(vovworld)-
ພາຍຫຼັງພິທີຮັບນາມມາຍົດມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດຢ່າງເບີກບານມ່ວນຊື່ນນັ້ນ, ການນຳສອງແຂວງເງະອານ ແລະ ຮ່າຕິ້ງ ໄດ້ໃຫ້ຄຳໝັ້ນສັນຍາຈະອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງມໍລະດົກ. ແນ່ນອນວ່າ, ວຽກງານດັ່ງກ່າວຈະປະສົບກັບຄວາມຫຍຸ້ງຍາກ ແຕ່ເລື່ອງຮັກສາບັນດາສະໂມສອນຂັບວີຢ້ຳຢູ່ບ້ານຕ່າງໆ ໄດ້ປະກອບສ່ວນປັບປຸງ ແລະ ຮັກສາບັນດາທຳນອງເພງວີຢ້ຳໃນວົງຄະນາຍາດ.
(ພາບ: www.baomoi.com)
ເອື້ອຍເຈິ່ນທິເຮືອງ ເຂົ້າຮ່ວມສະໂມສອນເພງພື້ນເມືອງຕາແສງກິງເຮົ້າ, ເມືອງກິງລຶວ, ແຂວງເງະອານ ເປັນເວລາ 10 ປີເຕັມແລ້ວ. ວຽກໄຮ່ການນາຍາມໃດກໍ່ຄັບຄາ, ສະນັ້ນ, ເລື່ອງຮັກສາການເຄື່ອນໄຫວຂອງສະໂມສອນແມ່ນຄວາມມານະພະຍາຍາມອັນໃຫ່ຍຫຼວງຂອງບັນດາສະມາຊິກສະໂມສອນ. ພວກເອື້ອຍທັງຮຽນຮ້ອງເພງ, ທັງຮຽບຮຽງ, ຈົດກ່າຍເນື້ອເພງຂັບວີຢ້ຳບູຮານເພື່ອສືບທອດໃຫ້ແກ່ລູກຫຼານ. ເອື້ອຍເຮືອງໃຫ້ຮູ້ວ່າ:
“ຍ້ອນມີຄວາມເມົາມົວຕໍ່ຂັບວີຢ້ຳ, ເມື່ອເຫັນວ່າພວກອ້າຍເອື້ອຍເຂົ້າຮ່ວມຂ້າພະເຈົ້າກໍ່ເຂົ້າຮ່ວມສະໂມສອນ. ຂ້າພະເຈົ້າໄດ້ຮັບການລະດົມກຳລັງໃຈຈາກພວກອ້າຍເອື້ອຍ ພ້ອມກັບຄວາມເມົາມົວຂອງຕົນ, ຂ້າພະເຈົ້າພະຍາຍາມຝຶກແອບວິທີຂັບວີຢ້ຳເພື່ອໃຫ້ສຽງເພງຂອງຕົນມ່ວນກ່ວາ “.
(ພາບ: danviet.vn)
ໂດຍມີຄວາມນິຍົມຂັບວີຢ້ຳພື້ນເມືອງນັບແຕ່ຄາວຍັງນ້ອຍ, ເອື້ອຍຟ້າມແອງງອກ, ອາຈານສອນຢູ່ໂຮງຮຽນມັດທະຍົມຕອນປາຍວິງເຕີນ, ນະຄອນວິງ, ແຂວງເງະອານ ໃຫ້ຮູ້ວ່າ: ເມື່ອຂະບວນການຂັບເພງພື້ນເມືອງໄດ້ແຜ່ຂະຫຍາຍລົງບັນດາໂຮງຮຽນ, ນັບແຕ່ປີ 1998, ເອື້ອຍໄດ້ນຳເອົາທຳນອງເພງພື້ນເມືອງ, ຂັບວີຢ້ຳເຂົ້າໃນບັນດາບົດສອນຂອງຕົນ, ປະກອບຄວາມຮູ້ພື້ນຖານກ່ຽວກັບປະເພດດົນຕີພື້ນເມືອງນີ້ໃຫ້ແກ່ນັກຮຽນ:
“ບໍ່ພຽງແຕ່ອາຈານສອນດົນຕີຈຶ່ງສອນເພງພື້ນເມືອງໄດ້ເທົ່ານັ້ນ, ຫາກບັນດາອາຈານສອນວັນນະຄະດີ, ປະຫວັດສາດກໍ່ສາມາດສອນກ່ຽວກັບກົກເຄົ້າຂອງເພງພື້ນເມືອງໄດ້. ອາຈານສອນດົນຕີສາມາດຖ່າຍຖອດໃຫ້ພວກນ້ອງດ້ວຍຈິດໃຈ, ສຽງຂັບຂອງຕົນ ເພື່ອໃຫ້ພວກນ້ອງເຂົ້າໃຈໄດ້ຈຸດທີ່ດີງາມສິ່ງຍອດຍິ່ງເຊິ່ງລຸ້ນກ່ອນໄດ້ຟາກຝັ່ງໃນຂັບວີຢ້ຳ“.
