະດາຈານ, ປອ ຟ້າມຮຸ່ງເກື່ອງ, ຫົວຫນ້າພະແນກສະຖາປັດຕະຍະກຳ ແລະແຜນຜັງ ມະຫາວິທະຍາໄລກໍ່ສ້າງແນະນຳ. ທ່ານໃຫ້ຮູ້ວ່າ: ເບື້ອງຕົ້ນ ສະໂມສອນດຶງດູດບັນດານັກສຶກສາຮຽນສະເພາະຂະແຫນງສະຖາປັດຕະຍະກຳຂອງມະຫາວິທະຍາໄລກໍ່ສ້າງ, ຫລັງຈາກນັ້ນ ບັນດາເພື່ອນຫນຸ່ມນອກຈາກຂະແຫນງກໍໄດ້ເຂົ້າຮ່ວມຫລາຍກວ່າ.
“ພວກຂ້າພະເຈົ້າແມ່ນສະໂມສອນເປີດ, ມີນັບທັງນັກສຶກສາ, ນັກສະຖາປານິກ ແລະ ຜູ້ຢູ່ນອກຂະແຫນງ ແຕ່ເຂົາເຈົ້າມີຄວາມຮັກຕໍ່ມໍລະດົກໝູ່ບ້ານບູຮານ ແລະ ຢາກໄປຢ້ຽມຢາມໝູ່ບ້ານບູຮານນັ້ນ. ພວກຂ້າພະເຈົ້າປາດຖະຫນາຢາກມີຫລາຍຄົນໄປຢ້ຽມຢາມບັນດາໝູ່ບ້ານ. ແລະ ຜ່ານບັນດາການເຄື່ອນໄຫວນີ້ ເຈົ້າຂອງບັນດາມໍລະດົກຈະເຫັນໄດ້ຄຸນຄ່າຂອງບັນດາໝູ່ບ້ານຊື່ງແມ່ນບ່ອນທີ່ຕົນເອງພວມດຳລົງຊີວິດ ແລະ ຍິ່ງມີຄວາມເອກອ້າງທະນົງໃຈ ແລະ ເຫັນໄດ້ຄວາມຮັບຜິດຊອບ, ວິທີການອະນຸລັກຮັກສາມໍລະດົກ.”
ໂດຍ ຮູ້ຈັກເຖິງສະໂມສອນຜ່ານໝູ່ເພື່ອນສະຫນິດສະຫນົມ, ດວານວັນເທື່ອງ ແລະ ຫງວຽນທິຢຽບ, ນັກສຶກສາປີທີ 2 ມະຫາວິທະຍາໄລກໍ່ສ້າງແບ່ງປັນວ່າ ແຕ່ຄາວຍັງນ້ອຍພວກນ້ອງມັກໄປຢ້ຽມຢາມບັນດາສາລາບ້ານ, ວັດວາອາຮາມແລ້ວ.
“ເມື່ອໄດ້ຊົມບັນດາກິດຈະກຳໂດຍຄົນລຸ້ນກອ່ນກໍ່ສ້າງ ແລະ ສົ່ງໃຫ້ຄົນລຸ້ນຫລັງຊື່ງປະຈຸບັນຍັງມີຄຸນຄ່າດັ້ງເດີມ. ນັ້ນແມ່ນສິ່ງພິເສດ. ນ້ອງຢາກເຂົ້າຮ່ວມ ແລະ ຊອກຮູ້ບັນດາກິດຈະກຳຂອງຄົນລຸ້ນກ່ອນ ເປັນຫຍັງຍັງຄົງຮັກສາຄຸນຄ່າດັ້ງເດີມ ແລະ ມີຄຸນຄ່າຄືແນວນັ້ນ.”
“ນ້ອງມີຄວາມເຂົ້າໃຈກ່ຽວກັບເຂດບ້ານນາຢູ່ ຫວຽດນາມ ກວ່າ ແລະ ຮູ້ຈັກເຖິງມໍລະດົກ, ສະຖາປັດຕະຍະກຳໝູ່ບ້ານບູຮານ, ຮີດຄອງປະເພນີ ກໍຄືການດຳເນີນຊີວິດຂອງປະຊາຊົນຢູ່ທີ່ນີ້ຫລາຍແຫ່ງກວ່າ. ຜ່ານນັ້ນຈະເກີດແນວຄວາມຄິດໃນການບູລະນະ ແລະ ອະນຸລັກຮັກສາໝູ່ບ້ານ.”
