ເສີມຂະຫຍາຍສີສັນວັດທະນະທຳເຂດຮ່າໄຕເກົ່າ ໃນທ່າອຽງພັດທະນາຂອງຮ່າໂນ້ຍ


  

    ກ່ອນ​ນີ້ 5 ປີ​ເຕັມ, ນະຄອນຫຼວງຮ່າໂນ້ຍໄດ້ຮັບການເປີດກ້ວາງ, ຊຶ່ງປະກອບ ດ້ວຍແຂວງ ​ຮ່າໄຕ ທັງໝົດ, ເມືອງເມລິງແຂວງວິ້ງຟຸກ ແລະ 4 ຕາແສງທີ່ຂຶ້ນກັບ ເມືອງ​ເລືອ​ງ​ເຊີນ ​ແຂວງ ຮ່ວາ​ບິງ. ການ​ເປີດ​ກ້ວາງ​ນະຄອນຫຼວງ​ກໍ​ເປັນ​ການ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ ນະຄອນຫຼວງ​​ໃນ​ໄລຍະ​ພັດທະນາ​ໃໝ່​. ​ແຕ່​ພ້ອມ​ກັນ​ນັ້ນ ກໍ​ວາງ​ອອກ​ບັນດາ​ໜ້າ​ທີ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ວັດທະນະທຳ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ອະ​ນຸລັກ​ຮັກສາ​ສິ່ງ​ຍອດ​ຍິ່ງດ້ານ​ວັດທະນະ​ທຳ ທັງ​ລອງ​-ຮ່າ​ໂນ້ຍ ພ້ອມ​ກັນ​ນັ້ນ ກໍ​ຮັກສາ, ​ເສີມ​ຂະຫຍາຍຄວາມ​ງາມ​ດ້ານ​ວັດທະນະທຳ​ແຂວງ​ຮ່າ​ໄຕ​ເກ່ົາ​ອີກ​ດ້ວຍ

ເສີມຂະຫຍາຍສີສັນວັດທະນະທຳເຂດຮ່າໄຕເກົ່າ ໃນທ່າອຽງພັດທະນາຂອງຮ່າໂນ້ຍ - ảnh 1
ການ​ເປີດ​ກ້ວາງ​ນະຄອນຫຼວງ​ກໍໄດ້ເຮັດ​ໃຫ້​ວັດທະນະທຳ​ 
ທັງ​ລອງ-ຮ່າ​ໂນ້ຍ​ ເພີ່ມ​ຄວາມ​ອຸດົມສົ​ມບູນຂຶ້ນ​ຕື່ມ
(ພາບ: thethaovanhoa.vn)

