(vovworld)- ຫວຽດນາມ ໄດ້ກາຍເປັນປະເທດຫນຶ່ງໃນປະຊາຄົມ ອາຊຽນ ນັບແຕ່ວັນທີ 31/12/2015 ເປັນຕົ້ນໄປ. ເມື່ອເຂົ້າຮ່ວມປະຊາຄົມທີ່ກວ້າງໃຫຍ່ລະດັບພາກພື້ນ ແລະ ສາກົນ, ວັດທະນະທຳ ແມ່ນປັດໄຈເພື່ອຢັ້ງຢືນພາບພົດ, ທີ່ຕັ້ງຂອງປະເທດຫນຶ່ງ ແຕ່ນັ້ນກໍແມ່ນກາລະໂອກາດເພື່ອໃຫ້ວັດທະນະທຳພັດທະນາໃນສະພາບການໃຫມ່.
|
ເມື່ອຫວຽດນາມ ເລີ່ມຕົ້ນເຊື່ອມໂຍງເຂົ້າກັບໂລກ, ຂົວເຊື່ອມຕໍ່ທຳອິດ ຍາມໃດກໍແມ່ນດ້ານວັດທະນະທຳ, ແມ່ນພື້ນຖານເພື່ອເຊື່ອມຈອດດ້ານເສດຖະກິດກັບການເມືອງ. ໃນບັນດາທົດສະວັດຜ່ານມາ, ເລື່ອງຫວຽດນາມ ເຊື່ອມໂຍງຢ່າງແຮງເຂົ້າກັບໂລກ ໄດ້ເປີດກາລະໂອກາດສຳພັດກັບບັນດາຄຸນຄ່າທີ່ແຕກຕ່າງກັນ ໃນບັນດາຂົງເຂດວັດທະນະທຳ, ຊີວິດການເປັນຢູ່ຂອງປະຊາຊົນກໍຄື ວັດທະນະທຳການເມືອງຂອງປະເທດຊາດ, ວັດທະນະທຳເສດຖະກິດຂອງບັນດາຄູ່ຮ່ວມມື, ວິສາຫະກິດ.. ເພາະສະນັ້ນ ຄວາມເຂົ້າໃຈຢ່າງຄົບຖ້ວນ ແລະ ພົວພັນແລກປ່ຽນວັດທະນະທຳລະຫວ່າງຫວຽດນາມກັບບັນດາປະເທດແມ່ນສຳຄັນທີ່ສຸດ. ບັນຫາຊື່ງຫວຽດນາມ ກໍຄືບັນດາປະເທດເຄີຍປະສົບໃນການເຊື່ອມໂຍງເຂົ້າກັບວັດທະນະທຳ ແມ່ນຄວາມແຕກຕ່າງ ດ້ານພາສາ ຫລັງຈາກນັ້ນແມ່ນຮີດຄອງປະເພນີ, ແບບແຜນການດຳລົງຊີວິດ. ເພາະສະນັ້ນ ການເຂົ້າຮ່ວມປະຊາຄົມ ອາຊຽນ ພວມວາງອອກບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ. ເຖິງຢ່າງໃດກໍຕາມ, ຕ້ອງເຊື່ອໝັ້ນດ້ວຍຕົນເອງເມື່ອເຫັນວ່າ ປະເທດຫວຽດນາມ ໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຍາມໃດກໍຖືການເຊື່ອມໂຍງແມ່ນຄວາມຕ້ອງການຢ່າງແນ່ນອນເພື່ອປັບປຸງກຳລັງແຮງຂອງປະເທດຊາດ. ນັກປະຫວັດສາດ ເຢືອງຈູງກວກ ໃຫ້ຮູ້ວ່າ:
“ຕົວຢ່າງໃນສະໄຫມລາດຊະວົງ ຫລີ ແມ່ນລັດເປັນເຈົ້າຕົນເອງຢ່າງແຮງ ໄດ້ຍອມຮັບນຳເອົາ ກົງຈື້ ມາບູຊາ, ແລະ ນຳໃຊ້ພາສາຈີນ ແຕ່ຍັງຄົງຮັກສາສຽງເວົ້າຂອງຊາວຫວຽດນາມ, ຮັກສາວັດທະນະທຳໃນໝູ່ບ້ານ, ຕາແສງ ຫວຽດນາມ ຢ່າງໝັ້ນຄົງ. ເມື່ອພວກເຮົາມຸ່ງໄປສູ່ທາງທິດໃຕ້ເພື່ອຮັບເອົາຫລາຍພື້ນຖານວັດທະນະທຳອື່ນຂອງວົງຄະນາຍາດຊຸມຊົນຄື: ວັດທະນະທຳ ຂະແມ, ວັດທະນະທຳຈຳປາ ແລະ ກ່ອນນັ້ນແມ່ນວັດທະນະທຳ ຟຸນາມ, ອອກແອວ..ດ້ວຍລັກສະນະເປັນຫລາຍຮູບຫລາຍແບບນັ້ນ ໄດ້ເຮັດໃຫ້ພວກເຮົາມີຄວາມເຊື່ອໝັ້ນດ້ວຍຕົນເອງກໍຄືຖືເລື່ອງເຊື່ອມໂຍງແມ່ນສຳຄັນ.”
