ແຜ່ກະຈ່າຍຄວາມຮັກ ຮ່າໂນ້ຍ ໄປສູ່ຊາວຕ່າງປະເທດ ຜ່ານການເສັງຂຽນ ຮ່າໂນ້ຍ ໃນຈິດໃຈຂອງຂອ້ຍ

(VOVWORLD) -       ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ຫາກໍ່ຈັດການເສັງຂຽນ “ຮ່າໂນ້ຍ ໃນຈິດໃຈຂອງຂອ້ຍ” ດ້ວຍພາສາ ຫວຽດ ແລະ ພາສາ ອັງກິດໃຫ້ແກ່ຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ການເສັງກໍ່ແມ່ນໂອກາດ ເພື່ອໃຫ້ເພື່ອນມິດສາກົນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສະແດງນ້ຳໃຈຄວາມຮັກແພງຂອງຕົນທີ່ມີຕໍ່ ຮ້າໂນ້ຍ, ເພີ່ມທະວີຄວາມເຂົ້າໃຈກ່ຽວກັບນະຄອນຫຼວງ ແຫ່ງອະລິຍະທຳນັບພັນປີ
ແຜ່ກະຈ່າຍຄວາມຮັກ ຮ່າໂນ້ຍ ໄປສູ່ຊາວຕ່າງປະເທດ  ຜ່ານການເສັງຂຽນ ຮ່າໂນ້ຍ ໃນຈິດໃຈຂອງຂອ້ຍ - ảnh 1 ບັນດາຜູ້ສອບເສັງຖ່າຍຮູບເປັນທີ່ລະນຶກຢູ່ພະລາດຊະວັງ ທັງລອງ

ຍ້ອນການຜັນແປທີ່ສັບສົນຂອງໂລກລະບາດ ໂຄວິດ - 19 ໃນທົ່ວໂລກ ດັ່ງນັ້ນການເສັງຂຽນດັ່ງກ່າວ ໄດ້ຖືກຈັດຂຶ້ນຕາມຮູບການອອນລາຍ, ຜູ້ເຂົ້າຮ່ວມການສອບເສັງ ຈະສົ່ງບົດສອບເສັງຜ່ານຈົດໝາຍເອເລັກໂຕນິກ. ບັນດາຜູ້ສອບເສັງອາດຈະສົງຮູບຖ່າຍ, ເທບບັນທຶກພາບ ເພື່ອເຮັດໃຫ້ບົດສອບເສັງເພີ່ມຄວາມອຸດົມສົມບູນ. ຜ່ານການປຸກລະດົມມາເປັນເວລາກວ່າສອງເດືອນ, ຄະນະຈັດຕັ້ງການເສັງໄດ້ຮັບບົດສອບເສັງ 206 ບົດ ທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ຄື ຍີ່ປຸ່ນ, ຝລັ່ງ, ລັດເຊຍ, ເຢຍລະມັນ, ໄຕ້ຫວັນຂອງຈີນ, ອິນເດຍ, ລາວ, ຕີມໍຕາເວັນອອກ… ການເສັງໄດ້ຮັບການຕອບສະໜອງຈາກທຸກພາກສ່ວນທຸກເພດທຸກໄວ. ທ່ານນາງ ຫງວຽນລານເຮືອງ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ການເສັງໄດ້ຮັບການຕອບສະໜອງຢ່າງສຸດໃຈຈາກບັນດາພະນັກງານ ທູຕານຸທູດ ນັກສຶກສາຕ່າງປະເທດ ພວມຮ່ຳຮຽນຢູ່ ຮ່າໂນ້ຍ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ມີບົດຂຽນຫຼາຍບົດໄດ້ຖືກຂຽນຢ່າງລະອຽດ, ເນື້ອໃນເລິກເຊິ່ງ ສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງເປັນພິເສດຂອງຜູ້ຂຽນທີ່ມີຕໍ່ ຮ່າໂນ້ຍ, ຜູ້ຂຽນໄດ້ນຳໃຊ້ຄຳສັບ ຄຳປະໂຫຍກເປັນພາສາ ຫວຽດ ແລະ ສາມາດເຂົ້າສູ່ຈິດໃຈຂອງມະນຸດ”.

ຄະນະກວດສອບການເສັງໄດ້ມອບໜຶ່ງລາງວັນທີໜຶ່ງໃຫ້ແກ່ຜູ້ສອບເສັງ ສະແລມຮາມາດ ຖືສັນຊາດ ປະເລັດສະຕິນ; ມອບສອງລາງວັນທີສອງໃຫ້ແກ່ຜູ້ສອບເສັງ ນີລົບໂຣມານ ເລຂາທີສາມສະຖານທູດລັດເຊຍປະຈຳ ຫວຽດນາມ ແລະ ຜູ້ສອບເສັງ ຫງວຽນທິເຈິມ ຊາວ ຫວຽດນາມ ອາໄສ ຢູ່ເຢຍລະມັນ; ມອບສາມລາງວັນທີສາມ ໃຫ້ແກ່ຜູ້ສອບເສັງ ປາໂກລາບາແຣັດໂຕ ດຸດຊານໂຕ ເອກອັກຄະລັດຖະທູດ ຕີມໍຕາເວັນອອກ ປະຈຳ ຫວຽດນາມ, ຜູ້ສອບເສັງ ຈັນສີດາ ອິນຂະວິໄລ ພະນັກງານສະຖານທູດລາວປະຈຳ ຫວຽດນາມ ແລະ ຜູ້ສອບເສັງ ໂອກາເບ ຈີກາຣາ ມາຈາກ ຍີ່ປຸ່ນ. ນອກຈາກນັ້ນກໍ່ຍັງມີ 10 ລາງວັນຊົມເຊີຍ. ທ່ານ ເຈິ່ນດວ່ານເລິມ ຜູ້ອຳນວຍການສຳນັກພິມຈຳໜ່າຍ ເຖເຢີ້ຍ ຜູ້ຕາງໜ້າຄະນະກວດສອບການເສັງຕີລາຄາວ່າ:

