ນັກດົນຕີ Xuan Oanh ຜູ້ໄດ້ປະພັນບົດເພງ “ ວັນທີ 19 ສິງຫາ ”
(ພາບ: vanhoadoisong .com)
|
ການປະຕິວັດເດືອນສິງຫາປີ 1945 ໄດ້ເປັນຂີດໝາຍບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດຫວຽດນາມ, ພ້ອມກັນນັ້ນກໍສ້າງບາດລ້ຽວທີ່ສຳຄັນທີ່ສຸດໃນປະຫວັດສາດດ້ານດົນຕີ. ບັນດາຜູ້ເຄືອ່ນໄຫວໃນຂົງເຂດດົນຕີກ່ອນເດືອນສິງຫາປີ 1945 ລ້ວນແຕ່ຫ້າວຫັນເຂົ້າຮ່ວມວຽກງານຮັບໃຊ້ການປະຕິວັດ.ມີເພງໃໝ່ຫຼາຍບົດໄດ້ຮັບການປະພັນ ເພື່ອຍ້ອງຍໍສັນລະເສີນລະບອບໃໝ່, ຊີວິດໃໝ່, ປະທານໂຮ່ຈິມິນທີ່ແສນເຄົາລົບຮັກ ແລະ ສະແດງຄວາມຮູ້ບູນຄຸນຕໍ່ການສ້າງ ຊີວິດໃໝ່ຂອງການປະຕິວັດ.
ກ່ອນນີ້ 67 ປີ, ເມື່ອມີຄຳສັ່ງລຸກຮື້ຂື້ນດ້ວຍຂອບຂະໜາດໃຫຍ່, ຮ່າໂນ້ຍແມ່ນແຫ່ງທີ່ໄດ້ປະຕິບັດໄວກ່ວາໝູ່. ໃນຕອນບ່າຍວັນທີ 17/8/1945, ຢູ່ສະໜາມຫຼວງໂຮງລະຄອນໃຫຍ່ຮ່າໂນ້ຍ, ທຸງແດງດາວຄຳຜືນໃຫຍ່ໄດ້ຖືກປ່ອຍຈາກຊັ້ນດາດຟ້າຂອງໂຮງລະຄອນໃນງານຊຸມນຸມມິດຕິງສະໜັບສະໜູນລັດຖະບານ ເຈີນຈ້ອງກິມ ຂອງສະມາຄົມໃຫຍ່ລັດຖະກອນ ອັນໄດ້ເປັນການລະດົມກຳລັງໃຈແກ່ມະຫາຊົນ. ບົດເພງ “ ຕ້ຽນກວນກາ ” ແປວ່າການເຄື່ອນທັບບຸກຕີ ຂອງນັກດົນຕີ Van Cao ໄດ້ຮັບການປະພັນໃນທ້າຍປີ 1944 ໄດ້ສົ່ງສຽງໂດ່ງດັງໄປເຖິງເຂດຖານທີໝັ້ນ ແລະ ເປັນການລະດົມກຳລັງໃຈພວກນັກຮົບພວມເຄື່ອນໄຫວຢ່າງປິດລັບຢູ່ຮ່າໂນ້ຍ.ໃນວັນທີ 19/8 ບົດເພງ “ ຕ້ຽນກວນກາ ” ໄດ້ດັງກ້ອງກັງວານຢູ່ຕາມຖະໜົນສາຍຕ່າງໆໃນນະຄອນຫຼວງຮ່າໂນ້ຍ. ຫຼືບົດເພງ “ ກຸ່ງເຍົາດີຮົງບິນ ” ແປວ່າພ້ອມກັນເຂົ້າຖັນແຖວກອງທັບຂອງນັກດົນຕີ Dinh Nhu .ບົດເພງນີ້ໄດ້ ລື້ມຄືນໄລຍະໜຶ່ງທີ່ສະຫງ່າອົງອາດຂອງຂະບວນການ ໂຊຫວຽດເງະຕິ້ງ ເມື່ອ ກ່ອນນີ້. ນັກດົນຕີ Thanh Tung ໃຫ້ຮູ້ວ່າ :
