ມີຮູບຖ່າຍປະມານ 100 ແຜ່ນກ່ຽວກັບສາລາຕ່າງໆໃນບັນດາໝູ່ບ້ານຢູ່ຫຼາຍທ້ອງຖິ່ນທົ່ວປະເທດຫວຽດນາມພວມນຳມາວາງສະແດງໃນງານວາງສະແດງ “ສາລາໝູ່ບ້ານຫວຽດນາມ : ສິ່ງທີ່ຍັງຮັກສາໄວ້ ແລະ ສິ່ງຖືກສູນເສຍ”. ບັນດາຮູບຖ່າຍທີ່ນຳມາວາງສະແດງຢູ່ທີ່ນີ້ ໄດ້ມຸ່ງໄປສູ່ການເຊີດຊູບັນດາຈຸດພິເສດສະເພາະດ້ານສະຖາປັດຕະຍະກຳ, ປະຕິມາກຳຂອງສາລາໝູ່ບ້ານຫວຽດນາມ ກໍຄືຄວາມງາມຂອງ ສາລາໝູ່ບ້ານຫຼາຍແຫ່ງທີ່ລືຊື່. ງານວາງສະແດງກໍປຽບເໝືອນຄຳຕັກເຕືອນກ່ຽວກັບໄພອັນຕະລາຍກ່ຽວກັບການປ່ຽນແປງ, ເສື່ອມຄຸນນະພາບຂອງບັນດາສາລາໝູ່ບ້ານທີ່ເກົ່າແກ່.
ສາລາໝູ່ບ້ານ - ສານວັດທະນະທຳຂອງລຸ່ນປູ່ລຸ່ນພໍ່ |
ຖ້າຫາກມີເວລາມາຊົມງານວາງສະແດງຄັ້ງນີ້, ຜູ້ມາທັດສະນະສຶກສາ ເຖິງວ່າມີການຄົ້ນຄ້ວາແບບລົງເລິກກ່ຽວກັບປູຊະນີຍະສະຖານຫວຽດນາມຫຼືຜູ້ມາຊົມເບິ່ງຊື່ໆກໍຕາມ, ກໍລ້ວນແຕ່ມີຄວາມປະຫຼາດໃຈຕໍ່ໜ້າຄວາມງາມ ດ້ານສະຖາປັດຕະຍະກຳ, ປະຕິມາກຳທີ່ຍອດຢ້ຽມ ແລະ ລະອຽດອ່ອນຂອງຄົນລຸ່ນກອ່ນຢູ່ບັນດາ ສາລາໝູ່ບ້ານທີ່ມີມາກ່ອນນີ້ 600 ປີ. ນັ້ນແມ່ນສິລະປະແກະຄວັດສະຫຼັກດ້ວຍຫຼາຍຫົວເລື່ອງ, ຈາກຮູບມັງກອນ, ເທວະດາຕະຫຼອດຮອດບັນດາຫົວເລື່ອງກ່ຽວກັບຊີວິດປະຈຳວັນທີ່ສະໜິດຕິດພັນຂອງຊາວກະສີກອນເມື່ອກ່ອນນີ້ຄື ການຕີມວຍປ້ຳ, ການເຄື່ອນໄຫວຊີວິດປະຈຳວັນ, ຊ້ຳບໍ່ໜຳແມ່ນຮູບພາບເວົ້າເຖິງຄວາມຮັກຂອງຄູ່ບາວສາວ. ອ້າຍ ຫງວຽນກີ, ຜູ້ໄດ້ສຸມຈິດສຸມໃຈຕໍ່ວຽກງານມໍລະດົກສະຖາປັດຕະຍະກຳທີ່ມາແຕ່ດົນນານ ຖືວ່າ ບັນພະບຸລຸດຂອງຊາວຫວຽດນາມໄດ້ຖ່າຍທອດໃຫ້ຄົນລຸ່ນຫຼັງກ່ຽວກັບສິ່ງທີ່ຍອດຍິ່ງທາງດ້ານສະຖາປັດຕະຍະກຳ, ການກໍ່ສ້າງຢູ່ສາລາ, ວັດວາອາຮາມ. ນັ້ນແມ່ນບັນດາມໍລະດົກມີຮູບຮ່າງທີ່ມີອາຍຸນັບຮ້ອຍປີ ແລະ ບໍ່ແມ່ນເລື່ອງງາຍສຳລັບການຟື້ນຟູ. ອ້າຍ ຫງວຽນກີ ເວົ້າວ່າ :
