ແທງຮ້ວາອະນຸລັກຮັກສາມໍລະດົກກຳແພງລາດຊະວົງໂຮ່ ຕິດພັນກັບການພັດທະນາການທ່ອງທ່ຽວ

ແທງຮ້ວາອະນຸລັກຮັກສາມໍລະດົກກຳແພງລາດຊະວົງໂຮ່ ຕິດພັນກັບການພັດທະນາການທ່ອງທ່ຽວ - ảnh 1
ເຂດປູຊະນີຍະສະຖານກຳແພງລາດຊະວົງໂຮ່ ທີ່​ເມືອງ​ວິ້ງ​​ໂລກ, ແຂວງແທງຮ້ວາ
(ພາບ : baothanhhoa)


   ກຳແພງລາດຊະວົງໂຮ່ ຊຶ່ງແມ່ນມໍລະດົກວັດທະນະທຳໂລກ ພວມກາຍເປັນ ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະ ເທດ. ແຕ່ພ້ອມກັບການພັດທະນາການທ່ອງທ່ຽວນັ້ນ, ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງກິດຈະກຳສະຖາປັດຕະຍະກຳທີ່ ເປັນເອກະລັກສະເພາະ ແມ່ນວຽກງານທີ່ມີຄວາມໝາຍພິເສດສຳລັບປະຫວັດ ສາດຫວຽດນາມ ຊຶ່ງ​ພວມ​ແມ່ນ​ບັນຫາ​ທີ່​ຈຳ​ເປັນ​ທີ່​ສຸດ ທີ່​ວາງ​ອອກ​ໃຫ້​ແກ່​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ວັດທະນະທຳ​ກໍ​ຄື​ການທ່ອງທ່ຽວ​ຂອງ​ແຂວງແທງ​ຮ້ວາ.

     ​ໂດຍ​ຖືກ​ຕັ້ງ​ຢູ່​ຫ່່າງຈາກ​ນະຄອນ​ແທງຮ້ວາ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ປະມານ 50 ກິ​ໂລ​ແມດ, ກຳແພງລາດຊະວົງໂຮ່ ​ແມ່ນກິດຈະກຳສະຖາປັດ ຕະຍະກຳທີ່ເປັນເອກະລັກສະເພາະ​ຊຶ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ໂຮ່​ເມື່ອ​ປີ 1397 ​ໃນ​​ເຂດ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມລະຫວ່າງ 2 ລຳ​ແມ່ນ້ຳ ມ້າ​ ​ແລະ ​ແມ່​ນ້ຳ ​ເບື່ອ​ຍທີ່​ຂຶ້ນ​ກັບ​ບໍລິ​ເວັນ​ເມືອງ​ວິ້ງ​​ໂລກ. ລະບົບ​ກຳ​ແພງ​ຖືກ​ປຸກ​ສ້າງ​ດ້ວຍ​ບັນດາ​ໂງ່ນ​ຫີນ​ໃຫຍ່, ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ດ້ານ​ເຕັກນິກ​ສະຖາປັດຕະຍະກຳ ​ແລະ ການວາງ​ແຜນຜັງ​ເມືອງດ້ວຍ​ລະດັບ​ສູງ​ຂອງ​ຊາວ​ຫວຽດນາມ​ກ່ອນ​ນີ້ 600 ປີ. ບັນດາ​ໂງ່ນ​ຫີນ​ໃຫຍ່ ທີ່​ມີ​ນ້ຳໜັກ 20-30 ​ໂຕນ​ຖືກ​ຕັດ​ເປັນສະ​ເໝີດ້ວຍ​ເຕັກນິກ​ສູງ ​ແລະ ຖືກຕິດ​ຕັ້ງ​ກອງ​ກັນດ້ວຍ​ເຄື່ອງມືຢ່າງ​ລະອຽດ​ອ່ອນ​, ມີລວງ​ສູງ​ກ່ວາ 10 ​ແມດ ອັນ​ໄດ້​ເຮັດ​ໃຫ້​ບັນດາ​ນັກວິທະຍາສາດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມີ​ຄວາມ​ນິຍົ​ມນັບຖື​ທີ່​ສຸດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການອະນຸລັກ​ຮັກສາ​ ​ແລະ ​ເສີມ​ຂະຫຍາຍມໍລະດົກກຳແພງ ລາດຊະວົງໂຮ່ທີ່​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້, ມີ​ຄຳ​ຄິດ​ຄຳ​ເຫັນ​ຫຼາຍ​ຂໍ້​ໄດ້​ຖື​ວ່າ ຕ້ອງອະນຸລັກ​ຮັກສາ​ຄຸນຄ່າ​ດັ້ງ​ເດີມ, ບໍ່​​​ຄວນເຮັດ​ໃຫ້​ຮູບ​ຊົງ​ຂອງ​ປູຊະນີຍະສະຖານ​ປ່ຽນ​ແປງ​ໄປ, ​ເພາະວ່າ ນີ້​ແມ່ນ​ຫຼັກການອະນຸລັກ​ຮັກສາ​ຄຸນຄ່າ​​ດັ້ງ​ເດີມທີ່​ມີ​ຢູ່​ແລ້ວຂອງ ປູຊະນີຍະສະຖານຕາມ​ກົດໝາຍ​ວ່າ​ດ້ວຍ​ມໍລະດົກ ​ແລະ ບັນດາ​ຂໍ້​ກຳນົດ​ຂອງ​ອົງການ UNESCO. ທ່ານ ​ໂຮ່ກວາງ​ເຊີນ, ກຳມະການ​ໃນ​ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ສະມາຄົມ ມໍລະດົກວັດທະນະທຳ ຫວຽດນາມ, ປະທານ​ສະມາຄົມ ມໍລະດົກວັດທະນະທຳ​ຫວຽດນາມ​ສາຂາ​ແຂວງ ​ແທງ​ຮ້ວາ ​ໃຫ້​ຮູ້​ວ່າ :