    ກ່ອນ​ນີ້, ​ເມື​ອ່​ເຕື້ອງ​ເຖິງ​ຮ່າ​ໂນ້ຍ, ມີ​ຫຼາຍ​ຄົນ​ກໍ​ຮູ້ຈັກ​ດີ​ກ່ຽວ​ກັບ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ, ບັນດາ​ມໍລະດົກ​ວັດທະນະທຳທີ່​ມີ​ຊື່​ສຽງ​ຄື : ​ເຂດມໍລະດົກ​ວັດທະນະທຳ​ໂລກ ພະລາດ​ຊະ​ວັງ ທັງ​ລອງ, ​ເຂດປູຊະນີຍະ ສະຖານ​ແຫ່ງ​ຊາດ ຄຸ້ມຖະໜົນ​ເກົ່າ​ຮ່າ​ໂນ້ຍ, ​ເຂດປູຊະນີຍະສະຖານທິວ​ທັດ​ ໜອງ ​ໂຮ່​ເກືອ​ມ, ວັດ​ເສົາ​ດຽວ, ວັນ​ມ໋ຽວກວກຕືຢ້າມ(ມະຫາວິທະຍາໄລແຫ່ງທຳອິດ  ຂອງຫວຽດນາມ) ຫຼື ກຸ່ມ​ປູຊະນີຍະສະຖານ​ປະຫວັດ​ສາດ​ວັດທະນະທຳ​ຫຼາຍ​ແຫ່ງ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ແດງ....​ເຂດ​ດິນ​ເມືອງ​ຫຼວງ​ທັງ​ລອງ-ຮ່າ​ໂນ້ຍ​ເມື່ອກ່ອນ​ນີ້ຍັງ​ລືຊື່ດ້ວຍ​ບັນດາ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ, ບັນດາ​ປະ​ເພດ​ສິລະ​ປະຄື ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ຂັບ​ກາ​ຈູ, ສິລະ​ປະສະ​ແດງລະ​ຄອນຕຸກກະຕາ​ນ້ຳ, ງານ​ບຸນ​ຢ້ອງ......​ແຕ່​ເມື່ອ​ຮ່າ​ໂນ້ຍ​ໄດ້​ຮັບ​ການ​ເປີດ​ກ້ວາງ​ອອກ, ບັນດາ​ຜູ້​ຊົມ​ຊອບ​ວັດທະນະທຳ​ຍັງ​ຮູ້ຈັກ​ຫຼາຍ​ກ່ວາ​ກ່ຽວ​ກັບ​ເຂດ​ວັດທະນະທຳ​ຮ່າ​ໄຕ​ເກົ່າ ຊຶ່ງ​ແມ່ນ​ພື້ນຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ພ້ອມ​ກັບ​ວັດທະນະທຳ​ທັງ​ລອງ-ຮ່າ​ໂນ້ຍ, ​​ເຂດ​ຮ່າ​ໄຕ​ເກົ່າ ຍັງ​ແມ່ນ​ເຂດ​ດິນ​ທີ່​ມີ ປູຊະນີຍະສະຖານ​ປະຫວັດ​ສາດຫຼາຍ​ແຫ່ງ​ທີ່​ລື​ຊື່​​ເຊັ່ນ: ໝູ່​ບ້ານ​ເກົ່າ ​ເດືອ​ງ​ເລີມ, ວັດ​ເຮືອງ, ວັດ​ໄຕ​ເຟືອງ...ກໍ​ເຊັ່ນ​ດຽວ​ກັນ​ກັບ​ບັນດາ​ເຂດ​ບ້ານ​ນາ​ຢູ່​ທົງ​ພຽງ​ພາກ​ເໜື​ອ, ເຂດ​ຮ່າ​ໄຕ​ເກົ່າຍັງ​ແມ່ນ​ແຫ່ງ​ທີ່​ມີ​ໝູ່​ບ້ານ​ອາຊີບ​ຫັດຖະກຳ​ຫຼາຍ​ແຫ່ງ, ໝູ່​ບ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ທັງ​​ເປັນ​ຕົ້ນ​ກຳ​ເນີ​ດຂອງ​ສິລະ​ປະ​ຂັບໂດ, ສິລະ​ປະ​ຂັບ​ແຈວ​ເຕົາ... ພາຍຫຼັງ​ທີ່​ຮ່າ​ໂນ້ຍ​ໄດ້​​ເປີດ​ກ້ວາງ​ເຂດປົກຄອງ, 2 ​ເຂດ​ວັດທະນະທຳ​ໃຫຍ່ ​​ນະຄອນຫຼວງ ​ແລະ ​ເຂດ​ຮ່າ​ໄຕ​ເກົ່າ​ໄດ້​ຖືກ​ໂຮມ​ເຂົ້າກັນ​ເປັນອັນ​ດຽວ, ອັນ​ໄດ້​ສ້າງ​ຄວາມ​ປະສົມ​ກົມ​ກືນ​ ​ແລະ ​ເຮັດ​ໃຫ້​ວັດທະນະທຳ​ທັງ​ລອງ-ຮ່າ​ໂນ້ຍ​ເພີ່ມ​ຄວາມ​ອຸດົມສົ​ມບູນຂຶ້ນ​ຕື່ມ. ມາ​ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີປູຊະນີຍະສະຖານ​ປະຫວັດ​ສາດ​ໃຫຍ່​ຫຼາຍ​ແຫ່ງ​ກ່ວາ​ໝູ່​ຂອງ​ປະ​ເທດ ຊຶ່ງ​ລວມມີປູຊະນີຍະສະຖານກ່ວາ 2.100 ​ແຫ່ງ​ໄດ້​ຖືກ​ຈັດ​ອັນ​ດັບ, ມີ​ກວ່າ 1000 ງານ​ບຸນ​ໃນ​ຍອດ​ຈຳນວນ​ກ່ວາ 8000 ງານ​ບຸນ​ໃນ​ທົ່ວ​ປະ​ເທດ. ​ເລື່ອງ​ກາຍ​ເປັນ ທ້ອງ​ຖິ່ນ​ທີ່​ມີປູຊະນີຍະສະຖານ​​ຫຼາຍ​ແຫ່ງ​ກ່ວາ​ໝູ່ ​ແລະ ​ເປັນ​ຈຸດ​ວັດທະນະທຳ​ທີ່​ເປັນ​ຕົວ​ແທນ ​ກໍ​ແມ່ນ​ຄວາມ​ເອກອ້າງ​ທະ​ນົ​ງ​ໃຈສຳລັບ​ຊາວ​ນະຄອນຫຼວງ, ​ແຕ່​ກໍ​ວາງອອກ​ໜ້າ​ທີ່​ຄວາມ​ຮັບຜິດຊອບ​ທີ່​ມີ​ຕໍ​່ຂະ​ແໜງວັດທະນະທຳ​ໃນ​ການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ ຟານ​ດັງ​ລອງ ຮອງ​ຫົວໜ້າ ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ :

    “ ​ໃນ​ເງື່ອນ​ໄຂ​ພັດທະນາ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ກໍ​ໄດ້​ມີ​ຫຼາຍ​ຄຳ​ເຫັນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ ​ໃນ​ວິວັດ​ການ​ເປີດ​ກ້ວາງ​ນະຄ​ອນຫຼວງ​ຮ່າ​ໂນ້ຍ ກໍ​ຈະ​ມີ​ການ​ປະສົມ​ປະສານ​ລະຫວ່າງ​ບັນດາ​ພື້ນຖານ​ວັດທະນະ​ທຳ​ເຂົ້າ​ນຳ​ກັນ, ​ໃນ​ນັ້ນ ມີ​ວັດທະນະທຳ​ທັງ​ລອງ-​ຮ່າ​ໂນ້ຍ, ວັດທະນະທຳ ເຂດ​ຮ່າ​ໄຕ​ເກົ່າ ​ແລະ ບັນດາ​ເຂດ​ແຄ້ວ​ນອື່ນ. ຍ້ອນ​ເຫດ​ນີ້​ວັດທະນະທຳ​ຮ່າ​ໂນ້ຍຈະ​ຖືກ​ສູນຫາຍ​ທາງ​ດ້ານ​ສີສັນ​ຫຼື​ບໍ່ ? ​ແຕ່​ມາ​ຮອດ​ປະຈຸ​ບັນ, ຄວາມ​ຈິງ​ໄດ້​ພິສູດ​ໃນ​ການ​ພັດທະນາ​ລວມຂອງ ວັດທະນະທຳ​ທັງ​ລອງ​-ຮ່າ​ໂນ້ຍ​ໃໝ່, ດັ່ງ​ນັ້ນ, ​ແຕ່ລະ​ເຂດ, ​ແຕ່​ລະ​ພື້ນຖານ​ວັດທະນະທຳ​ຂອງ ວັດທະນະທຳ​ທັງ​ລອງ​-ຮ່າ​ໂນ້ຍຫຼື​ວັດທະນະທຳ ເຂດ​ຮ່າ​ໄຕ​ເກົ່າຍັງ​ຄົງ​ສາມາດ​ຮັກສາ​ສີສັນ​ສະ​ເພາະ​ຂອງ​ຕົນ ”

