(vovworld) - ຫໍພິພິທະພັນແມ່ນບ່ອນຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກວັດທະນະທຳ, ປະຫວັດສາດທີ່ຍອດຍິ່ງຂອງແຕ່ລະປະເທດ. ໃນຊຸມປີຜ່ານມາ, ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາຫໍພິພິທະພັນໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກລັດ ແລະ ທົ່ວສັງຄົມ, ປະກອບສ່ວນຍົກສູງຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ.
ທ່ານປະລິຍາເອກ ຫງວຽນເທ໋ຮຸ່ງ, ຫົວໜ້າກົມມໍລະດົກ,
ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ
ຫໍພິພິທະພັນແມ່ນບັນຍັດວັດທະນະທຳທີ່ສຳຄັນ. ປະຈຸບັນ, ລະບົບຫໍພິພິທະພັນຂອງ ຫວຽດນາມ ພວມພັດທະນາຢ່າງແຮງດ້ວຍຫໍພິພິທະພັນລະດັບຊາດ, ແຂວງ, ນະຄອນ 134 ແຫ່ງ ແລະ ຫໍພິພິທະພັນເອກະຊົນ 31 ແຫ່ງ. ເພື່ອຍົກສູງຄຸນນະພາບວຽກງານອະນຸລັກຮັກສາຫໍພິພິທະພັນ, ສາສະດາຈານ, ປະລິຍາເອກ ລືວເຈິ່ນຕຽວ, ປະທານສະພາມໍລະດົກວັດທະນະທຳແຫ່ງຊາດ, ປະທານສະພາມໍລະດົກວັດທະນະທຳ ຫວຽດນາມ, ໃຫ້ຮູ້ວ່າ:
“ຫໍພິພິທະພັນໄດ້ມີການປ່ຽນໃໝ່ວຽກງານວາງສະແດງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນແຫຼ່ງເອກະສານ, ວັດຖຸພັນໃນຫໍພິພິທະພັນເປັນດີຈີຕອນ ຢ່າງແຮງ. ຫັນຫໍພິພິທະພັນເປັນສູນສຶກສານອກໂຮງຮຽນ, ເພີ່ມຄວາມຮູ້ຕື່ມອີກໃຫ້ທຸກເປົ້າໝາຍມາຢ້ຽມຊົມຫໍພິພິທະພັນ. ສ້າງ ແລະ ຜັນຂະຫຍາຍຍຸດທະສາດ marketing ຫໍພິພິທະພັນຢ່າງແຮງ, ເພີ່ມທະວີບັນດາຮູບການເຄື່ອນໄຫວພົວພັນແລກປ່ຽນ, ຢ້ຽມຊົມທັງຢູ່ພາຍໃນ ແລະ ນອກຫໍພິພິທະພັນ, ເຊື່ອມຕໍ່ຫໍພິພິທະພັນກັບການທ່ອງທ່ຽວ“.
ວຽກງານອະນຸລັກຮັກສາຫໍພິພິທະພັນຍິ່ງດີເທົ່າໃດ, ກໍ່ຍິ່ງຊ່ວຍໃຫ້ແຂກທ່ອງທ່ຽວມີຄວາມເຂົ້າໃຈ, ນິຍົມຊົມຊອບກັບບັນດາວັດຖຸພັນທີ່ວາງສະແດງຢູ່ທີ່ນີ້, ຜ່ານນັ້ນໂຄສະນາວັດທະນະທຳ, ຮູບພາບປະເທດຊາດ, ຊາວ ຫວຽດນາມ ຢ່າງເລິກເຊິ່ງກວ້າງຂວາງ. ຕາມທ່ານປະລິຍາເອກ ຫງວຽນເທ໋ຮຸ່ງ, ຫົວໜ້າກົມມໍລະດົກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ບົດຮຽນສຳຄັນທີ່ສຸດໃນວຽກງານ ອະນຸລັກຮັກສາມໍລະດົກວັດທະນະທຳ, ໃນນັ້ນມີຫໍພິພິທະພັນ ນັ້ນແມ່ນການຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດຂອງລັດ ແລະ ປະຊາຄົມ.
“ລັດປັບປຸງລະບົບກົດໝາຍ, ສືບຕໍ່ປະກາດໃຊ້ ແລະ ປະຕິບັດນະໂຍບາຍເກື້ອກູນສຳລັບນັກສິລະປະການ. ເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງສ້າງ, ຄຸ້ມຄອງວັດທະນະທຳ. ການອະນຸລັກຮັກສາບໍ່ໝາຍຄວາມວ່າພຽງແຕ່ຮັກສາຮູບເດີມໄວ້ຄືເກົ່າເທົ່ານັ້ນ, ຫາກຍັງຕ້ອງມີການຕິດພັນກັບບັນດາປັດໃຈຍຸກປັດຈຸບັນອີກດ້ວຍ. ພວກເຮົາສາມາດນຳເອົາບັນດາປັດໃຈຍຸກປັດຈຸບັນເຂົ້າໃນການອະນຸລັກຮັກສາ ບົນພື້ນຖານຕ້ອງໄດ້ຮັບການປຶກສາຫາລືຢ່າງລະອຽດ“.