ບົນເສັ້ນທາງເຊື່ອມໂຍງ, ທ່າໄດ້ປຽບໃຫຍ່ຫລວງຂອງຫວຽດນາມ ແມ່ນພື້ນຖານດ້ານວັດທະນະທຳ ແລະ ພຶດຕິກຳຕົວຈິງຈາກປະຫວັດສາດ. ໝາຍຄວາມວ່າ ການເຊື່ອມໂຍງແມ່ນວິວັດການສ້າງກຳລັງແຮງ. ສາດສະດາຈານ - ນາຍຄູປະຊາຊົນ ຫງວຽນກວາງງອກ, ສະຖາບັນ ຫວຽດນາມວິທະຍາ ຖືວ່າ: ວັດທະນະທຳມີບັນດາກົດເກນພັດທະນາ, ກົດເກນສືບທອດ ແລະ ຍາມໃດກໍປ່ຽນໃຫມ່. ບົນພື້ນຖານນະໂຍບາຍອັນຖືກຕ້ອງ, ເຫັນໄດ້ທ່າແຮງກໍຄື ຂໍ້ຈຳກັດ ເພື່ອເສີມຂະຫຍາຍບັນດາທ່າແຮງ ວິວັດການຫວຽດນາມ ເຂົ້າຮ່ວມປະຊາຄົມ ອາຊຽນ ແມ່ນພື້ນຖານສຳຄັນເພື່ອຟື້ນຟູວັດທະນະທຳ. ທ່ານ ຫງວຽນກວາງງອກ ຍົກຕົວຢ່າງວ່າ:
“ໃນສະໄຫມປະຖົມບູຮານ, ບົນພື້ນຖານພວກເຮົາມີວັດທະນະທຳ ດົງນາຍ ພັດທະນາ, ມາຮອດໄລຍະຖືກຜົນກະທົບຈາກພາຍນອກຄື: ວັດທະນະທຳ ອິນເດຍ, ວັດທະນະທຳບັນດາພາກພື້ນໃນໂລກສົ່ງຜົນກະທົບຢ່າງແຮງຜ່ານການພົວພັນທາງທະເລ, ການພັດທະນາເປັນວັດທະນະທຳ ອອກແອວ ເປັນພື້ນຖານໃຫ້ການສ້າງຕັ້ງ ແລະ ພັດທະນາຢ່າງແຂງແຮງຂອງລາຊະອານາຈັກ ຟູ່ນາມ. ເພາະເຫດນັ້ນ ພວກເຮົາບໍ່ເປັນຫ່ວງເມື່ອມີການກະທົບຫລາຍຢ່າງຈະເຮັດໃຫ້ພື້ນຖານວັດທະນະທຳປ່ຽນແປງ. ການປ່ຽນແປງນັ້ນແມ່ນປ່ຽນແປງຕາມທິດຟື້ນຟູວັດທະນະທຳ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນກາລະໂອກາດທີ່ດີ.”
