vovworld) - ວັດທະນະທຳ ແມ່ນຫນຶ່ງໃນບັນດາແຫລ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງຢູ່ໃນແງ່ມູມທິດສະດີ ແລະ ພຶດຕິກຳຕົວຈິງ. ບັນດາບັນຫາຫລັກແຫລ່ງທີ່ສຸດຂອງດ້ານວັດທະນະທຳຄື: ພິທີການ, ການເຫລື້ອມໃສ, ງານບຸນ, ການທ່ອງທ່ຽວ ຕະຫລອດຮອດບັນດາລະບອບລະບຽບການວັດທະນະທຳພື້ນເມືອງ ແລະ ນະໂຍບາຍດ້ານວັດທະນະທຳ ຖ້າມີການປະສານສົມທົບກັນເປັນຢ່າງດີຈະປະກອບສ່ວນບໍ່ແມ່ນຫນ້ອຍເຂົ້າໃນວິວັດການກໍ່ສ້າງ ແລະ ປະຕິບັດນະໂຍບາຍເພື່ອເປົ້າໝາຍພັດທະນາແບບຍືນຍົງຢູ່ແຕ່ລະປະເທດ. ບົດຂຽນຂອງນັກຂ່າວ ລານແອງ
ວັດທະນະທຳຄ້ອງໄຕງວຽນແມ່ນຫນຶ່ງໃນບັນດາມໍລະດົກວັດທະນະທຳ
ບໍ່ມີຮູບຮ່າງຂອງຫວຽດນາມ
ພາບ:vtv
|
ບັນດາມໍລະດົກຊື່ງໄດ້ຮັບການຮັບຮອງ ຈາກ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ລວມມີ 3 ປະເພດຄື: ມໍລະດົກທຳມະຊາດໂລກ, ມໍລະດົກວັດທະນະທຳໂລກ ແລະ ມໍລະດົກປະສົມດ້ານວັດທະນະທຳ ແລະ ທຳມະຊາດໂລກ. ໃນລະບົບບັນດານາມມະຍົດຂອງ UNESCO, ມໍລະດົກໂລກແມ່ນນາມມະຍົດທີ່ມີຄຸນຄ່າ ແລະ ມາແຕ່ດົນນານທີ່ສຸດ. ປະຈຸບັນ, ຫວຽດນາມ ມີ 8 ມໍລະດົກໂລກ; 11 ມໍລະດົກວັດທະນະທຳບໍ່ມີຮູບຮ່າງຊື່ງໄດ້ຮັບການຮັບຮອງຈາກ UNESCO. ນັບແຕ່ປີ 1987 ເປັນຕົ້ນມາ, ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາກ່ຽວກັບການອະນຸລັກຮັກສາບັນດາມໍລະດົກວັດທະນະທຳມີຮູບຮ່າງ ແລະ ບໍ່ມີຮູບຮ່າງຂອງ UNESCO ແລະ ປະຕິບັດບັນດາຂໍ້ກຳນົດລວມຂອງ ສົນທິສັນຍາສຳລັບບັນດາມໍລະດົກຂອງຕົນຢ່າງຄົບຖ້ວນ. ທ່ານນາງ Susan Vize, ຫົວຫນ້າຫ້ອງການຜູ້ຕາງຫນ້າ UNESCO ປະຈຳຫວຽດນາມ ໃຫ້ຮູ້ວ່າ:
“ເລື່ອງໄດ້ຮັບຮອງແມ່ນມໍລະດົກວັດທະນະທຳ ແມ່ນບາດກ້າວທຳອິດທີ່ມີຄວາມໝາຍສຳຄັນເພື່ອອະນຸລັກຮັກສາມໍລະດົກນັ້ນ. ຂ້າພະເຈົ້າຖືວ່າ ຫວຽດນາມ ມີຫລາຍປັດໄຈໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳ ນັບທັງມໍລະດົກວັດທະນະທຳບໍ່ມີຮູບຮ່າງ, ເຊິ່ງໄດ້ນຳມາໃຫ້ຫວຽດນາມ ຄວາມສາມາດ ແລະ ກຳລັງຫນູນເພື່ອອະນຸລັກຮັກສາບັນດາມໍລະດົກນີ້.”
ສາດສະດາຈານ ເລືອງວັນຮີ, ຜູ້ອຳນວຍການລາຍການປະລິຍາໂທ ອາຊີ ປາຊີຟີກ, ມະຫາວິທະຍາໄລ Toronto ປະເທດ ການາດາ, ອະດີດຫົວຫນ້າພະແນກມະນຸດສາດ, ມະຫາວິທະຍາໄລ Toronto ປະເທດການາດາ ຖືວ່າ: ຫວຽດນາມ ຄວນເປີດກວ້າງວິທີເຂົ້າໃຈກ່ຽວກັບດ້ານວັດທະນະທຳສຳລັບການພັດທະນາ.
