ຮູບພາບສັດບັນດາປະເພດທີ່ສັກສິດໃນວັດທະນະທຳ, ສະຖາປັດຕະຍະກຳຫວຽດນາມ


  
ຮູບພາບສັດບັນດາປະເພດທີ່ສັກສິດໃນວັດທະນະທຳ, ສະຖາປັດຕະຍະກຳຫວຽດນາມ - ảnh 1
ຮູບ​ພາບສັດ 4 ປະເພດທີ່ສັກສິດຍັງ​ຄົງ​ຖືກ​ນຳ​ໄປ​ປະດັບ​ປະດາ​ຢູ່​ຕາມ​ກິດຈະກຳ​ສະຖາປັດຕະຍະກຳ, ພາບແຕ້ມ, ຮູບແກະຄວັດສະຫຼັກ
(ພາບ: vietnamnet)

  ນັບ​ແຕ່​ປາງ​ກ່ອນ​ເປັນ​ຕົ້ນ​ມາ, ໃນການເຫຼື້ອມໄສພື້ນເມືອງຫວຽດນາມ, ສັດ 4 ປະເພດທີ່ສັກສິດ ລວມມີ: ມັງກອນ, ສິງໂຕ, ​ເຕົາ, ຫົງ ​​ໄດ້​ເປັນ​ສັນຍາ​ລັກ​ໃຫ້​ແກ່​ສິດ​ອຳນາດ, ສະຕິ​ປັນຍາ, ກຳລັງ​ແຮງຢ່າງ​ມະຫາສານ ​ແລະ ຄວາມ​ງາມ​ອັນ​ສູ​ງສົ່ງ. ຍ້ອນ​ຄວາມ​ໝາຍ​ທີ່​ດີງາມ​ນີ້​ເອງ, ຮູບ​ພາບ​ສັດ​ທີ່​ສັກສິດ​ເຫຼົ່່ານັ້ນ​ຍາມ​ໃດ​ກໍ​ປະກົດ​ຕົວ​ໃນ​ບັນດາ​ກິດຈະກຳ​ສິລະ​ປະ​ສະຖາປັດຕະຍະກຳ ​ແລະ ​ໃນ​ການ​ດຳລົງ​ຊີວິດ, ປະຊາຊົນ​ໄດ້​ຖື​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ໂຊກ​ດີ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.   ​

     ຕາມ​ປັດ​ຊະ​ຍາ​ຝ່າຍ​ຕາ​ເວັນ​ອອກ​ແລ້ວ, ສັດ 4 ປະເພດທີ່ສັກສິດ ລວມມີ: ມັງກອນ, ສິງໂຕ, ​ເຕົາ, ຫົງ, ​ໃນ​ນັ້ນ​ມັງກອນ​ແມ່ນ​ສັດ​ປະ​ເພດ​ນຳ​ໜ້າ​ໃນ​ກຸ່ມ​ສັດ​ທີ່​ສັກສິດ​ດັ່ງກ່າວ ຖືກ​ຊາວ​ຫວຽດນາມ​ຫັນ​​ເປັນ​ເທບ​ນິຍາຍ, ກາຍ​ເປັນ​ສັນຍາ​ລັກ​ຂອງ​ກຳລັງ​ແຮງ, ສິດ​ອຳນາດ, ຄວາມ​ຈະເລີ​ນຮຸ່ງ​ເຮືອງ ​ແລະ ພະລັງ​ຊີວິດ​ຍືນຍົງ. ຮູບ​ພາບ ມັງກອນ​ໄດ້​ປະກົດ​ຕົວຫຼາຍ​ໃນ​ສິລະ​ປະ​ສະຖາປັດຕະຍະກຳ, ການ​ປະດັບ​ປະດາ​ໃນ​ພະລາດ​ຊະ​ວັງ, ຫໍ​ໂຮງ​ບູຊາ, ສຸສານ, ວັດວາອາ​ຮາມ. ​ເມື່ອ​ສົມທຽບ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ. ມັງກອນຂອງ​ຫວຽດນາມ​ແມ່ນ​ນິ້ມ​ນວນ​ອ່ອນ​ຍົນດ້ວຍ​ຮ່າງ​ຄົດ​ງໍ​ຄື​ຕົວ​ໜັງສື S. ມັງກອນຖືກ​ປະດັບ​ປະດາ​ໃນ​ວັດວາອາ​ຮາມ, ພະລາດຊະ​ວັງ​ສ່ວນ​ຫຼາຍ​ມີ​ຫົວ​ແຫງນ​ຂຶ້ນ​ສູງ, ອ້າ​ປາກ​ກ້ວາງ. ຜ່ານ​ແຕ່ລະ​ໄລຍະ​ແຫ່ງ​ປະຫວັດສາດ​, ຕາມ​ຄວາມວາດ​ນຶກ​ຂອງ​ມະນຸດ​ນັ້ນ, ມັ​ງ ກອນ​ໄດ້​ຮັບ​ການ​ປະດັບ​ປະດາລາຍ​ລະອຽດ​ຫຼາຍ​ຢ່່າງ​ໃຫ້​ແທດ​ເໝາະຕື່ື່ມອີກ. ​ເພາະສະ​ນັ້ນ, ​ເມື່ອ​ເຫັນ​ຮູບ​ພາບ ມັງກອນ​ຢູ່​ຕາມ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ, ​ເຄື່ອງ​ປະດັບ​ຕ່າງ​ໆ​ນັ້ນ, ຜູ້​ຄົນ​ທັງຫຼາຍ​ສາມາດ​ເດົາ​ເອົາ​ອາຍຸ​ຂອງ​ກິດຈະກຳ​ຫຼື​ເຄື່ອງ​ຂອງ​ວັດຖຸບູຮານ​ນັ້ນ​ແມ່ນ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຫຼີ້, ລາດ​ຊະ​ວົງ​ເລ ຫຼື ລາດ​ຊະ​ວົງຫງວຽນ. ທ່ານ​ດັ້ງ​ວັນ​ບານ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ໃຫ້​ຮູ້​ວ່າ : 

