ລາຍການສະແດງສິລະປະເດີນກາຕາຍຕືພາກໃຕ້ຫວຽດນາມ
(ພາບ: vanhoadoisong)
|
ເມື່ອບໍ່ດົນມານີ້, ຄະນະກຳມະການວັດທະນະທຳ, ວິທະຍາສາດ ແລະ ສຶກສາແຫ່ງສະຫະປະຊາຊາດ ໄດ້ຮັບຮອງ ສິລະປະເດີນກາຕາຍຕືພາກໃຕ້ຫວຽດນາມ ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ. ເຫດການນີ້ ໄດ້ປະກອບສ່ວນຢັ້ງຢືນຄຸນຄ່າ ແລະ ເປີດໄລຍະພັດທະນາໃໝ່ໃຫ້ແກ່ສິລະລະປະເພດພື້ນເມືອງທີ່ເປັນເອກະລັກສະເພາະຂອງຫວຽດນາມນີ້
ເດີນກາຕາຍຕື (ຍັງເອີ້ນວ່າ ດົນຕີຕາຍຕື) ຂະຫຍາຍຕົວຕົ້ນຕໍແມ່ນຢູ່ພາກໃຕ້ຫວຽດນາມ. ພື້ນຖານຂອງ ສິລະປະເດີນກາຕາຍຕືແມ່ນດົນຕີ 5 ຢ່າງ, ຊຶ່ງແມ່ນປະເພດດົນຕີໄດ້ຮັບການຂະຫຍາຍຕົວໃນສະຕະວັດທີ 17 ໂດຍອີງໃສ່ດົນຕີ ພາຍໃນພະລາດຊະວັງ ເຫ້ວ ແລະ ດົນຕີຂອງບັນດາແຂວງຕອນໃຕ້ພາກກາງຫວຽດນາມ. ທ່ານ ຫງວຽນວັນເຕີ້ນ ອະດີດຫົວໜ້າກົມ, ຜູ້ອຳນວນການສຳນັກງານຕາງໜ້າກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມປະຈຳນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ :
“ ປະເທດຫວຽດນາມພວກເຮົາ ດ້ວຍໄລຍະທາງແຫ່ງປະຫວັດສາດ, ພິເສດແມ່ນການເປີດກ້ວາງບຸກເບີກພື້ນທີ່ລົງສູ່ພາກໃຕ້ຂອງປະເທດຊາດຂອງຄົນລຸ່ນກ່ອນໆ ເປັນຂີດໝາຍທີ່ສຳຄັນທີ່ສຸດຂອງຊາດ. ຂີດໝາຍຂອງຂະບວນວິວັດແຫ່ງປະຫວັດສາດນັ້ນ, ແມ່ນບັນດາມໍລະດົກອັນລ້ຳຄ່າ. ໜຶ່ງໃນບັນດາມໍລະດົກອັນລ້ຳຄ່າດັ່ງກ່າວ ນັ້ນແມ່ນປະເພດສິລະລະພື້ນເມືອງເດີນກາຕາຍຕື. ນີ້ແມ່ນຜະລິດຕະພັນທີ່ເປັນເອກະລັກສະເພາະ ແມ່ນການສືບທອດພື້ນຖານດົນຕີພື້ນເມືອງ ຂອງ 2 ພາກເໜືອ ແລະ ພາກກາງ, ເພາະພວກເຮົາໄດ້ຮັບຊາບວ່າປະເພດສິລະປະເດີນກາຕາຍຕື ທັງມີຮ່ອງຮອຍຂອງດົນຕີພາຍໃນພະລາດຊະວັງ ເຫ້ວ , ທັງສະແດງໃຫ້ເຫັນນິດໃສໃຈຄໍທີ່ສະປອດ, ມີຫົວຄິດປະດິດສ້າງຂອງຊາວພາກໃຕ້. ຍ້ອນເຫດນັ້ນ, ໄດ້ສ້າງພະລັງຊີວິດທີ່ອະມະຕະໃຫ້ແກ່ສິລະປະ ເດີນກາຕາຍຕືຕໍ່ໜ້າບັນດາສິ່ງທົດສອບອັນຮ້າຍແຮງຂອງການເວລາ”
