ອາຫານການກິນຂອງຊາວເຜົ່າໄທດຳຢູ່ແຂວງດ້ຽນບຽນ

     ອາຫານການກິນຂອງຊາວເຜົ່າໄທດຳຢູ່ແຂວງດ້ຽນບຽນ - ảnh 1
      ​ເຍື່ອງ​ອາຫານ​ປີ້ງ​ໄຄ​ຂອງ​ຊາວ​ເຜົ່າ​ໄທ​ດຳ
        (ພາບ:
subattrang.com)

  (vovworld)-ອາຫານ​ການ​ກິນ​ແມ່ນ​ສິ່ງ​ສຳຄັນ​ອັນ​ດັບ​ໜຶ່ງ​ເມື່ອ​ແຂກ​ທ່ອງ​ທ່ຽວມາ​ຢ້ຽມຢາມ​ຕ່າງ​ເຂດ.ຜ່ານອາຫານ​ພິ​ເສດສະ​ເພາະ​ຂອງ​ແຕ່ລະ​ເຂດ​ແຄ້ວ​ນຈະ​ຊ່ວຍໃຫ້​ພວກ​ເພື່ອນ​ຊອກ​ຮູ້​ທາງ​ດ້ານ​ວັດທະນະທຳ, ຮີດຄອງ​ປະ​ເພນີຂອງ​ຊາວ​ທ້ອງ​ຖິ່ນ​ແຫ່ງ​ນັ້ນ. ​ແຕ່ລະ​ທ້ອງ​ຖິ່ນ​ພັດ​ມີ​ບັນດາອາຫານ​ການ​ກິນ​ ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໃຜ​ຂອງ​ມັນ. ​

     ​ເມື່ອ​ເວົ້າ​ເຖິງ​ດ້ານອາຫານ​ການ​ກິນ​ຂອງຊາວ​ເຜົ່າ​ໄທ​ດຳ ກໍ​ແມ່ນ​ເວົ້າ​ເຖິງ​ບັນດາ​ເຍື່ອງ​ອາຫານ​ປີ້ງ. ຈາກ​ຊີ້ນ​ສັດລ້ຽງ​ຫຼື​ອາຫານ​ທະ​ເລຫຼາຍ​ປະ​ເພດລ້ວນ​ແຕ່​ສາມາດ​ນຳ​ມາ​ປີ້ງ​ໄດ້. ​ໃນ​ພາ​ເຂົ້າຮອງ​ຮັບ​ແຂກ​ຂອງຊາວ​ເຜົ່າ​ໄທ​ດຳນັ້ນ, ປີ້ງ​ປາ ​ແລະ ປິ້ງຊີ້ນ​ສັດ​ແມ່ນ​ບັນດາ​ເຍື່ອງ​ອາຫານ​ທີ່​ຂາດ​ບໍ່​ໄດ້. ຊີ້ນ​ສັດ​ຖືກ​ຕັດ​ເປັນ​ຕອນ​ນ້ອຍໆ, ​ເອືອບ​ເຄື່ອງ​ຫອມ,​ເຄື່ອງ​ເທດ, ​ແລ້ວ​​ເອົາ​ໄປ​ປີ້ງ. ຫຼື​ຊີ້ນ​ຖືກ​ຟັກ​ໃຫ້​ນ້ອຍ, ​ແລ້ວ​ປົນ​ກັບ​ໄຂ່​ໄກ່ ​ແລະ ຖືກ​ຫໍ່​ດ້ວຍ​ໃບຕອງ​ກ້ວຍ, ​ແລ້ວ​ເອົາ​ໄປປີ້ງ. ​ເມື່ອປີ້ງສຸກກໍ​ມີ​ກິ່ນ​ຫອມ, ກິນ​ຫຼາຍ​ກໍ​ບໍ່​ເບື່ອ​ເລີຍ. ​ໃນ​ຊຸມ​ວັນ​ບຸນ​ໃຫຍ່, ອາຫານປີ້ງ ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ພາ​ເຂົ້າ. ປ້າ​ ລໍ່​ທິ​ເລື່ອງ ຢູ່​ເມືອງ​ດ້ຽນບຽນ​ດົງ ​ໃຫ້​ຮູ້​ວ່າ:“ ​ໃນ​ຊຸມ​ວັນ​ບຸນ​ເຕັດ, ​ເຍື່ອງ​ອາຫານ​ປີ້ງ​ຊີ້ນ​ແມ່ນ​​ຂາດບໍ່​ໄດ້. ​ໃນບຸນ​ເຕັດ​ ​ບໍ່​ມີ​ໃຜ​ຫິວ​ເຂົ້າ, ໃຜໆ​ກໍ​ໄດ້​ກິນ​ອີ່ມ, ດັ່ງ​ນັ້ນ​ປຸງ​ແຕ່ງ​ເຍື່ອງອາຫານ​ແຫ້ງຈຶ່ງ​​ແທດເໝາະ​ກ່ວາ. ກ່ອນ​ນີ້​ບໍ່​ມີ​ຕູ້​ເຢັນ, ສ່ວນ​ຫຼາຍ​ມັກ​ແຕ່ງອາຫານ​ແຫ້ງ​ເພື່ອ​ກິນ. ປະຈຸ​ບັນ, ມີ​ຕູ້​ເຢັນ​ແລ້ວ, ກໍ​ແຕ່ງ​ໃຫ້​ພໍ​ກິນ​ເທົ່າ​ນັ້ນ, ສ່ວນ​ຊິ້ນ​ສົດ​ກໍ່​ມ້ຽນ​ໄວ້​ໃນ​ຕູ້​ເຢັນ, ​ເມື່ອ​ໃດ​ຕ້ອງການ​ກິນ​ກໍ​ເອົາ​ມາ​ປຸງ​ແຕ່ງ ”

   ​ເມື່ອ​ເວົ້າ​ເຖິງ​ເຍື່ອງ​ອາຫານ​ປີ້ງ​ຊີ້ນ ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ເຍື່ອງ​ປິ້ງ​ປາ​ຂອງ​ຊາວ​ເຜົ່າ​ໄທ​ດຳ​. ປາ​ຖືກ​ເຮັດ​ສະອາດ, ເອືອບກັບໝາກເຜັດ, ໝາກພິ​ກໄທພ້ອມກັບ​ເຄື່ອງ​ຫອມ, ​ເຄື່ອງ​ເທດ, ​ເມື່ອ​ເຫັນ​ຊີ້ນ​ປາ​ແຂງ​ແລ້ວ ຈຶ່ງ​ນຳ​ໄປ​ປີ້ງ​ເທິງ​ເຕົາ​ປີ້ງ. ​ເມື່ອ​ປາ​ຖືກ​ປີ້ງ​ສຸກ​ແລ້ວ​, ຈະມີ​ລົດ​ຫອມ​ເຮັດ​ໃຫ້​​ແຂກຄົນ​ຢາກ​ຊີ​ມ​ເບິ່ງ ​ແລະ ຖ້າ​ຫາກ​ຜູ້​ໃດ​ທີ່​ໄດ້​ຊີ​ມ​ແລ້ວ, ​ແນ່ນອນ​ວ່າ​ຈະ​ບໍ່​ຫຼົງ​ລື​ມ​ເຍື່ອງ​ອາຫານ​ທີ່​ແຊບ​ນົວ​ນີ້. ຍັງ​ອີກ​ອາຫານປິ້ງ​ເຍື່ອງ​ໜຶ່ງທີ່​ພິ​ເສດຊຶ່ງ​ມີ​ພຽງ​ຢູ່​ແຂວງ​ດ້ຽນບຽນ, ​ເຊີນ​ລາ, ນັ້ນ​ແມ່ນ​ປີ້ງ​ໄຄ​. ປ້າ ​ເລື່ອງ ​ໃຫ້​ຮູ້​ວ່າເຍື່ອງອາຫານ​ປີ້ງ​ໄຄ​ແຜ່ນ​ຖືກ​ປຸງ​ແຕ່ງ​ຢ່າງ​ລະອຽດ​ທີ່​ສຸດ. ອາຫານ​ເຍື່ອງ​ນີ້ ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເກັ່ງ​ກ້າ​ສາມາດ​ໃນ​ການ​ປຸງ​ແຕ່ງອາຫານຂອງ​ຊາວ​ເຜົ່າ​ໄທ​ດຳ​​ອີກ​ດ້ວຍ. ປ້າ​ເລື່ອງ​ໃຫ້​ຮູ້​ອີກ​ວ່າ:“ ​ທຳ​ອິດ, ເມື່ອ​ໄຄ​ຖືກ​ເກັບ​ມາ, ຕ້ອງ​ລ້າງ​ໃຫ້​ສະອາດ ​ແລ້ວ​ຄັ້ນ​ໃຫ້​ແຫ້ງ, ​ປົນ​ກັບ​ຜັກທຽມ, ຂີງ, ຜັກຫອມ, ໝາກພິ​ກໄທ, ນ້ຳປາ, ​ແປ້ງ​ນົວ...​ແລ້ວ​ກໍ​ຫໍ່​ດ້ວຍ​ໃບຕອງ​ກ້ວຍ ​ແລະ ​ເອົາ​ໄປ​ປີ້ງ. ທຸກໆ​ຄອບຄົວ​ຊາວ​ເຜົ່າ​ໄທ​ດຳ​ ລ້ວນ​ແຕ່​ຮູ້ຈັກ​ວິທີ​ປຸ່ງ​ແຕ່ງ​ເຍື່ອງ​ອາຫານ​ນີ້. ຕ້ອງ​ມີ​ເຄື່ອງ​ຫອມ​ຄົບ​ທຸກ​ຢ່າງ​ຈຶ່ງ​ແຊບ​. ນອກຈາກ​ນຳ​ໄປ​ປີ້ງ​​ແລ້ວ, ກໍ​ຍັງ​ເອົາ​ໄປ​ຕາກ​ແຫ້ງ​ເພື່ອ​ມ້ຽນ​ໄວ້. ​ເມື່ອ​ໃດ​ຢາກກິນ, ກໍ​ເອົາ​ມາ​​ເຮັດຕົ້ມ​ແກງ​ກັບ​ໄກ່, ​ແລະ​ປີ້ງ​ອີກ​ດ້ວຍ​ ”

      ສຳລັບ​ຊາວ​ເຜົ່າ​ໄທ​ດຳ​​ໃນ​ແຂວງ​ດ້ຽນບຽນ​ແລ້ວ, ປີ້ງ​ໄຄ​​​ແມ່ນ​ເຍື່ອງ​ອາຫານທີ່​ສະຫງວນ​ສະ​ເພາະ​ແຕ່​ແຂກ​ພິ​ເສດຂອງ​ຄອບຄົວ. ​ອາຫານໄຄ​ແຜ່ນ​ແມ່ນ​ມີ​ຫຼາຍ​ເຍື່ອງຄື: ປີ້ງ​ໄຄ​, ຈືນ​ໄຄ​, ​ແຕ່​ພິ​ເສດ​ກ່ວາ​ໝູ່​ຍັງ​ຄົງ​ແມ່ນ​ເຍື່ອງ​ປິ້ງ​ໄຄ​​ໂດຍ​ຖືກ​ເອືອບ​ກັບ​ເຄື່ອງ​ຫອມ​ຫຼາຍ​ຢ່າງ​ກ່ອນ​ທີ່​ນຳ​ໄປ​ປີ້ງ. ປີ້ງ​ໄຄ​ແມ່ນ​ເຍື່ອງ​ອາຫານ​ມີ​ຄຸນ​ປະ​ໂຫຍ​ດບຳລຸງ​ສຸຂະພາບ, ສາມາດ​ແກ້​ຜິດ, ​ແກ້​ຮ້ອນ, ​ແລະ ກັນ​ພະຍາດ​ຄວາມດັນ​ເລືອດ​ສູງ......