ເສີມຂະຫຍາຍຄຸນຄ່າມໍລະດົກກົດລະບຽບ ບັນດາໝູ່ບ້ານເຂດບ້ານນາໃນຊີວິດວັດທະນະທຳ

ເສີມຂະຫຍາຍຄຸນຄ່າມໍລະດົກກົດລະບຽບ ບັນດາໝູ່ບ້ານເຂດບ້ານນາໃນຊີວິດວັດທະນະທຳ - ảnh 1
ກົດລະບຽບຂອງ​ໝູ່​ບ້ານ​​ເຂດບ້ານນາເພີ່ມຄວາມ ສະໜິດຕິດພັນລະຫວ່າງຊາວບ້ານດ້ວຍກັນ

​ໃນ​ສາງ​ວັດທະນະທຳຫວຽດນາມມີມໍລະດົກທີ່ລ້ຳຄ່າທີ່ສຸດ, ນັ້ນແມ່ນກົດລະບຽບຂອງ​ບັນດາ​ໝູ່​ບ້ານ​​ເຂດ​ບ້ານ​ນາເມື່ອ​ກ່ອນ​ນີ້. ກົດລະບຽບຂອງ​ບັນດາ​ໝູ່​ບ້ານ​​ເຂດ​ບ້ານ​ນາ​ແມ່ນ​ມີ​ຈຸດ​ພິ​ເສດສະ​ເພາະ, ສະ​ແດງ​ໃຫ້​ເຫັນ​ສະຕິ​ການ​ປະຕິບັດ​ຕາມ ກົດລະບຽບຂອງ​ບ້ານ​ເມືອງ​ທີ່​ມີ​ຕໍ່​ວົງ​ຄະນະ​ຍາດ. ​ເຮັດ​ແນວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ຈຸດ​ທີ່​ຂະຫຍັນ​ຂັນ​ແຂງ​ຂອງ ກົດລະບຽບ​ບັນດາ​ໝູ່​ບ້ານ​​ເຂດ​ບ້ານ​ນາ​ເມື່ອ​ກ່ອນ​ນີ້​ໃນ​ໄລຍະ​ປະຈຸ​ບັນ.

