(vovworld)- “ເລື່ອງກຽວ” ຊື່ງແມ່ນບົດປະພັນທີ່ໂດດເດັ່ນຂອງທ່ານ ຫງວຽນຢູ ຊື່ງແມ່ນນັກກະວີຜູ້ຍິ່ງໃຫຍ່ຂອງຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ (1765 – 1820) ໄດ້ສ້າງຄວາມສະອ່ອນໃຈໃຫ້ນັກແຕ່ງລະຄອນເວທີຫລາຍປະເພດ. ເລື່ອງໂຮງລະຄອນຫວຽດນາມ ມີແນວຄວາມຄິດສ້າງ ບົດລະຄອນ “ກຽວ” ໄດ້ດຶງດູດຄວາມສົນໃຈຂອງຜູ້ນິຍົມລະຄອນເວທີເປັນຈຳນວນຫລວງຫລາຍ. ພາຍຫລັງສະແດງທົດລອງ 7 ຄັ້ງ, ມີຜູ້ຊົມເຕັມໂຮງລະຄອນ, ເປັນສິ່ງທີ່ບໍ່ເຄີຍມີມາຂອງລະຄອນເວທີ. ບົດຂຽນຂອງນັກຂ່າວ ງອກງ່າ ທີ່ມີຫົວຂໍ້ວ່າ: ໂຮງລະຄອນຫວຽດນາມສ້າງບົດລະຄອນໃຫມ່ໃຫ້ແກ່ ເລື່ອງກຽວ.
ບົດລະຄອນ “ກຽວ” ໄດ້ດຶງດູດຄວາມສົນໃຈຂອງຜູ້ນິຍົມລະຄອນເວທີເປັນຈຳນວນຫລວງຫລາຍ
|
ເລື່ອງກຽວ ເຄີຍນຳມາສະແດງບົນເວທີ ດ້ວຍຫລາຍປະເພດສິລະປະຄື: ຂັບກ໋າຍເລືອງ, ຂັບແຈ່ວ, ລະຄອນ… ຫລື operaໃນບົດລະຄອນຂອງນັກດົນຕີ ຫງວຽນທ້ຽນດ້າວ. ເລື່ອງໂຮງລະຄອນຫວຽດນາມ ສ້າງບົດປະພັນວັນນະຄະດີ ເລື່ອງກຽວ ເປັນບົດລະຄອນທີ່ມີຫົວຂໍ້ວ່າ “ກຽວ” ຕາມວິທີສະແດງໂດຍມີການປະສານສົມທົບກັບການຂັບລຳ ແລະ ວາດຟ້ອນ ໄດ້ນຳມາເຊິ່ງສິ່ງທີ່ໃຫມ່ອ່ຽມ ມີຊີວິດຊີວາ ແລະສ້າງຄວາມປະທັບໃຈໃຫ້ຜູ້ຊົມ. ທ່ານ ໂງກວາງນັງ, ຜູ້ມາຊົມບົດລະຄອນ “ກຽວ” ຕີລາຄາວ່າ:
“ເມື່ອໄດ້ຊົມບົດລະຄອນ ກຽວ ໃນມື້ນີ້ ຂ້າພະເຈົ້າຮູ້ສຶກດີໃຈຫລາຍ, ສະແດງໃຫ້ເຫັນຮູບພາບຂອງຊາວ ຫວຽດນາມ ດ້ວຍວັດທະນະທຳມະນຸດ, ອົງອາດກ້າແກ່ນ. ພວກເຮົາມີພື້ນຖານວັດທະນະທຳເລິກເຊິ່ງ ຊື່ງໃນນັ້ນ ກຽວແມ່ນຫນຶ່ງໃນບັນດາບົດປະພັນໂດດເດັ່ນ.”