    “  ​ແທງ​ຮ້ວາ​ມີ​ຄວາມ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ມີມໍລະດົກວັດທະນະທຳໂລກ. ຍ້ອນ​ເຫດ​ນີ້​ເອງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຂະ​ແໜງ​ການ​ຂັ້ນ​ຕ່າງໆ ​ແລະ​ບັນດາ​ນັກ​ລົງທຶນ ​ໄດ້​ມີ​ແຜນການອະນຸລັກ​ຮັກສາ​, ​ໂຄສະນາ​ກ່ຽວ​ກັບມໍລະດົກ ກຳແພງ ລາດຊະວົງໂຮ່ ​ໃຫ້​ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ”

   

ແທງຮ້ວາອະນຸລັກຮັກສາມໍລະດົກກຳແພງລາດຊະວົງໂຮ່ ຕິດພັນກັບການພັດທະນາການທ່ອງທ່ຽວ - ảnh 2
ລະບົບກຳແພງຖືກປຸກສ້າງດ້ວຍບັນດາ​ໂງ່ນ​ຫີນ​ໃຫຍ່ ທີ່​ມີ​ນ້ຳໜັກ 20-30 ​ໂຕນ​ຖືກ​ຕັດ​ເປັນສະ​ເໝີ ​ແລະ ຖືກຕິດ​ຕັ້ງ​ກອງ​ກັນດ້ວຍ​ເຄື່ອງມືຢ່າງ​ລະອຽດ​ອ່ອນ 


