ງານມະຫາກຳຮູບເງົາເອກະສານເອີລົບ - ຫວຽດນາມ ຫາກໍຖືກຈັດຂຶ້ນຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນດ້ວຍບັນດາຟິມຮູບເງົາທີ່ພົ້ນເດັ່ນ, ອັນໄດ້ຊ່ວຍຜູ້ຊົມໄດ້ຊອກຮູ້ບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນ. ມີ ຮູບເງົາຫຼາຍເລື່ອງສາມາດຍາດໄດ້ລາງວັນທີ່ ງານມະຫາກຳຮູບເງົາສາກົນຄັ້ງຕ່າງໆ, ມີການສັງເກດທີ່ສັດຊື່ກ່ຽວກັບໂລກ ແລະ ການສັງເກດໃໝ່ກ່ຽວກັບຊີວິດປະຈຳວັນ, ບັນດາການປ່ຽນແປງຂອງສັງຄົມກໍຄືບັນດາຄຸນຄ່າດ້ານວັດທະນະທຳຂອງບັນດາປະເທດທີ່ສົ່ງຮູບເງົາມາຮ່ວມງານມະຫາກຳ.
ບັນດາຜູ້ຕ່າງໜ້າຫົວໜ່ວຍຕ່າງໆທີ່ເຂົ້າຮ່ວມງານມະຫາກຳຮູບເງົາເອກະສານເອີລົບ - ຫວຽດນາມ |
ທ່ານ Patricio Guzman ຜູ້ມີປະສົບການອັນດັບໜຶ່ງກ່ຽວກັບ ຮູບເງົາເອກະສານເຄີຍຖືວ່າ : ປະເທດໜຶ່ງ, ຖ້າຫາກບໍ່ມີຮູບເງົາເອກະສານ ກໍປຽບເໝືອນຄອບຄົວໜຶ່ງບໍ່ມີ album ຮູບຖ່າຍ. ສິ່ງນີ້, ອີກຄັ້ງໜຶ່ງໄດ້ຮັບການຢັ້ງຢືນຜ່ານຮູບເງົາຕ່າງໆຂອງຫວຽດນາມທີ່ເຂົ້າຮ່ວມໃນ ງານມະຫາກຳຮູບເງົາເອກະສານເອີລົບ - ຫວຽດນາມຄັ້ງທີ 7. ທີ່ ງານມະຫາກຳຮູບເງົາເອກະສານເອີລົບ - ຫວຽດນາມຄັ້ງນີ້, ຮູບເງົາເອກະສານ “ ເຈືອງຊາ-ຫວຽດນາມ” ແມ່ນການຢັ້ງຢືນອະທິປະໄຕ ກໍຄືຄວາມຕັດສິນໃຈສ້າງສາ ແລະ ປົກປັກຮັກສາເຂດທະເລໝູ່ເກາະຂອງປະຊາຊົນຫວຽດນາມ ຫຼື ຮູບເງົາ “ ຢາດນ້ຳຢູ່ກາງທະເລ ” ຊຶ່ງພັນລະນາເຖິງຊີວິດ ແລະ ພາລະກິດຂອງທ່ານພົນເອກ ຫວໍງວຽນຢາບ ຊຶ່ງນາຍພົນແຫ່ງເທບນິຍາຍ: ແມ່ນອ້າຍກົກຂອງກອງທັບປະຊາຊົນຫວຽດນາມ, ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ຜູ້ຊົມ. ສ່ວນ ຮູບເງົາ: “ ເຂດບ້ານນາ ” ພັດເຕື້ອງເຖິງບັນດາບັນຫາຊົນນະບົດ ແລະ ຊີວິດວັດທະນະທຳ, ວັດຖຸຂອງຊາວກະສີກອນໃນໄລຍະເສດຖະກິດຕະຫຼາດ ແລະ ອື່ນໆ. ຕາມທ່ານນາງ ຝ້າມທິຕວຽດ ຜູ້ອຳນວຍການບໍລິສັດຜະລິດຮູບເງົາເອກະສານວິທະຍາສາດສູນກາງແລ້ວ, ງານມະຫາກຳຮູບເງົາເອກະສານເອີລົບ - ຫວຽດນາມຄັ້ງນີ້ ບໍ່ພຽງແຕ່ແມ່ນການສົນທະນາລະຫວ່າງຟິມຮູບເງົາເອກະສານເອີລົບ ແລະ ຫວຽດນາມເທົ່ານັ້ນ, ຫາກຍັງແມ່ນການສົນທະນາລະຫວ່າງ
ບັນດາຜູ້ຜະລິດຟິມຮູບເງົາເອກະສານລຸ່ນຕ່າງໆຢູ່ພາຍໃນປະເທດອີກດ້ວຍ. ທ່ານນາງ ຝ້າມທິຕວຽດ ຜູ້ອຳນວຍການບໍລິສັດຜະລິດຮູບເງົາເອກະສານວິທະຍາສາດສູນກາງ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າຄິດວ່າ ບັນດາຜູ້ຜະລິດຟິມຮູບເງົາເອກະສານລຸ່ນຕ່າງໆ ລ້ວນແຕ່ມີວິທີສະແດງຂອງຕົນ. ມີບັນດາຜູ້ຜະລິດຍັງໜຸ່ມ, ມີບັນດາຜູ້ທີ່ມີອາຍຸສູງ, ນັ້ນກໍແມ່ນວິທີສົນທະນາລະຫວ່າງບັນດາ ຜູ້ຜະລິດຟິມຮູບເງົາ, ສຳຄັນແມ່ນຫົວເລື່ອງ ແລະ ວິທີສະແດງ ”
ຖ້າຫາກວ່າ ບັນດາຮູບເງົາເອກະສານຫວຽດນາມເຕື້ອງເຖິງບັນຫາປະຫວັດສາດ, ວັດທະນະທຳ, ສັງຄົມຂອງຊາດໜຶ່ງນັ້ນ, ຈຸດທີ່ພົ້ນເດັ່ນຂອງຮູບເງົາເອກະສານເອີລົບ ແມ່ນເຕື້ອງເຖິງບັນຫາສ່ວນຕົວ. ບັນດາເລື່ອງລາວກ່ຽວກັບເພດ, ຄອບຄົວ, ກ່ຽວກັບການເດີນທາງໄປຄົ້ນຫາທາງສ່ວນຕົວ ຊຶ່ງໄດ້ເຕື້ອງເຖິງໃນ ຮູບເງົາເອກະສານເລື່ອງຕ່າງໆ. ທ່ານ ດຣ Almuth Meyer – Zollitsch ຫົວໜ້າສະຖາບັນ Goethe ປະຈຳຫວຽດນາມ ໃຫ້ຮູ້ວ່າ : ບັນດາ ຮູບເງົາເອກະສານຂອງເອີລົບ ແລະ ຫວຽດນາມທີ່ແນະນຳໃນຄັ້ງນີ້ ລ້ວນແຕ່ມີຄວາມແຕກຕ່າງກັນ, ຜ່ານນັ້ນ, ໄດ້ສ້າງໃຫ້ມີການສົນທະນາທີ່ຈັບໃຈລະຫວ່າງຮູບເງົາ ຂອງ 2 ຝ່າຍ. ທ່ານ ດຣ Almuth Meyer – Zollitsch ຫົວໜ້າສະຖາບັນ Goethe ປະຈຳຫວຽດນາມ ເວົ້າວ່າ:
