ສຽງແຄນທີ່ດັງກ້ອງກັນວານຢູ່ ອຽນເຈົາ

ເຂດ​ດິນ ອຽນ​ເຈົາ ໃນ​ແຂວງ ເຊ​ີນ​ລ​າ ໄດ້​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ແມ່ນ​ເຂດ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​ທີ່​ມີ​ຊື່​ສຽງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊື່​ສຽງ​ດ້ວຍ​ສຽງ​ແຄນ​ຂອງ​ຊາວ​ເຜົ່າ​ຜູ້​ໄທ​ທີ່​ຈັບ​ອົກ​ຈັບ​ໃຈ​ອີກ​ດ້ວຍ. ສຽງ​ແຄນ​ດ້ວຍ​ຈັ່ງ​ຫວະບາດ​ສູງ, ບາດ​ຕ່ຳທີ່​ດັງ​ກ້ອງ​ກັງ​ວານ​ຂຶ້ນນັ້ນ ຍາມ​ໃດ​ກໍ​ແມ່ນ​ຄຳ​ເຊື້ອ​ເຊີນ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ແລະ ໄກເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ເຂດ​ດິນນີ້.                                   

ສຽງແຄນທີ່ດັງກ້ອງກັນວານຢູ່ ອຽນເຈົາ  - ảnh 1
ນັກ​ສິ​ລະ​ປະ​ການ ລື່​ຮົ່ງ​ເຊືອ

    ບໍ່​ຮູ້​ຈັກ​ວ່າ ນັບ​ແຕ່​ເວ​ລາ​ໃດ ທີ່​ສຽງ​ແຄນ​ໄດ້​ຕ​ິດ​ພັນ ແລະ ຊຶມ​ເລິກ​ເຂົ້າ​ສູ່​ຊີ​ວິດ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​ພີນ​້ອງ​ເຜົ່າ​ຜູ້​ໄທ​ຢູ່​ ອຽນເຈົາ​ ແຂວງ​ເຊີນ​ລາ. ທ່ານ​ລື່​ຮົ່ງ​ເຊືອ, ຊຶ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນນັກ​ສິ​ລະ​ປະ​ການ​ສ່ວນ​ໜ້ອຍ ຮູ້​ຈັກ​ວິ​ທີ​ຜະ​ລິດ​ແຄນ ແລະ ເປົ່າ​ແຄນມ່ວນ​ຢູ່​ບ້ານ​ຕຸມ, ຕາ​ແສງ ຈຽງ​ຄອຍ, ເມືອງ​ອຽນ​ເຈົາ ໃຫ້​ຮູ້​ວ່າ : ເມື່ອ​ກ່ອນນີ້, ຢູ່​ໝູ່​ບ້ານ​ຕ່າງໆ​ຂອງ​ ຊາວ​ເຜົ່າ​ຜູ້​ໄທ ອຽນ​ເຈົາ, ບັນ​ດາ​ອ້າຍ​ບາວ ໄດ້​ໃຊ້​ສຽງ​ແຄນ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ພວກ​ນາງ​ສາວ. ຍ້ອນ​ມີ​ສຽງ​ແຄນນັ້ນ, ຈຶ່ງ​ຊ່ວຍ​ໃຫ້​ບາວ​ສາວຫຼາຍ​ຄູ່​ໄດ້​ຮັກ​ແພງ​ກັນ ແລະ ກາຍ​ເປັນ​ຄູ່​ຜົວເມຍ. ໃນ​ວັນ​ນີ້, ພ້ອມ​ກັບ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຊະ​ນິດ​ຕ່າງໆທີ່​ເປັນ​ເອ​ກະ​ລັກ​ຂອງບັນ​ດາ​ເຜົ່າ​ເຊັ່ນ: ຄ້ອງ, ຂຸ່ຍ, ປີ, ພິນ​ຕິ້ງ, ຊໍ…ແຄນ​ແມ່ນ​ເຄື່ອງ​ຕົນ​ຕີ​ພື້ນ​ເມືອງ​ເຄີຍ​ຖືກ​ນຳ​ໃຊ້​ໃນ​ຊີ​ວິດ​ວັດ​ທະ​ນະ​ທຳ, ສັງ​ຄົມ, ໃນ​ບັນ​ດາ​ວັນ​ບຸນ, ງານ​ສະ​ແດງ​ສິ​ລະ​ປະ​ມະ​ຫາ​ຊົນ​ຂອງ​ເມືອງ. ນັກ​ສິ​ລະ​ປະ​ການ ລື່​ຮົ່ງ​ເຊືອ ໃຫ້​ຮູ້​ວ່າ : 

