(VOVWORLD) -ໂດຍຕອບສະໜອງທ່າອ່ຽງພັດທະນາສັງຄົມ, ໃນຊຸມປີມໍ່ໆມານີ້ ບັນດາປະເພດສິລະປະພື້ນເມືອງຂອງ ຫວຽດນາມຄືສິລະປະ ຂັບຕ່ວງ, ຂັບແຈ່ວ, ລະຄອນຕຸກກະຕານ້ຳ, ຊັບກ່າຈູ່..., ບໍ່ພຽງແຕ່ຖືກສະແດງທີ່ບັນດາງານບຸນຢູ່ໝູ່ບ້ານຕາແສງຫຼືໃນບັນດາໂຮງລະຄອນເທົ່ານັ້ນ ຫາກຍັງຖືກສະແດງຢູ່ຫຼາຍເຂດວັດທະນະທຳຊຸມຊົນອີກດ້ວຍ.ເພື່ອໃຫ້ສິລະປະພື້ນເມືອງທັງສາມາດຮັກສາຄຸນຄ່າທີ່ເປັນແກ່ນສານ ທັງພັດທະນາໃນຊີວິດຍຸກທັນສະໄໝ ແລະໄດ້ຮັບການຮອງຮັບຈາກຫຼາຍຄົນ ເປັນຕົ້ນແມ່ນໄວໝຸ່ມນັ້ນ ຂະແໜງວັດທະນະທຳໄດ້ມີບັນດາການແກ້ໄຂທີ່ດີ ແລະຄົບຊຸດ
ລາຍການສະແດງສິລະປະພື້ນເມືອງຢູ່ຄຸ້ມຖະໜົນເກົ່າ |
ຕາມນັກສິລະປິນ ຫງວຽນເຖເຊີນ ແລ້ວເພື່ອໃຫ້ສິລະປະພື້ນເມືອງກາຍເປັນຜະລິດຕະພັນວັດທະນະທຳ ສ້າງຄວາມດຶງດູດໃຈມວນຊົນຢ່າງຍາວນານນັ້ນ ຄວນສົມທົບການສະແດງຢູ່ບັນດາເຂດວັດທະນະທຳມໍລະດົກ. ສິລະປິນ ຫງວຽນເຖເຊີນ ໃຫ້ຮູ້ວ່າ:
“ຕ້ອງປະສານສົມທົບກັບບັນດາເຂດມໍລະດົກ. ຖ້າຫາກວ່າ ພຽງແຕ່ສະແດງຢູ່ໂຮງລະຄອນເທົ່ານັ້ນ ກໍ່ຈະມີຄວາມອ່ອນແອທາງດ້ານທັດຊະນີຍະພາບ. ຖ້າຫາກວ່າຖືກສະແດງໃນເຂດມໍລະດົກ ຂ້າພະເຈົ້າຄິດວ່າມັນຈະເສີມຂະຫຍາຍຄວາມໝາຍໄດ້ຫຼາຍທີ່ສຸດ”.
ຕາມທ່ານນາງ ລືທິແທັງເລ ອາຈານສອນພາກວິຊາອຸດສາຫະກຳ ວັດທະນະທຳ ແລະ ປະດິດຄິດສ້າງ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ເພື່ອໂຄສະນາສິລະປະພື້ນເມືອງນັ້ນ ກໍ່ຕ້ອງມີບັນດາສະຖານທີ່ສະແດງຄົງທີ່ ເຊິ່ງພົ້ນເດັ່ນຂຶ້ນຄື ສູນວັດທະນະທຳສິລະປະ ຫຼື ສູນພົວພັນແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າ. ນາງ ແທັງເລ ເວົ້າວ່າ:
“ຕາມຂ້າພະເຈົ້າແລ້ວ ຄວນມີບັນດາການເຄື່ອນໄຫວມີລັກສະນະປະຈຳວັນ ປະຈຳອາທິດ ປະຈຳເດືອນ ປະຈຳປີ. ບັນດາປະເພດສິລະປະພື້ນເມືອງ ທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ ອາດຈະຄົ້ນຄວ້າ ເພື່ອວ່າໃນທຸກໆວັນ ເມື່ອພວກເຮົາຢາກສະແດງນັ້ນ ພວກເຮົາກໍ່ລ້ວນແຕ່ຄຳນຶງເຖິງສະຖານທີ່ແຫ່ງນີ້ ເຊິ່ງແມ່ນສະຖານທີ່ມີລັກສະນະເຕົ້າໂຮມຊາວທ້ອງຖິ່ນ ກໍ່ຄືແຂກທ່ອງທ່ຽວ. ປັດຈຸບັນແຂກທ່ອງທ່ຽວກໍ່ຂາດຂໍ້ມູນຂ່າວສານ ກ່ຽວກັບເລື່ອງຢູ່ໃສ ມີຫຍັງແດ່ ເພື່ອໃຫ້ເຂົາເຈົ້າອາດຈະຂຶ້ນແຜນການໃຫ້ແກ່ການເດີນທາງທ່ອງທ່ຽວ, ເຮັດແນວໃດເພື່ອຕ້ອງມີຊ່ອງຂໍ້ມູນຂ່າວສານ ກ່ຽວກັບເຫດການສະແດງສະລະປະຢູ່ໃສ,ໃນເວລາໃດ”.