“ ໃນງານມະຫາກຳ, ການສົນທະນາແມ່ນສະແດງອອກຜ່ານ 2 ແງ່ມຸມ, ທີ 1 ແມ່ນແບບແຜນການຜະລິດຮູບເງົາ, ຈະມີບັນດາຮູບເງົາທີ່ມີຄຳບັນຍາຍແນະນຳເນື້ອໃນຂອງຮູບເງົາ, ດ້ານອື່ນ ກໍມີບັນດາຮູບເງົາ ບໍ່ມີຄຳບັນຍາຍ, ໃນຮູບເງົາເລື່ອງນັ້ນ, ບັນດາຕົວລະຄອນຈະເວົ້າເອງກ່ຽວກັບເລື່ອງລາວຂອງຕົນ. ນອກຈາກນັ້ນ, ການສົນທະນາຍັງສະແດງອອກຜ່ານບັນດາຫົວເລື່ອງໃນຮູບເງົາ. ຖ້າຫາກບັນດາຟິມຮູບເງົາຢູ່ອາຊີ, ຫວຽດນາມ ເຄີຍເວົ້າເຖິງບັນດາຫົວເລື່ອງທີ່ມີລັກສະນະຊົນຊາດ, ສັງຄົມ, ປະເທດຊາດ ແລະ ມະນຸດນັ້ນ, ບັນດາຟິມຮູບເງົາຂອງເອີລົບ ພັດເຊີນຊູສີສັນສ່ວນຕົວ ຜ່ານໄລຍະທາງຊອກຫາ ແລະ ຢັ້ງຢືນສີສັນນັ້ນ ”
ຕາມທ່ານ Arne Birkenstock ຜູ້ຜະລິດຟິມຮູບເງົາທີ່ມີຊື່ສຽງຂອງເຢັຍລະມັນແລ້ວ, ບັນດາການສັງເກດດ້ວຍຄວາມເປີດອົກເປີດໃຈ ແລະ ສື່ຊັດກ່ຽວກັບໂລກໃນ ຮູບເງົາເອກະສານ ຈະຊ່ວຍຜູ້ຊົມ ແລະ ບັນດາຜູ້ຜະລິດຟິມຮູບເງົາຫວຽດນາມໃນໂອກາດຊອກຮູ້ກ່ຽວກັບຊີວິດວັດທະນະທຳ ແລະ ສະພາບຄວາມເປັນຈິງທີ່ມີຫຼາຍຮູບຫຼາຍສີຜ່ານການແຜ່ພາບ. ທ່ານ Arne Birkenstock ເວົ້າວ່າ :
“ ຫວຽດນາມແມ່ນປະເທດໜຶ່ງທີ່ພວມມີການຫັນປ່ຽນ. ຂ້າພະເຈົ້າຄິດວ່າ ນີ້ແມ່ນແຫ່ງທີ່ຈັບອົກຈັບໃຈເພື່ອຜະລິດບັນດາຮູບເງົາເອກະສານທີ່ປະທັບໃຈ. ແຕ່ວ່າ ຮູບເງົາເອກະສານບໍ່ພຽງແຕ່ແມ່ນບັນດາການສຳພາດທີ່ແຕກຕ່າງກັນ, ແລ້ວກໍຕັດຕໍ່ກັນເປັນຮູບເງົາເທົ່ານັ້ນ, ຫາກຍັງແມ່ນວິທີຂະຫຍາຍເນື້ອໃນຂອງເລື່ອງລາວອີກດ້ວຍ ”
ຜ່ານການຈັດຕັ້ງ 7 ຄັ້ງ, ງານມະຫາກຳຮູບເງົາເອກະສານເອີລົບ - ຫວຽດນາມ, ໃນສ່ວນໃດສ່ວນໜຶ່ງ ກໍສາມາດຮັດແຄບໄລຍະຫ່າງລະຫວ່າງ ຮູບເງົາເອກະສານຫວຽດນາມກັບໂລກ, ກາຍເປັນສະຖານທີ່ວັດທະນະທຳທີ່ຈັບໃຈສຳລັບມວນຊົນ. ຈຳນວນຜູ້ມາຊົມໃນງານມະຫາກຳຮູບເງົາ ໄດ້ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງເປັນການຢັ້ງຢືນໃຫ້ເຫັນພະລັງຊີວິດຂອງຮູບເງົາເອກະສານໃນຈິດໃຈຂອງມວນຊົນແມ່ນນັບມື້ນັບແຂງແຮງຂຶ້ນ.