ນັກສິລະປິນປະຊາຊົນ ລານເຮືອງ ຊື່ງແມ່ນຜູ້ສຸດຈິດສຸດໃຈກັບລະຄອນເວທີມາເປັນເວລາຫລາຍປີ ແລະ ຍາມໃດກໍເປັນຫ່ວງຢາກຊອກຫາທິດທາງໃຫມ່ໃຫ້ແກ່ເລື່ອງກຽວ. ໃນຄັ້ງນີ້ ນັກສິລະປິນປະຊາຊົນ ລານເຮືອງ ສວມເປັນຕົວລະຄອນເປັນເມຍຂອງຜູ້ຂາຍເສັ້ນຝ້າຍໃນບົດລະຄອນ. ນັກສິລະປິນ ລານເຮືອງ ໃຫ້ຮູ້ວ່າ:
“ຊາວ ຫວຽດນາມ ສ່ວນຫລາຍແມ່ນ ຮູ້ຈັກເຖິງເລື່ອງກຽວ ແລະ ມີ ບັນດາຕົວລະຄອນ ໃນເລື່ອງກຽວ ໄດ້ກາຍເປັນຕົວລະຄອນພົ້ນເດັ່ນ ຄື: ເສີແຄງ, ຕູບາ, ທຸກຊີງ, ຮ້ວານທື. ຜູ້ກຳກັບການສະແດງ ແລະ ນັກແຕ່ບົດລະຄອນຢາກສ້າງບົດລະຄອນທີ່ໃຫມ່ອ່ຽມເພື່ອໃຫ້ຜູ້ຊົມທຸກຄົນຮູ້ສຶກໄດ້ວ່າບໍ່ແມ່ນການເລົ່າເລື່ອງໃດຫນຶ່ງເທົ່ານັ້ນ ຫາກນຳໃຊ້ເລື່ອງລາວນັ້ນເພື່ອສ່ອງແສງເຖິງສິ່ງຫນຶ່ງ.”
ບົດລະຄອນ “ກຽວ” ໄດ້ຮັບການສ້າງຂຶ້ນ ດ້ວຍຫລາຍຮູບການສິລະປະ
ທີ່ໃຫມ່ອ່ຽມ
|
ບົດລະຄອນ “ກຽວ” ໄດ້ຮັບການສ້າງຂຶ້ນ ດ້ວຍຫລາຍຮູບການສິລະປະທີ່ໃຫມ່ອ່ຽມ. ບົດລະຄອນ ແມ່ນບົດເພງຍ້ອງບໍສິ່ງທີ່ດີງາມ, ບໍ່ພຽງແຕ່ຄວາມງາມແບບຮູບການເທົ່ານັ້ນ ແມ່ນຄວາມງາມຂອງຄວາມເກັ່ງກ້າ, ຄວາມງາມດ້ານຈິດໃຈ, ບໍລິສຸດຜຸດຜ່ອງ, ອົງອາດກ້າແກ່ນ… ອີກດ້ວຍ. ມີຫລາຍຄົນເຄີຍຖື ຮູບພາບຕົວລະຄອນ ທູຍກຽວ ແມ່ນແບບຢ່າງຂອງແມ່ຍິງ ອາຊີຕາເວັນອອກ ແມ່ນຜູ້ທີ່ດ້ອຍໂອກາດ, ອົດທົນກັບຊາຕະກຳໃນສັງຄົມສັກດີນາ. ໃນບົດລະຄອນ “ກຽວ”ຂອງໂຮງລະຄອນຫວຽດນາມ, ນັກສິລະປິນ ຢຽມເຮືອງ ສວມເປັນຕົວລະຄອນ ທູຍກຽວ ໄດ້ສະແດງໃຫ້ເຫັນຕົວລະຄອນກຽວຂອງຍຸກປະຈຸບັນ. ນັກສິລະປິນປະຊາຊົນ ຢຽມເຮືອງ ແບ່ງປັນວ່າ:
“ເມື່ອຊົມບົດລະຄອນ ກຽວ, ຜູ້ຊົມທຸກຄົນຈະຮູ້ສຶກຕົກສະເຫງີ້ ເພາະນາງກຽວໃນບົດລະຄອນນີ້ຈະແຕກຕ່າງກັບສິ່ງທີ່ທຸກຄົນນຶກຄິດ, ບໍ່ແມ່ນນາງສາວພຽງແຕ່ມີຄວາມອົດທົນກັບຊາຕະກຳ ແລະ ບໍ່ຮູ້ຈັກເຖິງການຕໍ່ສູ້ເທົ່ານັ້ນ ຫາກແມ່ນນາງສາວທີ່ແຮງກ້າ, ຮູ້ຈັກການຕໍ່ສູ້ ແຕ່ຍັງຄົງສະແດງໃຫ້ເຫັນຄວາມເຈັບປວດ. ນີ້ແມ່ນນາງກຽວທີ່ແຕກຕ່າງເມື່ອທຽບໃສ່ນາງກຽວຊື່ງທຸກຄົນເຄີຍນຶກຄິດ.”
