(VOVWORLD) -ໃນຊຸມວັນແຕ່ວັນທີ 20 ຫາ ວັນທີ 25 ຕຸລາ ຢູ່ ຮ້າລອງ ແຂວງ ກວ໋າງນິງ ໄດ້ຈັດໃຫ້ມີງານສະແດງດົນຕີ ຂັບລຳທຳເພງພື້ນເມືອງສາມພາກເໜືອ ພາກກາງ ແລະ ພາກໃຕ້ຫວຽດນາມ ໂດຍກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະກຳມະການ ປະຊາຊົນແຂວງ ກວ໋າງນິງ ຈັດຕັ້ງຂຶ້ນ. ມີຫຼາຍທຳນອງເພງພຶື້ນເມືອງ, ບົດເພງເກົ່າຄິດວ່າໄດ້ຖືກສູນຫາຍໄປນັ້ນ ກໍ່ໄດ້ຖືກບັນດານັກສິລະປະການ, ນັກສິລະປິນຮັກສາ ແລະ ນຳມາສະແດງຢ່າງມີຊີວິດຊີວາ ອັນໄດ້ປະກອບສ່ວນທະວີຄູນຄວາມຮັກ ຕໍ່ກັບບັນດາທຳນອງເພງພື້ນເມືອງ ຫວຽດນາມ
ງານສະແດງດົນຕີ ຂັບລຳທຳເພງພື້ນເມືອງສາມພາກຫວຽດນາມ |
ບັນດາທຳນອງຂອງລາຍການຂັບເຈົາວັນ “ຂັບຮ້ອງກ່ຽວກັບປະເທດຊາດ”, ເຊິ່ງແມ່ນມໍລະດົກຂອງທຳນອງເພງເຫວ້ ໂດຍຄະນະສິລະປະກອນມະຫາຊົນແຂວງ ເທື່ອທຽນເຫວ້ ໄດ້ສ້າງຄວາມໃໝ່ອ່ຽມໃຫ້. ສຳລັບທຳນອງເພງເຫ້ວ ກໍ່ບໍ່ມີຫຼາຍຄົນຊົມຊອບຮັບຟັງ, ແຕ່ໃນເວທີສະແດງທີ່ກວ້າງໃຫ່ຍຂອງງານສະແດງດົນຕີ ແລະ ຂັບລຳທຳເພງພື້ນເມືອງສາມພາກນັ້ນ, ຄວາມເຂັ້ມຂົ້ນຂອງທຳນອງເພງເຫວ້ນີ້ ໄດ້ດຶງດູດຜູ້ຊົມເປັນຈຳນວນຫຼວງຫຼາຍ. ບັນດາປະໂຫຍກຂັບຮ້ອງ, ທຳນອງເພງກໍ່ໄດ້ເວົ້າເຖິງຄວາມຄິດຮອດຄິດເຖິງ ແລະ ຄວາມຊັກຈູງທ່ານ ຫງວຽນບັກຫວຽດ ຊາວນະຄອນຮ້າລອງ ໃຫ້ກັບຄືນສູ່ພູຫງື ແມ່ນ້ຳເຮືອງ ເຊິ່ງແມ່ນແຫ່ງທີ່ທ່ານໄດ້ມີໄລຍະເວລາ ເປັນຜູ້ລຳລຽງຂົນສົ່ງສູ່ແນວໜ້າໃນຊຸມປີແຫ່ງສົງຄາມ. ທ່ານ ຫງວຽນບັກຫວຽດ ເວົ້າວ່າ:
“ຂ້າພະເຈົ້າເຫັນວ່າມ່ວນຫຼາຍ ແລະ ມີຄວາມປະທັບໃຈທີ່ສຸດ, ເມື່ອຈັດງານສະແດງແຕ່ລະຄັ້ງເຊັ່ນນີ້, ຂ້າພະເຈົ້າກໍ່ລ້ວນແຕ່ມາຊົມເບິ່ງ, ເປັນຕົ້ນແມ່ນເມື່ອມີການສະແດງຂັບເຫ້ວ. ໃນຄັ້ງນີ້ເຖິງວ່າກໍ່ມີການຫັນປ່ຽນ ແຕ່ສຳຄັນທີ່ສຸດກໍ່ແມ່ນປະໂຫຍກຂັບຮ້ອງ ກໍ່ໄດ້ສະແດງໃຫ້ເຫັນຄວາມເພີດເພີນໃນຊີວິດທີ່ສັດຊື່. ທຳນອງເພງເຫວ້ແມ່ນໃກ້ຊິດຕິດແທດ, ມີຄວາມລຽບງ່າຍ ແຕ່ກໍ່ຍັງມີສິ່ງໃດສິ່ງໜຶ່ງທີ່ໂດດເດັ່ນ ແລະ ແຜ່ກະຈາຍ”.
