ການສະແດງຂັບບາຍຈອຍຢູ່ແຂວງກວາງນາມ
(ພາບ:internet)
ແຂວງກວາງນາມ ຕັ້ງຢູ່ພາກກາງຫວຽດນາມຊຶ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນ ໄດ້ປະສົບຜົນສຳເລັດໃນການນຳເອົາບັນດາປະເພດສີລະປະວັດທະນະທຳພື້ນເມືອງ ມາເຜີຍແຜ່ສູ່ມ່ວນຊົນ. ບັນດາປະເພດສີລະປະວັດທະນະທຳພື້ນເມືອງຂອງແຂວງກວາງນາມບໍ່ພຽງແຕ່ຖືກຟື້ນຟູເທົ່ານັ້ນ, ຫາກຍັງມີກຳລັງດຶງດູດມ່ວນຊົນ ເປັນຈຳນວນ ຫຼວງຫຼາຍອີກດ້ວຍ. ມາຢ້ຽມຢາມແຂວງກວາງນາມ, ຄຸ້ມເມືອງເກົ່າ ໂຮ້ຍອານໃນ ວັນນີ້, ແຂກທ່ອງທ່ຽວທັງຫຼາຍລ້ວນແຕ່ມີຄວາມປະທັບໃຈເມື່ອໄດ້ຮັບຊົມການສະແດງບັນດາປະເພດສິລະປະພື້ນເມືອງຢູ່ຕາມຖະໜົນສາຍຕ່າງໆຄື:ຂັບບາຍຈອຍ, ຂັບກອນ, ການສະແດງດົນຕີພື້ນເມືອງ ແລະ ອື່ນໆ.
ກ່ອນນີ້ກວ່າ 10 ປີ, ບັນດາຜູ້ເຮັດວຽກງານໃນຂະແໜງວັດທະນະທຳຢູ່ກວາງນາມມີຄວາມເປັນຫ່ວງກັບເລື່ອງເຮັດແນວໃດເພື່ອໃຫ້ບັນດາປະເພດສິລະປະພື້ນເມືອງຄື ຂັບບາຍຈອຍ, ຂັບບາຈ້າວ ຫຼືບັນດາງານບຸນປະເພນີສາມາດຄົງຕົວໃນວົງຄະນະຍາດທ້ອງຖິ່ນຕົນ. ບັນດາຜູ້ຄົນທີ່ສົນໃຈເຖິງບັນດາປະເພດສິລະປະພື້ນເມືອງນີ້ນັບມື້ນັບຫຼຸດໜ້ອຍຖອຍລົງ. ພິເສດແມ່ນໄວໜຸ່ມ, ເຂົາເຈົ້າກໍບໍ່ເມົາມົວກັບສິລະປະ ຂັບບາຍຈອຍ, ຂັບບາຈ້າວ ຫຼືບັນດາງານບຸນປະເພນີຂອງທ້ອງຖິ່ນຕົນຄື: ງານບຸນປູກຝ້າຍ, ພິທີໄຫວ້ບູຊາປາວານ, ງານບຸນຄ່ຳຄືນຄຸ້ມເມືອງເກົ່າໂຮ້ຍອານ ແລະອື່ນໆ. ທ່ານວໍ້ຟຸ່ງ ຜູ້ອຳນວຍການສູນວັດທະນະທຳກິລາໂຮ້ຍອານໃຫ້ຮູ້ວ່າ:
“ ດ້ວຍບັນດາແບບວິທີ, ລາຍການນັບແຕ່ຊຸມປີ 1980 ພວກຂ້າພະເຈົ້າໄດ້ນຳ ບັນດາປະເພດສິລະປະພື້ນເມືອງເຂົ້າໃນງານແຂ່ງຂັນ, ງານສະແດງຕ່າງໆ ຕະຫຼອດຮອດໂຮງຮຽນ. ແຕ່ລະປີກໍເລືອກເອົາໂຮງຮຽນ 2 ແຫ່ງ ເພື່ອເປີດບັນດາ ຊຸດຮຽນ ຂັບລຳທຳເພງພື້ນເມືອງນອກຫຼັກສູດ. ກ່ອນນີ້ປະມານ 