“ ຂ້າພະເຈົ້າຄິດວ່າ ບໍ່ສະເພາະແຕ່ສາລາໝູ່ບ້ານເທົ່ານັ້ນ, ສະຖາປັດຕະຍະກຳ, ປະຕິມາກຳໃນວັດວາອາຮາມ ກໍເຊັ່ນດຽວກັນ. ວັດກໍໄດ້ສ້າງຕັ້ງມາກ່ອນຫຼາຍສະຕະວັດເມື່ອທຽບໃສ່ ສາລາໝູ່ບ້ານ. ທາງດ້ານສະຖາປັດຕະຍະກຳຂອງວັດກໍມີຈຸດພິເສດສະເພາະ. ແຕ່ເຖິງວ່າໄດ້ມີມາແຕ່ສະຕະວັດທີ 15 ກໍຕາມ, ແຕ່ບັນດາສາລາໝູ່ບ້ານທີ່ຍັງເຫຼືອໄວ້ຮອດປະຈຸບັນ ໄດ້ສະແດງໃຫ້ເຫັນການມີຫົວຄິດປະດິດສ້າງ ແລະ ສີມືອັນຄ່ອງແຄ້ວຂອງບັນພະບຸລຸດ. ຮູບພາບການເຄື່ອນໄຫວໃນຊີວິດປະຈຳວັນຂອງຊາວກະສີກອນໄດ້ຖືກນຳມາແກະຄວັດສະຫຼັກຢູ່ບ່ອນຕ່າງໆໃນສາລາໝູ່ບ້ານແບບທຳມະຊາດ ແລະ ບໍ່ມີຄວາມເຫີນຫ່າງ ແລະ ບໍ່ມີປະກົດການແຫ່ງສິດອຳນາດຂອງທເລວະດາຟ້າແຖນ ໃນສາລາໝູ່ບ້ານຫວຽດນາມ ”
ເຖິງວ່າງານວາງສະແດງໄດ້ຈຳກັດການແນະນຳກ່ຽວກັບສິ່ງທີ່ຍອດຍິ່ງດ້ານສະຖາປັດຕະຍະກຳ, ປະຕິມາກຳຢູ່ ສາລາໝູ່ບ້ານບາງແຫ່ງທີ່ລືຊື່ເຊັ່ນ: ໄຕດັງ, ຈູກວຽນ,ເຮືອງແກງ, ດົງກິ…ແຕ່ກໍໄດ້ແນະນຳບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອໂດຍຄົນລຸ່ນກອ່ນໄດ້ປະໄວ້ໃຫ້ຢູ່ກິດຈະກຳເຫຼົ່ານີ້. ກໍຍ້ອນມີພາລະບົດບາດເປັນບ່ອນບູຊາຜູ້ກໍ່ຕັ້ງໝູ່ບ້ານ ແລະ ກໍເປັນສະຖານທີ່ສາທາລະນະຂອງໝູ່ບ້ານ, ຕາແສງ, ທັງແມ່ນບ່ອນດຳເນີນບັນດາການເຄື່ອນໄຫວເຫຼື້ອມໃສ, ງານບຸນ, ດັ່ງນັ້ນໃນສາຍຕາຂອງຊາວຫວຽດນາມເມື່ອກ່ອນນີ້, ສາລາທັງມີປັດໄຈທີ່ສັກສິດ ແຕ່ກໍຍັງມີຄວາມສະໜິດຕິດພັນ. ອາດເວົ້າໄດ້ວ່າ, ນີ້ກໍແມ່ນເຫດຜົນທີ່ ສາລາໝູ່ບ້້ານຫຼາຍແຫ່ງທີ່ໃຫຍ່ໂຕ ສາມາດຍືນຍົງຄົງຕົວພ້ອມກັບປະຫວັດສາດຂອງຊາດເປັນເວລາ 600 ປີມານີ້. ທ່ານຫງວຽນດຶກບີງ ຫົວໜ້າກຸ່ມ ສາລາໝູ່ບ້ານຫວຽດນາມໃຫ້ຮູ້ວ່າ :
“ສາລາໝູ່ບ້ານ ນັບແຕ່ກ່ອນມາຮອດປະຈຸບັນ ກໍແມ່ນສະຖາປັດຕະຍະກຳກໍ່ສ້າງໂດຍໝູ່ບ້ານ, ຕາແສງກໍ່ຕັ້ງຂຶ້ນ. ໃນງານວາງສະແດງຄັ້ງນີ້, ພວກຂ້າພະເຈົ້າຢາກສະແດງໃຫ້ເຫັນວ່າ ບໍ່ພຽງແຕ່ມໍລະດົກດ້ານວັດຖຸຂອງສາລາໝູ່ບ້ານຖືກຫຼົງລືມເທົ່ານັ້ນ ຫາກຍັງເຕື້ອງເຖິງການເຄື່ອນໄຫວດ້ານວັດທະນະທຳຂອງໝູ່ບ້ານ, ບັນດາຮີດຄອງປະເພນີທີ່ຕິດພັນກັບໝູ່ບ້ານຕາແສງ, ຢາກໃຫ້ສາລາໝູ່ບ້ານກັບຄືນສູ່ກັບສະພາບດັ້ງເດີມຂອງມັນ ຄືແມ່ນບ່ອນດຳເນີນຊີວິດຂອງວົງຄະນະຍາດ . ປະຊາຊົນຢູ່ນີ້ສາມາດເຕົ້າໂຮມກັນຢູ່ທີ່ນີ້ ພັກຜ່ອນ, ໂອ້ລົມກັນ…”