    “ມັງກອນ​ແມ່ນ​ສັນຍາ​ລັກສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​ຂອງ​ມະນຸດ​ຢາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຜູກ​ຮັດ. ມັງກອນສາມາດ​ບິນ​ຂຶ້ນ​ສູ່​ສະຫວັນ, ຊ້ອນ​ໂຕ​ໃນ​ກຸ່ມ​ເມັກ, ສາມາດ​ລອຍ​ນ້ຳ ​ແລະ ຍ່າງຫຼື​ເລື່ອນ​ເທິງ​ບົກ. ມັງກອນ​ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ຫວັງ​ອັນ​ສູງ​ສ​ົ່ງຂອງ​ມະນຸດ. ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ທັງ​ໝົດ, ທັງ​ຊ່ວຍມະນຸດ​ເປີດ​ກ້ວາງ​ສະພາບ​ແວດ​ລ້ອມ​ແຫ່ງ​ຊີວິດ, ສ້າງ​ການ​ດຳລົງ​ຊີວິດ​ທີ່​ນັບ​ມື້​ນັບ​ອຸດົມ​ຮັ່ງມີ, ຈົບງາມ​ກ່ວາ​ເກົ່າ”

    ​ໃນ​ຂະນະ​ທີ່ ມັງກອນ​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ສິດ​ອຳນາດ​ສູງ​ສຸດ​ນັ້ນ, ສິງ​ໂຕ​ແມ່ນ​ສັດ​ປະ​ເພດ​ທີ 2 ​ໃນ​ກຸ່ມສັດ 4 ປະເພດທີ່ສັກສິດ ສະ​ແດງ​ໃຫ້​ເຫັນ​ຄວາມ​ສັນຕິ​ສຸກ ​ແລ​ະ ​ໂຊກ​ດີ. ​ໃນ​ຄວາມ​ນຶກ​ຄິດ​ຂອງ​ຊາວ​ຫວຽດນາມ, ສິງ​ໂຕ​ແມ່ນ​ສັດ​ປະ​ເພດ​ທີ່​ແຂງ​ແຮງ, ມີ​ຄວາມ​ຈົງ​ຮັກ​ພັກດີ ດັ່ງ​ນັ້ນ​ເຄີຍ​ຖືກ​ເລືອກ​ເອົາ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ເຝົ້າ​ເວນຍາມ​ຢູ່ຫໍ​ໂຮງ​ບູຊາ, ວັດວາອາ​ຮາມ.