ປີ້ງ​ໄຄແມ່ນເຍື່ອງອາຫານ ທີ່ແຊບນົວ ແລະ ພິເສດ, ແຕ່ມັນຂຶ້ນກັບແຕ່ລະລະດູ. ປ້າ​ເລື່ອງ​ໃຫ້​ຮູ້​ຕື່ມອີກ​ວ່າ:“ ຮອດລະດູໜາວ ຈຶ່ງມີໄຄ, ສ່ວນລະດູຮ້ອນແມ່ນບໍ່ມີ. ໃນລະຫວ່າງເດືອນ ຕຸລາຫາເດືອນທັນວາ, ແມ່ນຍາມທີ່ໄຄແຊບກ່ວາໝູ່. ຖ້າຫາກບໍ່ຕົກໃນ​ໄລຍະ ດັ່ງກ່າວ, ​ໄຄ​ຈະ​ເຫຼືອງ, ກິນ​ກໍ​ບໍ່​ແຊບ​ເລີຍ, ຕ້ອງ​ຕາກ​ໃຫ້​ແຫ້ງ ​ແຕ່​ກໍ​ບໍ່​ແຊບ​ຄື​ກິນ​ໄຄ​ສົດ ”

   ນອກຈາກ​ບັນດາເຍື່ອງອາຫານປີ້ງ​ແລ້ວ, ຊາວ​ເຜົ່າ​ໄທ​ດຳຍັງ​ສາມາດ​ປຸງ​ແຕ່ງ​ເຄື່ອງ​ຫອມ​ເພື່ອ​ກິນ​ກັບ​ບັນດາເຍື່ອງອາຫານຕົ້ມ, ໜື້ງ, ຕຳ​ສົ້ມ​ດ້ວຍ​ລົດ​ຊາດ​ພິ​ເສດ. ​ເມື່ອ​​ໄປ​ທ່ອງ​ທ່ຽວ​ດ້ຽນບຽນ, ​ແຂກ​ທ່ອງ​ທ່ຽວຍັງ​ຈະ​ມີ​ໂອກາດ​ໄດ້​ຊີມບັນດາ ເຍື່ອງອາຫານ​ໂດຍ​ປຸງ​ແຕ່ງ​ຈາກ​ຊີ້ນ​ໄກ່ທີ່​ເປັນຕາ​ກິນ​ທີ່​ສຸດ. ​ໄກ່​ຢູ່​ແຫ່ງ​ນີ້​ຖືກ​ປ່ອຍ​ຕາມ​ໂນນ​ພູ, ດັ່ງ​ນັ້ນ​ຊີ້ນ​ຂອງ​ມັນ​ແຊບ​ທີ່​ສຸດ. ສ່ວນ​​ ສະ​ລາດຊີ້ນ​ໄກ່​ກໍ​ແມ່ນເຍື່ອງ​ອາຫານດຶງ​ດູດ​ໃຈ​ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຕ່າງ​ແຂວງ. ລຸງ ກາ​ວັນ​ຢິ້ງ ຢູ່​ເມືອງ​ດ້ຽນບຽນ​ດົງ​ເວົ້າ​ວ່າ:“ເຍື່ອງອາຫານນີ້​ແມ່ນ​ປຸ່ງ​ແຕ່ງ​ຈາກ​ຊີ້ນ​ໄກ່ປົນ​ກັບ​ເຄື່ອງ​ຫອມພື້ນ​ເມືອງ, ມີ​ເຜັດ, ມີ​ຫວານ, ມີ​ຂົມ ​ແລະ ສົ້ມ. ​ເຄື່ອງ​ຫອມ​ເຫຼົ່າ​ນັ້ນຈະ​ຊ່ວຍ​ບຳລຸງ​ລະບົບ​ຕອມ​ພາຍ​ໃນ​ຮ່າງກາຍ. ພໍ່​ແມ່​ພີ​ນ້ອງ​ຊາວບ້ານ​ໄປ​ເຮັດ​ໄຮ່​ທັງ​ວັນ​ກໍ​ບໍ່​ເຫັນ​ນ້ຳ​ເຫື່ອ​ອອກ​ເລີຍ”

