ຮາກຖານຕີເຫຼັກແຫ່ງໜຶ່່ງຢູ່ຕາແສງ ຟຸກແຊນ (ພາບ: baocaobang)
|
ຈາກກີ່ວ ມ້າຟຸກ, ຂີ່ລົດໄປຕາມທາງຫຼວງເລກ 3 ປະມານ 10 ກິໂລແມດ, ບັນດາເຮືອນຮ້ານຂອງຊາວເຜົ່ານຸ່ງ ໄດ້ປະກົດຂຶ້ນໃນທ່າມກາງນ້ຳໝອກກິ້ວ. ແຕ່ຫົວທາງ, ສຽງຕີເຫຼັກໄດ້ດັງກ້ອງກັງວານຂຶ້ນ ໄປ ທົ່ວບໍລິເວນ ຄືຢາກແນະນຳໃຫ້ ທຸກໆຄົນທັງຢູ່ໃກ້ຫຼືໄກຮູ້ເຖິງ ອາຊີບຕີເຫຼັກທີ່ມີມາແຕ່ດົນນານຢູ່ແຫ່ງນີ້
ໂດຍຖືກຕັ້ງບັນທາງຫຼວງເລກ 3 ຕອນຢູ່ເຄິ່ງກາງລະຫວ່າງເທດສະບານ ກາວບັງ ຫາດ່ານຊາຍແດນ ຕາລຸ່ງ, ຕາແສງ ຟຸກແຊນ ມີທັງໝົດ 10 ໝູ່ບ້ານ, ແຕ່ໃນນັ້ນມີເຖິງ 6 ໝູ່ບ້ານ , ປະຊາຊົນຢູ່ນີ້ ກໍລ້ວນແຕ່ປະກອບອາຊີບຕີເຫຼັກ. ບັນດາຜະລິດຕະພັນຂອງ ຟຸກແຊນຄື ມີດ, ມີດຕັດ, ເຄື່ອງມືຮັບໃຊ້ກະສີກຳ... ແມ່ນມີຊື່ສຽງໃນເຂດ ແລະ ບັນດາແຂວງອ້ອມຂ້າງນັບແຕ່ໃດໆມາ. ອາຊີບຕີເຫຼັກແມ່ນເຄີຍຖືກເຮັດໃນຍາມມີເວລາວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ, ແຕ່ຢູ່ຟຸກແຊນ, ເນື້ອທີ່ດິນນາມີໜ້ອຍ ແລະ ນັບມື້ນັບໜ້ອຍໄປ, ຍ້ອນຈຳນວນປະຊາກອນເພີ່ມຂຶ້ນ, ພຽງແຕ່ເຮັດ 2-3 ເດືອນກໍໝົດວຽກ, ດັ່ງນັ້ນບັນດາຮາກຖານປະກອບ ອາຊີບຕີເຫຼັກໃນປະຈຸບັນ ເບິ່ງຄືວ່າມີການເຄື່ອນໄຫວຕະຫຼອດປີ. ໂດຍສະເພາະແມ່ນໃນຍາມລະດູການຜະລິດ, ຜະລິດຕະພັນທີ່ຜະລິດອອກມານັ້ນກໍບໍ່ສາມາດຕອບສະໜອງໄດ້ຄວາມຕ້ອງການໃນທ້ອງຕະຫຼາດໄດ້. ລຸງ ນົງລິວລ້ວຽນ ເຈົ້າຂອງຮາກຖານຕີເຫຼັກແຫ່ງໜ່ຶງຢູ່ບ້ານ ແທງມິນໃຫ້ຮູ້ວ່າ :
“ ຍາມນີ້, ພວກເຂົາສັ່ງຊື້ເຄື່ອງຫຼາຍ. ລູກຄ້າແມ່ນມາຈາກຫຼາຍແຫ່ງໃນທົ່ວປະເທດ. ເຂົາເຈົ້າສັ່ງຊື້ມີດຫຼາຍຊະນິດ. ຖ້າຫາກພວກເຂົາບໍ່ສາມາດຂຶ້ນມາເອົາເຄື່ອງໄດ້ນັ້ນ, ເຮົາກໍຈະຝາກນຳລົດໂອໂຕໃຫ້ພວກເຂົາ ”