ຕົ້ນສະຕະວັດທີ 20, ສິລະປະເດີນກາຕາຍຕືໄດ້ກາຍເປັນຂະບວນການດົນຕີມີຢູ່ທົ່ວໄປໃນເຂດພາກໃຕ້, ເປັນຕົ້ນແມ່ນຢູ່ ແຂວງບາກລຽວ, ວິ້ງລອງ, ຊາແດກ, ລອງອານ, ມີ້ທໍ ແລະ ໄຊງ່ອຍ( ນະຄອນໂຮ່ຈິມິນໃນປະຈຸບັນ ) . ຜູ້ນຳໜ້າກຸ່ມນັກສິລະປີນເຂດທາງຕາເວັນອອກພາກໃຕ້ ແມ່ນລຸງ ຫງວຽນກວາງເດີ້ຍ ຊຶ່ງແມ່ນອະດີດນັກເສບເຄື່ອງດົນຕີໃນພະລາດຊະວັງ ເຫ້ວ, ປະຈຸບັນໄດ້ຍ້າຍໄປດຳລົງຊີວິດຢູ່ ເກີນເດືອກ ແລະ ເຄ່ືອນໄຫວສິລະປະພ້ອມກັບບັນດານັກສິລະປີນຄົນອື່ນໆຄື ກາວຮີ່ງກື ແລະ ກາວຮີ່ງດຽວ. ສ່ວນຜູ້ນຳໜ້າກຸ່ມນັກສິລະປີນເຂດທາງຕາເວັນຕົກພາກໃຕ້ ແມ່ນລຸງ ເຈີນກວາງກວນ ຊາວເຫ້ວ, ປະຈຸບັນໄດ້ຍ້າຍໄປດຳລົງຊີວິດຢູ່ ວິ້ງລອງ ແລະ ເຄ່ືອນໄຫວສິລະປະພ້ອມກັບບັນດານັກສິລະປີນຄົນອື່ນໆຄື ເຈີນກວາງຢ້ຽມ, ຫງວຽນລຽນຟອງ ແລະ ຫງວຽນບາຕື ຊາວກວາງນາມ. ນັກສິລະປີນເຫຼ່ົ້ານັ້ນ ແມ່ນບັນດາຜູ້ນຳໜ້າໃນການປະດິດຄິດແຕ່ງ ແລະ ສອນ ດົນຕີເດີນກາຕາຍຕື ຕາມແບບວິທີສະເພາະຂອງຕົນ.
ຈຸດພິເສດສະເພາະຂອງ ສິລະປະເດີນກາຕາຍຕືແມ່ນການຫຼິ້ນດົນຕີຕາມອາລົມໃຈ, ມັນເຊັ່ນດຽວກັນກັບການຫຼິ້ນດົນຕີຕາມອາລົມໃຈໃນດົນຕີທຳນອງ Jazz ຂອງອາເມລິກາ. ຍ້ອນເຫດນີ້ເອງ, ສິລະປະເດີນກາຕາຍຕືໄດ້ມີຈຳນວນບົດດົນຕີທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ. ບັນດາບົດດົນຕີທີ່ມີຊື່ສຽງຂອງ ເດີນກາຕາຍຕື ລວມມີ 20 ບົດດ້ວຍທຳນອງພາກເໜືອ ແລະ ພາກໃຕ້. ໜຶ່ງໃນ ບັນດາບົດດົນຕີທີ່ມີຊື່ສຽງຂອງ ເດີນກາຕາຍຕື ແມ່ນບົດດົນຕີ “ ຢະໂກຮ່ວາຍລາງ ” ( ໝາຍຄວາມວ່າ ຕອນເດິກດືນ ຟັງສຽງຄ້ອງຖ້າຜົວມາ ) ໂດຍນັກດົນຕີ ກາວວັນເລົາ ຢູ່ແຂວງ ບາກລຽວປະພັນເມືອ່ປີ 1917
