ຮູບພາບປະທານ ໂຮ່ຈີມິນທີ່ມີຄວາມໃກ້ຊິດສະໜິດສະໜົມໃນບົດລະຄອນ “ຮ່ອງຮອຍເດີມ“

(VOVWORLD) -ໂຮງລະຄອນເວທີນ້ອຍໆ 5 B ຫວໍວັນເຕິ່ນ, ນະຄອນ ໂຮ່ຈີມິນ ຫາກໍ່ສະແດງບົດລະຄອນ “ຮ່ອງຮອຍເດີມ“, ຂອງນັກແຕ່ງລະຄອນ ຫງວຽນແທງບິ່ງ, ຜູ້ກຳກັບການສະແດງ, ນັກສິລະປິນດີເດັ່ນ ເຈິ່ນມິງງອກ. ດ້ວຍບັນດານັກສະແດງທີ່ມີຄວາມເກັ່ງກ້າສາມາດ, ເຮັດວຽກງານສິລະປະຢ່າງມີຫົວຄິດປະດິດສ້າງ, ບົດລະຄອນໄດ້ປະກອບສ່ວນວາດພາບຮູບພາບລຸງ ໂຮ່ (ປະທານ ໂຮ່ຈີມິນ)ຜູ້ນຳທີ່ມີການດຳລົງຊີວິດຢ່າງລຽບງ່າຍ, ມີຄວາມໃກ້ຊິດສະໜິດສະໜົມກັບປະຊາຊົນ. ບົດລະຄອນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊົມ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນສຸດຈິດສຸດໃຈຈາກມະຫາຊົນ.
ຮູບພາບປະທານ ໂຮ່ຈີມິນທີ່ມີຄວາມໃກ້ຊິດສະໜິດສະໜົມໃນບົດລະຄອນ “ຮ່ອງຮອຍເດີມ“ - ảnh 1 ຮູບພາບປະທານ ໂຮ່ຈີມິນທີ່ມີຄວາມໃກ້ຊິດສະໜິດສະໜົມໃນບົດລະຄອນ “ຮ່ອງຮອຍເດີມ“