  ພາຍຫຼັງ​ໄດ້​ຮັບ​ການ​ເປີດ​ກ້ວາງ​ເປັນ​ເວລາ 5 ປີ, ບັນດາ​ສິ່ງ​ຍອດ​ຍິ່ງ​ວັດທະນະທຳ​ຂອງທັງ​ລອງ-​ຮ່າ​ໂນ້ຍ ບໍ່​ພຽງ​​ແຕ່​ໄດ້ຮັບການ​ເສີມ​ຂະຫຍາຍ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​​ແຜ່​ລາມອອກ​ກ້ວາງ​ອີ​ກດ້ວຍ. ທ່ານ​ນາງ ​ເລ​ທິ​ເຕີນ​ຈາງ, ຮອງ​ຫົວໜ້າ​ພະ​ແນ​ກ ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ນະ​ຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

    “ ຖ້າ​ຫາກ​ສັງ​ເກດ​ກ່ຽວ​ກັບ​ການ​ປະສົມ​ປະສານ​ດ້ານ​ວັດທະນະທຳ​ນັ້ນ , ມັນ​ອຸປະມາ​ຄື​ ເທິ່ງໜ້າ​ນ້ຳ​ເມື່ອ​ແກວ​ງກ້ອນ​ຫີນ​ລົງ​ກະທົບ​ໃສ່ ກໍ​ພາ​ໃຫ້​ເກີດ​ວ​ົງມົນ​ແຜ່​ຂະຫຍາຍ​ອອກ​​ເປັນ​ວົງກ້ວາງ. ​ເວົ້າ​ຈັ່ງ​ຊັ້ນ, ​ເພື່ອ​ໃຫ້​ຄົນ​ເຮົາ​ເຫັນ​ວ່າ ສີສັນ​ວັດທະນະທຳຍາມ​ໃດ​ກໍ​ມີຫຼາຍຮູບຫຼາຍສີ​ໃນ​ທາງ​ກາງ​ຄວາມ​ເປັນ​ເອກະ​ພາບ. ຮ່າ​ໂນ້ຍ​ແມ່ນ​ແຫ່ງ​ເຕົ້າ​​ໂຮມສິ່ງ​ຍອດ​ຍິ່ງ​ດ້ານ​ວັດທະນະທຳ​ຂອງ​ທົ່ວ​ປະ​ເທດ. ບໍ່​ພຽງ​ແຕ່​ເມື່ອຮ່າ​ໂນ້ຍ​ເປີດກ້ວາງນັ້ນ​ຈຶ່ງ​ມີ​ການ​ປະສົມ​ປະສານ​ດ້ານ​ວັດທະນະທ​ຳ, ຫາກ​ເມື່ອ​ກ່ອນນີ້, ບັນດາ​ລູກ​ຮັກ​ຫຼານ​ແພງ​​ໃນ​ທຸກ​ແຖບ​ຖິ່ນ​ຂອງປະ​ເທດ​ຊາດ ກໍ​ໄດ້​ມາ​ຮ່ຳຮຽນ, ​ເຮັດ​ວຽກ​ຢູ່​ສຳນັກງານ​ຕ່າງໆ​ໃນ​ບໍລິ​ເວນນະຄອນ​ຫຼວງ, ອັນ​ໄດ້​ປະກອບ​ສ່ວນ​ເຮັດ​ໃຫ້​ພື້ນຖານ​ວັດທະນະທຳ​ຂອງ​ຮ່າ​ໂນ້ຍ​ແຫ່ງ​ອະລິຍະ​ທຳ​ເພີ່ມ​ຄວາມ​ອຸດົມສົມບູນ​ຫຼາຍ​ຂຶ້ນ ”