ໃນບົດລະຄອນ “ກຽວ” ນີ້, ບັນດານັກສິລະປິນບໍ່ນຸ່ງຊຸດອາພອນຂອງແມ່ຍິງຫວຽດນາມໃນເມື່ອກ່ອນ ຄືຖືກຸບ, ນຸ່ງຊຸດເສື້ອ 4 ປ່ຽງ ເທົ່ານັ້ນ ຫາກຜູ້ກຳກັບການສະແດງໄດ້ມີຫົວຄິດປະດິດສ້າງນຳເອົາບັນດາວາດຟ້ອນພື້ນເມືອງຂອງຊາວຫວຽດນາມ ຄືຟ້ອນ ບາຍບົງ, ສະແດງໃຫ້ເຫັນວັດທະນະທຳຂອງຫວຽດນາມຜ່ານຊຸດອາພອນ. ບົນເວທີສະແດງໄດ້ຮັບການປະດັບປະດາຢ່າງງາມຕາ ດ້ວຍຮູບພາບດອກບົວເປັນສ່ວນໃຫຍ່. ບັນດາຄຳກາບກອນໃນເລື່ອງກຽວຊຶ່ງໄດ້ຝັງເລິກໃນໃຈຂອງຊາວຫວຽດນາມແຕ່ດົນນານແລ້ວໄດ້ສະແດງອອກຜ່ານສຽງຂັບລຳ. ນັກສິລະປິນ, ຜູ້ກຳກັບການສະແດງ ແອງຕູ ແບ່ງປັນວ່າ:
“ແນວຄວາມຄິດສ້າງບົດລະຄອນ ກຽວຄັ້ງນີ້ ຂອງໂຮງລະຄອນຫວຽດນາມ ນັ້ນແມ່ນ ຕ້ອງຮັກສາເນື້ອໃນ, ຄຸນລັກສະນະຂອງຕົວລະຄອນ ກຽວຄືໄດ້ພັນລະນາໃນເລື່ອງກຽວຂອງ ນັກກະວີ ຫງວຽນຢູ, ໃນນັ້ນ ລັກສະນະຄາດຄະເນໃນເລື່ອງກຽວແມ່ນສິ່ງທີ່ຂ້າພະເຈົ້າມັກທີ່ສຸດ. ເມື່ອຖື ເງິນຄຳ ແລະ ສິດອຳນາດເປັນຕົ້ນຕໍ ມັນຈະເຮັດໃຫ້ທຸກສິ່ງທຸກຢ່າງປ່ຽນແປງໄປນຳ, ໃນນັ້ນມີຄຸນຄ່າດ້ານຄຸນສົມບັດອັນດີງາມ.”
ນັກສິລະປິນ, ຜູ້ກຳກັບການສະແດງ ແອງຕູ ບໍ່ແນະນຳເລື່ອງກຽວ ດ້ວຍຄວາມບໍ່ຍຸຕິທຳ, ໂຫດຮ້າຍສາມານ ຫລືຄວາມເຈັບປວດເທົ່ານັ້ນ ຫາກລົງເລິກ ຄວາມງາມ, ຄວາມສັດຊື່ໃນແຕ່ລະຕົວລະຄອນ. ເພື່ອໃຫ້ບົດລະຄອນມີຄຸນຄ່າວັດທະນະທຳມະນຸດຢ່າງເລິກເຊິ່ງ, ຜູ້ກຳກັບການສະແດງໄດ້ນຳເອົາຮູບພາບຕົວລະຄອນອື່ນຄື ເມຍຂອງຜູ້ຂາຍເສັ້ນຝ້າຍເຂົ້າໃນບົດລະຄອນຕື່ມອີກ ເພື່ອເຮັດໃຫ້ບົດລະຄອນມີຊີວິດຊີວາກວ່າ.
ດ້ວຍການຊອກຫາ, ການປະຕິບັດທົດລອງຂອງຕົນ, ບັນດານັກສິລະປິນຂອງໂຮງລະຄອນຫວຽດນາມ ໄດ້ສ້າງຊີວິດຂອງ ນາງກຽວ ດ້ວຍຮູບການສິລະປະທີ່ໃຫມ່ອ່ຽມສ້າງຄວາມປະທັບໃຈ, ພ້ອມທັງປະກອບສ່ວນບົດລະຄອນຍຸກປະຈຸບັນທີ່ເປັນເອກະລັກສະເພາະ ເຂົ້າໃນພື້ນຖານລະຄອນເວທີ ຫວຽດນາມ.