ບັນດາຄຸນຄ່າທີ່ເປັນມູນເຊື້ອໂດຍລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້ ແລະ ຄວາມນິຍົມຂັບວີຢ້ຳ ບໍ່ພຽງແຕ່ຂອງຜູ້ເຖົ້າຜູ້ແກ່ເທົ່ານັ້ນ, ຫາກຍັງຂອງລຸ້ນໜຸ່ມອີກດ້ວຍ. ຂັບພື້ນເມືອງແມ່ນມູນເຊື້ອຂອງຄອບຄົວເອື້ອຍຫງວຽນທິງາ, ສະມາຊິກສະໂມສອນເພງພື້ນເມືອງຕາແສງງອກເຊີນ, ເມືອງແທງເຈືອງ, ແຂວງເງະອານ. ເອື້ອຍຫງວຽນທິງາ ໃຫ້ຮູ້ວ່າ:
“ນັບແຕ່ຄາວຍັງນ້ອຍ, ນ້ອງໄດ້ມີຄວາມເມົາມົວກັບຂັບເພງພື້ນເມືອງແລ້ວ. ປະຈຸບັນນ້ອງຮຽນມະຫາວິທະຍາໄລສ້າງຄູແຕ່ແນ່ນອນວ່າຄວາມເມົາມົວຕໍ່ຂັບວີຢ້ຳພື້ນເມືອງຍັງມີຢູ່ສະເໝີ“.
ຢູ່ແຂວງເງະອານ ແລະ ຮ່າຕິ້ງ, ເພງພື້ນເມືອງເວົ້າລວມ ແລະ ຂັບວີຢ້ຳເວົ້າສະເພາະພວມຝັງເລິກໃນດວງໃຈຜູ້ນິຍົມທັງຫຼາຍ ຍ້ອນຂະບວນການສິລະປະມະຫາຊົນ, ແລະ ການເຄືອ່ນໄຫວຂອງສະໂມສອນຂັບວີຢ້ຳຢູ່ທ້ອງຖິ່ນ. ວີຢ້ຳນັບມື້ນັບໄດ້ຮັບການຂະຫຍາຍອອກສູ່ແຕ່ລະຄອບຄົວ, ໂຮງຮຽນແຕ່ລະແຫ່ງ…ຂະບວນຂັບເພງພື້ນເມືອງໄດ້ພັດທະນາໃນທົ່ວທຸກທ້ອງຖິ່ນຢູ່ສອງແຂວງນີ້ດ້ວຍກ່ວາ 80 ສະໂມສອນ ແລະ ນັກສິລະປະກອນເກືອບ 2000 ຄົນທີ່ເຄື່ອນໄຫວເປັນປະຈຳ, ໃນນັ້ນມີນັກສິລະປະກອນຂັບວີຢ້ຳດີເດັ່ນທີ່ໄດ້ຮັບນາມມະຍົດນັກສິລະປະກອນພື້ນເມືອງຫວຽດນາມເກືອບ 100 ຄົນ. ຕາມທ່ານຟ້າມຕຽນຢຸງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເງະອານແລ້ວ, ລະບົບບັນດາສະໂມສອນໄດ້ສ້າງເປັນຂະບວນການຂັບເພງພື້ນເມືອງກ້ວາງຂວາງໃນທ້ອງຖິ່ນຕ່າງໆ, ກາຍເປັນແຫ່ງເກັບຮັກສາຂັບວີຢ້ຳພື້ນເມືອງເງະຕິ້ງ:
“ປະຈຸບັນ, ພວກຂ້າພະເຈົ້າພວມຟື້ນຟູບັນດາເວທີສະແດງ, ທຳນອງເພງພື້ນເມືອງດ້ວຍການຍົກສູງຄຸນນະພາບບັນດາສະໂມສອນຢູ່ບັນດາຕາແສງ. ນັ້ນແມ່ນການຂັບ, ສະແດງຕ້ອງຕິດພັນກັບບັນດາສະພາບແວດລ້ອມ. ບັນດາທຳນອງເພງບູຮານໄດ້ຮັບການກຳເນີດຄືແນວໃດກໍ່ຖືກສະແດງອອກໃນລາຍການສະແດງຕ່າງໆ“.
ຖ້າວ່າເມື່ອກ່ອນ, ຊາວເງະຕິ້ງຂັບເພງພື້ນເມືອງຕອບກັນຢູ່ສອງຟາກຝັ່ງແມ່ນ້ຳ, ຜູ້ບ່າວບ້ານນີ້ຂັບຮ້ອງຕອບກັນກັບຜູ້ສາວບ້ານອື່ນ, ແຕ່ປະຈຸບັນ, 2 ປີເທື່ອ 1, ຊາວແຂວງເງະອານ, ຮ່າຕິ້ງ ໄດ້ພົບປະກັນໃນງານມະໂຫລານເພງພື້ນເມືອງ ຊື່ງຖືກຈັດຂຶ້ນຜັດປ່ຽນກັນເພື່ອສາມາດພົບປະແລກປ່ຽນ, ຮ່ຳຮຽນ, ສືບທອດບັນດາທຳນອງເພງໃໝ່ທີ່ຫາກໍ່ຮຽບຮຽງໄດ້ໃຫ້ແກ່ກັນ. ເມື່ອກາຍເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ, ຂັບວີຢ້ຳເງະຕິ້ງ ມີໂອກາດແນະນຳກັບຜູ້ນິຍົມວັດທະນະທຳ, ດົນຕີສາກົນ, ພ້ອມທັງຈະມີໂອກາດໄດ້ສຳພັດກັບວິວັດການອະນຸລັກຮັກສາໂດຍພື້ນຖານ, ທັນສະໄໝ. ແຕ່ເຖິງຢ່າງໃດກໍ່ຕາມ, ພະລັງຊີວິດທີ່ໝັ້ນຄົງໃນປະຊາຄົມ ຈຶ່ງເປັນພື້ນຖານເພື່ອໃຫ້ຂັບວີຢ້ຳຍືນຍົງຄົງຕົວພ້ອມກັບການເວລາໄດ້./.