ສ້າງກອງທຶນວົງຄະນາຍາດ, ທິດໃຫມ່ເພື່ອໂຄສະນາວັດທະນະທຳ, ສິລະປະ ຫວຽດນາມ


(vovworld)-ບໍ່​ປະ​ຕິ​ບັດ​ຕາ​ມ​ຮູບ​ການ​​ພິມ​ຈຳ​ຫ​ນ່າຍເກົ່າ, ​ປະ​ຈຸ​ບັນມີ​ນັກ​ປະ​ພັນ​ຫ​ນຸ່ມ​ຫວຽດ​ນາມ​ຫລາຍ​ຄົນ​ໄດ້​ເລືອກ​ເຟັ້ນ​ໃຫ້​ຕົນ​​ທິດ​ກ້າວ​ເດີນ​ໃຫມ່​ເພື່ອ​ສຳ​ຜັດ​ໂດຍ​ກົງ​ກັບ​ຜູ້​ອ່ານ, ນັ້ນ​ແມ່ນ ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ(crowdfunding) ເພື່ອ​ພິມ​ຈຳ​ຫ​ນ່າຍ​ປື້ມ. ໂດຍ​ເລີ່ມ​ມາ​ຈາກ​ຄວາມ​ມຸ່ງ​ຫວັງ ແລະ ຄວາມ​ຮັກ​ຕໍ່​ວັດ​ທະ​ນະ​ທຳ​ຂອງ​ຊາດ, ບັນ​ດາ​ໂຄງ​ການ​ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດໄດ້​ຫັນ​ຄວາມ​ເມົາ​ມົວກັບ​ສິ​ລະ​ປະ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ໃນ​ເບື້ອງ​ຕົ້ນ ດ້ວຍ​ການ​ປະ​ກົດ​ອອກ​​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ. ​ນັບ​ມື້​ນັບ​​ມີ​ຫລາຍ​ໂຄງ​ການ​​ສິ​ລະ​ປະຖືກສ້າງ​ຂຶ້ນ​ ຕື່ມ​ອີກ ຈາກ​ຮູບ​ການ crowdfunding  ແລະ ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ນັກ​ປະ​ພັນ​ຊອກ​ທາງ​ອອກ​ໃຫ້​​ຜະ​ລິດ​ຕະ​ພັນ​ຂອງ​ຕົນ.

ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ ພວມ​ແມ່ນ​ຮູບ​ການ​ທີ່ໃຫມ່​ອ່ຽມ​ສົມ​ຄວນ​ຢູ່​ຫວຽດ​ນາມ. ໃນ​ຊຸມ​ປີມໍ່ໆ​ມານີ້ ການ ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດໄດ້​ປະ​ກົດ​ອອກ​ຢູ່​ຫລາຍ​ຂົງ​ເຂດ, ເຖິງ​ຢ່າງ​ໃດ​ກໍ​ຕາມ ໃນ​ຂົງ​ເຂດ​ພິມ​ຈຳ​ຫ​ນ່າຍ ຮອດ​ປີ 2014 ຮູບ​ການນີ້​ຈຶ່ງ​ໄດ້​ປະ​ຕິ​ບັດ ດ້ວຍ​ການ​ພິມ​ຈຳ​ຫ​ນ່າຍ​ຊຸດ​ປື້ມ​ພາບເລື່ອງ​ປະ​ຫວັດ​ສາດ​  “ລອງ​ເທີນ​ເຕືອງ”. ນີ້​ແມ່ນ​ຊຸດ​ປື້ມ​ພາບເລື່ອງ​​ປະ​ຫວັດ​ສາດຫວຽດ​ນາມລວມ​ມີ 5 ເຫລັ້ມ ຂອ​ງ​ບັນ​ດາ​ເພື່ອນ​ຫ​ນຸ່ມ​ ກຸ່ມ​ ຟອງ​ເຢືອງ comic ໄດ້​ພິມ​ຈຳ​ຫ​ນ່າຍ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ເດືອນ 11/2014. ດ້ວຍ​ການສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ, ກຸ່ມ​ ຟອງ​ເຢືອງ comic ໄດ້​ຮຽກ​ຮ້ອງ​ຜູ້​ອ່ານ​ສະ​ຫນັ​ບ​ສະ​ຫນູນລາຍ​ຈ່າຍ​ເພື່ອ​ພິມ​ຈຳ​ຫ​ນ່າຍ​ປື້​ມ​ພາບເລື່ອງ​ຂອງ​ຕົນ.ໃນ​ຄັ້ງ​ທຳ​ອິດ​​ທີ່ພິມ​ຈຳ​ຫ​ນ່າຍ​ປື້ມພາບ​ເລື່ອງ, ກຸ່ມ​ ຟອງ​ເຢືອງ comic ຂົ​ນ​ຂວາຍ​ຈຳ​ນວນ​ເງິນ​ຈາກ​ຜູ້​ອ່ານ ​ໄດ້​ກວ່າ 300 ລ້ານ​ດົງ. ເມື່ອ​ພິມ​ຈຳ​ຫ​ນ່າຍ​ເຫລັ້​ມ​ 2, ຈຳ​ນວນ​ເງິນ​ທີ່​ຂົນ​ຂວາຍ​ມາ​ໄດ້​ແມ່ນ 200  ລ້ານ​ດົງ. ກ​ອ່ນ​ທີ່​ເຫລັ້ມ 3 ໄດ້​ຮັບ​ການ​ພິມ​ຈຳ​ຫ​ນ່າຍ​ໃນ​ເດືອນ 4 ຈະ​ມາ​ເຖິງ, ກຸ່ມ​ ຟອງ​ເຢືອງ comic ໄດ້​ຮັບ​ຂ່າວ​ດີ​ວ່າ ຊຸດ​ປື້ມ​ພາບເລື່ອງ “ລອງ​ເທີນ​ເຕືອງ” ເຫລັ້ມ​ 1 ໄດ້​ຮັບ​ລາງ​ວັນ​ຫລຽນ ເງິນ​ໃນ​ການມອບ​ລາງວັນ​ໃຫ້​ປື້ມ​ພາບເລື່ອງ​ Manga ສາ​ກົນ​ຄັ້ງ​ທີ 9 (International Manga Award 9), ​ຊື່ງແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ລາຍ​ການມອບ​ລາ​ງວັນ​ໃຫ້​ພາບ​ເລື່ອງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ ຊື່ງ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ 3. ອ້າຍ ຫງວຽນ​ແທງ​ຟອງ, ​ຈິດ​ຕະ​ກອນ​ແຕ້ມ​ພາບ​ຂອງ​ຊຸດ​ປື້ມ​ພາບ​ເລື່ອງ “ລອງ​ເທີນ​ເຕືອງ” ແບ່ງ​ປັນ​ວ່າ: “ລອງ​ເທີ​ນ​ເຕືອງ” ແມ່ນ​ຮູບ​ການ​ໃຫມ່​ເມື່ອ​ ກຸ່ມ​ ​ຟອງ​ເຢືອງ comic ເລືອກ​ເຟັ້ນ​ເພື່ອ​ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ.

ສ້າງກອງທຶນວົງຄະນາຍາດ, ທິດໃຫມ່ເພື່ອໂຄສະນາວັດທະນະທຳ, ສິລະປະ ຫວຽດນາມ - ảnh 1
​ປື້ມ​ພາບເລື່ອງ​ປະ​ຫວັດ​ສາດ​  “ລອງ​ເທີນ​ເຕືອງ

“ພວກ​ຂ້າ​ພ​ະ​ເຈົ້າ​ເລືອກ​ເຟັ້ນ​ຮູບ​ການ​ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ​ເພື່ອ​ພິມ​ຈຳ​ຫ​ນ່າຍ​ປື້ມ​ພາບ​ເລື່ອງນີ້ ຍ້ອນ​ວ່າບໍ່​ຢາກ​ປະ​ຕິ​ບັດ​ຕາມ​ຮູບ​ການ​ພິມ​ຈຳ​ຫ​ນ່າຍເກົ່າ. ຮູບ​ການນີ້​ມີ​ຈຸດ​ພິ​ເສດ​ນັ້ນ​ແມ່ນ​ເຮັ​ດ​ໃຫ້​ຜູ້​ອ່ານ ແລະ ນັກ​ປະ​ພັນ​ໃກ້​ຊິດ​ຕິດ​ແທດກັນກວ່າ. ຜູ້​ອ່ານ​ອາດ​ຈະ​ສະ​ຫ​ນັບ​ສະ​ຫ​ນູນ​ນັກ​ປະ​ພັນ​ເພື່ອ​ສ້າງ​ບັນ​ດາ​ບົດ​ປະ​ພັນ​​​ທີ່ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫລື​ບົດ​ປະ​ພັນ​ທີ່​ຕົນ​ເອງ​ນິ​ຍົມ.”

