(VOVWORLD) -ປີນີ້ແມ່ນ ຄົບຮອບ 20 ປີແຫ່ງດົນຕີໃນລາດຊະວັງແມ່ນມໍລະດົກບໍ່ເປັນວັດຖຸທຳອິດຂອງຫວຽດນາມ. ໄດ້ຮັບການຮັບຮອງຈາກອົງການUnesco ແມ່ນມໍລດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດຄືວັນທີ 7 ພະຈິກປີ 2003 - ວັນທີ 7 ພະຈິກປີ 2023. ໃນຕະຫຼອດໄລຍະນີ້ ອຳນາດການປົກຄອງແຂວງເທື່ອທຽນເຫວ້ ພ້ອມກັບບັນດາຜູ້ເຮັດວຽກງານວັດທະນະທຳໄດ້ອະນຸລັກຮັກສາແລະເສີມຂະຫຍາຍມໍລະດົກຢ່າງບໍ່ຢຸດຢັ້ງ
ລາຍການສະແດງດົນຕີໃນລາດຊະວັງເຫ້ວ |
ດົນຕີໃນລາດຊະວັງໄດ້ປາກົດມີໃນຊຸມປີທຳອິດຂອງລາດຊະວົງຫຼີ (1010 - 1225). ແຕ່ຮອດສະໄໝລາດຊະວົງຫງວຽນ (1802 - 1945) ປະເພດດົນຕີນີ້ຈິ່ງຂະຫຍາຍຕົວຢ່າງແທ້ຈິງມີຄວາມອຸດົມສົມບູນນັບທັງປະເພດ, ຫົວເລື່ອງແລະ ຈຳນວນ.ຜ່ານໄລຍະເວລານັບ 100 ປີ, ດົນຕີໃນລາດຊະວັງໄດ້ຮັບການອະນຸລັກຮັກສາແລະຖືກສະແດງໃນບັນດາພິທີທາງການທູດ, ສະແດງຮັບໃຊ້ປະຊາຊົນ ແລະແຂກທ່ອງທ່ຽວໃນໂອກາດບຸນເຕັດ, ງານ Festival, ງານບຸນຕ່າງໆ ນັກສິລະປະການດີເດັ່ນຮວ່າງຈ້ອງເກືອງຮອງຜູ້ອຳນວຍການໂຮງລະຄອນສິລະປະພື້ນເມືອງລາດຊະວັງເຫວ້ ໃຫ້ຮູ້ວ່າ:
“ຈາກການຊີ້ນຳຂອງສຸນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫວ້, ພິເສດແມ່ນການຟື້ນຟູເຂດສະແດງໃນເມື່ອກ່ອນເຊິ່ງເຄີຍຖືກຈັດຂຶ້ນຢູ່ ດ້າຍໂນ້ຍ ເວົ້າສະເພາະແລະ ບັນດາສຸສານຂອງເຈົ້າຊີວິດເວົ້າລວມ, ພວກຂ້າພະເຈົ້າໄດ້ສະແດງດົນຕີໃນລາດຊະວັງຢູ່ເຂດ ດ້າຍໂນ້ຍ. ຈາກນັ້ນແຂກທ່ອງທ່ຽວສາມາດເຂົ້າໃຈກ່ຽວກັບວິນຍານຂອງດົນຕີໃນລາດຊະວັງເມື່ອກ່ອນນີ້ຄືແນວໃດ”.
ປະເພດດົນຕີໃນລາດຊະວັງສະໄໝລາດຊະວົງຫງວຽນກໍ່ເປັນຕົວແບບໃຫ້ແກ່ດົນຕີທີ່ໂດດເດັ່ນຂອງຫວຽດນາມ.ດົນຕີໃນລາດຊະວັງບໍ່ພຽງແຕ່ບັນຈຸລະບົບດົນຕີເທົ່ານັ້ນຫາກຍັງບັນຈຸສິລະປະການສະແດງອີກດ້ວຍ. ສິລະປິນ ຮວ່າງຕ໊ວນຜູ້ເສບດົນຕີມາເປັນເວລາຫຼາຍປີໃຫ້ຮູ້ວ່າ:
“ສິ່ງທີ່ເປັນໜ້າເອກອ້າງທະນົງໃຈໃນການສະແດງຂອງຂ້າພະເຈົ້າຢູ່ໂຮງລະຄອນກໍ່ບໍ່ແມ່ນລາຍການສະແດງໃນທ່າມກາງລະບົບແສງສີສຽງໃນຊຸດອາພອນສວຍງາມເທົ່ານັ້ນ ສຳຄັນແມ່ນບັນດາທຳນອງດົນຕີໃນລາດຊະວັງຕ້ອງໄປສູ່ຜູ້ຟັງ. ຜ່ານນັ້ນທຸກໆຄົນສາມາດຮູ້ສຶກມີຄວາມສະດຸ້ງໃຈ ສາມາດເຂົ້າໃຈໄດ້ເຖິງເນື້ອໃນຈິດໃຈຂອງດົນຕີໃນລາດຊະວັງຜ່ານແຕ່ລະທຳນອງ, ເນື້ອໃນຈິດໃຈຂອງຊາວຫວຽດນາມ, ດົນຕີຫວຽດນາມ, ດົນຕີພື້ນເມືອງ ແລະບັນດາລາຍການສະແດງໃນລາດຊະວັງເຫວ້.”