         
ເລື່ອງລາວກ່ຽວກັບການໄປປະຕິບັດງານຂອງປະທານ ໂຮ່ຈີມິນ ເຖິງກິດຈະກຳຂູດເໝືອງເຮັດຊົນລະປະທານຢູ່ຕາແສງ ດ້າຍຟອງ, ໄດ້ພາຜູ້ຊົມກັບຄືນຊຸມປີແຫ່ງຄວາມທຸກຍາກລຳບາກຂອງພາລະກິດກໍ່ສ້າງລັດທິສັງຄົມຢູ່ພາກເໜືອ, ເມື່ອປະເທດຍັງຖືກແບ່ງແຍກ. ຜ່ານນັ້ນ, ຜູ້ຊົມກໍ່ສາມາດນຶກຄິດເຖິງຫຼາຍບັນຫາສະຖານະການທີ່ເຄັ່ງຮ້ອນໃນປະຈຸບັນຄື: ເລື່ອງບຸກເບີກໜ້າພຽງ, ວຽກງານຊົດເຊີຍ, ວຽກງານຂົນຂວາຍປະຊາຊົນ, ວຽກງານແຕ່ງຕັ້ງຕຳແໜ່ງ, ການແບ່ງວຽກງານໃຫ້ພະນັກງານ… ໃນຊຸມເດືອນແຫ່ງການຕໍ່ຕ້ານກູ້ຊາດທີ່ທຸກຍາກລຳບາກ, ຍາມໃດປະທານ ໂຮ່ຈີມິນ ກໍ່ເບິ່ງແຍງດູແລເຖິງຊີວິດການເປັນຢູ່, ແບ່ງປັນຄວາມທຸກຍາກກັບປະຊາຊົນ. ນັກສິລະປິນດີເດັ່ນ ແທງດ່ຽນ ເວົ້າວ່າ, ເມື່ອສວມບົດເປັນປະທານ ໂຮ່ຈີມິນແຕ່ລະເທື່ອ, ທ່ານລ້ວນແຕ່ຄິດຫງຳຫຼາຍ. ໃນເທື່ອນີ້, ເມື່ອສະແດງຮູບພາບປະທານ ໂຮ່ຈີມິນ ໃຫ້ມີຄວາມໃກ້ຊິດສະໜິດສະໜົມກັບປະຊາຊົນ, ທ່ານຕ້ອງຄົ້ນຄ້ວາແຕ່ລະກິລິຍາທ່າທາງຂອງເພິ່ນຢ່າງລະອຽດ, ຄືການຊີ້ມື, ການລູບໜວດ, ການຄຳ້ແອວ, ເວລາຄິດຫງຳ,… ຕາມທ່ານຄວາມຫຍຸ້ງຍາກທີ່ສຸດນັ້ນແມ່ນແວວຕາສີໜ້າ, ອາລົມຂອງເພິ່ນທີ່ມີຕໍ່ປະຊາຊົນ. ເມື່ອສະແດງ, ນັກສິລະປິນໄດ້ລືມຕົວເພື່ອສວມເປັນການນຳຜູ້ໜຶ່ງທີ່ມີການດຳລົງຊີວິດແບບລຽບງ່າຍ, ໃກ້ຊິດສະໜິດສະໜົມກັບປະຊາຊົນ. ທ່ານເວົ້າຄວາມໃນໃຈສູ່ຟັງວ່າ: ຜ່ານບົດລະຄອນ “ຮ່ອງຮອຍເດີມ“ ທ່ານສາມາດຮຳ່ຮຽນຈາກປະທານ ໂຮ່ຈີມິນ ກ່ຽວກັບແນວຄິດມະຫາສາມັກຄີແຫ່ງຊາດ, ຖືປະຊາຊົນເປັນກົກເຄົ້າໃນແຕ່ລະວຽກງານລະອຽດ, ນັ້ນແມ່ນຄວາມງາມ, ແມ່ນບຸກຄະລິກພາບອັນໃສແຈ້ງຂອງເພິ່ນ:

        “ເພື່ອສວມບົດເປັນຕົວລະຄອນ, ບໍ່ພຽງແຕ່ທ່ອງຂຶ້ນໃຈຄຳເວົ້າກໍ່ສາມາດສະແດງບົດລະຄອນໄດ້, ຫາກນັກສະແດງຕ້ອງຖືຕົນເປັນຕົວລະຄອນແທ້ໆຈຶ່ງສາມາດສະແດງຈິດວີນຍານ, ອາລົມຂອງຕົວລະຄອນໄດ້. ຜ່ານວິວັດແຫ່ງການຝຶກແອບບົດລະຄອນນີ້, ຂ້າພະເຈົ້າເຫັນວ່າ, ກິລິຍາທ່າທາງຂອງປະທານ ໂຮ່ຈີມິນ ຄ່ອຍໆຊືມເລິກໃນຕົວຂອງຕົນ… ພິເສດ, ບົດລະຄອນນີ້ໄດ້ເວົ້າເຖິງຄວາມໃກ້ຊິດສະໜິດສະໜົມກັບປະຊາຊົນຂອງປະທານ ໂຮ່ຈີມິນ“.