        ຜົ​ນ​ສຳ​ເລັດ​ຂອງ​ປື້ມ​ພາບ​ເລື່ອງ“ລອງ​ເທີນ​ເຕືອງ ໄດ້​ຮັບ​ຖື​ວ່າ ແມ່ນ​ເຫດ​ການ​ຂອງ​ຂົງ​ເຂດ​ພິມ​ຈຳ​ຫ​ນ່າຍ​ຊື່ງ​ເຄີຍ​ປະ​ຕິ​ບັດ​ຕາມ​ຮູບ​ການ​ພິມ​ຈ​ຳ​ຫ​ນ່າຍ​ປື້ມ​ເພື່ອ​ຂາຍ ແລະ ເກັບ​ເງິນ. ຈາກ​ປະ​ສິດ​ທິ​ຜົນ​ຂອງ​ໂຄງ​ການ​ດັ່ງ​ກ່າວ, ນັບ​ມື້​ນັບ​ມີ​ປື້ມ​ຫລາຍ​ຫົວ​ໄດ້​ຮັບ​ການ​ພິມ​ຈຳ​ຫ​ນ່າຍ​ຕາມ​ຮູບ​ການ crowdfunding ຄື: ປື້ມ​ພາບ​ເລື່ອງ Humans of Hanoi ກ້າວ​ເຂົ້າ​ສູ່​ໂລກ​ຂອງ​ກັນ, ບົດ​ນະ​ວະ​ນິ​ຍາຍ ແທງ​ກີ​ອີ, ​ປື້ມຄູ່ມ​ື​​ການສຶກ​ສາ​​ອົບ​ຮົມໃນ​ຄອບ​ຄົວ…. ຄວາມ​ຈິງ​ໄດ້​ສະ​ແດງງໃຫ້​ເຫັນ​ວ່າ ຮູບ​ແບບ​ ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດເຮັດ​ໃຫ້​ຜູ້​ອ່ານ ແລະ ຜູ້​ປະ​ດິດ​ຄິ​ດ​ສ້າງ​ຫ​ຍັບ​ມໍ່​ໃກ້​ກັນ​ກວ່າ. ຜູ້​ອ່ານ​ສາ​ມາດ​ຮ່ວມ​ກັບ​ນັກ​ປ​ະ​ພັນ​ສ້າງ​ໂຄງ​ການ​ນັບ​ແຕ່​ຫົວ​ທີ່ ດ້ວຍ​ການ​ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ຕະ​ຫລອດ​ຮອດ​ຮູບ​ການ. ສະ​ນັ້ນ ປະ​ຈຸ​ບັນ ມີ​ນັກ​ປ​ະ​ພັນ​ຫລາຍ​ຄົນ​ໄດ້​ເລືອກ​ເຟັ້ນ​ຮູບ​ການ​ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດເພື່ອ​ຫັນ​ຄວາມ​ຫວັງ​ຂອງ​ຕົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ແລະ ແບ່ງ​ປັນ​ຄວາມ​ເມົາ​ມົວ​ຂອງ​ຕົນ​ກັບ​ວົງ​ຄະ​ນາ​ຍາດ, ສັງ​ຄົມ.