    ຕາມ​ທ່ານ ຢ້ວານ​ວັນ​ຟູ້ ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​​ແຂວງ​ແທງ​ຮ້ວາ​ແລ້ວ, ທາງ​ພະ​ແນ​ກ​ໄດ້ ​ແລະ ພວມ​ເພີ່ມ​ເຕີມ, ​ເປີດ​ກ້ວາງ, ສ້າງ​ແຜນ​ກຳ​ນົດສັງ​ລວມບໍລິ​​ເວນກຳແພງ ລາດຊະວົງໂຮ່ ​ໃນ​ຂອບ​ເຂດເນື້ອ​ທີ່ 5.000 ​ແຮັກ​ຕາ; ພ້ອມ​ກັນ​ນັ້ນ ກໍ​ເປັນ​ເສນາ​ທິການ​ໃຫ້​ແຂວງສຳ​ຫຼວດຄົ້ນ​ຄ້ວາດ້ານ​ວັດທະນະທຳຂອງ​ກຳແພງ ລາດຊະວົງໂຮ່, ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພັດທະ​ນາ​ການ​ບໍລິການ, ​ເຊື່ອມ​ຕໍ່​ລະຫວ່າງກຳແພງ ລາດຊະວົງໂຮ່ ກັບ​ເມືອງ​ຫຼວງ​ເກົ່າ​ຕ່າງໆ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ລາຍການ​ທ່ອງ​ທ່ຽວ... ສ່ວນ​ທ່ານ ຝ້າ​ມວັນ​ໄຈ້​, ອະດີດ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ວິ້ງ​ໂລກ​ຖື​ວ່າໄປ​ຄຽງ​ຄູ່​ກັບ​ການອະນຸລັກ​ຮັກສາບັນດາ​ຄຸນຄ່າ​ທີ່​ດີ​ເດັ່ນ​ຂອງ​ມໍລະດົກກຳແພງລາດຊະວົງໂຮ່ນັ້ນ, ຕ້ອງ​ຍົກ​ສູງ​ການ​ໂຄສະນາ​ການທ່ອງທ່ຽວ ​ແລະ ມີ​ການ​ກະທຳ​ທີ່​ແທດ​ຈິງ​ເພື່ອ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງຊາວ​ທ້ອງ​ຖິ່ນ​ໃຫ້​ດີ​ຂຶ້ນ . ທ່ານ​ກ່າວ​ວ່າ :

   “ ນັບ​ແຕ່​ເວລາ​ກຳແພງ ລາດຊະວົງໂຮ່ ​ໄດ້​ຮັບ​ການ​ຮັບຮອງ​ເປັນມໍລະດົກ ວັດທະນະທຳໂລກ​ເປັນ​ຕົ້ນມາ, ຊາວ​ທ້ອງ​ຖິ່ນ​ມີ​ຄວາມ​ພາກພູມ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ຍ້ອນ​ເປັນ​ປະຊາ​ຊົນຂອງ​ເຂດມໍລະດົກ. ຍ້ອນ​ເຫດ​ນີ້​ເອງ, ຊາວ​ທ້ອງ​ຖິ່ນ​ແຕ່ລະຄົນ​ຕ່າງ​ກໍ​ມີ​ສະຕິ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ບູລະນະ​ປະຕິສັງຂອນປູຊະນີຍະສະຖານ. ມີ​ຫຼາຍ​ຄົນ​ໄດ້​ສະ​ໝັກ​ໃຈ​ບໍລິຈາກ​ທີ່​ດິນ​ເພື່ອ​ຮັບ​ໃຊ້​ການ​ບຸກ​ເບີກ​ພື້ນ​ທີ່, ກໍ່ສ້າງ​ທາງ​ອ້ອມ​ແອ້ມ​ເຂດມໍລະດົກ ກໍ່​ຄື​ກໍ່ສ້າງ​ກຳ​ແພງ​ເພື່ອ​ປົກ​ປັກ​ຮັກສາ ”