ມີບົດເພງພື້ນເມືອງ, ຂັບຫວີຢ້ຳກວ່າ 100 ບົດທີ່ສະແດງໃນງານສະແດງດົນຕີ ຂັບລຳທຳເພງພື້ນເມືອງສາມພາກ, ໃນນັ້ນກໍ່ມີທຳນອງເພງເກົ່າຄື ຂັບແທນ, ຂັບສຳ, ຂັບສະລີ… ໂດຍບັນດານັກສິລະປະປິນ ນັກສະແດງມະຫາຊົນໄດ້ເກັບຮັກສາ ແລະ ສະແດງ, ອັນໄດ້ເພີ່ມພະລັງຊີວິດໃໝ່ ໃຫ້ແກ່ບັນດາຄວາມງາມທາງດ້ານວັດທະນະທຳ ທີ່ຄິດວ່າໄດ້ຖືກສູນຫາຍ ແລະ ຫຼົງລືມໃນສັງຄົມປັດຈຸບັນ. ທ່ານ ນາງ ຫງວຽນທິມາຍເຮືອງ ຜູ້ອຳນວຍການສູນວັດທະນະທຳແຂວງ ແທັງຫວາ ໄດ້ແບ່ງປັນວ່າ:
“ພ້ອມກັບບັນດາທຳນອງເພງເກົ່ານັ້ນ, ພວກຂ້າພະເຈົ້າ ກໍ່ໄດ້ໃຫ້ບຸລິມະສິດ, ສົ່ງເສີມບັນດາຫົວໜ່ວຍທີ່ພະຍາຍາມເຮັດໃຫ້ບັນດາທຳນອງເພງພື້ນເມືອງ ໃຫ້ ເພົ້ນເດັ່ນ ແລະ ແທດເໝາະກັບຍຸກສະໄໝປັດຈຸບັນ. ບໍ່ສະເພາະແຕ່ຂັບລຳທຳເພງພື້ນເມືອງນັ້ນ, ພວກຂ້າພະເຈົ້າຍັງອະນຸລັກສິລະປະນາດຕະກຳ ຫຼື ນຳບັນດາວາດຟ້ອນ, ສິລະປະນາດຕະກຳໃນຍຸກປັດຈຸບັນ ປະສານເຂົ້າກັບບົດເພງເກົ່າເພື່ອດຶງດູດໄວໜຸ່ມ”.
ໃນຄ່ຳຄືນສະແດງທຳອິດ, ງານສະແດງດົນຕີ ແລະ ຂັບລຳທຳເພງສາມພາກໄດ້ເຮັດໃຫ້ຜູ້ຊົມນັບພັນຄົນ ມີຄວາມຮູ້ສຶກທີ່ແຕກຕ່າງກັນເຊັ່ນ ຮູ້ສຶກມີຄວາມສະຫງ່າຜ່າເຜີຍ ຕໍ່ກັບບັນດາທຳນອງເພງພື້ນເມືອງ ຂອງປະຊາຊົນເຂດໄຕຫງວຽນ; ມີຄວາມຕື້ນຕັນໃຈຄິດຮອດຄິດເຖິງ ດ້ວຍສຽງຂັບຮ້ອງເຈົາວັນ, ຂັບສຳຂອງຊາວຮ່າໂນ້ຍ ຫຼື ຕາມທຳນອງເພງພື້ນເມືອງ ທີ່ເຮັດໃຫ້ພວກນາງສາວຊາວເຜົ່າ ຜູ້ໄທມີຄວາມຫຼົງໄຫຼ. ງານສະແດງກໍ່ເປັນພະຍານຫຼັກຖານທີ່ມີຊີວິດຊີວາ ໃຫ້ແກ່ການຄົງຕົວແບບຍືນຍົງ ຂອງບັນຄຸນຄ່າບັນດາວັດທະນະທຳ ທີ່ເປັນເອກະລັກ, ປະກອບສ່ວນເຮັດໃຫ້ອູ່ວັດທະນະທຳ ຫວຽດນາມເພີ່ມຄວາມອຸດົມຮັ່ງມີ. ນັກສິລະປິນດີເດັ່ນ ເລືອງຫງວຽນ ຫົວໜ້າຄະນະກຳມະການ ໃຫ້ຄະແນນງານປະກວດ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຄິດວ່າ ງານສະແດງໄດ້ສ່ອງແສງໃຫ້ເຫັນ ວິທີເຮັດທີ່ມີຄວາມແຕກຕ່າງ, ມີຈິນຕະນາການໃໝ່ກ່ຽວກັບເພງພື້ນເມືອງ. ຂັບລຳທຳເພງພື້ນເມືອງແມ່ນສິ່ງທີ່ ຍາມໃດກໍ່ປ່ຽນແປງຕາມການເວລາ ມັນຖືກເອີ້ນວ່າແມ່ນການ ແຊກຊຶມທາງດ້ານວັດທະນະທຳຈາກພາຍນອກ. ຜູ້ຂັບຮ້ອງເພງກວານເຫາະ ໃນຊຸມປີ 1940 ແມ່ນອາດຈະຂັບຮ້ອງແບບນີ້ແບບນັ້ນ ແຕ່ຮອດຊຸມປີ 1950 ອາດຈະແມ່ນຂັບຮ້ອງຕາມແບບວິທີແຕກຕ່າງກັນ. ເນື່ອງຈາກທາງດ້ານພາສາປ່ຽນແປງ ແລະ ວິທີປະຕິບັດໃນປັດຈຸບັນ ຂອງງານປະກວດ, ຂ້າພະເຈົ້າເຫັນວ່າມັນສາມາດແຊກຊຶມເຂົ້າກັບຊີວິດຕົວຈິງ ຢ່າງງ່າຍດາຍກວ່າ. ສິ່ງນີ້ກໍ່ເປັນໜ້າພາກພູມໃຈກວ່າ ເພາະວ່າປະຊາຊົນຍັງຄົງມີສະຕິ ໃນການອະນຸລັກຮັກສາເສີມຂະຫຍາຍ ເພງພື້ນເມືອງດັ້ງເດີມ ແລະ ເຮັດໃຫ້ມັນກາຍເປັນສິ່ງທີ່ໃກ້ຊິດຕິດແທດ ກັບຊີວິດປັດຈຸບັນຫຼາຍກວ່າເກົ່າ”
ໂດຍໄດ້ຮັກສາກັ່ນຕອງ ແລະ ສືບທອດບັນດາທຳນອງເພງພື້ນເມືອງ ໃຫ້ແກ່ຄົນລຸ້ນຫຼັງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ເພື່ອສິລະປະຂັບລຳທຳເພງພື້ນເມືອງ ເຊິ່ງແມ່ນຊັບສົມບັດອັນລ້ຳຄ່າຂອງຊາດຈະຍືນຍົງຄົງຕົວກັບການເວລາ. ງານສະແດງດົນຕີ ແລະ ຂັບລຳທຳເພງພື້ນເມືອງສາມພາກ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ ແລະ ນີ້ກໍ່ແມ່ນໂອກາດເພື່ອເຊີດຊູບັນດານັກສະແດງ ນັກສິລະປິນໃນຂົງເຂດວັດທະນະທຳພື້ນເມືອງ. ອ້າຍ ຖາວອາລິນ ຢູ່ເມືອງ ບັກຮ່າ ແຂວງ ລາວກາຍ ໃຫ້ຮູ້ວ່າ:
“ຕ້ອງມີນະໂຍບາຍບຸລິມະສິດ ຕໍ່ບັນດານັກສິລະປະການເຊິ່ງຜູ້ທີ່ມີຄວາມເຂົ້າໃຈ ກ່ຽວກັບວັດທະນະທຳພື້ນເມືອງ; ມີນະໂຍບາຍສົ່ງເສີມແກ່ການຝຶກແອບທີ່ດີ ເພື່ອໃຫ້ບັນດານັກສິລະປະຖ່າຍທອດໃຫ້ແກ່ໄວໜຸ່ມ ເພື່ອໃຫ້ເຂົາເຈົ້າເພີ່ມຄວາມຮັກ ແລະ ຮັກສາຊັບສົມບັດອັນລ້ຳຄ່າຂອງຊາດ ໃຫ້ດີກວ່າເກົ່າ”
ການປະພັນບົດເພງໃໝ່ ໂດຍອີງໃສ່ບັນດາທຳນອງເພງພື້ນເມືອງ, ການປະສານສຽງເຮັດໃຫ້ບັນດາບົດເພງພື້ນເມືອງເພີ່ມຄວາມໃໝ່ອ່ຽມ ກໍ່ແມ່ນວິທີນຳດົນຕີພຶື້ນເມືອງຍັບເຂົ້າໃກ້ກັບມວນຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ. ແລະ ຍິ່ງກວ່າເວລາໃດໝົດ, ນີ້ແມ່ນວິທີອັນແທດຈິງເພື່ອເກັບຮັກສາ ແລະ ອະນຸລັກວັດທະນະທຳພື້ນເມືອງ ໃນການດຳລົງຊີວິດຍຸກປັດຈຸບັນ.