“ແຕ່ລະບົດຂຽນກໍ່ສ່ອງແສງເຖິງແງ່ມູມໜຶ່ງກ່ຽວກັບ ຮ່າໂນ້ຍ ແຕ່ສະຫຼຸບລວມແລ້ວ ບັນດາຜູ້ຂຽນ ຕ່າງກໍ່ຝາກຝັງຄວາມຮັກ ຮ່າໂນ້ຍ ຢ່າງຈິງໃຈ ແລະ ເລິກເຊິ່ງ. ນັ້ນແມ່ນຄວາມປະທັບໃຈຕໍ່ສະຖາປັດຕະຍາກຳ, ທິວທັດທຳມະຊາດທີ່ສະຫງົບສຸກຢູ່ນະຄອນຫຼວງ ຮ່າໂນ້ຍ, ນັ້ນແມ່ນຄວາມເບີກບານມ່ວນຊື່ນ ເມື່ອໄດ້ເວົ້າພາສາ ຫວຽດ, ໄດ້ໄປຕະຫຼາດ, ໄດ້ຊີມບັນດາເຍື່ອງອາຫານຢູ່ຕາມທ້ອງຖະໜົນ ເຊິ່ງຍາກທີ່ຈະຫາໄດ້ຢູ່ແຫ່ງໃດໃນໂລກ”.

ອ້າຍ ສະແລມຮາມາດ ຖືສັນຊາດ ປະເລັດສະຕິນ ຜູ້ສອບເສັງໄດ້ຮັບລາງວັນທີໜຶ່ງ ປັດຈຸບັນພວມເປັນນັກຊ່ຽວຊານດ້ານສື່ສານຂອງສະຖາທູດ ກາຕາ ປະຈຳ ຫວຽດນາມ. ໂດຍມີຄວາມຜູກພັນກັບ ຮ່າໂນ້ຍ ເປັນເວລາ 9 ປີແລ້ວ ແຕ່ ສະແລມຮາມາດ ຖື ຮ່າໂນ້ຍ ປຽບເໝືອນບ້ານເກີດແຫ່ງທີສອງຂອງຕົນ. ສະແລມຮາມາດ ເວົ້າຄວາມໃນໃຈສູ່ຟັງວ່າ:

“ຂ້າພະເຈົ້າໄດ້ມາ ຫວຽດນາມ ແຕ່ປີ 2011. ເມື່ອໄດ້ຍິນມີການເສັງຂຽນ, ຂ້າພະເຈົ້າໄດ້ຈັບປາກກາ ແລະ ຂຽນໃນທັນທີ. ສຳລັບຂ້າພະເຈົ້າແລ້ວ ການເສັງນີ້ມີຄວາມໝາຍຢ່າງແທ້ຈິງ ເພາະວ່ານີ້ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າສະແດງຄວາມໃນໃຈ ແລະ ຄວາມຮັກຂອງຕົນທີ່ມີຕໍ່ ຮ່າໂນ້ຍ ທີ່ຮັກແພງ. ບົດຂຽນ ຂອງຂ້າພະເຈົ້າກໍ່ແມ່ນການຮັບຮູ້ຢ່າງຈິງໃຈຂອງຂ້າພະເຈົ້າ ພາຍຫຼັງທີ່ໄດ້ດຳລົງຊີວິດ ຮ່ຳຮຽນ ແລະ ເຮັດວຽກຢູ່ ຮ່າໂນ້ຍ ເປັນເວລາ 9 ປີ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຊາວ ຫວຽດນາມ, ເຊິ່ງແມ່ນຜູ້ມີຈິດໃຈຮັກແພງແຂກ ແລະ ຊ່ວຍເຫຼືອທຸກໆຄົນຢ່າງສຸດໃຈ. ວັດທະນະທຳ ຮ່າໂນ້ຍ ກໍ່ມີຄວາມປະທັບໃຈທີ່ສຸດຈາກອາຫານການກິນ, ງານບຸນ, ສະຖາປັດຕະຍະກຳ…”

 ຜ່ານການເສັງຂຽນ: “ຮ່າໂນ້ຍ ໃນຈິດໃຈຂອງຂອ້ຍ” ບັນດາຜູ້ສອບເສັງໄດ້ສະແດງຄວາມໃນໃຈຂອງຕົນ ຜ່ານການດຳລົງຊີວິດ ຮ່ຳຮຽນ ແລະ ເຮັດວຽກ ຫຼື ໄດ້ໄປທ່ອງທ່ຽວຢູ່ ຮ່າໂນ້ຍ. ບັນດາຜູ້ຂຽນຕ່າງກໍ່ສະຫງວນອາລົມຈິດ ຄວາມຮັກແພງຢ່າງພິເສດໃຫ້ແກ່ ຮ່າໂນ້ຍ. ການເສັງຂຽນດັ່ງກ່າວ ໄດ້ແຜ່ກະຈາຍຄວາມຮັກ ຮ່າໂນ້ຍ ໄປສູ່ເພື່ອນມິດສາກົນ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະກອບສ່ວນໂຄສະນາພາບພົດ ນະຄອນຫຼວງ ຮ່າໂນ້ຍ ອອກສູ່ໂລກພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