     ທ່ານ ​ໂດ້ກວາງຈ້ອງ ຜູ້ອຳນວຍການ​ສູນອະນຸລັກ​ຮັກສາ​ມໍລະດົກກຳແພງ ລາດຊະວົງໂຮ່ ​ໃຫ້​ຮູ້​ວ່າ ພາຍຫຼັງ​ພິທີ​ຮັບ​ໃບ​ຢັ້ງຢືນມໍລະດົກວັດທະນະທຳໂລກ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມ​ຊົມ, ທັດສະນະ​ສຶກສາ​ຢູ່​ເຂດປູຊະນີ ຍະສະຖານກຳແພງ ລາດຊະວົງໂຮ່ ​ໄດ້​ເພີ່​ມຂຶ້ນ​ທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ພ້ອມ​ກັນ​ນັ້ນ, ວຽກ​ງານ​ແນະນຳ,ໂຄສະນາ​ກ່ຽວ​ກັບບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງກຳແພງ ລາດຊະວົງໂຮ່ ​ໃຫ້​ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ດັ່ງ​ນັ້ນມີແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຢ້ຽມ​ຊົມ, ທັດສະນະ​ສຶກສາ​ຢູ່​ເຂດມໍລະດົກກຳແພງ ລາດຊະວົງໂຮ່ ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ທ່ານ ​ໂດ້ກວາງຈ້ອງ ຜູ້ອຳນວຍການ​ສູນອະນຸລັກ​ຮັກສາ​ມໍລະດົກກຳແພງລາດຊະວົງໂຮ່ເວົ້າ​ວ່າ: 

          “ ​ໃນ​ຍາວ​ນານ, ພວກ​ຂ້າພະ​ເຈົ້າ​ຈະ​ຜູກ​ຮັດບັນດາ​ຄຸນຄ່າ​ວັດທະນະທຳ​ມໍລະດົກ​ກັບ​ການທ່ອງທ່ຽວ , ພ້ອມ​ທັງ​ໂຄສະນາ​ໃຫ້​ທຸກໆ​ຄົນ​ຮັບ​ຊາບ. ທາງ​ສູນ ​ແລະ ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​​ແຂວງ​ແທງ​ຮ້ວາ ພວມ​ຜັນ​ຂະຫຍາຍ​ບັນດາ​ແຜນການ​ຕາມ​ແຜນ​ຮ່າງ​ພັດທະນາ​ການທ່ອງທ່ຽວ​ຂອງ​ແຂວງ. ນອກຈາກ​ນັ້ນ, ຍ້ອນກຳແພງ ລາດຊະວົງໂຮ່ ຍັງ​ມີ​ວັດຖຸ​ເຄື່ອງຂອງ​ຫຼາຍ​ຢ່າງ​ພວມ​ຝັງ​ໃຕ້​ດິນ, ດັ່ງ​ນັ້ນ​ກໍ​ຕ້ອງການ​ມີ​ເວລາ​ເພື່ອ​ຊອກ​ຄົ້ນ​ຫາ, ​ເພາະສະ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່ ອະນຸລັກ​ຮັກສາ​​ເພື່ອ​ເສີມ​ຂະ​ຫຍາ​ຍບັນດາ​ຄຸນຄ່າ ຂອງ​ເຂດ ປູຊະນີຍະສະຖານ ”  

      ​ເລື່ອງ​​ໄດ້​ຮັບ​ການ​ເຊີດ​ຊູ​ເປັນມໍລະດົກວັດທະນະທຳໂລກ ກໍ​​ເປັນ​ການ​ຍາກ​ແລ້ວ, ​ແຕ່​ການ ອະນຸລັກ​ຮັກສາ​ມໍລະດົກພາຍຫຼັງ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ເພື່ອ​ໃຫ້​ຄຸນຄ່າ​ຂອງ​ມໍລະດົກ​ນັ້ນ​ແຜ່​ລາມ​ໃນ​ວົງຄະນະ​ຍາດນັ້ນ ກໍ​ແມ່ນ​ເລື່ອງຍາວ​ນານ ​ແລະ ຍາກ​ຫຼາຍ​ກ່ວາ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ຈາກ​ອົງການ UNESCO ນັ້ນ, ກຳແພງ ລາດຊະວົງໂຮ່ ຈະ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການອະນຸລັກ​ຮັກສາ​ຄຸນຄ່າ​ດັ້ງ​ເດີມ​ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່​ແຂວງ​ແທງ​ຮ້ວາ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