ແບບແຜນການດຳລົງຊີວິດໃນຄອບຄົວ, ຈຸດວັດທະນະທຳ ທີ່ເປັນມູນເຊື້ອ ຂອງຊາວຫວຽດນາມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ

ແບບແຜນການດຳລົງຊີວິດໃນຄອບຄົວ, ຈຸດວັດທະນະທຳ ທີ່ເປັນມູນເຊື້ອ ຂອງຊາວຫວຽດນາມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ - ảnh 1
ມີຫຼາຍຄອບຄົວມີທັງ 4 ລຸ່ນຄົນຄື ປູຍ່າ, ພໍ່ແມ່, ລູກ, ຫຼານຢູ່ຮ່ວມກັນໃນເຮືອນຫຼັງດຽວ
(ພາບ: http://vtv.vn)

   ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ຄອບຄົວ​ຂອງຊາວຫວຽດນາມບໍ່ພຽງແຕ່ແມ່ນ ບັນດາ​ວິທີ​ການ​ປະພຶດ, ​ແມ່ນການສະ​ແດງ​ມານະ​ຍາດ​ຕໍ່​ກັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮັກ​ທີ່​ມີ​ຕໍ່​ມູນ​ເຊື້ອ​ວັດທະນະທຳ​ຄອບ​ຄົວ​ອີກ​ດ້ວຍ. ນັ້ນອາດ​ຈະ​ແມ່ນ​ມູນ​ເຊື້ອ​ເຄົ​າລົບ​ນັບຖື​ຜູ້​ເຖົ້າ​ຜູ້​ແກ່, ​ເຄົາລົບ​ຄູບາອາຈານ, ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ, ​ແມ່ນ​ຄວາມ​ຮັກ​ທີ່​ມີ​ຕໍ່​ອາຊີບ​ຫັດຖະກຳ, ຈຸດ​ວັດທະນະທຳ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ຄວາມ​ຮັບຜິດຊອບ​ທີ່​ມີ​ຕໍ່​ມໍລະ​ດົກ​ຂອງ​ຄົນ​ລຸ່ນກ່ອນ​ປະ​ໄວ​້​ໃຫ້. ​ເຖິງ​ວ່າ​ສະພາບ​ການ​ມີ​ການ​ຫັນປ່ຽນ​ຕາມ​ໄລຍະ​ປະຫວັດສາດ​ກໍ​ຕາມ, ​ແຕ່ທາງ​ດ້ານ​ວັດທະນະທຳ​ຄອບຄົວ​ຍັງ​ຄົງ​ໄດ້​ຮັບ​ການ​ສືບ​ທອດກັນ​ມາ​ຜ່ານ​ລຸ່ນຄົນ​ຕ່າງໆ, ອັນ​ໄດ້​ປະກອບສ່ວນ​ສ້າງ​ພະລັງ​ຊີວິດ​ແບບ​ຍືນ​ຍົງ​ຂອງ​ວັດທະນະທຳ​ແຫ່ງ​ຊາດ. ​    ໂດຍເລີ່ມ ມາຈາກໂຄງປະກອບບັນດາໝູ່ບ້ານຕາແສງຫວຽດນາມ ທີ່ມີມາແຕ່ ດົນນານ, ແຕ່ລະ ຄອບຄົວຫວຽດນາມເມື່ອກ່ອນນີ້, ເຄີຍຢູ່ຮ່ວມກັນດ້ວຍ 2-3 ລຸ່ນຄົນ, ຊ້ຳບໍໜຳກໍຍັງມີບັນດາ ຄອບຄົວມີທັງ 4 ລຸ່ນຄົນຄື ປູຍ່າ, ພໍ່ແມ່, ລູກ, ຫຼານຢູ່ຮ່ວມກັນໃນເຮືອນຫຼັງດຽວ. ເພາະສະນັ້ນ, ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ຄອບຄົວ, ຫຼືມູນເຊື້ອຄອບຄົວແມ່ນສຳຄັນທີ່ສຸດເພື່ອຮັກສາ ຄວາມສຸກໃນຄອບຄົວ . ​​ແຕ່​ປາງ​ກ່ອນ​ຊາວ​ຫວຽດນາມ​ເຄີຍ​ມີ​ຄຳ​ວ່າ “ ຄອບຄົວ​ຕ້ອງມີ ແບບ​ແຜນການ​ດຳລົງ​ຊີວິດ​” ຊຶ່ງ​ໃນ​ປະຈຸ​ບັນ​ຖືກ​ເອີ້ນວ່າ ວັດທະນະທຳ​ຄອບຄົວ. ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ຄອບຄົວຂອງ​ຊາວ​ຫວຽດນາມ​ເມື່ອ​ກ່ອນ​ນີ້​ແມ່ນ​ຕ້ອງ​​ເຄົາລົບ​ນັບຖື​ຜູ້​ເຖົ້າ​ຜູ້​ແກ່ , ຮັກ​ແພງ​ເດັກນ້ອຍ ​ແລະ ຄົນ​ລຸ່ນໜຸ່ມ​ຕ້ອງ​ຟັງ​ຄວາມ​ຈາ​ກລຸ່ນຜູ້​ເຖົ້າ​ຜູ້​ແກ່. ຖ້າ​ຫາກ​ມີ​ຫຍັງ​ບໍ່​ແທດ​ເໝາະ ກໍ​ຈະຍົກ​ຄຳ​ຄິດ​ເຫັນອອກ​ມາ​ແລກປ່ຽນ​ເພື່ອ​ໄປ​ສູ່​ຄວາມ​ລົງລອຍ​ກັນ. ດ້ວຍ​ວິຖີ​ຊີວິດ​ແບບ​ງ່າຍດາຍ​ເຊັ່ນ​ນັ້ນ, ​ແຕ່​ກໍ​ໄດ້​ເປັນ​ການ​ປະກອບສ່ວນ​ຮັກ​ສາ​ຄວາມສຸກ​ໃຫ້​ແກ່​ບັນດາ​ຄອບ​ຄົວ​ຫວຽດນາມບໍ່​ຈັກ​ວ່າ​ເທົ່າ​ໃດ​ລຸ່ນຄົນ​ແລ້ວ.