ສ້າງກອງທຶນວົງຄະນາຍາດ, ທິດໃຫມ່ເພື່ອໂຄສະນາວັດທະນະທຳ, ສິລະປະ ຫວຽດນາມ - ảnh 2
ຫນ້າ​ຫນຶ່ງ​ໃນ​ປື້ມ​ພາບ​ເລື່ອງ​ແມ່ນ​ເວົ້າ​ເຖິງ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ຊາວ
​ຫວຽດນາມ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ເຈີນ

ຫວ່າງ​ແລ້ວນີ້, ຕົ້ນ​ປີ 2016, ບັນ​ດາ​ເພື່ອນ​ຫ​ນຸ່ມ​ໃນ​​ກຸ່ມ ດ້າຍ​ຫວຽດ​ໂກ໋​ຟອງ ເລີ່ມ​ປະ​ຕິ​ບັດ​ໂຄງ​ການ “ວັນ​ຮ​ວາ​ດ້າຍຫວຽດ” ດ້ວຍ​ຮູບ​ການ ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ ດ້ວຍ​ຄວາມ​ປາດ​ຖະ​ຫ​ນາ​ຢາກ​ນຳ​ເອົາບັນ​ດາ​ລວດ​ລາຍ​​ບູ​ຮານຂອງ​ຫວຽດ​ນາມ​ເຂົ້າ​ໃນ​ລະ​ບົບ​ດີ​ຈີ​ຕອນ ເພື່ອ​ໝູນ​ໃຊ້​ໃນ​ບັນ​ດາ​ຂົງ​ເຂດ​ແຕ້ມ​ພາບ, ສະ​ຖາ​ປັດ​ຕະ​ຍະ​ກຳ, ອອກ​ແບບ​ເຄື່ອງ​ໃຊ້​ຕ່າງໆ. ​ດ້ວຍ​ຄວາມ​ເມົາ​ມົວ ແລະ ຄວາມສຸດ​ຈິດ​ສຸດ​ໃຈ​, ບໍ່​ລໍ​ຖ້າ​ເມື່ອ ສ້າງກອງ​ທຶນ​​ບັນ​ລຸ​ຄາດ​ໝາຍ​​ໄດ້ 100 ລ້ານ​ດົງ, ພາຍ​ຫລັງ​ບັນ​ລຸ​ລະ​ດັບ 3,5 ລ້ານ​ດົງ, ຫ​ນ່ວຍ ດ້າຍ​ຫວຽດ ໄດ້​ດຳ​ເນີນ​ການ​ສະ​ສົມ​ເທື່ອ​ລະ​ກ້າວ, ນຳ​ເອົາ​ບັນ​ດາ​ລວດ​ລາຍ ​​​ຈາກວັດ​ຖຸ​ພັນໃນສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ ເຂົ້າ​ລະ​ບົບ​ດີ​ຈີ​ຕອນ. ເມື່ອກອງ​ທຶນ​ບັນ​ລຸ​ໄດ້ 50 ລ້ານ​ດົງ, ຫ​ນ່ວຍ​ດັ່ງ​ກ່າວ​ສືບ​ຕໍ່​ປະ​ຕິ​ບັດ​ການ​ສະ​ສົມ, ນຳ​ເອົາ​ບັນ​ດາ​ລວດ​ລາຍ​ສະ​ຖາ​ປັດ​ຕະ​ຍະ​​ກຳ, ເຄື່ອງ​ໃຊ້​ສອຍ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ເລ​ເຂົ້າ​​ໃນ​ລະ​ບົບ​ດີ​ຈີ​ຕອນ. ອ້າຍ ກູ​ມີງ​ຄອຍ, ນັກ​ຈິດ​ຕະ​ກອນ​ໃຫ້​ຄຳ​ປືກ​ສາ, ປະ​ເມີນ​ຜົນ​ໂຄງ​ການ “ຮ​ວາ​ວັນ​ດ້າຍ​ຫວຽດ” (ລວດ​ລາຍ​ດ້າຍ​ຫວຽດ”ຖື​ວ່າ:

        “ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ໄດ້​ວ່າ ພວກ​ເຮົາ​ເຮັດ​ໄດ້​ສິ່ງ​ໃດ​ແດ່, ສະ​ຫນອງ​ໃຫ້​ຜູ້​ສະ​ຫ​ນັບ​ສະ​ຫ​ນູນ​ໄດ້​ຫ​ຍັງ​ແດ່​ເພື່ອ​ໃຫ້​ເຂົາ​ເຈົ້າ​ສະ​ຫ​ນັບ​ສະ​ຫ​ນູນ​ຕົນ. ເພາະ​ສະ​ນັ້ນ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ໂຄງ​ການ​ມີ​ປະ​ໂຫຍດ​ຕໍ່​ພາກ​ສ່ວນ​ໃດ​ຫ​ນຶ່ງ​ໃນ​ສັງ​ຄົມ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ. ທີ​ສອງ ພວກ​ເຮົາ​ປະ​ຕິ​ບັດ​ໂຄງ​ການ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ສຸດ​ຈິດ​ສຸດ​ໃຈ​ຕໍ່​ວຽກ​ງານ ເວ​ລານັ້ນ​​ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ການສະ​ຫ​ນັບ​ສະ​ຫ​ນູນ​.”