ນັກປະຫວັດສາດ ເຢືອງຈູງກວກ
ພາບ:internet
|
ດ້ວຍທີ່ຕັ້ງພູມສາດທີ່ມີຢູ່ແລ້ວ, ຫວຽດນາມ ແມ່ນສະຖານທີ່ເຊື່ອມຕໍ່ສອງພື້ນຖານວັດທະນະທຳໃຫຍ່ ນັ້ນແມ່ນ ວັດທະນະທຳອາຊີຕາເວັນອອກ ແລະ ວັດທະນະທຳທະເລໝູ່ເກາະຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ຜ່ານໄລຍະນັບພັນປີຢູ່ພາຍໃຕ້ແອກຄອບຄອງຂອງພວກສັກດີນາທາງທິດເຫນືອ, ສົງຄາມ, ການສຳພັດກັບວັດທະນະທຳຝ່າຍຕາເວັນຕົກໃນຕົ້ນສັດຕະວັດທີ 20 ໄດ້ສ້າງໃຫ້ມີຄວາມໄຫວພິບ ແລະ ທ່າໄດ້ປຽບຂອງຊາວຫວຽດນາມ ນັ້ນແມ່ນສະຫນິດຕິດພັນ ແລະ ເຊື່ອມໂຍງຢ່າງງ່າຍດາຍ. ນອກນັ້ນ ພວກເຮົາຕ້ອງຮັກສາບັນດາຄຸນຄ່າດ້ານວັດທະນະທຳຂອງຊາດ. ຕົວຢ່າງຄື: ໃນສະພາບການເຊື່ອມໂຍງ, ເລື່ອງນຳໃຊ້ພາສາອັງກິດ ເພື່ອສຳພັດກັບຫລາຍດ້ານ. ຖ້າຫາກຕະຫລາດແມ່ນປັດໄຈສົ່ງຜົນກະທົບໂດຍກົງເຖິງການເຄື່ອນໄຫວດ້ານເສດຖະກິດ, ຄວາມເຂົ້າໃຈດ້ານວັດທະນະທຳແມ່ນເພື່ອຕອບສະຫນອງຄວາມຕ້ອງການຜະລິດຕະພັນ, ເຮັດໃຫ້ຕະຫລາດໄດ້ຮັບການເປີດກວ້າງ ຫາກບໍ່ປະສົບກັບສິ່ງບໍ່ດີກ່ຽວກັບການຮັບເອົາວັດທະນະທຳ, ການໃຊ້ສອຍ. ນັກປະຫວັດສາດ ເຢືອງຈູງກວກ ມີຂໍ້ສັງເກດວ່າ: ນອກຈາກບັນດາປັດໄຈຄ້າຍຄືກັນ, ສ້າງການຮ່ວມສຳພັນແບບທຳມະຊາດ ຄວາມເປັນ ຫລາຍຮູບ ຫລາຍແບບ ກໍແມ່ນສິ່ງສຳຄັນບໍ່ແມ່ນຫນ້ອຍ.
“ທ່າອ່ຽງແມ່ນຄວາມເຫັນດີເຫັນພ້ອມ. ປະຈຸບັນ ໃນຄວາມຮັບຮູ້ຂອງໂລກ ປະຫວັດສາດຕ້ອງເປັນຫລາຍຮູບຫລາຍແບບ, ຮັກສາລັກສະນະຫລາຍຮູບຫລາຍແບບນັ້ນ. ກໍຄືໃນທຳມະຊາດ ພວກເຮົາຕ້ອງຮັກສາລັກສະນະຫລາຍຮູບຫລາຍແບບຂອງທຳມະຊາດ, ໃນວັດທະນະທຳກໍເຊັ່ນດຽວກັນ.”
ມີນັກຄົ້ນຄ້ວາ, ນັກເຄື່ອນໄຫວວັດທະນະທຳຫລາຍຄົນຖືວ່າ: ຫວຽດນາມ ແມ່ນປະເທດພວມພັດທະນາ, ການບຸລິມະສິດແກ່ການລົງທຶນໃຫ້ເສດຖະກິດແມ່ນສິ່ງແນ່ນອນ. ເຖິງຢ່າງໃດກໍຕາມ, ຖ້າຫາກຫລົງລືມການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຫວຽດນາມ ຈະເຮັດໃຫ້ພື້ນຖານທາງດ້ານຈິດໃຈຊຸດໂຊມ, ສົ່ງຜົນສະທ້ອນເຖິງສັງຄົມ. ສະນັ້ນ ເມື່ອເປັນສະມາຊິກໃນປະຊາຄົມ ອາຊຽນ, ຍາມໃດຫວຽດນາມ ກໍຖືເປັນພິເສດການຮັກສາສີສັນວັດທະນະທຳຂອງຊາດ, ເພື່ອມີຄວາມເຊື່ອໝັ້ນດ້ວຍຕົນເອງເມື່ອເຊື່ອມໂຍງເຂົ້າກັບວັດທະນະທຳແຕ່ບໍ່ເຮັດໃຫ້ສີສັນຂອງຊາດສູນເສຍໄປ.