ດ້ວຍຄວາມປາດຖະຫນາຢາກສ້າງສຳເນົາເອກະສານກ່ຽວກັບຄຸນຄ່າມໍລະດົກໃຫ້ແກ່ໝູ່ບ້ານບູຮານ 50 ແຫ່ງຢູ່ເຂດທົ່ງພຽງແມ່ນ້ຳແດງ, ສະໂມສອນດັ່ງກ່າວເຄີຍຈັດຕັ້ງການໄປສຳຫລວດຫລາຍຄັ້ງຢູ່ບັນດາໝູ່ບ້ານບູຮານອ້ອມຂ້າງ ຮ່າໂນ້ຍ, ຈັດຕັ້ງກອງປະຊຸມສຳມະນາຫລາຍຄັ້ງ, ຂົນຂວາຍນັກສຶກສາຫລາຍຄົນເຂົ້າຮ່ວມການຂຽນ, ແຕ້ມກ່ຽວກັບໝູ່ບ້ານບູຮານ, ຈັດຕັ້ງການລາຍ “ໄປຢ້ຽມຢາມ ມໍລະດົກໝູ່ບ້ານຫວຽດນາມ”. ຮອງສາດສະດາຈານ, ປອ ຟ້າມຮຸ່ງເກືອງ ໃຫ້ຮູ້ວ່າ:
“ປະຈຸບັນ ພວກເຮົາມີພຽງແຕ່ໝູ່ບ້ານບູຮານ 2 ແຫ່ງໄດ້ຮັບການຮັບຮອງເປັນມໍລະດົກ ນັ້ນແມ່ນ ໝູ່ບ້ານບູຮານ ເດືອງເລີມຢູ່ ຮ່າໂນ້ຍ ແລະ ເຟືອກຕິກ ຢູ່ ເຫ້ວ ສະນັ້ນເພື່ອສ້າງລະບົບມໍລະດົກຕ້ອງມີໝູ່ບ້ານບູຮານຫລາຍແຫ່ງກວ່າ. ຂ້າພະເຈົ້າປາດຖະຫນາວ່າ ຜ່ານການເຄື່ອນໄຫວດັ່ງກ່າວຈະມີໝູ່ບ້ານບູຮານຫລາຍແຫ່ງໄດ້ຮັບຮອງເປັນໝູ່ບ້ານມໍລະດົກ. ພວກເຮົາກໍປາດຖະຫນາວ່າ ບັນດາເພື່ອນຫນຸ່ມສະຫນັບສະຫນູນວິທີນີ້. ເພາະວ່ານີ້ແມ່ນວິທີສຳຜັດ ຖືປະຊາຄົມເປັນຫລັກແຫລ່ງແກ່ນສານຈຶ່ງປະສົບຜົນສຳເລັດໄດ້.”
ບັນດາສະມາຊິກໃນສະໂມສອນດັ່ງກ່າວແມ່ນຢູ່ທຸກແຖບຖິ່ນທີ່ແຕກຕ່າງກັນ ແຕ່ມີຄວາມສະຫນິດຕິດພັນນຳກັນ ຍ້ອນມີຄວາມເມົາມົວ, ຄວາມຮັກຕໍ່ມໍລະດົກ, ໝູ່ບ້ານບູຮານຂອງ ຊາວຫວຽດນາມ. ບັນດາວຽກງານດັ່ງກ່າວເຖິງວ່າບໍ່ໃຫຍ່ກໍຕາມ ແຕ່ບັນດາສະມາຊິກໃນສະໂມສອນມີຄວາມປາດຖະຫນາວ່ານັບມື້ນັບມືຫລາຍຄົນເຫັນໄດ້ບົດບາດ, ຄວາມຮັບຜິດຊອບຂອງຕົນໃນການອະນຸລັກຮັກສາບັນດາຄຸນຄ່າມໍລະດົກວັດທະນະທຳຂອງໝູ່ບ້ານບູຮານ.