ຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ບ້ານເຂດພູສູງ
Ngoc Anh -  
(VOVWORLD) -ໃນແຕ່ລະອາທິດນັບແຕ່ຕອນຄ່ຳວັນຈັນຫາວັນສຸກ, ຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ຫໍວັດທະນະທຳບ້ານພັກແຈ່ ຕາແສງແຫວ່ງໂມ ເມືອງບິ່ງລຽວ ແຂວງກວ໋າງນິງ ພັດເປີດປະຕູຕ້ອນຮັບນັກຮຽນ. ນີ້ແມ່ນຫ້ອງຮຽນພິເສດຍ້ອນວ່ານັກຮຽນສ່ວນຫຼາຍແມ່ນຊາວເຜົ່າສ່ວນໜ້ອຍຜູ້ອາຍຸສູງເຊິ່ງໃນມື້ກາງເວັນຂ້ອງຄາກັບວຽກໄຮ່ການນາ, ສ່ວນຕອນຄ່ຳກໍ່ມີເວລາຫວ່າງເພື່ອຮຽນ
ຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ຫໍວັດທະນະທຳບ້ານພັກແຈ່ ຕາແສງແຫວ່ງໂມ ເມືອງບິ່ງລຽວ ແຂວງກວ໋າງນິງ |
ການສອນໜັງສືຢູ່ເຂດພູສູງກໍ່ມີຄວາມຫຍຸ້ງຍາກລຳບາກຢູ່ແລ້ວ ແຕ່ການສອນໜັງສືຢູ່ບັນດາຫ້ອງລົບລ້າງຄວາມບໍ່ຮູ້ໜັງສື ສຳລັບເປົ້າໝາຍຜູ້ອາຍຸສູງທີ່ຄວາມສາມາດຮັບເອົາຄວາມຮູ້ຖືກຈຳກັດ ກໍ່ຍິ່ງລຳບາກກວ່າ. ຄູສອນກໍ່ຕ້ອງຄັດເລືອກຢ່າງລະອຽດແລະໃຫ້ບຸລິມະສິດແກ່ຊາວທ້ອງຖິ່ນ. ພິເສດເພື່ອລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ປະຊາຊົນ ພະນັກງານຄູສອນທີ່ມີວິທີທີ່ດີຄື “ສາມຮ່ວມ” ຄືຮ່ວມກິນ ຮ່ວມຢູ່ ຮ່ວມເຮັດວຽກກັບນັກຮຽນ. ເອື້ອຍຄູ ນົງທິລານໃຫ້ຮູ້ວ່າ:
“ຂ້າພະເຈົ້າແມ່ນຊາວເຜົ່າໄຕດັ່ງນັ້ນເມື່ອສອນກໍ່ຕ້ອງພະຍາຍາມຮຽນພາສາຂອງເຜົ່າຢ້າວເຜົ່າສານຈີເພື່ອສອນໃຫ້ເຂົາເຈົ້າເຂົ້າໃຈໄດ້ງ່າຍດາຍ. ແຕ່ກໍ່ຮຽນໄດ້ພຽງບັນດາສັບທີ່ງ່າຍດາຍເທົ່ານັ້ນເພື່ອໃຫ້ຂ້າພະເຈົ້າແລະນັກຮຽນສາມາດເຂົ້າໃຈກັນ ແລະຮັບເອົາຄວາມຮູ້ໄວກວ່າ”.
ໂດຍມີຄວາມແຕກຕ່າງກັບບັນດາຫ້ອງຮຽນທົ່ວໄປ, ໃນຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ທີ່ນີ້ ກໍ່ມີນັກຮຽນໃນເກນອາຍຸແຕກຕ່າງກັນມີຜູ້ກໍ່ໄດ້ເປັນປູ່ເປັນຍ່າແຕ່ເປັນຄັ້ງທຳອິດຈຶ່ງຮູ້ຂຽນຕົວໜັງສື, ນັກຮຽນໃນຫ້ອງຮຽນສ່ວນຫຼາຍແມ່ນພໍ່ແມ່ພີ່ນ້ອງ ເຜົ່າຢ້າວເຜົ່າສານຈີໃນເກນອາຍຸແຕ່ 28 ຫາ 60 ປີ ແລະສ່ວນຫຼາຍແມ່ນແຮງງານຕົ້ນຕໍໃນບັນດາຄອບຄົວດັ່ງນັ້ນກໍ່ຂ້ອງຄາກັບວຽກງານຄອບຄົວວຽກບ້ານການເຮືອນ ວຽກໄຮ່ການນາ... ພາຍຫຼັງຮຽນເປັນເວລາ 9 ເດືອນນັກຮຽນຈະໄດ້ຮັບໃບຢັ້ງຢືນລົບລ້າງຄວາມບໍ່ຮູ້ໜັງສື, ຂະນະທີ່ສາມາດເຮັດບັນດາບົດກວດກາໄດ້ດີ ຕາມລະບຽບການ. ສອງຜົວເມຍອ້າຍເຢືອງອາຈິວແລະນາງເຈິ່ນທິເຈົາແມ່ນຊາວເຜົ່າສານຈີມີລູກນຳກັນສາມຄົນ ປັດຈຸບັນພວມຂ້ອງຄາກັບລະດູເກັບກູ້ດອກໄມ້ ແຕ່ຍັງຄົງພະຍາຍາມຂຶ້ນຫ້ອງຮຽນ. ສອງຜົວເມຍອ້າຍຈິວແລະນາງເຈົາ ໃຫ້ຮູ້ວ່າ:
“ຍ້ອນບໍ່ຮູ້ໜັງສືດັ່ງນັ້ນຄິດໄລ່ເງິນພຽງໄດ້ສອງສາມພັນສອງສາມຮ້ອຍເທົ່ານັ້ນຍັງບໍ່ທັນຄິດໄລ່ເຖິງເງິນລ້ານເທື່ອ. ບໍ່ຮູ້ໜັງສືແມ່ນກໍ່ບໍ່ຮູ້ລົງລາຍເຊັນເມື່ອລົງຕາແສງແຕ່ລະເທື່ອກໍ່ໃຊ້ນິ້ວມືຈ້ຳເທົ່ານັ້ນ”.
