(VOVWORLD) -ຟ້ອນແຊແມ່ນປະເພດສິລະປະເປັນເອກະລັກໃນຊີວິດວັດທະນະທຳແລະການເຫຼື້ອມໃສຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ບນດາເຂດເຕິຍບັກທາງທິດຕາເວັນຕົກພາກເໜືອຫວຽດນາມເຊິ່ງລວມມີເຊີນລາ, ດ້ຽວບຽນ, ອຽນບ໊າຍ, ລາຍເຈົາ... ເພື່ອຈັດງານບຸນຟ້ອນແຊທີ່ຟົດຟື້ນມ່ວນຊື່ນກໍ່ບໍ່ອາດຂາດເຄື່ອງດົນຕີປະເພດຕ່າງໆຄືແຄນ, ກອງ, ຄ້ອງ..
ລຸງເກິ່ມວັນຮວາ ພວມເຮັດແຄນຮັບໃຊ້ງານບຸນໃຫຍ່ຢູ່ ເຫງຍໂລະ |
ບໍ່ຮູ້ວ່າສິລະປະຟ້ອນແຊ ມີມາແຕ່ຍາມໃດພຽງແຕ່ຮູ້ວ່ານັບແຕ່ປາງກີ້ປາງກ່ອນ ເມື່ອມີວັນບຸນ ງານຊຸມນຸມມ່ວນຊື່ນຂອງຊາວເຜົ່າຜູ້ໄທ ກໍ່ລ້ວນແຕ່ມີສິລະປະຟ້ອມແຊ. ສິລະປະຟ້ອນແຊແມ່ນຕົວແທນໃຫ້ແກ່ຄວາມງາມ ຊ້ອນແຝງບັນດາຄຸນຄ່າທາງດ້ານສິລະປະການຟ້ອນ, ດົນຕີ, ຂັບລຳ, ຊຸດອາພອນ, ອາຫານການກິນ ແລະ ການປະພຶດຕໍ່ທາງດ້ານວັດທະນະທຳຂອງວົງຄະນາຍາດຊາວເຜົ່າຜູ້ໄທ. ຟ້ອນແຊຖືກສະແດງໃນບັນດາພິທີກຳ, ພິທີສູ່ຂໍງານດອງ, ງານບຸນ, ບັນດາເຫດການວັດທະນະທຳຂອງຊຸມຊົນ. ບັນດາຜູ້ສະແດງວາດ ຟ້ອນແຊແມ່ນສະມາຊິກຂອງວົງຄະນາຍາດຂອງຊາວເຜົ່າຜູ້ໄທ, ບໍ່ຈຳແນກລະຫວ່າງຊາຍ ແລະ ຍິງ, ເກນອາຍຸ,ອາຊີບແລະຖານະຕຳແໜ່ງທາງສັງຄົມ. ນັບທັງເພດຊາຍແລະເພດຍິງກໍ່ລ້ວນແຕ່ສາມາດເປັນຜູ້ເສບເຄື່ອງດົນຕີໃນການສະແດງວາດ ຟ້ອນແຊ
ແຄນແມ່ນປະເພດເຄື່ອງດົນຕີພື້ນເມືອງເປັນສິ່ງທີ່ລື້ງເຄີຍກັບຊາວເຜົ່າຜູ້ໄທຢູ່ ເຫງຍໂລະແຂວງອຽນບ໊າຍກໍ່ຄືບັນດາທ້ອງຖິ່ນໃນເຂດເຕິຍບັກ. ແຄນບໍ່ພຽງແຕ່ແມ່ນເຄື່ອງດົນຕີເຊື່ອມຕໍ່ຄວາມຮັກ,ວິນຍານໃນທຳນອງເພງພື້ນເມືອງເທົ່ານັ້ນ, ເຄື່ອງດົນຕີຍັງຂາດບໍ່ໄດ້ໃນບັນດາຄ່ຳຄືນຟ້ອນແຊ. ລຸງເກິ່ມວັນຮວາຢູ່ຕາແສງແຮັ້ງເຊີນເທດສະບານເຫງຍໂລະແມ່ນຜູ້ໜ່ຶງດຽວທີ່ສາມາດຜະລິດແຄນຮັບໃຊ້ງານບຸນໃຫຍ່ຢູ່ ເຫງຍໂລະແບ່ງປັນວ່າ:
“ການເຮັດແຄນກໍ່ຕ້ອງເສຍເວລານັບ 10 ວັນຈຶ່ງຈະສາມາດເຮັດໄດ້ແຄນທີ່ດີ”.