    ​  ໃນ​ປະຫວັດສາດ​ຫວຽດນາມ, ກົດລະບຽບຂອງ​ບັນດາ​ໝູ່​ບ້ານ​​​ແມ່ນ​ມີ​ລັກສະນະ​ຕ້ອງ​ປະຕິບັດ​ແບບ​ບັງຄັບ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ຊີວິດ​ຂອງ​ເຂດ​ຊຸມ​ຊົນ​ໃນ​ໝູ່​ບ້ານ. ບັນດາ​ກົດ​ລະບຽບນີ້​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​ປະຫວັດສາດ ​ແລະ ​ໄດ້​ຮັບ​ການ​ປັບປຸງ​ເພີ່ມ​​ເຕີມ​ເມື່ອ​ຈຳ​ເປັນ. ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີ​ນ(ສະຕະວັດ​ທີ 17) ກົດ​ລະບຽບ​ຂອງ​ໝູ່​ບ້ານ​ໄດ້​ເປັນ​ສິ່ງ​ທີ່​ແຜ່​ຫຼາຍ​ສົ​ມຄວນ​ໃນ​ລະບົບ​ໝູ່​ບ້ານ, ຕາ​ແສງ​ຢູ່​ຫວຽດນາມ. ບັນດາກົດ​ລະບຽບ​ຂອງ​ໝູ່​ບ້ານ​ເກືອບ​ທັງໝົດ ກໍ​ລ້ວນ​ແຕ່​ເຕື້ອງ​ເຖິງ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃນ​ໝູ່​ບ້ານຄື : ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ມະນຸດ​ສຳພັນ, ສາທາລະນະ​ປະ​ໂຫຍ​ດ, ການ​ຊົມ​ເຊີຍ ມອບ​ລາງວັນ​ຫຼື​ການ​ປັບ​ໄໝລົງ​ໂທດ​ຕະຫຼອດ​ຮອດ​ການ​ປະຕິບ​ັດຕາມ​ພັນທະ​ທີ່​ເປັນ​ລູກ​ເຕົ້າ​ທີ່​ມີ​ຕໍ່​ພໍ່​ແມ່, ປູ​ຍ່າ, ຜົວ​ເມຍ, ອ້າຍ​ນ້ອງ....ພ້ອມ​ກັບ​ບັນດາ​ປັດ​ໄຈ​ທີ່​ຂະຫຍັນ​ຂັນ​ແຂງ, ​ໂດຍ​ຜ່ານ​ແຕ່ລະ​ໄລຍະ​ປະຫວັດສາດ, ບັນດາ ກົດ​ລະບຽບ​ຂອງ​ໝູ່​ບ້ານ​ຍັງ​ມີ​ບັນດາ​ຂໍ້​ມາດຕາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ, ຊົມ​ເຊີຍມອບ​ລາງວັນ​ຫຼື​ການ​ປັບ​ໄໝລົງ​ໂທດທີ່​ເຄັ່ງ​ຄັດ. ​ແຕ່​ຈຸດທີ່ພົ້ນເດັ່ນຂອງບັນດາ ກົດ​ລະບຽບ​ໝູ່​ບ້ານເມື່ອກ່ອນນີ້ ເຄີຍມີຫຼາຍຂໍ້ມາດຕາ ທີ່ມີລັກສະນະ​ສົ່ງ​ເສີມ, ຊຶ່ງ​ໃນ​ປະຈຸ​ບັນ​ຍັງ​ມີ​ຄຸນຄ່າ​ຢ່າງ​ເລິກ​ເຊິ່ງ, ຍົກ​ຕົວຢ່າງຄື: ກົດ​ລະບຽບ​ຂອງ​ໝູ່​ບ້ານ ​ເຍີ​ດ​ເຕີ​ນ, ຮ່າ​ໂນ້ຍທີ່​ມີ​ມາ​ກ່ອນ​ນີ້​ກ່ວາ 100 ປີ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ: “ ສອນ​ເດັກ​ໃຫ້​ມີ​ລະດັບຄວາມ​ຮູ້ຂັ້ນ​ສຶກສາ​ສາມັນ​ແມ່ນ​ພັນທະ​ຂອງ​ຜູ້​ເປັນ​ພໍ່​ເປັນ​ແມ່ ​ແລະ ຕ້ອງ​ປະຕິບັດ​ຢ່າງ​ເດັດຂາດ” ຫຼື ກົດ​ລະບຽບ​ຂອງ​ໝູ່​ບ້ານ ຟູ່ຊ້າ​ດວາຍ ​ເຂດ​ຊານ​ນະຄອນ​ຮ່າ​ໂນ້ຍ ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເມື່ອ​ປີ 1906, ມີ​ມາດຕາ​ຂໍ້​ໜຶ່ງ​ໄດ້​ກຳ​ນົດ​ໂດຍ​ບັງຄັບ​ວ່າ ທັງ​ເດັກ​ຊາຍ ​ແລະ ຍິງ​​ເມື່ອ​ຮອດ​ເກັ່ນ​ອາຍຸ 5-6 ປີ ​ແມ່ນ​ຕ້ອງ​ໄປ​ໂຮງຮຽນ​ຢ່າ​ງ​ເດັດຂາດ, ຖ້າ​ຫາກ​ຜູ້​ເປັນ​ພໍ່​ແມ່​ບໍ່​ເປັນ​ຫ່ວງນຳ, ປ່ອຍປະ​ໃຫ້​ລູກ​ເຕົ້າຂາດ​ຮຽນ, ຂີ້​ດື້, ຕີ​ກັນ, ຜູ້​ເປັນ​ພໍ່​ແມ່​ຂອງ​ເດັກ​ຄົນ​ນັ້ນ ຕ້ອງ​ຖືກ​ປັບ​ໄໝ​ເງິນ 3 ຮ່າວ( 0,3 ດົງ) ພ້ອມ​ກັບ​ໝາກ 10 ໜ່ວຍ. ມີ ກົດ​ລະບຽບ​ຂອງ​ຫຼາຍໝູ່​ບ້ານ, ມາ​ຮອດ​ປະຈຸ​ບັນ​ ຍັງຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ປະຕິບັດ ຄື​ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ປະກອບ​ສ່ວນ​ສ້າງສາ​ບ້ານ​ເມືອງ...