2 ປີ, ເມື່ອພວກຂ້າພະເຈົ້າມາທັດສະນະສຶກສາຢູ່ແຫ່ງນີ້ຍາມຄ່ຳຄືນ, ພວກຂ້າພະເຈົ້າກໍແນະນຳເປີດຊຸດຮຽນຂັບລຳທຳເພງພື້ນເມືອງ. ສ່ວນການລະຫຼິ້ນບາງຢ່າງ, ພິເສດມີການລະຫຼິ້ນ 2 ປະເພດ ສາມາດຢັ້ງຢືນການຄົງຕົວຂອງມັນ ແລະ ເປັນໜ້າດູດດື່ມ, ນັ້ນແມ່ນການຫຼິ້ນໝາກກະໂພກດິນ ແລະ ການລະຫຼິ້ນພື້ນເມືອງຂັບບາຍຈອຍ ”
ທ່ານວໍ້ຟຸ່ງ ໃຫ້ຮູ້ວ່າ: ໃນ ບັນດາປະເພດສິລະປະຢູ່ແຂວງກວາງນາມນັ້ນ, ຂັບບາຍຈອຍແມ່ນປະເພດສິລະປະທີ່ໃນຫຼາຍປີມານີ້ ຂະແໜງວັດທະນະທຳຄິດວ່າບໍ່ສາມາດຟື້ນຟູໄດ້. ປີ 1998 ຂັບບາຍຈອຍໄດ້ຮັບການສະແດງໃນບໍລິເວັນຄຸ້ມເມືອງເກົ່າ, ທຸກສິ່ງທຸກຢ່າງໄດ້ປ່ຽນແປງໄປ. ທ່ານເວົ້າວ່າ :
“ ກ່ອນນີ້ມີພຽງແຕ່ປະຊາຊົນເຂົ້າຮ່ວມເທົ່ານັ້ນ, ດັ່ງນັ້ນບໍ່ມີກຳລັງຢ່າງພຽງພໍ ເພື່ອຟື້ນຕົວຄືນ ແລະ ສ້າງພະລັງຊີວິດອັນແຂງແຮງຂຶ້ນ. ເມື່ອພວກຂ້າພະເຈົ້າ ນຳເຂົ້າລາຍການຄ່ຳຄືນຄຸ້ມເມືອງເກົ່ານັ້ນ, ຈຳນວນແຂກ ທ່ອງທ່ຽວໄດ້ມາຮ່ວມ ຢ່າງຫຼວງຫຼາຍ. ຍ້ອນແຂກທ່ອງທ່ຽວນີ້ເອງໄດ້ເຮັດໃຫ້ການລະຫຼິ້ນຕ່າງໆເພີ່ມຄວາມໝາຍຫຼາຍຂຶ້ນ. ມາຮອດປະຈຸບັນ,ຢູ່ໂຮ້ຍອານ, ພວກຂ້າພະເຈົ້າຈັດການລະຫຼິ້ນບາຍຈອຍໃນທຸກຄ່ຳຄືນ, ໃນບັນດາງານບຸນ, ຍິ່ງກ່ວານັ້ນ,ກໍໄດ້ສະແດງເມື່ອຄະນະຜູ້ແທນຂັ້ນສູງທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມອີກດ້ວຍ. ສິລະປະຂັບບາຍຈອຍຍັງຖືກສະແດງຢູ່ບັນດາເມືອງໃນແຂວງ, ຊ້ຳບໍໜຳຍັງຖືກສະແດງຢູ່ຮ່າໂນ້ຍ, ນະຄອນໂຮ່ຈິມິນອີກດ້ວຍ. ພິເສດໃນປີ 2011, ພວກຂ້າພະເຈົ້າກໍໄດ້ນຳ ສິລະປະຂັບບາຍຈອຍໄປຮ່ວມງານບຸນ ແສງສະຫວ່າງໜ່ວຍພິພົບທີ່ຈັດຂຶ້ນຢູ່ປະເທດ ອີຕາລີ ”