    “ ສີ​ສັນ​ຂອງ​ຊາວ​ເຜົ່າ​ຜູ້​ໄທຢູ່​ອຽນ​ເຈົາ ແມ່ນ​ເປົ່າ​ແຄນ ຊຶ່ງ​ເຄີຍ​ສະ​ແດງ​ໃນ​ໂອ​ກາດ​ວັນ​ບຸນ, ພິ​ທີ​ເຂົ້າ​ເຮືອນ​ໃໝ່, ພິ​ທີ​ສູ່​ຂໍ, ງານດອງ, ລາຍການ​ສະ​ແດງ​ສິ​ລະ​ປະ….ໃນ​ຍາມ​ມີຫຼາຍ​ຄົນ​ມາເຕົ້າ​ໂຮມ​ກັນ, ເຂົາ​ເຈົ້າ​ມັກ​ເປົ່າ​ແຄນ, ຂັບ​ກ້ຽວ​ສະ​ແດງ​ຄວາມ​ຮັກ​ຢ່າງ​ມ່ວນ​ຊື່ນ, ດັ່ງ​ນັ້ນ, ສຳ​ລັບ​ຊາວ​ເຜົ່າ​ຜູ້​ໄທ ອຽນ​ເຈົາ​ແລ້ວ, ສຽງ​ແຄນ​ແມ່ນ​ສິ່ງ​ທີ່​ຂາດບໍ່​ໄດ້ໃນ​ການ​ຟ້ອນ​ລຳ​ທຳ​ເພງ ”                             

       ຜູ້​ເປົ່າ​ແຄນ ກໍ​ຕ້ອງ​ເຂົ້າ​ໃຈໄດ້​ເຖິງ​ຄຸນ​ປະ​ໂຫຍດ​ສະ​ເພາະ​ຂອງ​ແຄນ ແລະ​ຕ້ອງ​ຈື​ດີ​ກ່ຽວ​ກັບ​ບັນ​ດາ​ທຳ​ນອງ​ເພງ, ສຽງ​ຂັບ​ຮ້ອງ​ຂອງ​ນັກ​ສິ​ລະ​ປິນ​ແຕ່​ລະ​ຄົນ. ຈາກນັ້ນ​ຈຶ່ງ​ສາ​ມາດ​ລາກ​ສຽງ ແລະ ເປົ່າ​ແຄນ​ແນວ​ໃດ​ໃຫ້​ອ່ອນ​ຊ້ອຍໄປ​ຕາມ​ທຳ​ນອງ​ເພງ ແລະ ວາດ​ຟ້ອນ, ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ໄດ້​ສິ່ງ​ທີ່ຍອດ​ຍິ່ງ, ສຽງ​ແຄນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຜູ້​ໄທ.  ທ່ານ ລື່​ວັນ​ແບ້ງ ຢູ່​ບ້ານ ນ​່າ​ວ່າ, ຕາ​ແສງ ວຽງ​ລ້ານ, ເມືອງ​ອຽນ​ເຈົາ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຮູ້​ເປົ່າ​ແຄນ​ແຕ່​ຄາວ​ຍັງ​ນ້ອຍ​ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ຊົມ​ຊອບ​ສຽງ​ແຄນ​ຂອງ ຊາວ​ເຜົ່າ​ຜູ້​ໄທ ຢູ່ອຽນ​ເຈົາທີ່​ສຸດ. ມາ​ຮອດ​​ປີນີ້, ຂ້າ​ພະ​ເຈົ້າມີ​ອາ​ຍຸ 67 ປີ​ແລ້ວ, ແຕ່​ຍັງ​ຊົມ​ຊອບ​ສຽງ​ແຄນ​ຢູ່ ແລະ ຂ້າ​ພະ​ເຈົ້າ​ເຄີຍສະ​ແດງ​ເປົ່າ​ແຄນ​ໃນ​ໂອ​ກາດ​ວັນ​ບຸນ​ຕ່າງໆ, ງານ​ແຂ່ງ​ຂັນ​ຂອງ​ບ້ານ, ຕາ​ແສງ, ເມືອງ, ແຂວງ ແລະ ນັງ​ທັງ​ສູນ​ກາງອີກ​ດ້ວຍ. ສຽງ​ແຄນ​ຂອງຊາວ​ເຜົ່າ​ຜູ້​ໄທ ອຽນ​ເຈົາ ບໍ່​ພຽງ​ແຕ່ຕິດ​ພັນ​ກັບ​ຂ້າ​ພະ​ເຈົ້າເທົ່າ​ນັ້ນ, ຫາກ​ຍັງ​ຕິດ​ພັນ​ກັບ​ພໍ່​ແມ່​ພີ​ນ້ອງຊາວບ້ານ, ຊາວ​ໜຸ່ມ​ທີ່​ພວມຮຽນ​ເປົ່າ​ແຄນ​ອີກ​ດ້ວຍ.   ”