ຈາກແຫຼ່ງເອກະສານ, ບັນດານັກສິລະປະການສິລະປິນ, ມາຮອດປັດຈຸບັນໂຮງລະຄອນໃນລາດຊະວັງເຫວ້ ໄດ້ສ້າງເອກະສານຫຼາຍກວ່າ 20 ຊຸດ ເຊິ່ງລວມມີບັນດາບົດດົນຕີໃນລະບົບດົນຕີໃນລາດຊະວັງ, ຟ້ອນໃນລາດຊະວັງ, ຂັບຕວງ ໃນລາດຊະວັງ... ສິລະປິນປະຊາຊົນຟານທິແບັກຫາກຜູ້ອຳນວຍການໂຮງລະຄອນສິລະປະພື້ນເມືອງລາດຊະວັງເຫວ້ ໃຫ້ຮູ້ວ່າ:
“ທີ່ຈິງແລ້ວ ມີນັກສິລະປິນນັກສີລະປະການຜູ້ອາຍຸສູງຫຼາຍຄົນໄດ້ເຖິງແກ່ມໍລະນະກຳແລ້ວ, ນີ້ກໍ່ແມ່ນຄວາມຫຍຸ້ງຍາກ, ບັນດາຕົວພະຍານຍັງມີຊີວິດຢູ່ນັ້ນໃນປັດຈຸບັນກໍ່ມີບໍ່ເທົ່າໃດຄົນ, ເມື່ອ Unescoໄດ້ຮັບຮອງເອົານັ້ນ, ພວກຂ້າພະເຈົ້າກໍ່ໄດ້ຄຳນຶງລ່ວງໜ້າເຖິງເລື່ອງນີ້ແລ້ວ. ບັນຫາແມ່ນຕ້ອງກໍ່ສ້າງໃຫ້ລຸ້ນສິລະປິນສິລະປະການສືບທອດ. ມາຮອດປັດຈຸບັນໃນໂຮງລະຄອນເຂົາເຈົ້າກໍ່ສາມາດທົດແທນພວກອາວອາ ຄູອາຈານເພື່ອຖ່າຍທອດໃຫ້ໄວໜຸ່ມ. ເພາະສະນັ້ນພວກຂ້າພະເຈົ້າຍາມໃດກໍ່ຮັກສາອະນຸລັກດົນຕີໃນລາດຊະວັງເຫວ້”.
ຜ່ານສອງທົດສະວັດທີ່ຜ່ານມາ, ຂະແໜງວັດທະນະທຳແຂວງເທື່ອທຽນເຫວ້ ແລະບັນດານັກສິລະການສິລະປິນ ໄດ້ຮ່ວມແຮງຮ່ວມໃຈອະນຸລັກເສີມຂະຫຍາຍຄຸນຄ່ານຳດົນຕີໃນລັງຊະວັງຍັບເຂົ້າໃກ້ກັບມວນຊົນ ແລະແຂກທ່ອງທ່ຽວຫຼາຍ ກວ່າ. ທ່ານຟານແທັງຫ໋າຍ ຫົວໜ້າພະແນກວັດທະນະທຳ ກິລາແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ:
“ໃນໄລຍະທີ່ຈະມາເຖິງພວກເຮົາບໍ່ພຽງແຕ່ລົງທຶນໃຫ້ແກ່ເຂດສະແດງດົນຕີໃນລາດຊະວັງເທົ່ານັ້ນແຕ່ຕ້ອງເອົາໃຈໃສ່ເຖິງວຽກງານກໍ່ສ້າງຖັນແຖວສືບທອດ ພ້ອມທັງຍົກສູງລະດັບຂອງບັນດາສິລະປະການສິລະປິນສະແດງດົນຕີໃນລາດຊະວັງ ເພື່ອໃຫ້ປະເພດດົນຕີນີ້ ຖືກສະແດງຢູ່ຫຼາຍແຫ່ງໃນໂລກອີກດ້ວຍ”.
ດົນຕີໃນລາດຊະວັງກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຊາວເຫວ໊ ເວົ້າສະເພາະກໍ່ຄືຊາວຫວຽດນາມເວົ້າລວມ.ຍ້ອນວຽກງານອະນຸລັກບັນລຸປະສິດທິຜົນມາຮອດປັດຈຸບັນດົນຕີໃນລາດຊະວັງເຫວ້ ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງໃນຊີວິດແລະ ເສີມຂະຫຍາຍປະສິດທິຜົນໃນການຍົກສູງຊີວິດທາງດ້ານວັດທະນະທຳຈິດໃຈຂອງຊາວ ເຫວ້. ບັນດາຜູ້ເຮັດວຽກງານວັດທະນະທຳພິເສດແມ່ນນັກສິລະປິນນັກສິລະການນັກເສບດົນຕີຍັງຄົງເມົາມົວອຸທິດສ່ວນເພື່ອໃຫ້ປະເພດດົນຕີນີ້ນັບມື້ນັບແຜ່ກະຈາຍໄປທົ່ວ.