ປະຈຸບັນ ບັນດາລາຍການສະແດງ ສິລະປະພື້ນເມືອງ, ໃນນັ້ນມີສິລະປະຂັບບາຍຈອຍ, ໄດ້ກາຍເປັນເຍື່ອງອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມໂຮ້ຍອານ. ພະລັງຊີວິດອັນແຮງກ້າຂອງບັນດາລາຍການສະແດງສິລະປະພື້ນເມືອງຢູ່ໂຮ້ຍອານແມ່ນບໍ່ຖືກຈຳກັດດ້ານເວທີສະແດງ, ມັນໄດ້ເຊື່ອມຕົວກັບຊີວິດຢູ່ຕາມເຂດຊຸມຊົນ. ຍ້ອນເຫດນີ້ເອງ, ມາຮອດປະຈຸບັນ, ບັນດາງານບຸນວົງຄະນະຍາດຢູ່ແຂວງກວາງນາມສາມາດດຶງດູດແຂກຄົນທັງຫຼາຍ. ທ່ານດິງຮ່າຍ, ຫົວໜ້າພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວແຂວງກວາງນຍາມໃຫ້ຮູ້ວ່າ:
“ ໃນຕົວຈິງ, ບັນດາການເຄື່ອນໄຫວທາງດ້ານສິລະປະ,ວັດທະນະທຳ, ໃນດ້ານວັດທະນະທຳ ມີງານບຸນນັ້ນ, ປະຈຸບັນກໍຍັງຄົງສາມາດດຶງດູດໃຈແຂກທ່ອງທ່ຽວ. ພວກຂ້າພະເຈົ້າຄືຄວາມສຳນຶກທີ່ວ່າ: ນຳບັນດາງານບຸນກັບຄືນ ສູ່ວົງຄະນະຍາດ, ສ່ວນລັດຈະບໍ່ອອກຮັບຜິດຊອບຈັດຕັ້ງ. ລັດພຽງແຕ່ໃຫ້ການຊ່ວຍເຫຼືອ, ຄຸ້ມຄອງ, ຊີ້ນຳ ເພື່ອເຮັດແນວໃດໃຫ້ງານບຸນເຫຼົ່ານັ້ນສາມາດຮັບໃຊ້ວົງຄະນະຍາດຂອງ ພວກເຂົານີ້ເອງ, ດັ່ງນັ້ນລັກສະນະເກັ້ຍກອມ ຈະໃຫຍ່ຫຼວງກ່ວາ ແລະ ງານບຸນ ກໍ່ບໍ່ຈຳເປັນຈັດຕັ້ງດ້ວຍຂອບຂະໜາດໃຫຍ່, ແຕ່ມັນຕ້ອງການສະແດງໃຫ້ເຫັນສີສັນຂອງວົງຄະນະຍາດໄດ້ ”
ການຟື້ນຟູບັນດາປະເພດສິລະປະພື້ນເມືອງ ແລະ ສ້າງພະລັງຊີວິດອັນແຮງກ້ານັ້ນ, ກໍບໍ່ແມ່ນຕ້ອງເຮັດໃນເວລາອັນສັ້ນໆເທົ່ານັ້ນ, ຫາກມັນຕ້ອງການມີໄລຍະເວລາຍາວນານ ແລະ ຄວາມສຸມຈິດສຸມໃຈຂອງຖັນແຖວຜູ້ເຮັດວຽກງານວັດທະນະທຳໃນແຂວງກວາງນາມກໍຄືວົງຄະນະຍາດຊຸມຊົນຢູ່ແຫ່ງນີ້, ຍ້ອນວ່າປະຊາຊົນທຸກຄົນຕ່າງກໍເຂົ້າໃຈວ່າ: ການພັດທະນາວັດທະນະທຳພື້ນເມືອງຈະສາມາດດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ໂຮ້ຍອານ, ກວາງນາມຢ່າງຫຼວງຫຼາຍ. ສ່ວນໜຶ່ງກໍຍ້ອນການດຳລົງຊີວິດ, ແຕ່ເໜືອກວ່າສິ່ງໃດໝົດ, ນັ້ນແມ່ນຄວາມເອກອ້າງທະນົງໃຈຂອງຊາວແຂວງກວາງນາມ.