    ສ່ວນ​ເຂົ້າໜຽວ​ກໍ​ແມ່ນ​​ເຍື່ອງອາຫານທີ່​ມີ​ມາ​ແຕ່​ດົນ​ນານຂອງຊາວ​ເຜົ່າ​ໄທ​ດຳ. ຊາວ​ເຜົ່າ​ໄທ​ດຳມີ​ວິທີ​ໜື້ງ​ເຂົ້າ​ດ້ວຍ​ໝໍ້​ເຮັດ​ດ້ວຍ​ໄມ້. ​ເມື່ອ​​ເຂົ້າ​ຖືກໜື້ງສຸກ​ແລ້ວ, ຈະ​ຍັດໃສ່​ຕິບ​ເຂົ້າ​ເພື່ອ​ຮັກສາ​ຄວາມ​ອຸ່ນ ​ແລະ ຄວາມໜຽວໃຫ້​ເຂົ້າໜຽວ. ຊາວ​ເຜົ່າ​ໄທ​ດຳກິນ​ເຂົ້າໜຽວ​ໃນ​ແຕ່​ລະ​ວັນ​ປຽບ​ເໝືອນປະຊາຊົນ​ເຂດ​ທົ່ງພຽງ​ກິນ​ເຂົ້າຈ້າວ. ອີງ​ຕາມ​ແຕ່ລະລະດູ, ຊາວ​ເຜົ່າ​ໄທ​ດຳປຸ່ງ​ແຕ່ງອາຫານ​ຕ້ອນຮັບ​ແຂກ​ດ້ວຍ​ສິນ​ພິ​ເສດ​ຫຼາຍ​ຊະນິດ​ຄື: ໜໍ່​ໄມ້, ຜັກກາດ ​ແລະ ອື່ນໆ​ໂດຍ​ຖືກ​ຈິ້ມກັບ​ນ້ຳ​ແຈ່ວ ມີ​ໝາກເຜັດ, ຫົວ​ຂ່າ, ​ເກືອ ​ແລະ ຜັກຫອມ​ອີກ​ດ້ວຍ.

    ກໍ​ເຊັ່ນ​ດຽວ​ກັນ​ກັບຊາວ​ເຜົ່າ​ກິ​ງທີ່ບັນດາເຍື່ອງອາຫານຕ້ອງ​ມີ​ນ້ຳ​ຈິ້ມນັ້ນ, ຊາວ​ເຜົ່າ​ໄທ​ດຳກໍ​ມີ​ນ້ຳ​ແຈ່ວ​ສະ​ເພາະ​ຂອງ​ຕົນ​ຊຶ່ງ​ປະກອບ​ດ້ວຍ​ເກືອ, ​ແປ້ງ​ນົວ, ໝາກ​ເຜັດ​ສົດ, ຜັກຫອມ​ປ້ອມ ​ແລະ​ອື່ນໆ. ທັງ​ໝົດ​ເຫຼົ້າ​ນັ້ນ​ຖືກ​ນຳ​ໄປ​ຕຳ​ໃຫ້​ແຫຼກ​​ແລະ ກາຍ​ເປັນ​ນ້ຳ​ແຈວ, ​ເມື່ອ​ກິນ​ຈະ​ມີ​ລົດ​​ເຜັດ ​ແລະ ຫອມພິ​ເສດ. ​ໃນ​ພາ​ເຂົ້າຂອງຊາວ​ເຜົ່າ​ໄທ​ດຳ​ມີ​ອາຫານ​ຫຼາຍ​ເຍື່ອງ, ​ແຕ່ລະ​ເຍື່ອງລ້ວຍ​ແຕ່​ມີ​ລົດ​ຊາດ​ພິ​ເສດສະ​ເພາະ. ຖ້າ​ຫາກ​ພວກ​ເພື່ອນ​ມີ​ໂອກາດ​​ໄປ​ຢ້ຽມຢາມ​ແຂວງດ້ຽນບຽນ, ​ແນ່ນອນ​ວ່າ​ຈະ​ໄດ້​ຊິ​ມບັນດາເຍື່ອງອາຫານພື້ນ​ເມືອງຂອງ​ຊາວ​ທ້ອງ​ຖິ່ນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລົດ​ຊາດ​ພິ​ເສດ​ທີ່​ມີ​ມາ​ແຕ່​ບູຮານ​ນະ​ການ. ນີ້​ແມ່ນ​ສິ່ງ​ທີ່​ປະ​ທັບ​ໃຈ​ສຳລັບ​ແຂກ​ທ່ອງ​ທ່ຽວ​ຢ່າງແທ້ຈິງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