ຄຽງຂ້າງການເປີດກວ້າງຮູບແບບຫັນເປັນສັງຄົມ, ລະດົມທຸກແຫຼ່ງກຳລັງຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວຽກງານອະນຸລັກຮັກສາຫໍພິພິທະພັນແລ້ວ, ເຕັກນິກການອະນຸລັກຮັກສາກໍ່ແມ່ນປັດໃຈສຳຄັນທີ່ສຸດ. ມີການສົມທົບກັນຢ່າງກົມກຽວ, ເໝາະສົມລະຫວ່າງເຕັກນິກອະນຸລັກຮັກສາທີ່ເປັນມູນເຊື້ອ ແລະ ເຕັກໂນໂລຢີທີ່ທັນສະໄໝ, ຕາມຫຼັກການບໍ່ຖືເປັນສຳຄັນເຕັກນິກທີ່ທັນສະໄໝເກີນໄປ.
ທັງປະຊາຄົມຕ້ອງມີຄວາມຮັບຜິດຊອບເຂົ້າຮ່ວມການອະນຸລັກຮັກສາ, ເສີມຂະຫຍາຍ ແລະ ພ້ອມກັນຊົມໃຊ້ຄຸນຄ່າວັດທະນະທຳ, ເຊິ່ງຫໍພິພິທະພັນໄດ້ນຳມາໃຫ້. ປະຊາຊົນສາມາດເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ຫໍພິພິທະພັນຄື: ຊອກຫາ, ຮຽບຮຽງ, ສະແດງຮີດຄອງປະເພນີທ້ອງຖີ່ນ, ພິທີງານບຸນ… ເຮັດໃຫ້ການເຄື່ອນໄຫວຂອງຫໍພິພິທະພັນມີຊີວິດຊີວາກວ່າ. ຮອງສາສະດາຈານ, ປະລິຍາເອກ ຫວໍກວາງຈ້ອງ, ຜູ້ອຳນວຍການຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ຖືວ່າ:
“ເລື່ອງອະນຸລັກຮັກສາຫໍພິພິທະພັນມີການກະທົບຢ່າງຕັ້ງໜ້າເຖິງປະຊາຄົມ. ຫໍພິພິທະພັນບໍ່ພຽງແຕ່ແມ່ນແຫ່ງອະນຸລັກຮັກສາເທົ່ານັ້ນ, ຫາກຍັງແມ່ນແຫ່ງສອນ ແລະ ສືບທອດອາຊີບອີກດ້ວຍ. ການສອນ, ສືບທອດອາຊີບຢູ່ຫໍພິພິທະພັນກໍ່ເປັນການອະນຸລັກຮັກສາຫໍພິພິທະພັນ, ຈາກນັ້ນມັນຈະມີການກະທົບຄືນເຖິງປະຊາຄົມ“.
ປະຈຸບັນ, ໃນລະບົບຫໍພິພິທະພັນເອກະຊົນ, ມີຫໍພິພິທະພັນ 3 ແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນທີ່ສຸດ. ນັ້ນແມ່ນຫໍພິພິທະພັນ ດົ່ງເກວ (ທົ່ງນາ) ຢູ່ ນາມດິ້ງ, ຫໍພິພິທະພັນ ໂກ້ຍງ່ວນ (ກົກເຄົ້າ) ຢູ່ຟູ໋ກວົກ ແລະ ຫໍພິພິທະພັນວັດຖຸບູຮານ ຮ່ວາງລອງ ຢູ່ ແທງຮ໋ວາ. ເຖິງຢ່າງໃດກໍ່ຕາມ, ຫໍພິພິທະພັນເອກະຊົນສ່ວນຫຼາຍຍັງຖືກຈຳກັດກ່ຽວກັບລະດັບວິຊາສະເພາະ, ວິຊາການຂອງພະນັກງານ, ຜູ້ແນະນຳ. ດັ່ງນັ້ນຈຳເປັນຕ້ອງມີການເຂົ້າຮ່ວມຂອງທັງປະຊາຄົມ, ເປັນຕົ້ນແມ່ນຍູ້ແຮງການຫັນເປັນສັງຄົມ. ປະລິຍາເອກ ຟ້າມກວົກກວນ, ອະດີດຜູ້ອຳນວຍການຫໍພິພິທະພັນ ປະຫວັດສາດແຫ່ງຊາດ, ຖືວ່າ:
“ການຫັນເປັນສັງຄົມຈຳເປັນຕ້ອງໄດ້ຮັບການໜູນຊ່ວຍຈາກບັນດາອົງການຄຸ້ມຄອງວັດທະນະທຳ, ບັນດາອົງການຈັດຕັ້ງ, ສະມາຄົມອາຊີບ. ເມື່ອໄດ້ຮັບການຮ່ວມແຮງຮ່ວມໃຈຈາກທົ່ວສັງຄົມ, ຫໍພິພິທະພັນເອກະຊົນຈຶ່ງພັດທະນາໄດ້ຢ່າງໝັ້ນຄົງ“.
ປະຈຸບັນມີເອກະສານ, ວັດຖຸພັນນັບພັນຢ່າງທີ່ພວມຮັກສາໄວ້ໃນຫໍພິພິທະພັນຕ່າງໆ. ນັ້ນແມ່ນແຫຼ່ງຊັບພະຍາກອນອັນລຳ້ຄ່າຂອງປະເທດຊາດ. ຫໍພິພິທະພັນຈະໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຢ່າງໝັ້ນຄົງເມື່ອມີການຮ່ວມແຮງຮ່ວມໃຈຈາກລັດ ແລະ ປະຊາຊົນ. ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຫໍພິພິທະພັນເປັນການຢືນຢັນເຖິງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງມໍລະດົກວັດທະນະທຳ ຫວຽດນາມ ໃນການພັດທະນາລວມຂອງປະເທດຊາດ, ພິເສດແມ່ນເມື່ອ ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງເຂົ້າກັບສາກົນ.