ລຸງ ນົງລິວລ້ວຽນ ມີຄວາມເອກອ້າງທະນົງໃຈວ່າ ບໍ່ອາດຈະຫາໄດ້ມີດຢູ່ແຫ່ງໃດທີ່ຈະຄົມ ແລະ ທົນທານຄືມີດຂອງຟຸກແຊນ. ເຖິງວ່າຮູບແບບສິນຄ້າ ບໍ່ມີຫຼາຍ ແລະ ອຸດົມສົມບູນກໍຕາມ, ແຕ່ບັນດາເຄື່ອງມືທີ່ນຳໃຊ້ໃນຊີວີດປະຈຳວັນຂອງຊາວກະສີກອນໄດ້ກາຍເປັນເຄືອ່ງໝາຍການຄ້າແລ້ວ. ອ້າຍ ວູ້ດິງຈິ້ງ ລູກຄ້າມາຈາກແຂວງບັກກ້ານໃຫ້ຮູ້ວ່າ :
“ ຂ້າພະເຈົ້າຊື້ເຄື່ອງຢູ່ນີ້ນັບແຕ່ປີ 2009 ມານີ້. ເຮົາຊື້ມີດ, ຄ້ອນຕີ, ກ່ຽວ ແລະ ເຄື່ອງມືຮັບໃຊ້ກະສີກຳຫຼາຍຊະນິດ ເພື່ອສົ່ງໄປຂາຍໃຫ້ພໍ່ແມ່ພີນ້ອງໃນທົ່ວປະເທດ. ໝູ່ບ້ານອາຊີບຕີເຫຼັກ ຟຸກແຊນ ຜະລິດອອກຜະລິດຕະພັນທີ່ມີຄຸນນະພາບ. ມີດ, ຈົກ, ກ່ຽວ ຂອງຟຸກແຊນແມ່ນຮັບປະກັນຄຸນນະພາບ, ບໍ່ອາດຈະຕິໄດ້ ”
ລຸງນົງວັນເຕີ, ຊຶ່ງແມ່ນເຈົ້າຂອງຮາກຖານຕີເຫຼັກແຫ່ງໜຶ່ງໃຫ້ຮູ້ວ່າ ດ້ວຍວິທີຕີເຫຼັກແບບທົ່ວໄປຂອງຊາວກີງຢູ່ເຂດທົ່ງພຽງນັ້ນ, ສ່ວນຄັນຂອງມີດຈະເປັນຮູບເປັນຮ່າງກ່ອນ, ແລ້ວຈຶ່ງຮອດຄົມ. ແຕ່ສຳລັບ ຊາວເຜົ່ານຸ່ງແມ່ນກົງກັນຂ້າມ. ເມື່ອໃດຄົມຂອງມີດຖືກຕີພໍໃຈ, ແລ້ວເຂົາເຈົ້າຈຶ່ງຕີສ່ວນຄັນຂອງມີດຕາມຫຼັງ. ຊາວເຜົ່ານຸ່ງ ມີຄວາມສຳນຶກວ່າ ຄຸນນະພາບຈຶ່ງແມ່ນບັນຫາສຳຄັນ, ເພາະວ່າ ຮູບຮ່າງແມ່ນອາດຈະສ້ອມແປງໄດ້ , ແຕ່ຄວາມຄົມຂອງມີດ ແມ່ນພຽງແຕ່ຕີເທື່ອດຽວເທົ່ານັ້ນ. ເພື່ອຮຽນວິຊາຊີບຕີເຫຼັກໃຫ້ໄດ້ນັ້ນ, ນາຍຊ່າງຕ້ອງເປັນຜູ້ມີສຸຂະພາບແຂງແຮງ, ສາມາດຟັງ ແລະ ເບິ່ງສັງເກດເປັນຢ່າງດີ.ລຸງນົງວັນເຕີບອກວ່າ(ເທບ):
“ອາຊີບຕີເຫຼັກ ແມ່ນອາຊີບໂດຍສືບທອດຈາກປູຍ່າຕາຍາຍ. ສຳລັບຜູ້ຄົນບໍ່ ປະກອບອາຊີບຕີເຫຼັກ ແມ່ນບໍ່ອາດເບິ່ງສັງເກດໄດ້. ເຮົາໄດ້ປະກອບອາຊີບຕີເຫຼັກ
ແຕ່ດົນນານມາແລ້ວ, ດັ່ງນັ້ນ, ເມື່ອເບິ່ງກໍສາມາດສັງເກດຄຸນນະພາບຂອງເຫຼັກໄດ້ໂລດ ”