“ ຖັດຈາກບັນດາບົດເພງຂອງ ນັກດົນຕີ Dinh Nhu ນັ້ນ, ມີນັກດົນຕີຫຼາຍຄົນໄດ້ປະພັນຫຼາຍບົດເພງດ້ວຍແນວຄິດຂອງ ການປະຕິວັດ, ກ່ອນອື່ນໝົດແມ່ນເພື່ອຮັບໃຊ້ ການປະຕິວັດເດືອນສິງຫາ. ທຳອິດແມ່ນເພງ “ ຢູກິກກາ ” ແປວ່າເພງກອງຫຼອນຂອງ ນັກດົນຕີ Do Nhuan , ເພງ “ ກາເງີ້ຍແທງນຽນ ” ຂອງນັກດົນຕີ Luu Huu Phuoc ຫຼືເພງ “ ດວານເວະກ໋ວກກວນ ” ຂອງນັກດົນຕີ Phan Huynh Dieu . ແລະ ໃນປີ 1945 ໄດ້ມີບົດເພງ “ ເງື່ອຍຮ່າໂນ້ຍ ”ຂອງ ນັກດົນຕີ Nguyen Dinh Thi ແລະ ອື່ນ. ບົດເພງທັງໝົດເຫຼົ່ານັ້ນ, ລ້ວນແຕ່ມີລັກສະນະແນວຄິດຂອງການປະຕິວັດ, ນຳແສງສະຫວ່າງ, ແນວຄິດໃໝ່ເຂົ້າໃນບັນດາບົດເພງຊຶ່ງເປັນການກະຕຸກຊຸກຍູ້ມະນຸດມຸ່ງໄປສູ່ວຽກງານທີ່ຍິ່ງໃຫຍ່, ນັ້ນແມ່ນການຢຶດເອົາອຳນາດການປົກຄອງ, ປົດປ່ອຍເພື່ອຍາດເອົາເອກະລາດ ”
ການປະຕິວັດເດືອນສິງຫາໄດ້ເປັນສາຍລົມໃໝ່ພັດໃສ່ແປວໄຟແຫ່ງການສູ້ຮົບ. ບັນດາບົດເພງທີ່ໄດ້ຮັບການປະພັນໃນຈຸດເວລານີ້ ແມ່ນບໍ່ມີລັກສະນະເພິ່ນຈິດ, ອອ່ນໂຍນ, ຄວາມຮັກຂອງຄູ່ບ່າວສາວອີກແລ້ວ, ຫາກໄດ້ທົດແທນດ້ວຍບັນດາບົດເພງອະມະຕະ. ພ້ອມກັບບົດເພງ “ ຕ້ຽນກວນກາ ” ແລະ ເພງ “ ຈຽນຊີ້ຫວຽດນາມ” ແປວ່ານັກຮົບຫວຽດນາມຂອງ ນັກດົນຕີ Van Cao ນັ້ນ, ແມ່ນບົດເພງ “ ຢຽດຟາດຊິດ ” ແປວ່າດັບສູນຟາດຊິດຂອງ ນັກດົນຕີ Nguyen Dinh Thi . ບັດເພງນີ້ໄດ້ເຈືອຈານເຂົ້າກັບບັນດາບົດເພງຕ້ານຟາດຊິດຂອງທົ່ວໂລກ. ບົດເພງ “ ຢຽດຟາດຊິດ ” ໄດ້ດັງກ້ອງກັງວານຂຶ້ນໃນມື້ ຮ່າໂນ້ຍລຸກຮື້ຂຶ້ນ. ແຕ່ພິເສດ ກ່ວາໝູ່ແມ່ນບົດເພງທີ່ໄດ້ຮັບການປະພັນໃນວັນທີ 19/8/1945, ນັ້ນແມ່ນບົດເພງ “ ວັນທີ 19 ສິງຫາ ” ຂອງນັກດົນຕີ Xuan Oanh . ໃນມື້ນັ້ນ, ໃນຂະບວນຄົນ ລຸກຮື້ຂຶ້ນຈາກ ວັນດຽນມຸ່ງໜ້າສູ່ຮ່າໂນ້ຍ, ບັນຍາກາດໃນມື້ປະຫວັດສາດນີ້ໄດ້ກາຍເປັນແຫຼ່ງອາລົມກະຕຸກຊຸກຍູ້ໃຫ້ນັກດົນຕີ Xuan Oanh ທັງຍ່າງທັງຄິດແຕ່ງທຳນອງຂອງບົດເພງນີ້. ເມື່ອຂະບວນຄົນມາຮອດໂຮງລະຄອນໃຫຍ່ຮ່າໂນ້ຍ ກໍແມ່ນຈຸດເວລາທີ່ທ່ານໄດ້ແຕ່ງບົດເພງດັ່ງກ່າວສຳເລັດ. ນັກດົນຕີ Thanh Tung ໃຫ້ຮູ້ວ່າ :