ສ້າງກອງທຶນວົງຄະນາຍາດ, ທິດໃຫມ່ເພື່ອໂຄສະນາວັດທະນະທຳ, ສິລະປະ ຫວຽດນາມ - ảnh 3
ກຸ່ມ​ ຟອງ​ເຢືອງ comic
ພາບ:thethaovanhoa

        ບັນ​ດາ​ໂຄງ​ການ​ຄື: “ລອງ​ເທີນ​ເຕືອງ” ແລະ “ຮ​ວາ​ວັນ​ດ້າຍ​ຫວຽດ” ໄດ້​ຮັບ​ຖື​ວ່າ​ແມ່ນ​ຜະ​ລິດ​ຕະ​ພັນ “made in Vietnam” ໄດ້​ຮັບ​ຜົນ​ສຳ​ເລັດ​ຈາກກອງ​ທຶນ​ວົງ​ຄະ​ນາ​ຍາດ​ຂອງ​ບັນ​ດາ​ເພື່ອນ​ຫ​ນຸ່ມ​ທີ່​ເມົາ​ມົວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ການ​ພິມ​ຈຳ​ຫ​ນ່າຍ​ປື້ມ​ຈາກກອງ​ທຶນ​ຂອງ​ບັນ​ດ​າ​ຜູ້​ອ່ານ ໄດ້​ຊ່ວຍ​ໃຫ້​ນັກ​ປະ​ພັນ​ຫ​ນຸ່ມ​ຖອດ​ຖອນ​ບົດ​ຮຽນ​ຕື່ມ​ອີກ​ກ່ຽວ​ກັບ​ການ​ຄຸ​້ມ​ຄອງວັນ​ເວ​ລາ, ແຜນ​ການ​ຜະ​ລິດ​ສິ່ງ​ພິມ,ຫລື​ຂອດ​ ດູ​ແລ​ລູກ​ຄ້າ ຊື່ງ​ແມ່ນ​ບັນ​ດາ​ຜູ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພິມ​ຈຳ​ຫ​ນ່າຍ​ປື້ມ. ກອງ​ທຶນ​ວົງ​ຄະ​ນາ​ຍາດ​ກໍ​ເຮັດ​ໃຫ້​ບັນ​ດາ​ໂຄງ​ການ​ປື້ມ​ເລື່ອງ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ລະ​ອຽດ​ລະ​ອໍ​ກວ່າ, ລອບ​ຄອບ​ຖິ່​ຖ້ວນກວ່າ, ເພາະ​ສະ​ນັ້ນ ບັນ​ດາ​ນັກ​ປະ​ພັນ​ຕ້ອງ​ເອົາ​ໃຈ​ໃສ່​ປື້ມ​ເລື່ອງ​ກວ່າ. ອ້າຍ ຫງວຽນ​ແຄງ​ເຢືອງ, ຜູ້​ຮ່ວມ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ພາ​ບ​ເລື່ອງ Comicola, ຊືງ​ແມ່ນ​ຫົວ​ຫ​ນ່ວຍ​ຈັດ​ຕັ້ງ​ການ​ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ​ໃຫ້​ແກ່​ສອງ​ໂຄງ​ການ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ ເມື່ອ​ໂຄງ​ການ​ໄດ້​ຮັບ​ຜົນ​ສຳ​ເລັດ ຈະ​ນຳ​ເອົາ​ຊຸດ​ສະ​ສົມ​ລວດ​ລາຍ​ບູ​ຮານ​ເຂົ້າ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ແລະ ໃຫ້​ທຸກ​ຄົນ​ໃຊ້​ໂດຍບໍ່​ເກັບ​ຄ່າ.