ຄະນະກຳມະການວັດທະນະທຳ, ວິທະຍາສາດ ແລະ ສຶກສາແຫ່ງສະຫະປະຊາຊາດເມື່ອພິຈາລະນາບັນດາສຳເນົາ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ ໄດ້ຕີລາຄາສູງສິລະປະເດີນກາຕາຍຕືພາກໃຕ້ ເພາະມັນໄດ້ຖືກເຜີຍແຜ່ຢ່າງກ້ວາງຂວາງໃນຊີວິດວົງຄະນະຍາດ ໂດຍຜ່ານການສຶກສາຢ່່າງເປັນທາງການ ແລະ ບໍ່ເປັນທາງການຢູ່ 21 ແຂວງເຂດພາກໃຕ້ຫວຽດນາມ. ພ້ອມກັນນັ້ນ, ສິລະປະເດີນກາຕາຍຕື ກໍໄດ້ຮັບການປັບປຸງ ເພີ່ມເຕີມສິ່ງທີ່ໃໝ່ອຽມຜ່ານການແລກປ່ຽນວັດທະນະທຳກັບເຜົ່າຕ່າງໆ, ສະແດງໃຫ້ເຫັນຄວາມປອງດອງ ແລະ ການເຄົາລົບຊຶ່ງກັນ ແລະ ກັນລະຫວ່າງບັນດາເຜົ່າ. ທ່ານ ຫງວຽນວັນເຕີ້ນ ອະດີດຫົວໜ້າກົມ, ຜູ້ອຳນວນການສຳນັກງານຕາງໜ້າກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມປະຈຳນະຄອນໂຮ່ຈິມິນ ຢືນຢັນວ່າ :
“ ເລື່ອງ UNESCO ຮັບຮອງ ເດີນກາຕາຍຕືເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ ແມ່ນບໍ່ພຽງແຕ່ເປັນການຮັບຮູ້ຄຸນຄ່າຂອງມໍລະດົກທີ່ເປັນເອກະລັກສະເພາະ, ສາມາດສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ມີລັກສະນະແຜ່ຂະຫຍາຍຢ່າງແຂງແຮງໃນເຂດພາກໃຕ້ເທົ່ານັ້ນ, ຫາກຍັງແມ່ນເງື່ອນໄຂຕັດສິນເພື່ອອະນຸລັກຮັກສາ ແລະ ຂຸດຄົ້ນບັນດາຄຸນຄ່າຂອງມໍລະດົກນີ້ ແນໃສ່ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ພິເສດແມ່ນຂົງເຂດທ່ອງທ່ຽວ ແລະ ວັດທະນະທຳອີກດ້ວຍ ”
ຜ່ານໄລຍະກ່ວາ 100 ປີ ນັບຕັ້ງແຕ່ເວລາປະກົດຕົວ, ສິລະປະເດີນກາຕາຍຕື ໃນປະຈຸບັນຍັງຄົງແມ່ນສິລະລະປະເພດພື້ນເມືອງທີ່ມີພະລັງຊີວິດອັນແຂງແຮງຢູ່ພາກໃຕ້ ແລະ ແຜ່ຫຼາຍໃນໃນຊີວິດປະຈຳວັນ, ໃນງານດອງ, ພິທີໄຫວ້ບູຊາຫຼື ງານບຸນຕ່າງໆ. ເລື່ອງຄະນະກຳມະການວັດທະນະທຳ, ວິທະຍາສາດ ແລະ ສຶກສາແຫ່ງສະຫະປະຊາຊາດ ຮັບຮອງ ສິລະປະເດີນກາຕາຍຕືພາກໃຕ້ຫວຽດນາມ ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ ຈະເປັນການສ້າງພະລັງຊີວິດຕື່ມອີກ ແລະ ເຮັດໃຫ້ປະເພດສິລະປະ ທີ່ດຶງດູດໃຈຜູ້ຊົມ ແລະ ມີຈຳນວນນັກສະແດງຫຼາຍກ່ວາໃນບັນດາປະເພດ ສິລະປະພື້ນເມືອງທັງໝົດຂອງຫວຽດນາມນີ້ ແຜ່ຂະຫຍາຍຢ່າງແຂງແຮງກ່ວາ.