(vovworld)- ໂດຍໄດ້ປະກົດມີມາແຕ່ສັດຕະວັດທີ 17, ເສື້ອຍາວໄດ້ກາຍເປັນຊຸດອາພອນປະເພນີຂອງຊາວຫວຽດນາມ. ເສື້ອຍາວບໍ່ພຽງແຕ່ສະແດງໃຫ້ເຫັນວັດທະນະທຳໃນການນຸ່ງຖື, ວັດທະນະທຳດ້ານມະນຸດສຳພັນເທົ່ານັ້ນ, ຫາກຍັງຊ້ອນແຝງທັງຈິດວິນຍານ, ນິດໄສໃຈຄໍຂອງແມ່ຍິງຫວຽດນາມ ອີກດ້ວຍ..
(ພາບປະກອບ: nhandan.com.vn)
ມາຮອດປະຈຸບັນ, ປ້າຮິງທິກີມຕວຽນ, ເລຂາຜູ້ທີ 1 ຄະນະຊາວໜຸ່ມມະຫາວິທະຍາໄລວັນນະຄະດີ, ປະຈຸບັນແມ່ນມະຫາວິທະຍາໄລວິທະຍາສາດ-ສັງຄົມ ແລະ ມະນຸດສາດນະຄອນໂຮ່ຈິມິນ ຍັງຈື່ດີຊຸມວັນທີ່ຕົນເອງໄດ້ນຸ່ງຊຸດເສື້ອຍາວໄປຂົນຂວາຍນັກຮຽນ, ນັກສຶກສາແຫ່ຂະບວນປະທ້ວງໃນຂະບວນການຕໍ່ຕູ້ປະຕິວັດຂອງນັກຮຽນນັກສຶກສາໄຊງອນໃນຊຸມປີ 1970. ປ້າຮິງທິກີມຕວຽນ ເລົ່າຄືນສູ່ຟັງວ່າ:
“ຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວປະຕິວັດນັບແຕ່ຄາວເປັນນັກຮຽນໂຮງຮຽນຢາລອງ, ເມື່ອເຂົ້າຮຽນຢູ່ມະຫາວິທະຍາໄລວັນນະຄະດີ, ຂ້າພະເຈົ້າໄດ້ປຸກລະດົມຂະບວນການນຸ່ງເສື້ອຍາວນັບແຕ່ປີ 1970 ແລະ ຂະບວນການນັ້ນມີຈຸດທີ່ດີທີ່ສຸດ. ເສື້ອຍາວສະແດງໃຫ້ເຫັນຄຸນນະທາດຂອງແມ່ຍິງຫວຽດນາມ. ໃນໄລຍະນັ້ນກໍ່ມີບັນດາບົດກະວີ, ບົດເພງຍ້ອງຍໍຂະບວນການນຸ່ງເສື້ອຍາວຢູ່ມະຫາວິທະຍາໄລວັນນະຄະດີ“.
(ພາບປະກອບ: nhandan.com.vn )
ຮູບພາບເສື້ອຍາວໄດ້ກາຍເປັນໜຶ່ງໃນບັນດາສັນຍາລັກຂອງແມ່ຍິງຫວຽດນາມ. ປະຈຸບັນ, ເສື້ອຍາວຖືກຄັດເລືອກແມ່ນເຄື່ອງແບບຂອງນັກຮຽນຍິງໃນບັນດາໂຮງຮຽນມັດທະຍົມຕອນປາຍ, ລັດຖະກອນຍິງຂະແໜງການຕ່າງໆ. ໂດຍແມ່ນຜູ້ມາໂອກາດພົບກັບແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫຼາຍຄົນເປັນປະຈຳ, ທ່ານນາງຮິງທິງອກເວິນ, ຜູ້ອຳນວຍການຫໍພິພິຕະພັນຮ່ອງຮອຍປະຫວັດສາດ ຍາມໃດກໍ່ເລືອກເສື້ອຍາວແມ່ນເຄື່ອງນຸ່ງເພື່ອໄປເຮັດວຽກປະຈຳວັນ. ຕາມທ່ານນາງເວິນແລ້ວ, ຜ່ານບັນດາໄລຍະປະຫວັດສາດ, ຍາມໃດເສື້ອຍາວກໍ່ຕິດພັນກັບແມ່ຍິງຫວຽດນາມ. ເສື້ອຍາວບໍ່ພຽງແຕ່ສ້າງຄວາມງາມໃຫ້ແກ່ແມ່ຍິງເທົ່ານັ້ນ, ຫາກຜ່ານນັ້ນ, ເສື້ອຍາວຍັງປະກອບສ່ວນໂຄສະນາພາບພົດຂອງປະເທດຊາດຫວຽດນາມ ຕໍ່ເພື່ອນມິດສາກົນອີກດ້ວຍ, ທ່ານນາງຮິງທິງອກເວິນ ໃຫ້ຮູ້ວ່າ:
“ແຕ່ລະປີ, ຫໍພິພິຕະພັນຮ່ອງຮອຍປະຫວັດສາດໄດ້ຕ້ອນຮັບແຂກມາຢ້ຽມຊົມປະມານ 700.000 ເທື່ອຄົນ, ເສື້ອຍາວແມ່ນເຄື່ອງແບບຂອງຜູ້ແນະນຳໃນຫໍພິພິ ຕະພັນຂອງພວກຂ້າພະເຈົ້າ, ໂດຍສະເພາະແມ່ນບັນດາຜູ້ຮັບໃຊ້ແຂກໂດຍກົງ. ສິ່ງດັ່ງກ່າວໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວຫຼາຍທີ່ສຸດ, ນອກຈາກໄປຢ້ຽມຊົມຫໍພິພິຕະພັນແລ້ວ, ແຂກທ່ອງທ່ຽວຫຼາຍຄົນກໍ່ເຊື້ອເຊີນພວກຂ້າພະເຈົ້າມາ ຖ່າຍຮູບນຳເຂົາເຈົ້າເປັນທີ່ລະນຶກອີກດ້ວຍ“.
