(vovworld)- ກາຈູ່ແມ່ນປະເພດສິລະປະ ເຊິ່ງບໍ່ແມ່ນຜູ້ໃດກໍ່ສາມາດຂັບຮ້ອງ ແລະ ຮັບຊົມໄດ້. ແຕ່ເຖິງແນວນັ້ນກໍ່ຕາມ, ໃນໄລຍະຜ່ານມາ, ກາຈູ່ຍັງຄົງໄດ້ຮັບຄວາມນິຍົມຊົມຊອບ, ຄວາມສົນໃຈຈາກລຸ້ນໜຸ່ມຫຼາຍຄົນ, ຢູ່ສະໂມສອນຂັບກາຈູ່ຕ່າງໆ, ນອກຈາກບັນດານັກສິລະປິນອາຍຸສູງແລ້ວ, ຍັງມີຜູ້ຂັບກາຈູ່ໜຸ່ມເປັນຈຳນວນຫຼວງຫຼາຍ. ພວກນ້ອງແມ່ນປັດໄຈຕົ້ນຕໍເພື່ອອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກກາຈູ່ ແລະ ນຳປະເພດສິລະປະນີ້ກັບຄືນສູ່ຊີວິດຂອງວົງຄະນາຍາດ.
(ພາບ: catruthanglong.com)
ປີ 1999, ພໍ່ຕູ້ໂງຈ້ອງບິ່ງ, ຢູ່ແທງຮວາ ໄດ້ເຂົ້າຮ່ວມສະໂມສອນບິກເກົາ ຂອງນັກຮ້ອງເລທິແບກເວິນ, ນັບແຕ່ນັ້ນມາຮອດປະຈຸບັນ, ພໍ່ຕູ້ໂງຈ້ອງບິ່ງ ໄດ້ເສບດົນຕີ ຈົນສຸດຄວາມສາມາດຂອງຕົນດ້ວຍຄວາມນຶກຄິດທີ່ວ່າ: “ຖ້າບໍ່ຮັກສາສິລະປະຂັບກາຈູ່ໄວ້ໄດ້ ແມ່ນມີໂທດຕໍ່ບັນພະບຸລຸດ ແລະ ລຸ້ນຫຼັງ“. 2, 3 ປີມານີ້, ຍ້ອນອາຍຸສູງ, ສຸຂະພາບອ່ອນເພຍ, ບໍ່ສາມາດມາຮ່າໂນ້ຍໄດ້, ພໍ່ຕູ້ໄດ້ສ້າງຕັ້ງສະໂມສອນກາຈູ່ເຮືອງເຊືອ ຢູ່ແທງຮວາເພື່ອຮັກສາ ແລະ ສອນສິລະປະຂັບກາຈູ່ໃຫ້ລຸ້ນໜຸ່ມ. ໂດຍໄດ້ເຂົ້າຮ່ວມງານປະກວດຂັບກາຈູ່ຫຼາຍຄັ້ງ ແລະ ໄດ້ຮັບຫຼາຍລາງວັນແຕ່ນັກສິລະປິນອາຍຸ 85 ປີນີ້ ຍັງເມົາມົວກັບການສອນສິລະປະຂັບກາຈູ່ໃຫ້ແກ່ລຸ້ນໜຸ່ມຢູ່:
“ດ້ວຍຄວາມເມົາມົວກັບອາຊີບນີ້, ປະຈຸບັນ, ຂ້າພະເຈົ້າໄດ້ສອນໃຫ້ບາງຄົນສາມາດເສບດົນຕີ, ແລະ ຂັບຮ້ອງໄດ້. ຂ້າພະເຈົ້າຈະພະຍາຍາມຮັກສາສິລະປະຂັບກາຈູ່ນີ້ໄວ້. ເພື່ອຮັກສາສະໂມສອນໃຫ້ເຄື່ອນໄຫວຈົນເຖິງປະຈຸບັນແມ່ນມີຄວາມມານະພະຍາຍາມ ແລະ ສຸດຈິດສຸດໃຈຂອງສະມາຊິກທຸກຄົນໃນສະໂມສອນ“.