     ຈຸ​ດທີ່ພົ້ນ​ເດັ່ນ​ກ່ວາ​ໝູ່​ໃນແບບ​ແຜນການ​ດຳລົງ​ຊີວິດ​, ມູນ​ເຊື້ອ​ວັດທະນະທຳ​ຄອບ​ຄົວຂອງ​ຊາວ​ຫວຽດນາມ​ແມ່ນ​ຍາມ​ໃດ​ກໍ​ຄິ​ດເຖິງກົກ​ເຄົ້າ​ເຫງົ້າ​ກໍ, ມີ​ຄວາມ​ຮູ້​ບູນຄຸນ​ຕໍ່​ລຸ່ນພໍ່​ລຸ່ນ​ແມ່​ທີ່​ໄດ້​ໃຫ້​ກຳ​ເນີ​ດ​ເຮົາ. ນາງ ​ເຢືອງທິ​ເຫົ້າ ຢູ່​ເມືອງ ຮາ​ຍບາ​ຈຶງ, ຮ່າ​ໂນ້ຍ ​ໄດ້​ຖືກ​ກຳ​ເນີ​ດ​ໃນ​ຄອບຄົວ​ມີ​ລູກ 8 ຄົນ, ປະຈຸ​ບັນ​ນາງ​ໄດ້​ມີ​ຫຼານ​ແລ້ວ, ​ແຕ່​ຮອດ​ວັນ​ບຸນ ຫຼື​ວັນ​ອາທິດ, ນາງ​ພັດ​ພ້ອມ​ກັບ​ຜົວ​ ​ແລະ ພວກ​ລູກ​ຫຼານ​ຂອງ​ຕົນ​ພາກັນ​ກັບ​ເມືອ​ບ້ານ​ເກີດ​ເພື່ອ​ຢ້ຽມຢາມ​ພໍ່​ແມ່​ຂອງຕົນ. ພໍ່​ຕູ້ ​ເຢືອງຕຶ​ເກືອ​ງ ຢູ່​ເມືອງ ​ເທື່ອ​ງຕິ້ນ ​ເຂດ​ຊານ​ນະຄອນ​ຮ່າ​ໂນ້ຍ, ຊຶ່ງ​ແມ່ນ​ພໍ່​ຂອງ​ນາງ ​ເຢືອງທິ​ເຫົ້າ ​ໃຫ້​ຮູ້​ວ່າ :