ຜ່ານບັນດາໄລຍະແຫ່ງປະຫວັດສາດ, ເສື້ອຍາວກໍ່ມີການປ່ຽນແປງຫຼາຍຢ່າງ. ໃນທົດສະວັດແຕ່ປີ 1930-1940, ວິທີຕັດຫຍິບເສື້ອຍາວບໍ່ມີການປ່ຽນແປງຫຼາຍແຕ່ແຜ່ນແພທີ່ນຳມາຕັດເສື້ອນັ້ນພັດມີສີສົດໃສກ່ວາ. ປີ 1939, ຄໍເສື້ອຍາວຖືກຕັດ ເປັນຮູບໝາກຫົວໃຈ, ກ້ວາງ ຫຼື ຄໍພັບ ແລະ ມີໂບຕິດຢູ່ທາງໜ້າຕື່ມອີກ. ໃນຊຸມປີ 1950 ນັກອອກແບບໄດ້ເລີ່ມຕັດເສື້ອຍາວແບບແອ່ນແອວ ແລະ ຮອດຊຸມປີ 1960, ເສື້ອຍາວໄດ້ຖືກປ່ຽນແປງຫຼາຍຄື: ຕີນເສື້ອໄດ້ຕັດພຽງ ແລະ ຍາວຮອດຕາຕຸມມ່ອງ, ຄໍເສື້ອຕັດເປັນຮູບວົງມົນ. ຕົ້ນຊຸມປີ 1970, ເສື້ອຍາວນ້ອຍໄດ້ປະກົດຕົວດ້ວຍໜ້າຕັກສັ້ນ ແລະ ແຄບ, ບາງເທື່ອຍາວຮອດຫົວເຄົ່າ, ເສື້ອຖືກຫຍິບກ້ວາງ ແລະ ບໍ່ແອ່ນແອວ ແຕ່ວ່າໜ້າເອິກ ແລະ ແຂນຮັດກ່ວາ, ສ່ວນສົ້ງຖືກຫຍິບຍາວ, ຕີນສົ້ງກ້ວາງເຖິງ 60cm. ນັກອອກແບບມິງແຮ້ງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ຍາມໃດ, ບັນດານັກອອກແບບເສື້ອຍາວກໍ່ຄົ້ນຄ້ວາ ແລະ ຊອກຫາວິທີປະດິດສ້າງບັນດາເສື້ອຍາວແບບໃໝ່, ລວມທັງແຜ່ນແພປະເພດຕ່າງໆ ແລະ ລວດລາຍຂອງມັນອີກ:
“ທຸກຄົນລ້ວນແຕ່ມີຄວາມນຶກຄິດທີ່ງ່າຍດາຍວ່າ, ເສື້ອຍາວຕ້ອງເບົາບາງ, ອ່ອນໂຍນ….. ແຕ່ບໍ່ແມ່ນຄືແນວນັ້ນ, ເສື້ອຍາວສາມາດຫຍິບດ້ວຍແພປະເພດຕ່າງໆໄດ້, ຖືກຕັດດ້ວຍ laser ແລະ ໃຊ້ເຕັກນິກພ້ອມ“.
ເສື້ອຍາວໄດ້ຮັບການເຊີດຊູ, ປະກອບສ່ວນສ້າງຄວາມເອກອ້າງທະນົງໃຈໃຫ້ແກ່ຊາວຫວຽດນາມ ບໍ່ວ່າຢູ່ແຫ່ງໃດ. ເສື້ອຍາວໄດ້ເຂົ້າສູ່ຊີວິດຂອງແຕ່ລະຄອບຄົວ, ແຕ່ລະສ່ວນບຸກຄົນ. ເສື້ອຍາວໄດ້ເເພີ່ມຄວາມງາມໃຫ້ແກ່ແມ່ຍິງຫວຽດນາມ ດ້ວຍເສັ້ນຄົດງໍທີ່ຈັບໃຈແຕ່ຍັງມີຄວາມລຶກລັບ, ຫຼູຫຼາ, ສຸພາບຮຽບຮ້ອຍອີກດ້ວຍ./.