(ພາບ: www.qdnd.vn )
ໃນງານປະກວດຂັບກາຈູ່ຄັ້ງຕ່າງໆ ລ້ວນແຕ່ມີການປະກອບສ່ວນຂອງບັນດານັກຮ້ອງໃນເກນອາຍຸເຍົາວະຊົນ. ສະໂມສອນແຕ່ລະແຫ່ງລ້ວນແຕ່ມີນັກຮ້ອງເຍົາວະຊົນແຕ່ 3-4 ຄົນ. ເມື່ອພວກນ້ອງຂັບກາຈູ່, ໃຜໆກໍ່ຕັ້ງໃຈຮັບຟັງ ແລະ ຍ້ອງຍໍເປັນພິເສດ. ນັກຮ້ອງຫງວຽນທິແທງຢຸງ, ສະມາຊິກສະໂມສອນກາຈູ່ເມືອງທ້ວນແທງ, ແຂວງບັກນິງ, ປີນີ້ອາຍຸພຽງ 13 ປີແຕ່ສາມາດຂັບກາຈູ່ມ່ວນທີ່ສຸດ. ນ້ອງໃຫູ້ຮູ້ວ່າ:
“ນ້ອງຮຽນໃນທຸກວັນ, ບາງເທື່ອຮຽນໃນວັນອາທິດຫຼືໃນຕອນຄ່ຳ, ເມື່ອກັບບ້ານຍັງຮຽນຕໍ່ອີກ. ຢາກຂັບກາຈູ່ໄດ້ບໍ່ແມ່ນເລື່ອງງ່າຍ. ຕ້ອງເຂົ້າໃຈເນື້ອໃນ, ມີຄວາມຮູ້ວຶກ ແລະ ນິຍົມບົດເພງ ຈຶ່ງສາມາດຂັບຮ້ອງໃຫ້ມ່ວນໄດ້“
ປະຈຸບັນ, ມີຜູ້ນິຍົມກາຈູ່ ແລະ ເຂົ້າຮ່ວມບັນດາສະໂມສອນຢູ່ແຂວງ, ນະຄອນຕ່າງໆນັບມື້ນັບຫຼາຍຂຶ້ນ. ໃນຈຳນວນເຫຼົ່ານັ້ນ, ມີລຸ້ນໜຸ່ມເປັນຈຳນວນຫຼວງຫຼາຍ. ສາດສະດາຈານໂຕງອກແທງ, ປະທານສະມາຄົມສິລະປະພື້ນເມືອງຫວຽດນາມ ໃຫ້ຮູ້ວ່າ: ເຖິງວ່າ, ຫຼາຍຄົນຍັງຕ້ອງແອບຂັບຮ້ອງຕື່ມອີກໃຫ້ຖຶກຕ້ອງກໍ່ຕາມ, ແຕ່ເຂົາເຈົ້າຍັງຄົງນິຍົມກາຈູ່ຢູ່, ຍ້ອນເຫດນັ້ນພວກເຮົາສາມາດອະນຸລັກຮັກສາກາຈູ່ໄວ້ໄດ້:
“ຫວ່າງແລ້ວນີ້, ຂ້າພະເຈົ້າສະເໜີວ່າ “ຕ້ອງລົບລ້າງຄຳສັບທີ່ວ່າປົກປັກຮັກສາດ່ວນ“, ຍ້ອນວ່າ, ໃນງານປະກວດຂັບກາຈູ່ຄືແນວນນີ້, ຍັງມີພວກນ້ອງນ້ອຍຫຼາຍຄົນເຂົ້າຮ່ວມ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ກາຈູ່ບໍ່ຕ້ອງໄດ້ຮັບການປົກປັກຮັກສາດ່ວນອີກແລ້ວ. ນັ້ນແມ່ນສັນຍານທີ່ດີທີ່ສຸດ“.
ບົນເວທີສະແດງ, ບັນດານັກຮ້ອງນ້ອຍທີ່ມີອາຍຸພຽງ 4 ປີ, ແລະ ບັນດານັກສິລະປິນທີ່ມີອາຍຸສູງແມ່ນ 87 ປີລ້ວນແຕ່ພ້ອມກັນຮອ້ງລຳທຳເພງ. ເພື່ອເພີ່ມຄວາມຮັກຕໍ່ປະເພດສິລະປະນີ້, ບັນດານັກສິລະປິນອາຍຸສູງໄດ້ແນະນຳສິດສອນ, ສ້າງຄວາມເມົາມົວໃຫ້ແກ່ບັນດານັກຮ້ອງນ້ອຍເປັນປະຈຳ. ພິເສດ, ມີເພື່ອນໜຸ່ມຫຼາຍຄົນໄດ້ຮັບການບຳລຸງສ້າງໃນບັນດາສະໂມສອນ, ຄອບຄົວທີ່ມີມູນເຊື້ອ ແລະ ໃນບັນດາໜ່ວຍກາຈູ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ພ້ອມກັບການເວລາ, ບັນດານັກສິລະປິນອາຍຸສູງຈະຕ້ອງພັກຜ່ອນ, ແຕ່ການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງນັກຮ້ອງໜຸ່ມຢູ່ສະໂມສອນແຫ່ງຕ່າງໆ ຈະແມ່ນພື້ນຖານເພື່ອໃຫ້ທຸກຄົນສາມາດມີຄວາມເຊື່ອໝັ້ນວ່າ ນັກສິລະປິນລຸ້ນຕ່າງໆ ຍັງຄົງ ຮ່ວມແຮງຮ່ວມໃຈເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະຂັບກາຈູ່ໄວ້./.