   ຈາກ​ພື້ນຖານຄຸນຄ່າ​ວັດທະນະທຳ​ອັນ​ດີ​ງາມ​ຂອງ​ເຂດ​ດິນ​ເມືອງຫຼວງ​ທັງ​ລອງ-ຮ່າ​ໂນ້ຍ, ຈຸດຄວາມ​ງາມ​ດ້ານ​ວັດທະນະທຳ ເຂດ​ຮ່າ​ໄຕ​ເກົ່າສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ທະວີຄູນ, ​ເຮັດ​ໃຫ້​ສີສັນວັດທະນະທຳຂອງຮ່າໂນ້ຍໃໝ່ເພີ່ມ ຄວາມອຸດົມ​ສົມບູນ​ຂຶ້ນ​ຕື່ມ. ທ່ານ​ ຮ່າ​ຊວນ​ຮຶງ ​ເລຂາ​ພັກ​ເມືອງໆ ບາ​ວີ່ ​ໃຫ້​ຮູ້​ວ່າ:

“ ພວກ​ຂ້າພະ​ເຈົ້າມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ເຖິງ​ການ​ບູລະນະ​ປະຕິສັງຂອນ, ອະນຸລັກ​ຮັກສາ​ບັນດາ ປູຊະນີຍະສະຖານ​ ຊຶ່ງ​ໃນ​ບໍລິ​ເວນ​ເມືອງຂອງ​ພວກ​ຂ້າພະ​ເຈົ້າ​ມີ ປູຊະນີຍະສະຖານ​ ກ່ວາ 300 ​ແຫ່ງ, ​ໃນ​ນັ້ນ​ມີ 70 ​ແຫ່ງ​ໄດ້​ຮັບ​ການ​ຮັບຮອງ​ແມ່ນ ປູຊະນີຍະສະຖານລະດັບ​ຊາດ ​ແລະ ລະດັບ​ແຂວງ, ນະຄອນ. ນີ້​ແມ່ນ​ຊັບ​ສົ​ມບັດອັນ​ລ້ຳ​ຄ່າ​ຂອງ​ເມືອງ ບາ​ວີ່. ​ເພື່ອ​ປະຕິບັດ​ຕາມ​ການ​ຊີ້​ນຳ​ຈາກ​ນະຄອນ, ທາງ​ເມ​ືອງຈະ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ ປູຊະນີຍະສະຖານ​​ເຫຼົ່ານັ້ນ, ປະກອບສ່ວນ​ເຂົ້າ​ໃນ​ອະນຸລັກ​ຮັກສາ, ​ເສີມຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ ”

     5 ປີ​ທີ່​ຜ່ານມາ, ຮ່າ​ໂນ້ຍສາມາດ​ແກ້​ໄຂ​ສາຍ​ກ່ຽວ​ພັນ​ລະຫວ່າງການອະນຸລັກ​ຮັກສາ ​ແລະ ພັກ​ທະນາ. ວັດທະນະທຳ​ທັງ​ລອງ​ ຍັງ​ພິສູດ​ຄຸນຄ່າ​ຂອງ​​ເຂດ​ດິນ​ທີ່​ມີໄລຍະ​ປະ​ຫວັດ​ສາດ ​ແຫ່ງ​ອະລິຍະ​ທຳນັບ​ພັນ​ປີ ພ້ອມ​ກັບ​ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ຂອງ​ເຂດວັດທະນະທຳ​ຮ່າ​ໄຕ​ເກົ່າ ສືບ​ຕໍ່​​ໄດ້​ຮັບ​ການເພີ່ມ​ເຕີ​ມ ​ແລະ ​ເຊີດ​ຊູ​ຊຶ່ງ​ກັນ ​ແລະ ກັນ. ບັນດາ​ສິ່ງ​ຍອດ​ຍິ່ງ​ຂອງ ວັດທະນະທຳ​ທັງ​ລອງ ຊຶ່ງ​ໄດ້​ຮັບ​ການ​ຮັກສາ​ຈາກ​ຊາວ ຮ່າ​ໂນ້ຍ ຍິ່ງ​ໄດ້​ຮັບ​ການ​ເຊີດ​ຊູ ຍ້ອນບັນດາ​ຄຸນຄ່າທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັດ​ທະນະ​ທຳ ເຂດ​ຮ່າ​ໄຕ​ເກົ່າ​ໃນ​ທ່າມກາງ​ການ​ພັດທະນາ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ .

ຕອບກັບ

ຂ່າວ/ບົດ​ອື່ນ