ໜຶ່ງໃນບັນດາວິທີການແກ້ໄຂທີ່ສຳຄັນ ເຊິ່ງນັກຊ່ຽວຊານຫຼາຍຄົນໄດ້ເນັ້ນໜັກ ໃນການເສີມຂະຫຍາຍປະເພດສິລະປະພື້ນເມືອງ ໃນຊີວິດຍຸກທັນສະໄໝ ແມ່ນເພີ່ມທະວີບັນດາວິທີການສຶກສາອົບຮົມມູນເຊື້ອ. ຫຼາຍປີທີ່ຜ່ານມາ ໂຮງລະຄອນບາງແຫ່ງທີ່ນະຄອນໂຮ່ຈີມິນ ໄດ້ຕັ້ງໜ້ານຳສິລະປະມາສູ່ນັກຮຽນນັກສຶກສາ, ຜ່ານນັ້ນກໍ່ເປັນການຊ່ວຍບັນດາເພື່ອນໜຸ່ມສາມາດເຂົ້າໃຈ ແລະ ນິຍົມຊົມຊອບສິລະປະພື້ນເມືອງ ຜ່ານການຈັດຕັ້ງສະແດງບັນດາລາຍການສິລະປະທີ່ແທດເໝາະກັບເກນອາຍຸ ໂດຍອີງໃສ່ເລື່ອງນິທານ ຫວຽດນາມ.
“ລູກຮູ້ສຶກວ່າ ເບີກບານໃຈທີ່ສຸດ ມີນັກສິລະປິນຫຼາຍຄົນ ສວມບົດບັນດາຕົວລະຄອນທີ່ແປກປະຫຼາດ.
“ລາຍການສະແດງມ່ວນຫຼາຍ ມີບັນດາເລື່ອງນິທານທີ່ມີລັກສະນະວັດທະນະທຳມະນຸດ”
“ລູກຮູ້ສຶກວ່າມີຄວາມໝາຍທີ່ສຸດ ທັງໄດ້ຮັບຊົມການສະແດງລະຄອນຂັບ ກາຍເລືອງ ທັງໄດ້ຟັງເລື່ອງນິທານອີກດ້ວຍ. ຂອບໃຈນຳພວກອາວອາ ໄດ້ນຳລາຍການສະແດງທີ່ເປັນເອກະລັກ ແລະ ມີຄວາມໝາຍມາສູ່ພວກນ້ອງ”.
ບໍ່ພຽງແຕ່ສະແດງສິລະປະພື້ນເມືອງຢູ່ບັນດາໂຮງຮຽນສາມັນເທົ່ານັ້ນ ບັນດາຄະນະສິລະປະກອນຢູ່ນະຄອນ ໂຮ່ຈີມິນ ຍັງຈັດຕັ້ງການພົບປະແລກປ່ຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ. ນີ້ແມ່ນໜຶ່ງໃນບັນດາວິທີການສຶກສາອົບຮົມຊ່ວຍໃຫ້ສິລະປະພື້ນເມືອງຍັບເຂົ້າໃກ້ໄວໜຸ່ມ. ທ່ານ ຫງວຽນແທັງບິງ ຮອງຫົວໜ້າພະແນກຈັດຕັ້ງການສະແດງຂອງໂຮງລະຄອນສິລະປະຂັບໂບ້ຍ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ມີສັນຍານທີ່ດີ ນັ້ນແມ່ນຈຳນວນຜູ້ຊົມນັບມື້ນັບຫຼາຍຂຶ້ນ ໃນນັ້ນຜູ້ຊົມໄວໜຸ່ມກວມສ່ວນຫຼາຍ. ການລົງທຶນຂອງໂຮງລະຄອນຈາກການນຳ ຕະຫຼອດຮອດສິລະປິນ ທຸກໆພາກສ່ວນກໍ່ລ້ວນແຕ່ປ່ຽນແປງໃໝ່ ຮັກສາບັນດາຄຸນຄ່າ ແຕ່ຍັງນຳສິ່ງທີ່ໃໝ່ອ່ຽມ ແລະ ຈິດໃຈຂອງໄວໜຸ່ມເຂົ້າໃນລາຍການສະແດງ ເພື່ອໃຫ້ເຮົາສາມາດສຳຜັດກັບຜູ້ຊົມໄວໜຸ່ມໄດ້ຢ່າງສະດວກສະບາຍກວ່າ”.
ໃນຂະນະທີ່ການໜູນຊ່ວຍກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແມ່ນວິທີການແກ້ໄຂທີ່ສຳຄັນ ເພື່ອຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ ແກ່ນສານຂອງສິລະປະພື້ນເມືອງນັ້ນ ການຈັດຕັ້ງສະແດງຢູ່ບັນດາເຂດວັດທະນະທຳຄົງທີ່ ກໍ່ຈະແມ່ນການກຳນົດທິດ ຊ່ວຍໃຫ້ປະເພດສິລະປະນີ້ຍັບເຂົ້າໃກ້ກັບມວນຊົນ. ພ້ອມກັນນັ້ນ ວິທີການສຶກສາອົບຮົມສິລະປະພື້ນເມືອງ ຢູ່ບັນດາໂຮງຮຽນ ກໍ່ຍັງແມ່ນວິທີແກ້ໄຂເປັນປາຍແຫຼມ ຊ່ວຍໃຫ້ປະເພດສິລະປະພື້ນເມືອງ ໄດ້ພັດທະນາຢ່າງແຂງແຮງໃນຊີວິດຍຸກທັນສະໄໝ.