“ສອງຜົວເມຍຊັກຊວນກັນໄປຮຽນ.ພວກລູກກໍ່ຮູ້ໜັງສືໝົດແລ້ວດັ່ງນັ້ນຕ້ອງໄປຮຽນຄືລູກໆ. ຮຽນກໍ່ຍາກແຕ່ມ່ວນຫຼາຍເຮົາຕ້ອງຕັດສິນໃຈຮຽນ”.
ປັດຈຸບັນເມືອງບິ່ງລຽວແມ່ນຂຶ້ນກັບກຸ່ມມີອັດຕາປະຊາຊົນບັນດາເຜົ່າສ່ວນໜ້ອຍ ໃນເກນອາຍຸ 15 ຫາ 60 ປີທີ່ບໍ່ຮູ້ໜັງສືຫຼາຍກວ່າໝູ່ໃນແຂວງກວ໋າງນິງ. ໂດຍປະຕິບັດການບັນລຸລະດັັບການສຶກສາຢ່າງທົ່ວເຖິງແລະລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ຜູ້ໃຫຍ່, ໃນໄລຍະທີ່ຜ່ານມາວຽກງານລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ປະຊາຊົນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກອຳນາດການປົກຄອງເມືອງບິ່ງລຽວ. ນັບແຕ່ປີ 2014 ມາຮອດປັດຈຸບັນເມືອງບິ່ງລຽວຜັນຂະຫຍາຍຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືໄດ້ 96 ຫ້ອງ,ອອກໃບຢັ້ງຢືນໃຫ້ແກ່ນັກຮຽນ 1.625 ຄົນ. ທ່ານ ຮວ່າງງອກງໍ່ ຮອງປະທານຄະນະກຳມະການປະຊາຊົນເມືອງບິ່ງລຽວໃຫ້ຮູ້ວ່າ:
“ປະຊາຊົນສ່ວນຫຼາຍໄດ້ບັນລຸລະດັບການສຶກສາໃນລະດັບໜຶ່ງເຊິ່ງໄດ້ຮູ້ອ່ານຮູ້ຂຽນເປັນຕົ້ນແມ່ນເມື່ອເຂົາເຈົ້າມີໂທລະສັບມືຖື ເພື່ອນຳໃຊ້ໃນຊີວິດປະຈຳວັນ. ບາງຄົນກໍ່ຢາກຮຽນໃນລະດັບສູງກວ່າແລະຮຽນດ້ານເຕັກນິກການປູກຝັ່ງແລະລ້ຽງສັດ ແຕ່ໃນສະພາບຕົວຈິງ ຮຽນກໍ່ປະສົບກັບຄວາມຫຍຸ້ງຍາກເພາະວ່າພໍ່ແມ່ພີ່ນ້ອງສ່ວນຫຼາຍແມ່ນຊາວເຜົ່າສ່ວນໜ້ອຍ. ເຂົາເຈົ້າເວົ້າພາສາຫວຽດກໍ່ມີຄວາມຫຍຸ້ງຍາກຢູ່ແລ້ວ ແລະຮຽນລະດັບບສູງກວ່າກໍ່ຍິ່ງຫຍຸ້ງຍາກຫຼາຍຂຶ້ນ”.
ການລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອນໄດ້ຖືກກຳນົດແມ່ນໜ້າທີ່ສຳຄັນຍາວນານ. ຄວາມມານະພະຍາຍາມລົບລ້າງຄວາມບໍ່ຮູ້ໜັງສືຂອງບັນດາອ້າຍເອື້ອຍຄູໃນເມືອງບິ່ງລຽວ ພວມຊ່ວຍໃຫ້ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຫ່ງນີ້ປົວແປງຄຸນນະພາບການດຳລົງຊີວິດ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກພັດທະນາເສດຖະກິດ ສັງຄົມຢູ່ເຂດຊາຍແດນເຂດພູສູງທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
Ngoc Anh