   “ ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ພວກ​ຂ້າພະ​ເຈົ້າ​ມີ​ປະ​ເພນີ ​ແມ່ນ​ລູກ​ເຕົ້າ​ຕ້ອງ​ມີ​ຄວາມ​ຮູ້​ບູນຄຸນ​ຕໍ່​ພໍ່​ແມ່. ລູກ​​ເຕົ້າ​ມີ​ການ​ດຳລົງຊີວິດ​ດ້ວຍ​ຄວາມສຸກ​ສຳລານ ກໍ​ລ້ວນ​ແຕ່​ຄິດ​ເຖິງ​ພໍ່​ແມ່, ​ເມື່ອມາ​ຢາມ​ເທື່ອ​ໃດ​ກໍ​ມີ​ຂອງຂວັນ​ພ້ອມ​ດ້ວຍ. ຂ້າພະ​ເຈົ້າ​ກໍ​ດີ​ໃຈ​ທີ່​ສຸດ ​ເມື່ອ​ພວກ​ລູກ​ໄດ້​ຄິດ​ເຖິງ​ຕົນ​ເອງ ”

     ຢາກ​ຮັກສາ ແບບ​ແຜນການ​ດຳລົງ​ຊີວິດ​, ມູນ​ເຊື້ອ​ວັດທະນະທຳ​​ໃນ​ແຕ່ລະຄອບ​ຄົວນັ້ນ, ກ່ອນ​ອື່ນ​ໝົດ​ຜູ້​ໃຫຍ່​ຕ້ອງ​ເປັນ​ແບບຢ່າງ​ໃຫ້ແກ່ຜູ້​ໜຸ່ມ, ​ເພື່ອ​ໃຫ້​ລູກ​ຫຼານ​ປະຕິບັດ​ຕາມ. ​ເພາະສະນັ້ນ, ບັນດາ​ຄອບຄົວທີ່​ມ​ີຫຼາຍ​ລຸ່ນຄົນ​ຢູ່​ຮ່ວມ​ກັນ​ນັ້ນ, ຍັງ​ຄົງ​ສາມາດ​ຮັກສາ​ບັນຍາກາດ​ຄວາມ​ອົບ​ອຸ່ນ​ໃນ​ເຮືອນ​ຫຼັງ​ດຽວ​ໄດ້. ລຸງ ດິງວັນ​ແຫ້ງ, ອະດີດ​ເປັນ​ນາຍ​ທະຫານ ຢູ່​ຖະໜົນ ຫຼີນາມ​ເດ້,​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ :

“ ​ເຖິງ​ວ່າ​ໄດ້​ອອກ​ພັກ​ກິນ​ເບ້ຍ​ບຳນານ​ແລ້ວ​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ຄົງ​ເຂົ້າ​ຮ່ວມ​ວຽກ​ງານ​ສັງຄົມ. ປະຈຸ​ບັນ, ອາຍຸ​ກໍ​ສູງ​ແລ້ວ, ສຸຂະພາບ​ກໍ​ບໍ່​ຄື​ເກົ່າ, ພວກ​ຂ້າພະ​ເຈົ້າ​ຕັດສິນ​​ໄປ​ຢູ່​ນຳ​ລູກ​ຫຼານ​ໃນ​ຄອບຄົວ, ພວກ​ຂ້າພະ​ເຈົ້າ​ພະຍາຍາມ​ເປັນ​ແບບຢ່າງ​ເພື່ອ​ສຶກສາ​ອົບຮົມ​ລູກ​ຫຼານ ​ແລະ ພວກ​ຂ້າ​ພະ​​ເຈົ້າຍັງ​ບໍ່​ທັນ​ສັ່ງສອນ, ສຶກສາ​ອົບຮົມ​ລູກ​ຫຼານ​ດ້ວຍ​ໄມ້​​ແສ້ຈັກ​ເທື່ອ ”