          ບົດລະຄອນ “ຮ່ອງຮອຍເດີມ“ ບໍ່ຫັນຕົວລະຄອນປະທານ ໂຮ່ຈີມິນ ເປັນເທບພະເຈົ້າ, ຫາກເປັນຜູ້ທຳມະດາງ່າຍດາຍ ແລະ ມີຄວາມໃກ້ຊິດສະໜິດສະໜົມຜ່ານການກະທຳ, ຄຳເວົ້າ, ແນວຄິດ, ກິລິຍາທ່າທາງ, ແລະ ຄຸນສົມບັດຂອງເພິ່ນ. ຕົວຢ່າງຄືເມື່ອເພິ່ນມອບໝາກກ້ຽງໃຫ້ຄົນປ້ອງກັນຜູ້ໜຶ່ງ, ແຕ່ລາວບໍ່ກ້າກິນຍ້ອນພວມປະຕິບັດໜ້າທີ່. ປະທານ ໂຮ່ຈີມິນ ກໍ່ບອກເລີຍວ່າ ໃຫ້ລຸງຢືມປືນແດ່, ແລ້ວເວົ້າວ່າ: “ເອົ້າ! ລຸງເວນຍາມແທນແລ້ວ, ຫຼານກິນໝາກກ້ຽງແມ“. ນັກສິລະປິນ ເດັ່ນ ໝີອວຽນ, ຜູ້ສວມບົດເປັນຜູ້ແຕ່ງກິນ, ໃຫ້ຮູ້ວ່າ: ຮູບພາບປະທານ ໂຮ່ຈີມິນ ໄດ້ຊືມເລິກຢູ່ໃນໃຈຂອງຊາວ ຫວຽດນາມ ຫຼາຍລຸ້ນຄົນ, ຍ້ອນເຫດນັ້ນ, ເມື່ອໄດ້ຮັບບົດລະຄອນລາວຮູ້ສຶກເຄົາລົບ ແລະ ຮັກແພງຕົວລະຄອນ ປະທານ ໂຮ່ຈີມິນ ທີ່ສຸດ. ນັກສິລະປິນດີເດັ່ນ ໝີອວຽນ ໄດ້ເວົ້າດ້ວຍຄວາມສະເທືອນໃຈວ່າ:

          “ອາລົມຈິດທີ່ຂ້າພະເຈົ້າສະຫງວນໃຫ້ປະທານ ໂຮ່ຈີມິນ ແມ່ນມີມາແຕ່ເວລາຍັງນ້ອຍ, ເມື່ອເຕີບໃຫຍ່ໄດ້ອ່ານຫຼາຍບົດປະພັນ, ກໍ່ຄືໄດ້ເບິ່ງຮູບເງົາເອກະສານກ່ຽວກັບປະທານ ໂຮ່ຈີມິນ… ຂ້າພະເຈົ້າຍິ່ງເຄົາລົບຮັກແພງເພິ່ນກວ່າອີກ. ໃນບົດລະຄອນນີ້, ນັກສິລະປິນດີເດັ່ນ ແທງດ່ຽນ ສວມບົດເປັນປະທານ ໂຮ່ຈີມິນ ດີທີ່ສຸດ. ເຮັດໃຫ້ຂ້າພະເຈົ້າຮູ້ສຶກວ່າຕົນມີກຽດໄດ້ພົບປະກັບປະທານ ໂຮ່ຈີມິນແທ້ໆ, ຫາກບໍ່ແມ່ນພວມສະແດງລະຄອນບົນເວທີ“.

ຮູບພາບປະທານ ໂຮ່ຈີມິນທີ່ມີຄວາມໃກ້ຊິດສະໜິດສະໜົມໃນບົດລະຄອນ “ຮ່ອງຮອຍເດີມ“ - ảnh 2 ຮູບພາບປະທານ ໂຮ່ຈີມິນທີ່ມີຄວາມໃກ້ຊິດສະໜິດສະໜົມໃນບົດລະຄອນ “ຮ່ອງຮອຍເດີມ“