“ທັດສະນະຂອງ UNESCO ແມ່ນເຮັດໃຫ້ພວກເຮົາເຫັນໄດ້ວ່າ ຄວນເຄົາລົບບັນດາພື້ນຖານວັດທະນະທຳ ແລະ ມັນໄດ້ປະກອບສ່ວນໃຫ້ແກ່ການພັດທະນາຜ່ານບັນຫາການອະນຸລັກຮັກສາມໍລະດົກ. ດ້ານອື່ນ, ບັນດາຊົນເຜົ່າ ເມື່ອວັດທະນະທຳຂອງເຂົາເຈົ້າໄດ້ຮັບຖືເປັນສຳຄັນ, ຄວາມມຸ່ງມາດປາດຖະຫນາ, ຄວາມນຶກຄິດ, ກົກເຄົ້າເຫງົ້າກໍຈະດີກວ່າ.”
ຖ້ຳ ຟອງຍາ ແກ໋ບາງ
ພາບ:ອິນເຕີແນັດ
|
ບໍ່ພຽງແຕ່ເທົ່ານັ້ນ ສາດສະດາຈານ ເລືອງວັນຮີ ຍັງໄດ້ເນັ້ນຫນັກເປັນພິເສດເຖິງບົດບາດຂອງປະຊາຄົມໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ.
“ບໍ່ພຽງແຕ່ໂອ້ລົມກ່ຽວກັບການອະນຸລັກຮັກສາມໍລະດົກ, UNESCO ມີຄວາມເອົາໃຈໃສ່ເຖິງການອະນຸລັກຮັກສາໃນປະຊາຄົມຫາກບໍ່ພຽງແຕ່ໃນຫໍພິພິທະພັນ. ສະນັ້ນ ບົດບາດຂອງດ້ານວັດທະນະທຳກໍຄືປະຊາຄົມແມ່ນມີຄວາມໝາຍສຳຄັນທີ່ສຸດ.”
ເມື່ອສັງເກດຈາກແງ່ມູມດ້ານວັດທະນະທຳພື້ນເມືອງ, ສາດສະດາຈານ ເລຮົ່ງລີ, ຫົວຫນ້າສະຖາບັນຄົ້ນຄ້ວາວັດທະນະທຳພື້ນເມືອງ ຂຶ້ນກັບສະພາມະຫາບັນດີດວິທະຍາສາດ ຫວຽດນາມ ກໍຖືວ່າ: ນັບແຕ່ກອ່ນມາຮອດປະຈຸບັນ ພວກເຮົາ ພຽງແຕ່ຖືວັດທະນະທຳ, ງານບຸນແມ່ນບັນດາຄຸນຄ່າຄວນໄດ້ຮັບການອະນຸລັກຮັກສາ ແລະ ເຊີດຊູ ພ້ອມກັບບັນດາການເຄື່ອນໄຫວຄົ້ນຄ້ວາວິທະຍາສາດ, ເກັບຮັກສາ ແລະ ການໄປສະແດງເທົ່ານັ້ນ.
“ໃນບັນດາແຫລ່ງກຳລັງດ້ານວັດທະນະທຳ ຫັນເປັນສິນຄ້າ. ແຕ່ເຮັດແນວໃດເພື່ອເຮັດໃຫ້ບັນດາແຫລ່ງກຳລັງດ້ານວັດທະນະທຳນັ້ນເປັນສິນຄ້າ ນັ້ນແມ່ນວຽກງານຊື່ງບັນດານັກຄົ້ນຄ້ວາວັດທະນະທຳພື້ນເມືອງເຄີຍເຮັດ ແຕ່ພຽງຂຸດຄົ້ນເທົ່ານັ້ນ ຫາກຍັງບໍ່ທັນຫັນເປັນຜະລິດຕະພັນດ້ານວັດທະນະທຳ. ສິ່ງດັ່ງກ່າວຕ້ອງມີການສົມທົບລະຫວ່າງຂະແຫນງທ່ອງທ່ຽວ ແລະ ຂະແຫນງວັດທະນະທຳ.”
ວັດທະນະທຳແມ່ນຂົງເຂດທີ່ກວ້າງໃຫຍ່ ແລະ ຍາມໃດກໍມີທ່າອ່ຽງເປີດ. ວັດທະນະທຳຂອງແຕ່ລະປະເທດ, ປະຊາຄົມຍາມໃດກໍມີຄວາມໄຫວພິບ, ຫັນປ່ຽນການພັດທະນາເພື່ອໃຫ້ເໝາະສົມກັບສະພາບຕົວຈິງ ແລະ ຄວາມຕ້ອງການຂອງປະຊາຄົມນັ້ນ. ຫວຽດນາມ ມີ 54 ຊົນເຜົ່າ ດ້ວຍສີສັນວັດທະນະທຳຫລາຍຮູບຫລາຍແບບ, ມີຫລາຍພາສາ, ມີມູນເຊື້ອນັບພັນໆປີ. ການປ່ຽນແປງຄວາມຮັບຮູ້ກ່ຽວກັບການພັດທະນາວັດທະນະທຳຄືດັ່ງຄວາມຕ້ອງການທີ່ຈຳເປັນເພື່ອພັດທະນາວັດທະນະທຳຫວຽດນາມ ເຊື່ອມໂຍງເຂົ້າກັບວັດທະນະທຳຂອງໂລກ ແຕ່ບໍ່ເຮັດໃຫ້ສີສັນສະເພາະ ຖືກສູນເສຍ ໄປ.