(vovworld)- ຟ້ອນໂຣບຳຖືກຖືວ່າແມ່ນປະເພດສິລະປະເວທີທີ່ເປັນມູນເຊື້ອມາແຕ່ດົນນານຂອງປະຊາຊົນຊາວເຜົ່າຂະແມ. ດ້ວຍຄວາມປາດຖະໜາຢາກອະນຸລັກຮັກສາ, ພັດທະນາປະເພດສິລະປະທີ່ເປັນເອກະລັກສະເພາະນີ້, ໃນໄລຍະຜ່ານມາ, ຄະນະສິລະປະກອນຟ້ອນໂຣບຳ ບາສັກ ບຶງຈົງ ຢູ່ບ້ານບຶງຈົງ, ຕາແສງຕ່າຍວັນ, ເມືອງເຈິ່ນເດ່ ແຂວງຊອກຈັງ ໄດ້ຖ່າຍທອດຈຸດຍອດຍິ່ງຂອງວາດຟ້ອນນີ້ໃຫ້ພວກນ້ອງເຍົາວະຊົນ.
(ພາບ: http://baotintuc.vn)
ໃນບັນດາປະເພດສິລະປະຂອງຊາວຂະແມໃນເມື່ອກ່ອນ, ໂຣບຳ ແມ່ນປະເພດລະຄອນຟ້ອນບູຮານໃນວັງຂອງຊາວຂະແມໃນເມື່ອກ່ອນ. ຢູ່ແຂວງຊອກຈັງ, ບັນດານັກສິລະປິນ, ນັກສະແດງຍັງຮັກສາສິລະປະຟ້ອນໂຣບຳໄວ້ຢູ່, ໃນນັ້ນມີຄະນະສິລະປະກອນ ໂຣບຳ ບາສັກ ບຶງຈົງ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 200 ປີ, ຄະນະສິລະປະກອນ ໂຣບຳ ບາສັກ ບຶງຈົງ ແມ່ນຄະນະຟ້ອນໂຣບຳທຳອິດຂອງແຂວງຊອກຈັງ. ໃນງານບຸນຊົມເຊີຍຜົນງານຂອງເຮືອງໍຂອງວັດໄດອອມປູ ຢູ່ເມືອງຟູຢາວ , ຕາແສງແທ້ງເກຍ ເມືອງມີ້ຊວຽນ ຈັດຂຶ້ນໃນຕົ້ນປີນີ້, ຄະນະສິລະປະກອນ ໂຣບຳ ບາສັກ ບຶງຈົງ ດ້ວຍບັນດານັກສະແດງລູ້ນໃໝ່ ໄດ້ຈັດລາຍການສະແດງສະເໜີຕົວ. ນີ້ຖືກຖືວ່າແມ່ນສັນຍານທີ່ໜ້າພາກພູມໃຈ ຍ້ອນວ່າ, ການສະແດງຂອງບັນດານັກສະແດງລຸ້ນໃໝ່ນີ້ ໄດ້ຮັບການສະໜັບສະໜູນຈາກຜູ້ຊົມ, ສິ່ງດັ່ງກ່າວໄດ້ເປັນການຢັ້ງຢືນໃຫ້ເຫັນວ່າການສືບທອດຂອງສິລະປະຟ້ອນໂຣບຳໜຶ່ງດຽວໃນເຂດດິນແດນຊອກຈັງ.
ເອື້ອຍເລີມທິເຮືອງ, ຫົວໜ້າຄະນະສິລະປະກອນລະຄອນຟ້ອນ ໂຣບຳ ບາສັກ ບຶງຈົງ ໃຫ້ຮູ້ວ່າ: ຍ້ອນຜົນສະທ້ອນຂອງຈັງຫວະການດຳລົງຊີວິດທັນສະໄໝ, ໄວໜຸ່ມກໍ່ບໍ່ນິຍົມປະເພດຟ້ອນໂຣບຳຄືເມື່ອກ່ອນອີກແລ້ວ. ເພື່ອມີນັກສະແດງລຸ້ນໜຸ່ມ, ເອື້ອຍເຮືອງ ແລະ ບັນດາສະມາຊິກໃນຄະນະພ້ອມກັບອຳ ນາດການປົກຄອງທ້ອງຖິ່ນ ໄດ້ຂົນຂວາຍບັນດາຄອບຄົວໃຫ້ລູກຫຼານຕົນເຂົ້າຮ່ວມ. ເອື້ອຍເຮືອງແບ່ງປັນວ່າ: ເດັກໃນເກນອາຍຸ 11, 12 ປີແມ່ນສອນງ່າຍທີ່ສຸດ, ຖ້າໃຫ່ຍກ່ວານັ້ນ, ການຝຶກແອບກໍ່ປະສົບກັບຄວາມຫຍຸ້ງຍາກ. ໜ້າພາກພູມໃຈ ນັ້ນແມ່ນພວກນ້ອງເຫຼົ່ານັ້ນລ້ວນແຕ່ນິຍົມຟ້ອນໂຣບຳທີ່ສຸດ. ນ້ອງແທກທິແຈງທາ, ໜຶ່ງໃນບັນດາຜູ້ຮຽນຟ້ອນໂຣບຳ ແບ່ງປັນວ່າ:
“ນ້ອງນິຍົມຟ້ອນໂຣບຳນັບແຕ່ຄາວຍັງນ້ອຍແລ້ວ. ສະນັ້ນ, ນ້ອງຂໍພໍ່ແມ່ໃຫ້ ໄປຝຶກແອບພາຍຫຼັງເວລາເລິກຮຽນ“
ຄະນະສິລະປະກອນລະຄອນຟ້ອນ ໂຣບຳ ບາສັກ ບຶງຈົງ ມີແຕ່ 20-25 ຄົນ, ແຕ່ລະປີໄດ້ໄປສະແດງໃນທົ່ວທຸກບ້ານ, ວັດຂະແມ ແຫ່ງຕ່າງໆ ແລະ ໄດ້ຮັບຄວາມນິຍົມທີ່ສຸດຈາກປະຊາຊົນ. ຍ້ອນວ່າຕາມຄວາມ ນຶກຄິດຂອງປະຊາຊົນ, ຟ້ອນໂຣບຳມາສະແດງຢູ່ແຫ່ງໃດຈະນຳມາເຊິ່ງຄວາມຮ່ັງມີສີສຸກຢູ່ແຫ່ງນັ້ນ. ເອືອຍເຮືອງໃຫ້ຮູ້ວ່າ:
“ຄະນະສິລະປະກອນຟ້ອນໂຣບຳຂອງຂ້າພະເຈົ້າໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ດົນນານແລ້ວ ແລະ ຜ່ານຫຼາຍລຸ້ນຄົນ. ໃນເມື່ອກ່ອນ, ພາຍຫລັງຝຶກແອບ ແລະ ຊື້ຊຸດເຄື່ອງນຸ່ງໃຫ້ລາຍການຟ້ອນຮຽບຮ້ອຍແລ້ວ, ຄະນະເດີນທາງໄປສະແດງ, ສ່ວນຫຼາຍແມ່ນຍ່າງໄປ, ຟ້ອນໂຣບຳຢູ່ແຫ່ງໃດກໍ່ມ່ວນຢູ່ບ່ອນນັ້ນ“.