   ສັດ​ປະ​ເພດ​ທີ 3 ​ໃນ​ກຸ່ມສັດ 4 ປະເພດທີ່ສັກສິດ, ນັ້ນ​ແມ່ນ​ເຕົາ, ​ເປັນ​ສັນຍາ​ລັກ​ໃຫ້​ແກ່ກຳລັງ​ແຮງ, ຄວາມ​ຍືນ​ຍົງ​ຄົງ​ຕົວ. ​ໃນ​ປະຫວັດສາດ, ຊາວ​ຫວຽດນາມ​ໄດ້​ສ້າງ​ເລື່ອງ​ລາວ​ກ່ຽວ​ກັບ​ເຕົາ​ເປັນ​ເທບ​ນິຍາຍ, ຊຶ່ງ​ໄດ້​ຊ່ວຍ​ເຈົ້າຊີວິດ​ອາ​ນເຢືອງ​ເວື​ອງກໍ່ສ້າງກຳ​ແພງ ​ໂກ​ລວາ​ຢູ່​ເມືອງ​ດົງ​ແອ​ງ, ຮ່າ​ໂນ້ຍ. ສ່ວນຢູ່​ໃຈກາງ​ນະຄອນ ຫຼວງ​ຮ່າ​ໂນ້ຍ ມ​ີໜອງ​ຮ່ວານ​ກ໋ຽມ ດ້ວຍ​ທາດ​ເກົ່າ​ຊຶ່ງ​ຖືກ​ເອີ້ນ​ວ່າ ທາດ​ເຕົາ ຕັ້ງ​ຢູ່​ກາງ​ໜອງ. ພິ​ເສດ​ຢູ່​ໜອງ​ຮ່ວານ​ກ໋ຽມ​ໃນ​ປະຈຸ​ບັນ, ຍັງ​ຄົງ​ມີ​ເຕົາ​ໂຕ​ໜຶ່ງ​ຢູ່​ນີ້​ມາ​ເປັນ​ເວລາ​ນັບ​ຮ້ອຍ​ປີ, ບາງ​ຄັ້ງ​ຄາວ​ເຕົາ​ໄດ້​ຟູຂຶ້ນ​ໜ້າ​ນ້ຳ ອັນ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຄຳນຶງ​ເຖິງ​ເລື່ອງ​ລາວ​ເລົ່າ​ຂານ​ປາກ​ຕໍ່ປາກ​ກ່ຽວ​ກັບ​ເຈົ້າ​ຊີວິດ​ເລ​ເຫຼີ້ຍຂີ່​ເຮືອ​ໄປ​ສົ່ງ ດາບ​ວິ​ເສດ​ໃຫ້​ແກ່​ເຕົາ​ຄຳ​ພາຍຫຼັງ​ໄດ້​ຕີ​ທັບ​ມ້າງພວກ​ສັດຕູ​ເຂົ້າ​ມາ​ຮຸກ​ຮານ. ຮູບ​ພາບ​ທາດ​ເຕົາ, ​ແລະ ​ເຕົາ​ສັກສິດ​ຍິ່ງ​ເຮັດ​ໃຫ້​ທັດສະນີ​ຍະ​ພາບ​ໜອງ​ຮ່ວານ​ກ໋ຽມ ​ເພີ່ມ​ຄວາມ​ລຶກລັບ​ມະຫັດສະຈັນ. ຮູ​ບພາບ​ເຕົາ ກໍຍັງ​ປະກົດ​ຕົວ​ຢູ່​ຕາມຫໍ​ໂຮງ​ບູຊາ, ວັດວາອາ​ຮາມ. ຢູ່​ວັນ​ມ້ຽວກວັກ​ຕືຢ້າມ ຊຶ່ງ​ຮັບ​ຖື​ວ່າ​ແມ່ນ​ມະຫາວ​ິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ ​ໄດ້​ຖືກ​ກໍ່ສ້າງ​ແຕ່​ປີ 1070 ມີ​ແຜ່ນ​ສີ​ລາ 82 ​ແຜ່ນ​ຄວັດ​ຊື່​ບັນດາ​ຜູ້​ເສັງ​ໄດ້​ລະດັບ​​ປະລິນຍາ​ເອກ. ສິ່ງ​ທີ່​ພິ​ເສດ ​ແມ່ນ​ແຜ່ນ​ສີ​ລາ​ເຫຼົ່າ​ນັ້ນ​ ລ້ວນ​ແຕ່​ຖືກ​ຕັ້ງ​ບົນ​ຫຼັງ​ເຕົາ​ຖືກ​​ແກະ​ຄວັດ​ສະຫຼັກ​ດ້ວຍ​ຫີນ ມັນ​ປຽບ​ເໝືອນ​ຄວາມ​ເຄົາລົບ​ຕໍ່​ການ​ຮ່ຳຮຽນ, ຖື​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ເປັນສຳຄັນ. ທ່ານ​ດຣ ດັ້ງ​ກິມຫງອກ ນັກ​ຄົ້ນ​ຄ້ວາ​ວັດທະນະທຳ ​ໃຫ້​ຮູ້​ວ່າ : 