      ລຸງ ​ເຈີ​ນຮົ່ງ ຊາວ​ຮ່າ​ໂນ້ຍ ປີ​ນີ້​ມີ​ອາຍຸ 81 ປີ​ໃຫ້​ຮູ້​ວ່າ :

   “ ບ້ານ​ເກີດ​ຂອງຂ້າພະ​ເຈົ້າ​ແມ່ນ​ຢູ່​ບ້ານ ກວານ​ຊວຽນ ຕາ​ແສງ ​ແທ່ງ​ກົງ ​ເມືອ​ງ ຄ້ວາຍ​ເຈົາ ​ແຂວງ​ຮຶງອຽນ, ​ເມື່ອກ່ອນ​ນີ້, ກົດ​ລະບຽບ​ຂອງ​ໝູ່​ບ້ານ​ໄດ້​ກຳນົດ​ວ່າ : ​ເມື່ອ​ຜູ້​ສາວ​ໃນ​ບ້ານ​ແຕ່ງງານ​ໄປ​ຢູ່​ນຳ​ຜົວ​ທີ່​​ເຂດຫ່າງ​ໄກ ​ແມ່ນ​ຕ້ອງ​ປະກອບສ່ວນ​ດິນ​ຈີ່ 500 ກ້ອນ​ເພື່ອ​ກໍ່​ສ້າງ​ໝູ່​ບ້ານ. ​ແຕ່​ໃນ​ປະຈຸ​ບັນ, ບໍ່​ໄດ້​ກຳນົດ​ເຊັ່ນ​ນັ້ນ​ແລ້ວ, ​ແຕ່​ທາງ​ໝູ່​ບ້ານ​ຍັງ​ຄົງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ປະກອບສ່ວນ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ຄື​ເລ​ັ້ຍລາຍ​ເງິນ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ​ແບບ​ຖາວອນ. ດ້ວຍ​ການ​ກຳນົດ​ເຊັ່ນ​ນັ້ນ, ຊາວບ້ານ​ຫຼາຍ​ຄົນ​ຍັງ​ປະກອບ​ເງິນ​ເພື່ອ​ກໍ່ສ້າງ​ປະຕູ​ໂຂງ​, ສາລາຂອງ​ໝູ່​ບ້ານ ​ໃຫ້​ໃຫຍ່​ໂຕ​ໂອ​ຖົງ, ສວຍ​ງາມ. ​ແລະ ໝູ່​ບ້ານ​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃບ​ຢັ້ງຢືນ​ແມ່ນ​ໝູ່ບ້ານ​ວັດທະນະທຳ, ໝູ່ບ້ານ​ຊົນນະບົດ​ໃໝ່”

     ຄວາມ​ຈິງ​ໃນ​ປະຈຸ​ບັນ, ກົດ​ລະບຽບ​ຂອງ​ໝູ່​ບ້ານ​ເຂດ​ບ້ານ​ນາ​ຍັງ​ຄົງ​ຕົວ​ພ້ອມ​ກັບ​ລະບົບ​ກົດໝາຍ​ຂອງ​ລັດ. ບາງ​ຄົນ​ມີ​ຄຳ​ເຫັນ​ວ່າ ລະດັບ​ສັງຄົມ​ໄດ້​ຂະຫຍາຍຕົວ, ດັ່ງ​ນັ້ນ ກົດ​ລະບຽບ​ຂອງ​ແຕ່ລະ​ໝູ່​ບ້ານ​ແມ່ນ​ອາດ​ຈະ​ສ້າງ​​​ເປັນ ​ຕ່າງຫາກ​ ແລະ ລັກສະນະທ້ອງ​ຖິ່ນ. ຕາມ​ສາດສະດາຈານ ດຣ ​ໂງ​ດຶກ​ທິ້ງ ນັກ​ຄົ້ນ​ຄ້ວາ​ວັດທະນະທຳພື້ນ​ເມືອງ​ແລ້ວ, ສະພາບ​ຕົວ​ຈິງ​ໃນ​ປະມວນ​ກົດໝາຍ​ຕ່າງໆ​ຂອງລັດ ກໍ​​ເຄີຍໄດ້​ຖອດ​ຖອນບັນດາ​ສິ່ງ​ທີ່​ມີ​ລັກສະນະ​ທົ່ວ​ເຖິງຈາກ​ບັນດາກົດ​ລະບຽບ​ຂອງ​ໝູ່​ບ້ານ, ດັ່ງ​ນັ້ນ ລະຫວ່າງ ກົດ​ລະບຽບ​ຂອງ​ໝູ່​ບ້ານ ​ແລະ ກົດໝາຍ ​ແມ່ນ​ບໍ່​ຂັດ​ແຍ້​ງກັນ, ຫາກ​ແມ່ນ​ການ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ. ສາດສະດາຈານ ດຣ ​ໂງ​ດຶກ​ທິ້ງ ນັກ​ຄົ້ນ​ຄ້ວາ​ວັດທະນະທຳພື້ນ​ເມືອງ​ ​ເວົ້າ​ວ່າ :