ເມື່ອມີອາຍຸ 13 ປີ, ເອື້ອຍເຮືອງກໍ່ແມ່ນນາງເອກໃນບັນດາບົດລະຄອນຟ້ອນແລ້ວ. ຍ້ອນເປັນຄົນຟ້ອນງາມ, ມີສຽງຮ້ອງເພງມ່ວນ, ສະນັ້ນເອື້ອຍເຮືອງໄດ້ຮັບຄວາມຮັກແພງຈາກພໍ່ແມ່ປະຊາຊົນທີ່ສຸດ. ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຊອກຈັງ ໄດ້ເຊີນເອື້ອຍເຮືອງມາຝຶກອົບຮົມສິລະປະຟ້ອນໂຣບຳໃຫ້ແກ່ຄະນະສິລະປະກອນຂະແມແຂວງຊອກຈັງ. ປີ 2007, ເອື້ອຍເຮືອງ ແລະ ສະມາຊິກໃນຄະນະ 3 ຄົນຕາງໜ້າໃຫ້ຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມລາຍການວັດທະນະທຳ “ແມ່ນ້ຳຂອງເຊື່ອມຈອດບັນດາພື້ນຖານວັດທະນະທຳ“ ຢູ່ອາເມລິກາ. ປະຈຸບັນ, ຟ້ອນໂຣບຳເລີ່ມປະກົດຕົວໃນການດຳເນີນຊີວິດ, ງານບຸນຕ່າງໆຂອງຊາວເຜົ່າຂະແມ. ນັ້ນກໍ່ແມ່ນກຳລັງໜູນເພື່ອໃຫ້ເອື້ອຍເຮືອງ ແລະ ບັນດາສະມາຊິກໃນຄະນະຕັດສິນໃຈຮັກສາວາດຟ້ອນໂຣບຳໃຫ້ແກ່ລຸ້ນຫຼັງ. ເອື້ອຍເຮືອງໃຫ້ຮູ້ວ່າ:
“ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ແມ່ນຜູ້ກໍ່ຕັ້ງ, ສ່ວນຂ້າພະເຈົ້າເອງເກີດມາກໍ່ຢູ່ໃນຄະນະສິລະປະກອນຟ້ອນແລ້ວ, ສະນັ້ນ ກໍ່ຕ້ອງພະຍາຍາມຮັກສາວາດຟ້ອນທີ່ເປັນມູນເຊື້ອນີ້ໄວ້ໄດ້. ຂ້າພະເຈົ້າຫວັງວ່າຈະໄດ້ຮັບການໜູນຊ່ວຍຈາກລັດ, ເວລານັ້ນ, ຂ້າພະເຈົ້າຈະສ້າງເປັນຄະນະສິລະປະກອນຟ້ອນ ແລະ ພັດທະນາສິລະປະການຟ້ອນໂຮບຳກ່ວາອີກ“.
ອ້າຍເຊີນແດນ, ສະມາຊິກໃນຄະນະສິລະປະກອນລະຄອນຟ້ອນ ໂຣບຳ ບາສັກ ບຶງຈົງ ໃຫ້ຮູ້ວ່າອ້າຍຈະຕັດສິນໃຈຮັກສາປະເພດສິລະປະນີ້:
“ໂຣບຳມີມານັບແຕ່ລຸ້ນກ່ອນ, ສະນັ້ນ, ເຮົາຕ້ອງພະຍາຍາມຮັກສາໄວ້ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ສິ່ງສຳຄັນແມ່ນເຮົາຕ້ອງຮັກສາປະເພດສິລະປະທີ່ເປັນມູນເຊື້ອຂອງຊາວເຜົ່າຂະແມໄວ້ໄດ້“
ສິລະປະຟ້ອນໂຣບຳແມ່ນວັດທະນະທຳພິເສດສະເພາະຂອງຊາດ, ແມ່ນຄວາມເອກອ້າງທະລົງໃຈຂອງຊາວເຜົ່າຂະແມເວົ້າສະເພາະ ແລະ ຫວຽດນາມເວົ້າລວມ. ໃນໄລຍະຜ່ານມາ, ບັນດານັກສິລະປິນໄດ້ສະແດງຟ້ອນໂຣບຳຢູ່ບັນດາທົ່ງນາຫຼັງການເກັບກ່ຽວ ຫຼືໃນງານບຸນປະເພນີຕ່າງໆຂອງຊາວຂະແມທາງພາກໃຕ້ຫວຽດນາມ. ປະຈຸບັນ, ວາດຟ້ອນໂຣບຳພວມໄດ້ຮັບການຮັກສາ ແລະ ເຜີຍແຜ່, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມທາງພາກໃຕ້./.