   “ ​ໃນ​ຄວາມ​ສຳນຶກ​ຂອງ​ຊາວ​ຫວຽດນາມ, ​ເຕົາ​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ໝັ້ນຄົງ​ໜັກ​ແໜ້ນ, ຍືນ​ຍົງ​ຄົງ​ຕົວ. ຍ້ອນ​ເຫດ​ນີ້​ເອງ, ​ໃນ​ສະ​ໄໝ​ລາດ​ຊະ​ວົງ​​ເລ​ຄື​ໃນຕົ້ນ​ສະຕະວັດ​ທີ 15  ຂະນະ​ທີ່​ການ​ຮ່ຳຮຽນ​ໄດ້​ຂະຫຍາຍຕົວ​ຢ່າງ​ກ້ວາງ​ຂວາງ, ​ໄດ້​ໃຫ້​ສ້າງ​ບັນດາ​ແຜ່ນ​ສີ​ລາ​ຄວັດ​ຊື່​ບັນດາ​ຜູ້​ເສັງ​ໄດ້​ລະດັບ​​ປະລິນຍາ​ເອກເຫຼົ່າ​ນັ້ນ ​ເພື່ອ​ເຊີດ​ຊູ​ບັນດາ​ຜູ້​ເສັງ​ໄດ້​ຄະ​ແນນ​ດີ, ຜ່ານ​ນັ້ນ​ຢາກ​ສຶກສາ​ອົບຮົມ​ມູນ​ເຊື້ອ​ທີ່​ດີງາມ​ນີ້​ໃຫ້​ແກ່​ຄົນ​ລຸ່ນຫຼັງ ”

     ສ່ວນຫົງ​ແມ່ນສັດປະເພດສຸດ​ທ້າຍ​ໃນ ກຸ່ມສັດ 4 ປະເພດທີ່ສັກສິດ, ​ແມ່ນ​ນົກ​ທີ່​ສວຍ​ງາມ. ຕາມ​ຄວາມ​ສຳນຶກ​ຂອງ​ຊາວ​ຫວຽດນາມ​ແລ້ວ, ບອ່ນທີ່​ນົກ​ຫົງ​ບິນ​ມາ ​ແມ່ນ​ບອ່ນທີ່​ຄາດ​ຄະ​ເນ​ວ່າ ​ຈະໄດ້​ຮັບ​ຄວາມ​ໂຊກ​ດີ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ. ຫົງ​ແມ່ນ​ສັນຍາ​ລັກ​ຂອງ​ຄວາມ​ງາມ​ສຸພາບ​ຮຽບຮ້ອຍ ​ແລະ ​ແມ່ນ​ຜົນສຳ​ເລັດ. ການ​ປະສົມ​ປະສານ​ລະຫວ່າງ​ມັງກອນ ​ແລະ ນົກ​ຫົງ ກໍ​ແມ່ນ​ຮູບ​ພາບ​ທີ່​ດີງາມ​​ແຫ່ງ ​ຄວາມ​ຜາ​ສຸກຂອງ​ຄູ່​ສົມ​ລົດ​ໃໝ່ ກໍ​ຄື​ຄວາມ​ໂຊກ​ດີ, ຄວາມ​ສຳ​ເລັດ​ຜົນ​ໃນ​ໜ້າ​ທີ່​ການ​ງານ. ​ໃນ​ທຸກ​ວັນ​ນີ້, ຮູບ​ພາບສັດ 4 ປະເພດທີ່ສັກສິດຍັງ​ຄົງ​ຖືກ​ນຳ​ໄປ​ປະດັບ​ປະດາ​ຢູ່​ຕາມ​ກິດຈະກຳ​ສະຖາປັດຕະຍະກຳ, ພາບແຕ້ມ, ຮູບແກະຄວັດສະຫຼັກ... ໃນທຸກໄລຍະເວລາ, ຮູບພາບສັດບັນດາປະເພດທີ່ສັກສິດ ຍັງຄົງແມ່ນສ່ວນໜຶ່ງໃນຊີວິດວັດທະນະທຳຂອງຊາວຫວຽດນາມ,ສະແດງໃຫ້ເຫັນຄວາມຫວັງກ່ຽວກັບປະເທດຊາດທີ່ສັນຕິພາບ, ວັດທະທາຖາວອນ, ຊີວິດຂອງປະຊາຊົນທີ່ ອີ່ມໜຳສຳລານ ແລະ ສົມບູນພຸນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