ເພື່ອຜະລິດອອກມີດທີ່ຄົມດີນັ້ນ, ສຳລັບ ຊາວເຜົ່ານຸ່ງຢູ່ຟຸກແຊນນັ້ນ, ສຳຄັນທີ່ສຸດແມ່ນວັດຖຸດິບ. ວັດຖຸດິບເພື່ອຜະລິດມີດ, ກ່ຽວ....ແມ່ນຖືກເລືອກເອົາຈາກເຫຼັກເສດທີ່ເປັນເຄື່ອງອາໄລລົດໂອໂຕໄດ້ຜ່ານການນຳໃຊ້. ແລ້ວກໍອີງຕາມຜະລິດຕະພັນແຕ່ລະຢ່າງຈຶ່ງຕັດຕາມຂະໜາດໃຫ້ເໝາະສົມ. ພາຍຫຼັງຕັດເອົາຮູບຂອງຜະລິດຕະພັນແລ້ວ, ເຫຼັກຕ້ອງຖືກເຜົາໃຫ້ແດງ ກ່ອນທີ່ຈະນຳໄປຕີ. ອ້າຍ ວູ້ດິງຈິ້ງ ລູກຄ້າມາຈາກແຂວງບັກກ້ານໃຫ້ຮູ້ວ່າ ຜະລິດຕະພັນຂອງຟຸກແຊນມີຄຸນນະພາບສະໝ່ຳສະເໝີ. ພຽງແຕ່ເບິ່ງສັງເກດກໍສາມາດຮູ້ໂລດວ່າ ມີດນີ້ຈະດີຫຼືບໍ່. ນອກຈາກນັ້ນ, ອ້າຍຈິ້ງຍັງມີວິທີກວດຄຸນນະພາບສະເພາະຂອງຕົນ. ອ້າຍຈິ້ງໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າປະກອບອາຊີບຄ້າຂາຍມີດ, ໂດຍທ່ົວໄປແລ້ວ, ເຄີຍກວດຄຸນນະພາບຂອງມີດດ້ວຍເລັບມື. ຖ້າວ່າເອົາເລັບມືຖູໃສ່ມີດ ຮູ້ສຶກວ່າມື່ນ,ມີດນັ້ນຈະໄດ້ມາດຕະຖານດີ ”
ຖ້າຫາກວ່າ ກ່ອນນີ້, ມີດ, ຄ້ອນຕີຂອງຟຸກແຊນແມ່ນຜະລິດຕະພັນທີ່ດີ, ສາມາດດຶງດູດລູກຄ້າມາຊອກຊື້ນັ້ນ, ແຕ່ປະຈຸບັນ, ໃນເບື້ອງຕົ້ນ, ບັນດານາຍຊ່າງຢູ່ແຫ່ງນີ້ໄດ້ເລີ່ມດຳເນີນການໂຄສະນາເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນຂອງໝູ່ບ້ານ. ລຸງ ລອງຈ້ຽນ ເຈົ້າຂອງຮາກຖານຕີເຫຼັກແຫ່ງໜຶ່ງເປີດເຜີຍວ່າ
“ ໃນຕາແສງນີ້, ມີ 2-3 ຄົນໄປໂຄສະນາ. ການໂຄສະນານີ້ແມ່ນຈຳເປັນທີ່ສຸດ. ຖ້າຫາກບໍ່ໂຄສະນານັ້ນ, ແຂກຢູ່ແຫ່ງອື່ນຈະບໍ່ຮູ້ເຖິງຄຸນນະພາບຂອງຜະລິດຕະພັນ ຂອງຟຸກແຊນ ”
ຜ່ານການເວລາ, ຜະລິດຕະພັນຂອງໝູ່ບ້ານຟຸກແຊນ ກໍມີການປ່ຽນແປງເພື່ອແທດເໝາະກັບຊີວິດການເປັນຢູ່. ແຕ່ຕາມລຸງ ລອງຈ້ຽນແລ້ວ, ມີ 2 ຢ່າງບໍ່ປ່ຽນແປງຢ່າງເດັດຂາດ, ນັ້ນແມ່ນຄຸນນະພາບຂອງຜະລິດຕະພັນ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບອາຊີບໂດຍປູຍ່າຕາຍາຍປະໄວ້ໃຫ້ .