ໃນວັນນີ້, ໝູ່ບ້ານຕາແສງຖືກກໍ່ສ້າງແບບຄົບວົງຈອນຕາມຮູບແບບກະສີກຳທີ່ມີມາແຕ່ດົນນານຖືກທຳລາຍຍ້ອນຂະບວນວິວັດແຫ່ງການຫັນເປັນຕົວເມືອງ ແລະ ສ້າງເປັນທັນສະໄໝ ພວມດຳເນີນຢ່າງວ່ອງໄວ. ພາລະບົດບາດຂອງສາລາໝູ່ບ້ານກໍຖືກຫຼຸດໜ້ອຍຖອຍລົງ. ເຖິງຢ່າງໃດກໍຕາມ, ສາລາໝູ່ບ້ານຍັງຄົງຕົວຄືດັ່ງມໍລະດົກຂອງບັນພະບຸລຸດ ແລະ ກາຍເປັນສະຖານທີ່ຕ້ອນຮັບແຂກມາທັດສະນະສຶກສາ, ຄົ້ນຫາວັດທະນະທຳຂອງບັນດາເຜົ່າ. ຕາມອ້າຍ ຫງວຽນກີແລ້ວ, ສາລາໝູ່ບ້ານມີພະລັງຊີວິດແບບຍືນຍົງພ້ອມກັບວັດວາອາຮາມ, ຕົ້ນໄຮ, ທ່ານ້ຳຂອງໝູ່ບ້ານເຂດບ້ານນາ ເພາະວ່າ ນີ້ແມ່ນວິນຍານຂອງໝູ່ບ້ານຕາແສງ. ອ້າຍ ຫງວຽນກີ ໃຫ້ຮູ້ວ່າ :
“ ບັນດາຜູ້ເຖົ້າຜູ້ແກ່ໃນໝູ່ບ້ານບອກວ່າ ໝູ່ບ້ານຍັງຄົງຕົວ, ປະເທດຊາດກໍຍັງຄົງຕົວ. ໝູ່ບ້ານຖືກສູນເສຍ ກໍຈະເຮັດໃຫ້ປະເທດຊາດຖືກສູນເສຍ. ໃນນັ້ນ, ສາລາ ແລະ ວັດ ພັດແມ່ນວິນຍານຂອງໝູ່ບ້ານ. ດັ່ງນັ້ນ, ໝູ່ບ້ານຍັງຄົງຕົວ, ສາລາ ແລະ ວັດກໍຍັງຈະຄົງຕົວ. ດັ່ງນັ້ນ, ຢູ່ແຫ່ງໃດໜຶ່ງ, ວຽກງານອະນຸລັກຮັກສາ, ປະຕິສັງຂອນມໍລະດົກນີ້ ຖືກຕິດຂັດ ແລະ ບໍ່ຖືກຕ້ອງນັ້ນ, ແຕ່ຂ້າພະເຈົ້າຍັງມີຄວາມເຊື່ອໝັ້ນຕໍ່ພະລັງຊີວິດ, ຂອງສະຖາປັດຕະຍະກຳ, ປະຕິມາກຳຂອງສາລາໝູ່ບ້ານ ທີ່ມີລົມຫາຍໃຈ ແລະ ວິນຍານຂອງໝູ່ບ້ານ”
ຍ້ອນຖຶກຜົນສະທ້ອນຈາກສົງຄາມ ແລະ ການທຳລາຍຈາກໄພທຳມະຊາດ, ນັບຮ້ອຍປີມານີ້, ເຖິງວ່າສາລາໝູ່ບ້ານຖືກທຳລາຍ, ເສື່ອມຄຸນນະພາບກໍຕາມ, ແຕ່ກໍຍັງຄົງສະໜິດຕິດພັນກັບການດຳລົງຊີວິດຂອງປະຊາຊົນໃນໝູ່ບ້ານຕາແສງຫວຽດນາມ. ເມື່ອປະຊາຊົນຍັງມີສະຕິຄວາມຮັບຜິດຊອບກັບມໍລະດົກ, ເມື່ອສາລາໝູ່ບ້ານໄດ້ກາຍເປັນສານວັດທະນະທຳຂອງຄົນລຸ່ນກ່ອນນັ້ນ, ສາລາໝູ່ບ້ານເວົ້າສະເພາະ ແລະ ສີສັນຂອງຊາດເວົ້າລວມ, ແນ່ນອນວ່າ ຈະໄດ້ຮັບການອະນຸລັກ ແລະ ພັດທະນາ. ເລື່ອງລາວກ່ຽວກັບການຄົງຕົວ ແລະ ຖືກສູນເສຍຂອງ ສາລາໝູ່ບ້ານໃນວັນນີ້ ຈະຝັງເລິກໃນແນວຄິດຈິດໃຈຂອງຊາວຫວຽດນາມກ່ຽວກັບສິ່ງທີ່ໄດ້ຜ່ານພົ້ນໄປ ແລະ ຄວາມຮັບຜິດຊອບຕໍ່ມໍລະດົກຊຶ່ງບັນພະບຸລຸດປະໄວ້ໃຫ້.