      ການ​ຜະ​ລິດ​ແຄນ ກໍ​ແມ່ນ​ວຽກ​ງານ​ທີ່​ລະ​ອຽດ​ລະ​ອໍ ມັນ​ປຽບ​ເໝືອນ​ກິດ​ຈະ​ກຳ​ສິ​ລະ​ປະ. ການ​ຜະ​ລິດ​ແຄນ ແມ່ນ​ຕ້ອງ​ການ​ມີ​ຄວາມ​ຄ່ອງ​ແຄ້ວ, ລະ​ອຽດ​ອ່ອນ, ຈາກ​ການ​ເລືອກ​ເອົາ​ໄມ້​ເຮັ້ຍ, ຕະຫຼອດ​ຮອດ​ການ​ເຈາະ​ຮູ​ເພື່ອ​ເຊື່ອມຕໍ່ກັນ​ເປັນ​ແຄນ. ນັກ​ສິ​ລະ​ປະ​ການ ລື່​ຮົ່ງ​ເຊືອ ໃຫ້​ຮູ້​ວ່າ : 

    “ ສຳ​ລັບ​ຕົ້ນ​ໄມ້​ເຮ້ັຍ ແມ່ນ​ຕ້ອງເລືອກເອົາຊະ​ນິດ​ປົ່ງ​ຂຶ້ນແບບ​ທຳ​ມະ​ຊາດ​ໃນ​ປ່າ. ຕ້ອງ​ແມ່ນ​ໄມ້​ເຮັ້ຍ​ຢູ່​ເຂດ​ດິນ​ແຫ້ງ, ບໍ່​ເອົາ ໄມ້​ເຮັ້ຍຢູ່​ບັນ​ດາ​ບໍ​ລິ​ເວນ​ຊຸ່ມ​ປຽກ, ເພາະ​ບັນ​ດາ​ຕົ້ນ ໄມ້​ເຮັ້ຍ​ອ່ອນ, ປົ່ງ​ຂຶ້ນ​ຢູ່​ເຂດ​ດິນ​ຊຸ່ມ​ປຽກ​ ທີ່​ເອົາ​ມາ​ຕາກ​ແດດ ຈະ​ຖືກ​ຫ່ຽວ​ໝົດ. ພາຍຫຼັງ​ນຳ​ໄປ ໄມ້​ເຮັ້ຍ​ໄປ​ຕາກ​ແດດ​ປະ​ມານ 1 ເດືອນ, ຈຶ່ງ​ສາ​ມາດ​ຕັດ​ເປັນ​ຕອນ​ເພື່ອ​ຜະ​ລິດ​ແຄນ​ໄດ້. ສ່ວນ​ທ້ອງ​ແຄນ​ແມ່ນ​ຕ້ອງ​ເຮັດ​ດ້ວຍ​ໄມ້​ຊະ​ນິດ​ໜຶ່ງ​ທີ່​ດີ, ບໍ່​ຖືກ​ໂຄ້ງ, ແຕກ​ແຫງ. ສ່ວນ​ລີ້ນ​ໄກ່​ຂອງ​ແຄນ​ແມ່ນ​ຕ້ອງ​ເຮັດ​ດ້ວຍ​ທອງ ຫຼື​ເງິນ​ດ້ວຍ​ຄວາມ​ລະ​ອຽດ​ລະ​ອໍ. ເວ​ລາ​ເພື່ອ​ຜະ​ລິດ​ແຄນ​ອັນ​ໜຶ່ງ​ໃຫ້​ສຳ​ເລັດ​ນັ້ນ ແມ່ນ​ຕ້ອງ​ໃຊ້​ເວ​ລາ 1 ວັນ ”

                                         ສຽງ​ແຄນ​ໄດ້​ດັງ​ກ້ອງ​ກັງ​ວານ​ໃນ​ຊຸມມື້​ວັນ​ບຸນ, ພິ​ທີ​ສູ່​ຂໍ, ງານດອງ, ນັບ​ທັງ​ງານ​ສົບ​ຂອງ​ຊາວ​ເຜົ່າ​ຜູ້​ໄທ​ດ້ວຍຈັງຫວະບາດຫນັກ, ບາດເບົາ ແລະ ລາກສຽງ ເຊິ່ງພາ ໃຫ້ມີຄວາມດູດດື່ມ ຕອບສະ ຫນອງທາງດ້ານອາລົມ ດ້ວຍຄວາມ ອ້ອນຊ້ອຍ, ອອນຊອນ, ວັ່ງເວ, ເວດທະນາ. ແຄນ​ຂອງ ຊາວ​ເຜົ່າ​ຜູ້​ໄທປຽບ​ເໝືອນ​ກິດ​ຈະ​ກຳ​ສິ​ລະ​ປະ, ແມ່ນ​ການ​ເຕົ້າ​ໂຮມຍອດ​ຍິ່ງ​ບັນ​ດາ​ຄຸນ​ຄ່າ​ດ້​ານ​ວັດ​ຖຸ​ຂອງ​ທຳ​ມະ​ຊາດ ແລະ ຄວາມ​ຮັກ​ບ້ານ​ເກີດ​ເມ​ືອງນອນ. ການ​ດຳ​ລົງ​ຊີ​ວິດ​ໄດ້​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ແຕ່​ສຽງ​ແຄນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລົມ​ຫາຍ​ໃຈ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ຍັງຄົງ​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ໝູ່​ບ້ານ​ຢູ່​ອຽນ​ເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