ພ້ອມກັບແຄນ, ກອງກໍ່ແມ່ນປະເພດເຄື່ອງດົນຕີທີ່ຂາດບໍ່ໄດ້ ໃນງານບຸນຟ້ອນແຊໃນທ່າມກາງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ສຽງກອງດັງກ້ອງກັງວານຂຶ້ນ ປຽບເໝືອນຄຳເຊື້ອເຊີນທຸກໆຄົນມາຮ່ວມງານບຸນເຂົາເຈົ້າຈັບມືກັນມ່ວນຊື່ນໃນວາດ ຟ້ອນແຊ. ອ້າຍເລແທັງຕຸ່ງຢູ່ບ້ານ ປູ໊ຈ້າງເທດສະບານ ເຫງຍໂລະ ແຂວງ ອຽນບ໊ານໃຫ້ຮູ້ວ່າ:
“ກອງແມ່ນປະເພດເຄື່ອງດົນຕີທີ່ສຳຄັນໃນງານບຸນຟ້ອນແຊເພາະວ່າກອງສາມາດຮັດສາຈັງຫວະຫຼັກຂອງຟ້ອມແຊ.ເມື່ອຮູ້ຈັກເຖິງບັນດາປະເພດເຄື່ອງດົນຕີນັ້ນ,ຂ້າພະເຈົ້າກໍ່ຢາກໃຫ້ນັກຮຽນຂອງຂ້າພະເຈົ້າຮູ້ຈັກເຖິງເຄື່ອງດົນຕີປະເພດຕ່າງໆ,ໄດ້ຮຽນ ແລະ ຖ່າຍທອດໃຫ້ຄົນລຸ້ນຫຼັງ”.
ມີເຄື່ອງດົນຕີອີກປະເພດໜຶ່ງກໍ່ໄດ້ປະກອບສ່ວນເຮັດໃຫ້ງານບຸນຟ້ອນແຊເພີ່ມຄວາມຟົດຟື້ນມ່ວນຊື່ນນັ້ນແມ່ນຄ້ອງ.ຄ້ອງເຄີຍເຮັດດດ້ວຍທອງມີຮູບວົງມົນມີເສັ້ນ ຜ່ານສູນກາງແຕ່ 20 ຫາ 60 ຊັງຕີແມັດຢູ່ໃຈກາງມີຂວັ້ນຫຼືບໍ່ມີຂວັ້ນ. ເຂົາເຈົ້າເຄີຍໃຊ້ໄມ້ ເພື່ອຕີຄ້ອງ.ນັກສິລະປິການລໍ່ວັນບ໊ຽນ ຢູ່ໜ່ວຍຊຸມຊົນກາງນ່າຕາແສງຈຸງເຕິມເທດສະບານເຫງຍໂລະໃຫ້ຮູ້ວ່າເມື່ອ ຟ້ອນແຊສຽງຄ້ອງກໍ່ປະສານກັບເຄຶ່ອງດົນຕີປະເພດອື່ນໆ ອັນໄດ້ນຳຄວາມກົມກຽວທາງດ້ານດົນຕີແລະວາດຟ້ອນມາສູ່ຜູ້ຊົມອັນໄດ້ສະແດງຄວາມຄາດວັງກ່ຽວກັບການພັດທະນາແລະຍືນຍົງຄົງຕົວຂອງຊາດທັງເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼ. ນັກສິລະປະການລໍ່ວັນບ໊ຽນໃຫ້ຮູ້ວ່າ:
“ແຕ່ລະຊົນເຜົ່າກໍ່ລ້ວນແຕ່ມີຈຸດວັດທທະນະທຳສະເພາະຂອງຕົນ. ຍົກຕົວຢ່າງຄືຟ້ອນແຊຖ້າຫາກບໍ່ຟ້ອນຖືກຕາມທຳນອງດົນຕີກໍ່ບໍ່ສາມາດເຮັດໃຫ້ວາດຟ້ອນແຊງາມໄດ້”.
ສຽງແຄນສຽງກອງສຽງຄ້ອງປະສານເຂົ້າກັນຢ່າງຟົດຟື້ນມ່ວນຊື່ນແລະຮອບ ຟ້ອນແຊກໍ່ເປີດກວ້າງໄປນຳ. ແຊກທ່ອງທ່ຽວເມື່ອມີໂອກາດມາຢາມແຂວງອຽນບ໊າຍໃນຊຸມມື້ນີ້ ກໍ່ຈະໄດ້ເຊື່ອມຕົວເຂົ້າກັບວາດຟ້ອນແຊເນື່ອງໃນໂອກາດປະຊາຊົນເຜົ່າຜູ້ໄທ 4 ແຂວງເຂດເຕິຍບັກໄດ້ຮັບໃບຢັ້ງຢືນຂອງອົງການUnescoທີ່ເຊີດຊູ “ສິລະປະຟ້ອນແຊເຜົ່າຜູ້ໄທ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ວາດຟ້ອນແຊເຜົ່າຜູ້ໄທໃນທ່າມກາງສຽງດົນຕີປະເພດຕ່າງໆ ຍິ່ງເຮັດໃຫ້ຄົນເຮົາຫຼົງໄຫຼ. ວາດຟ້ອນແຊໄດ້ກາຍເປັນສັນຍາລັກຂອງຈິດໃຈຮັກແພງແຂກແລະປຽບເໝືອນຂີດໝາຍວັດທະນະທຳທີ່ສຳຄັນຂອງຊາວຜົ່າ ຜູ້ໄທຢູ່ ເຕິຍບັກຫວຽດນາມ.