        “ທຸກ​ຄົນ​ຍາມ​ໃດ​ກໍ​ສະ​ຫ​ນັບ​ສະ​ຫ​ນູນ​ໂຄງ​ການ​ຂອງ​ຊາວ​ຫວຽດ​ນາມ. ກໍ​ເຊັ່ນ​ດຽວ​ກັບ​ກັບ “ລອງ​ເທີນ​ເຕືອງ”, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ​ຫລາ​ຍ​ຢ່າງ​ຈາກ​ຕ່າງ​ປະ​ເທດ. ເຂົາ​ເຈົ້າ​ສົ່ງ​ເງິນ​ໃຫ້​ພວກ​ຂ້າ​ພະ​ເຈົ້າ ແລະ ​ຈົດ​ໝາຍ​ທາງອີ​ແມວ​ອີກ​ ໃນ​ນັ້ນ​ໄດ້​ຂຽນ​ວ່າ: ບໍ່​ຕ້ອງ​ຝາກຫ​ຍັງ​ໃຫ້​ຂ້າ​ພະ​ເຈົ້າ, ພວກ​ເພື່ອນ​ພະ​ຍາ​ຍາມ​ເດີ. ນີ້​ແມ່ນ​ກຳ​ລັງ​ຫ​ນູນ​ອັນ​ໃຫ​ຍ່​ຫລວງ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ພັດ​ທະ​ນາ​ບັນ​ດ​າ​ໂຄງ​ການ​ຄື​ດັ່ງ​ກ່າວ.”

        ນອກ​ຈາກ ສອງ​ໂຄງ​ການ “ລອງ​ເທີນ​ເຕືອງ” ແລະ “ຮ​ວາ​ວັນ​ດ້າຍ​ຫວຽດ”, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ພາບ​ເລື່ອງ Comicola ຍັງ​ສ້າ​ງກອງ​ທຶນ ແລະ ຫ​ນູນ​ຊ່ວຍ​ການ​ພິມ​ຈຳ​ຫ​ນ່າຍ ປື້ມ​ພາບ​ເລື່ອງ 10 ຫົວ. ຄຽງ​ຄູ່​ກັນ​ນັ້ນ ບັນ​ດາ​ໂຄງ​ການ​ໄດ້​ອັດ​ແຜ່ນ​ເພງ CD, ໂຄ​ສະ​ນາ​ຄວາມ​ຮັບ​ຮູ້​ຂອງວົງ​ຄະ​ນາ​ຍາດກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ ກໍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ທຸກ​ຄົນ.

        ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ສ້າງກອງ​ທຶນ​ວົງ​ຄະ​ນາ​ຍາດ​ແມ່ນ​ການ​ສະ​ແດງ​ໃຫ​້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ​ຜ່ານ​ການ​ເລືອກ​ເຟັ້ນ ແລະ ຊຸກ​ຍູ້​ວິ​ວັດ​ການ​ພິມ​ຈຳ​ຫ​ນ່າຍ​ ​ປື້ມຕ່າງໆ​ເພື່ອ “ຜູ້​ອ່ານ​ຕ້ອງ​ການ​ປື້ມມ່ວນ, ປື້ມ​ດີ ແລະ ເຂົ​າ​ເຈົ້າ​ຍາມ​ໃດ​ກໍ​ພ້ອມ​ແລ້ວ​ລົງ​ທຶນ​ເພື່ອ​ຮັບ​ເອົາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື​ດັ່ງ​ຄວາມ​ມຸ້ງ​ຫວັງ. ເມື່ອກອງ​ທຶນ​ວົງ​ຄະ​ນາ​ຍາດ​ໄດ້​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ນັກ​ປະ​ພັນ, ຜູ້​ອ່ານ​ຈະ​ນັບ​ມື້​ນັບ​ມີ​ຫລາຍ​ສິ່ງ​ພິມ​ມ່ວນກວ່າ, ຄຸນ​ນະ​ພາບ​ສູງກວ່າ, ຈາກນັ້ນ ປະ​ກອບ​ສ່ວນ​ຍົກ​ສູງວັດ​ທະ​ນະ​ທຳ​ອ່ານ​ປື້ມ​ຂອງວົງ​ຄະ​ນາ​ຍາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