“ ໃນໄລຍະການປະຕິວັດເດືອນສິງຫາ, ຈຳນວນບົດເພງທີ່ໄດ້ຮັບການປະພັນແມ່ນບໍ່ຫຼາຍ. ພິເສດແມ່ນບົດເພງຂອງນັກດົນຕີ Xuan Oanh ໄດ້ເວົ້າແຈ້ງຈາກຫົວຂໍ້ “ວັນທີ 19ເດືອນສິງຫາ” . ລັກສະນະຂອງບົດເພງນີ້ແມ່ນມຸ່ງໄປສູ່ທຸກສິ່ງທີ່ດີງາມທີ່ສຸດ. ແນວຄິດເຫຼົ່ານັ້ນໄດ້ເຮັດໃຫ້ບັນດານັກປະພັນເພງລ້ວນແຕ່ເອົາໃຈໃສ່ຕໍ່ໝາກຜົນຂອງການປະຕິວັດ. ແນວຄິດ ການປະຕິວັດໄດ້ລົງເລິກເຂົ້າສູ່ດົນຕີ, ອັນໄດ້ເຮັດໃຫ້ລັກສະນະ, ວິນຍານຂອງດົນຕີແຂງແຮງຂຶ້ນ, ກະຕຸກຊຸກຍູ້ໃຫ້ມະນຸດ ບໍ່ພຽງແຕ່ຖະໜຸຖະໜອມຊີວິດເທົ່ານັ້ນ, ຫາກຍັງລຸກຂຶ້ນຍາດເອົາເອກະລາດມາໃຫ້ປະເທດຊາດ ”
ໃນຊຸມມື້ທຳອິດຂອງການປະຕິວັດ, ສຽງເພງທີ່ເຕັມໄປດ້ວຍບັນຍາກາດສະຫງ່າອົງອາດ ໄດ້ດັງກ້ອງວານຂຶ້ນຢູ່ທົ່ວທຸກແຫ່ງຫົນ. ນັ້ນແມ່ນໄລຍະໜຶ່ງທີ່ດີງາມຂອງຈິດວິນຍານນັກຮົບ ແລະ ສິລະປິນ. ນັກສິລະປິນປະຊາຊົນ Thanh Hoa ເວົ້າຄວາມໃນໃຈສູ່ຟັງວ່າ :
“ ເມືອ່ຂັບຮ້ອງໃນແຕ່ລະເທື່ອ, ກໍແມ່ນວ່າມີການເມົາມົວອີກຄັ້ງໜຶ່ງ. ເຖິງວ່າຂ້າພະເຈົ້າບໍ່ມີຊີວິດໃນໄລຍະເວລານັ້ນກໍຕາມ, ແຕ່ເມື່ອໄດ້ຂັບຮ້ອງ ກໍລ້ວນແຕ່ຮູ້ສຶກປະຫຼາດໃຈວ່າ ເປັນຫຍັງພັດຂັບຮ້ອງມ່ວນປານນັ້ນ. ບັນດາອະນຸສອນກ່ຽວກັບບົດເພງນັ້ນ ແມ່ນບໍ່ອາດຫຼົງລືມໄດ້. ເມື່ອໄດ້ຂັບຮ້ອງກ່ຽວກັບບັນດາບົດເພງໃນໄລຍະຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງນັ້ນ, ເຮົາສາມາດວາດພາບໄດ້ເຖິງຄວາມຮ້າຍກາດໃນສະໄໝຕໍ່ຕ້ານ, ຄວາມຮັກແພງລະຫວ່າງກອງທັບ ແລະ ປະຊາຊົນ, ຄວາມມຸ່ງຫວັງລະຫວ່າງບັນດາຜູ້ຢູ່ແນວໜ້າກັບແນວຫຼັງ ”
ມາຮອດປະຈຸບັນ, ບັນດາບົດເພງທີ່ອະມະຕະຄື : “ ຕ້ຽນກວນກາ ”, “ ຢຽດຟາດຊິດ ”, “ວັນທີ 19 ເດືອນສິງຫາ” ແລະ ອື່ນໆຍັງຄົງຝັງເລິກໃນດວງໃຈ ຂອງທຸກໆຄົນ, ເຮັດໃຫ້ຄົນເຮົາຫວນຄືນບັນດາຮູບພາບ, ອະນຸສອນທີ່ບໍ່ອາດລືມໄດ້ກ່ຽວກັບລະດູໃບໄມ້ຫຼົ່ນເດືອນສິງຫາປີ 1945 ແລະ ລຳບາກກາກກຳ, ການເສຍສະຫຼະໃນໄລຍະ 9 ປີທຳການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງເພື່ອຍາດເອົາເອກະລາດແຫ່ງຊາດ. ສຽງກັງວານຂອງການປະຕິວັດເດືອນສິງຫາໃນບົດເພງອະມະຕະເຫຼົ່ານັ້ນ ແມ່ນເຂັ້ມຂົ້ນໄປດ້ວຍຂີດໝາຍຍຸກສະໄໝໂຮ່ຈິມິນ ແລະ ຍືນຍົງຄົງຕົວກັບການເວລາຕະຫຼອດໄປ