   “ ຂ້າພະ​ເຈົ້າ​ຄິດ​ວ່າ ກົດໝາຍ​ຂອງ​ລັດ​ແມ່ນ​ມີມີ​ລັກສະນະ​ທົ່ວ​ເຖິງ,  ​ແມ່ນ​ສິ່ງ​ລວມ, ສ່ວນກົດ​ລະບຽບ​ຂອງ​ໝູ່​ບ້ານ​ແມ່ນ​ຕ້ອງ​ເຮັ​ດລະອຽດ. ຄວາມ​ຈິງ​ໃນ​ປະຈຸ​ບັນ, ​ໃນກົດ​ລະບຽບ​ຂອງ​ໝູ່​ບ້ານ, ຂໍ້​ກຳນົດ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ກໍ​ໄດ້​ມີ​ບັນດາ​ເນື້ອ​ໃນ​ຂອງ​ກົດໝາຍ​ແລ້ວ”

    ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັ້ນ​ຂົນຂວາຍ “ ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະ ນະທຳ​ຢູ່​ເຂດ​ຊຸມ​ຊົນ” ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ປຸກລະດົມ ​ໄດ້​ຕິດ​ພັນ​ກັບຂະ​ບວນການ ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພື່ອ​ຕອບ​ສະໜອງ​ບັ້ນ​ຂົນຂວາຍ​ນີ້, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຂອງ​ທ້ອງ​ຖິ່ນ​ຕ່າ​ງໆ ​ໄດ້​ເປັນ​ເສນາ​ທິການ​ໃຫ້​ອຳນາດ​ການ​ປົກຄອງ ​ເພີ່ມ​ເຕີມ ​ເຮັດ​ໃຫ້​ກົດ​ລະບຽບ​ຢູ່​ຕາມ​ເຂດ​ຊຸມ​ຊົນ​ເພີ່ມ​ຄວາມ​ອຸດົມສົມບູນ​ຂຶ້ນ​ຕື່ມ, ດັ່ງ​ນັ້ນ​ໄດ້​ປະກອບສ່ວນ​ປະຕິບັດບັ້ນ​ຂົນຂວາຍ​ສ້າງ​ຊີວິດ​ວັດທະນະທຳ​​ໃໝ່. ຕາມ​ນັ້ນ​ແລ້ວ, ກົດ​ລະບຽບ​ຂອງ​ເຂດ​ຊຸມ​ຊົນ ​ໄດ້​ຮັບ​ການ​ປຶກສາ​ຈາກ​ປະຊາຊົນ, ຫຼັງ​ຈາກ​ນັ້ນ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອຳນາດ​ການ​ປົກຄອງ​ບົນ​ພື້ນຖານ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສືບ​ທອດ​ບັນດາ​ບັນດາ​ຈຸດ​ທີ່​ຂະຫຍັນ​ຂັນ​ແຂງ​ຂອງ ກົດ​ລະບຽບ​ໝູ່​ບ້ານ​ເມ​ື່ອກ່ອນ​ນີ້. ບັນດາ​ຂໍ້​ກຳນົດ​​ໃນ ກົດ​ລະບຽບ​ກ່ຽວ​ກັບ​ພິທີ​ສູ່ຂໍ ​ແລະ ງານ​ດອງ, ພິທີ​ອວຍພອນ​ຜູ້​ມີ​ອາຍຸຍືນ, ຕະຫຼອດ​ຮອດ​ງານ​ສົບ ຢູ່​ຊົນນະບົດ​ຕາມ​ແບບ​ແຜນການ​ດຳລົງ​ຊີວິດ​ໃໝ່​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ຊາວບ້ານ ​ແລະ ​ໄດ້​ບັນລຸ​ໝາກຜົນ​ຢ່າງ​ຕັ້ງໜ້າ. ​ໃນ​ໄລຍະ​ປະຈຸ​ບັນ, ບັນດາກົດ​ລະບຽບ​ຂອງ​ໝູ່​ບ້ານຕ່າງໆ​ທີ່​ເຂດ​ບ້ານ​ນາ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ, ຜ່ານ​ນັ້ນ, ກໍ​ເປັນ​ການ​ເສີມ​ຂະຫຍາຍ​ບັນດາ​ປັດ​ໄຈ​ທີ່​ຕັ້ງໜ້າ​ສຳລັບ​ການ​ພັດທະນາ​ຂອງ​ບັນດາ​ໝູ່​ບ້ານ​ຕາ​ແສງ​ຢູ່​ຫວຽດນາມ​ໃນ​ໄລຍະ​ພັດທະນາ​ໃໝ່ .

ຕອບກັບ

ຂ່າວ/ບົດ​ອື່ນ