     ຕາມ​ການ​ຫັນປ່ຽນ​ຂອງ​ສັງຄົມ, ວິຖີ​ຊີວິດ​ກໍ່​ປ່ຽນ​ແປ​ງ​ໄປ​ຕາມ​ຍຸກ​ສະ​ໄໝ. ກ່ອນ​ນີ້, ຫຼາຍ​ຄອບຄົວ​ຊາວ​ຫວຽດນາມ​ປະກອບ​ດ້ວຍ 3-4 ລຸ່ນຄົນ​ຢູ່​ຮ່ວມ​ກັນ, ​ແຕ່​ປະຈຸ​ບັນ, ຫຼາຍ​ຄູ່​ຜົວ​ເມຍ​ໜຸ່ມ​ມີ​ແນວ​ໂນ້ມມັກ​ຢູ່​ຕ່າງຫາກ​ເພື່ອ​ມີ​ຄວາມ​ສະດວກ​ສະບາຍ. 2 ຜົວ​ເມຍ​ນາງ ​ໂດ້ທິຮ່ຽນ ຢູ່​ຖະໜົນ​ຮ່ວາງ​ເກົາ, ຮ່າ​ໂນ້ຍ ​ເຄີຍ​ໄປ​ປະຕິບັດ​ງານ​ຢູ່​ຫ່າງ​​ໄກ, ​ແຕ່​ເຖິງ​ວ່າ​ຂ້ອງ​ຄ່າ​ກັບ​ວຽກ​ງານ​ແນວ​ໃດ​ກໍ​ຕາມ, ພວກ​ເຂົາ​ກໍ​ພະຍາຍາມ​ຊັບຊ້ອນ​ເວລາ ​ເພື່ອ​ໃຫ້​ທຸກຄົນ​ໃນ​ຄອບຄົວ​ໄດ້​ພົບ​ກັນ​ໃນ​ວັນ​ທ້າຍອາທິດ. ​ແລະ ​ໃນ​ມື້​ເຕົ້າ​ໂຮມ​ກັນ​ໃນ​ຄອບ​ຄົວ​ນັ້ນ, ນາງ ຮ່ຽນມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ຂອງຂວັນ​ຈາກ​ລູກ​ຊາຍ​ຂອງ​ຕົນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​​ວິວາ​ຂອງ​ຕົນ. ສຳລັບ​ນາງ​ແລ້ວ, ນີ້​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ. ນາງ​ຮ່ຽນກ່າວ​ວ່າ :  

    “ ​ເຮົາມີ​ມີ​ຕົກສະ​ເງີ້ ​ເມື່ອ​ໄດ້​ຮັບ​ຮູບ​ຖ່າຍ​ທີ່​ລູກ​ຊາຍຂອງ​ຕົນ​ມອບ​ໃຫ້​ເປັນ​ຂອງຂວັນ​ໃນ​ວັນ​ນີ້. ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ ​ແລະ ​​ມີ​ຄວາມສຸກ​ເມື່ອ​ລູກ​ຂອງ​ຕົນ​ໄດ້​ເຕີບ​ໃຫຍ່”

   ຄອບຄົວ​ຍາມ​ໃດ​ກໍ​ແມ່ນ​ແຫຼ່ງກຳ​ລັງ​ແຮງ, ​ເພື່ອ​ຊັກ​ຈູງ​ທຸກ​ຄົນ​ໃນ​ຄອບ​ຄົວກ້າວ​ເດີນ​ໄປ​ຕາມ​​ໄລຍະ​ທາງ​​ໃນ​ການ​ດຳລົງ​ຊີວິດ. ການ​ຮັກສາ​ບັນດາ​ຄວາມ​ງາມ​ຂອງ​ຄອບຄົວ​ຫວຽດນາມທີ່​ເປັນ​ມູນ​ເຊື້ອ​ໂດ​ຍປະສົມ​ກົມ​ກ່ຽວ​ກັບ​ບັນດາ​ຄຸນຄ່າ​ວັດທະນະທຳ​ຄອບຄົວ​ຍຸກ​ທັນ​ສະ​ໄໝ ຈະ​ປະກອບ​ສ່ວນສ້າງ​ພື້ນຖານ​ສັງຄົມ​ທີ່​ດີງາມ, ສ້າງ​ພື້ນຖານ​ວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຫວຽດນາມ​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