         
ຕອນທີ່ສ້າງຄວາມສະເທືອນໃຈທີ່ສຸດໃຫ້ແກ່ຜູ້ຊົມ, ນັ້ນແມ່ນຮູບພາບພະນັກງານເມືອງອາດຍາສິດ, ຖອນຄືນທີ່ດິນເຮັດຊົນລະປະທານ, ແຕ່ວິທີເຮັດບໍ່ຄ່ອງແຄ້ວພາໃຫ້ປະຊາຊົນໂກດແຄ້ນ. ຜ່ານນັ້ນເຮັດໃຫ້ຜູ້ຊົມຄິດເຖິງບັນດາບັນຫາທີ່ເຄັ່ງຮ້ອນໃນປະຈຸບັນ. ມີພະນັກງານຫຼາຍຄົນ, ເປັນຜູ້ຮັບໃຊ້ປະຊາຊົນ, ແຕ່ພັດມີການກະທຳຝືນກັບແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ. ນັກສິລະປິນ ແຈ໋ງຈຶກ, ຜູ້ສວມບົດເປັນປະທານເມືອງ - ຕົວລະຄອນອະທຳໃນບົດລະຄອນໃຫ້ຮູ້ວ່າ: ຕົວລະຄອນນີ້ລວບລວມເອົາບັນດາຄວາມຊິນເຄີຍບໍ່ດີຂອງພະນັກງານພາກສ່ວນໜຶ່ງຄື: ໝູນໃຊ້ແຜນນະໂຍບາຍຂອງລັດເຂົ້າໃນການດຳລົງຊີວິດແບບບໍ່ມີລັກສະນະວິທະຍາສາດ, ບໍ່ຄ່ອງແຄ້ວ, ເຮັດແບບຟູມເຟືອຍ, ເອົາຮູບການ. ຕົວຢ່າງຄືເມື່ອຈັດພິທີຕ້ອນຮັບປະທານ ໂຮ່ຈີມິນ ມາຢ້ຽມຢາມ… ນັກສິລະປະ ແຈ໋ງຈຶກ, ເວົ້າວ່າ:

     “ຜ່ານແບບແຜນດຳລົງຊີວິດ, ການປະພຶດຂອງຕົນ, ປະທານ ໂຮ່ຈີມິນ ໄດ້ສຶກສາໃຫ້ພະນັກງານບັນດາບົດຮຽນທີ່ສົມເຫດສົມຜົນ. ນັ້ນແມ່ນເມື່ອນຳເອົາແຜນນະໂຍບາຍ, ແນວທາງອັນຖືກຕ້ອງຂອງພັກ, ລັດ ເຂົ້າໃນການດຳລົງຊີວິດແມ່ນຕ້ອງໝູນໃຊ້ຢ່າງສົມເຫດສົມຜົນ ແລະ ຄ່ອງແຄ້ວຈຶ່ງໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ. ສຳລັບພະນັກງານ, ສິ່ງສຳຄັນທີ່ສຸດແມ່ນຕ້ອງມີຄວາມໃກ້ຊິດຕິດແທດກັບປະຊາຊົນ, ຕ້ອງສັດຊື່ບໍລິສຸດ, ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຄວາມຮັກແພງຈາກປະຊາຊົນ“.

          ບັນດານັກສິລະປະເຂົ້າຮ່ວມການສະແດງໃນບົດລະຄອນ “ຮ່ອງຮອຍເດີມ“ ທຸກຄົນ , ນັບແຕ່ນັກສິລະປະທີ່ມີອາຍຸສູງຄືນັກກຳກັບການສະແດງ, ນັກສິລະປະດີເດັ່ນ ເຈິ່ນມິງງອກ, ຕົວລະຄອນເອກ,      ນັກສິລະປະດີເດັ່ນ ແທງດ່ຽນ, ນັກສິລະປະດີເດັ່ນ ໝີອວຽນ…ຕະຫຼອດຮອດບັນດານັກສະແດງເດັກນ້ອຍ ລ້ວນແຕ່ສະຫງວນຄວາມສະເທືອນໃຈທີ່ສຸດຕໍ່ຕົວລະຄອນຂອງຕົນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ບົດລະຄອນສ້າງຄວາມສະເທືອນໃຈທີ່ສຸດໃຫ້ແກ່ຜູ້ຊົມ, ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບການຂົນຂວາຍຮຳ່ຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ ໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