ສອງຜົວເມຍນັກດົນຕີ ຟານຟຸກ ອະດີດຫົວໜ້າກອງສິລະປະກອນ ຂອງວິທະຍຸກະ ຈາຍສຽງຫວຽດນາມ (ພາບ:baomoi.com)
|
ດ້ວຍທຳນອງທີ່ອ່ອນຊອນ, ເປັນໜ້າຈັບໃຈ, ຂັບເຫ້ວໃນໄລຍະໜຶ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນ 3 ປະເພດດົນຕີພື້ນເມືອງ, ມີບົດບາດແມ່ນອາວຸດທາງດ້ານຈິດໃຈ, ສົ່ງຜົນກະທົບ, ປຸກລຸກນ້ຳໃຈຮັກຊາດຂອງປະຊາຊົນ ຜ່ານລາຍການກະຈາຍສຽງ ຂອງວິທະຍຸກະຈາຍສຽງຫວຽດນາມໃນຊຸມປີຕໍ່ຕ້ານຕ້ານຈັກກະພັດອາເມລິກາ. ໃນໄລຍະໜຶ່ງ, ບັນດານັກສິລະປີນ, ນັກເສບເຄື່ອງດົນຕີໄດ້ຜູກພັນກັບຂັບເຫ້ວ, ໃນນັ້ນ ຕ້ອງເວົ້າເຖິງນັກສິລະປີນ ເຈີນຫງອກບີກ, ມົ້ງອຶ້ງ, ຕົນນື້ທິນີງ, ເຈົາລວານ, ຮົ່ງເລ....ປະຈຸບັນມີບາງຄົນກໍໄດ້ລວງລັບໄປແລ້ວ, ແຕ່ກຳລັງແຮງຂອງດົນຕີປະເພດພື້ນເມືອງນີ້ຍັງຄົງຍືນຍົງຄົງຕົວຢູ່.
ພ້ອມກັບຂ່າວຄາວສະຖານະການທີ່ຖືກອອກອາກາດຢ່າງລຽນຕິດ ຜ່ານ ລາຍການກະຈາຍສຽງ ຂອງວິທະຍຸກະຈາຍສຽງຫວຽດນາມນັ້ນ, ລາຍການດົນຕີ ກໍມີບົດບາດສຳຄັນທີ່ສຸດ. ເມື່ອເຫັນໄດ້ເຖິງກຳລັງແຮງອັນໃຫຍ່ຫຼວງຂອງດົນຕີ, ພິເສດແມ່ນດົນຕີພື້ນເມືອງນັ້ນ, ກອງສິລະປະກອນຂັບເຫ້ວຂອງວິທະຍຸ ກະຈາຍ ສຽງຫວຽດນາມໄດ້ຮັບການສ້າງຕັ້ງແຕ່ຊຸມມື້ທຳອິດທີ່ທົ່ວທັງຊາດຫວຽດນາມພວມທຳການຕໍ່ຕ້ານຕ້ານຈັກກະພັດອາເມລິກາເຂົ້າມາຮຸກຮານ .
ນັກດົນຕີ ຟານຟຸກ ອະດີດຫົວໜ້າກອງສິລະປະກອນຂອງວິທະຍຸກະ ຈາຍສຽງຫວຽດນາມໃຫ້ຮູ້ວ່າ ບໍ່ແມ່ນເລື່ອງບັງເອີນທີ່ ຂັບເຫ້ວ ໄດ້ຮັບເລືອກຈາກ ວິທະຍຸ ກະຈາຍສຽງຫວຽດນາມແມ່ນໜຶ່ງໃນ 3 ປະເພດດົນຕີພື້ນເມືອງໃນໄລຍະຕໍ່ຕ້ານຕ້ານຈັກກະພັດອາເມລິກາກູ້ຊາດ. ເມື່ອປະເທດຫວຽດນາມຖືກແບ່ງແຍກ ເປັນ 2 ພາກ, ການຢຶດເອົາດິນດອນຕອນຫຍ້າ ແລະ ຈິດວິນຍານແຕ່ລະຄົນແມ່ນຮ້າຍກາດຢ່າງແທ້ຈິງຢູ່ເຂດພາກກາງ, ພິເສດແມ່ນແຂວງ ກວາງຈິ. ຈຳນວນພົນທະຫານຂອງພວກຫຸ່ນໄຊງ່ອນໃນຄາວນັ້ນ ສ່ວນຫຼາຍແມ່ນຊາວກວາງຈິ ຊຶ່ງແມ່ນບັນດາຜູ້ຄົນນິຍົມຟັງຂັບເຫ້ວ. ດັ່ງນັ້ນ ການສູ້ຮົບເພື່ອຢຶດເອົາດິນດອນຕອນຫຍ້າ ແລະ ຈິດວິນຍານມະນຸດ ແມ່ນບໍ່ອາດຂາດການກະທົບທາງດ້ານຈິດໃຈຈາກສຽງເພງໄດ້. ມີຫຼາຍຄົນຍັງຈືດີຄາວນັ້ນວ່າ : ບັນດາບົດເພງເຫ້ວເມື່ອຖືກດັ່ງກ້ອງກັງວານຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມໄດ້ຊຶມເລິກເຂົ້າໃນດວງໃຈຂອງຫຼາຍຄົນ ແລະ ບໍ່ວ່າຜູ້ໃດຢູ່ຟາກສະໜາມຮົບເບື້ອງນັ້ນ ກໍຢາກປະລະອາວຸດ. ນັກດົນຕີ ຟານຟຸກ ໃຫ້ຮູ້ວ່າ :
“ ຄາວນັ້ນພຽງແຕ່ຟັງວິທະຍຸກະຈາຍສຽງ ຈຶ່ງໄດ້ຟັງເພງເຫ້ວ, ທັງບໍລິເວນເຫ້ວ, ພາກກາງ. ປະຊາຊົນເຮົາພຽງແຕ່ຟັງວິທະຍຸກະຈາຍສຽງຂອງເຮົາເພື່ອກຳເອົາສະຖານະການ, ຫາກບໍ່ຟັງວິທະຍຸກະຈາຍສຽງຂອງຝ່າຍສັດຕູ. ເປັນອັນວ່າ ຕ້ອງມີຂັບເຫ້ວ ເພື່ອເປັນອາຫານທາງດ້ານຈິດໃຈ ຮັບໃຊ້ພໍ່ແມ່ປະຊາຊົນ, ນັກຮົບ ”
ບັນດານັກສິລະປີນທີ່ໄດ້ຜູກພັນກັບຂັບເຫ້ວຜ່ານລາຍການກະຈາຍສຽງ ຂອງວິທະຍຸກະຈາຍສຽງຫວຽດນາມໃນຊຸມປີຕໍ່ຕ້ານຕ້ານຈັກກະພັດອາເມລິກາ , ໃນນັ້ນຕ້ອງເວົ້າເຖິງນັກສິລະປີນເຈົາລວານ, ຮົ່ງເລ..... ແລະ ໃນຄາວນັ້ນສຽງຂັບຮ້ອງຂອງນັກສິລະປີນເຈົາລວານແມ່ນມີຊື່ສຽງກວ່າໝູ່. ນັກສິລະປະດີເດັ່ນ ດາວກີ້ຢີໃຫ້ຮູ້ວ່າ ນັບແຕ່ເວລາຫາກໍສ້າງຕັ້ງກອງສິລະປະກອນຂັບເຫ້ວເມື່ອປີ 1955 ນັ້ນ, ສຽງຂັບຮ້ອງຂອງນັກສິລະປີນເຈົາລວານ ໄດ້ເຮັດໃຫ້ບໍ່ຈັກວ່າເທົ່າໃດຄົນຢູ່ 2 ຟາກຝັ່ງຮ່ຽນເລືອງ, ທ່າເຮືອຕຸ່ງລວດ. ນັກສິລະປະດີເດັ່ນ ດາວກີ້ຢີໃຫ້ຮູ້ວ່າ:
“ ຄາວນັ້ນ, ຈາກຂົວຮ່ຽນເລືອງໄປທ່າເຮືອ ຕຸ່ງລວດ ກໍລ້ວນແຕ່ມີພໍ່ແມ່ປະຊາຊົນພາກເໜືອໄປຊົມ. ໄປຮອດ ຕຸ່ງລວດ ກໍມີປ້ອມຕຳຫຼວດຂອງ 2 ຝ່າຍ. ແຕ່ລະອາທິດກໍປ່ຽນຜູ້ເວນຍາມ. ມື້ນັ້ນ, ຕຳຫຼວດຝ່າຍ ສ. ພາກໃຕ້ໄປເວນຍາມຢູ່ປ້ອມ ຕຸ່ງລວດ ກໍກົງກັບເວລາກອງສິລະປະກອນຂອງວິທະຍຸກະຈາຍສຽງ ຫວຽດນາມມາສະແດງ. ເພາະບໍ່ຢາກໃຫ້ພວກພົນທະຫານໄປຊົມຂັບເຫ້ວ, ໝໍນາຍຕຳຫຼວດປ້ອມດ່ັງກ່າວໄດ້ປິດປະຕູ, ຫ້າມບໍ່ໃຫ້ພວກພົນທະຫານອອກໄປຊົມ. ແຕ່ຫຼັງຈາກນັ້ນ, ດ້ວຍຫຼາຍວິທີ, ພວກພົນທະຫານສັງກັດປ້ອມນັ້ນ ໄດ້ໜີອອກໄປນອກເພື່ອຊົມນັກສິລະປີນເຈົາລວານພ້ອມກັບບັນດານັກສິລະປີນຄົນອື່ນສະແດງ”
ນັກສິລະປີນ ຮົ່ງຢວຽນ ບໍ່ມີໜ້າໃນກອງສິລະປະກອນຂັບເຫ້ວນັບແຕ່ຊຸມວັນ ທຳອິດເມື່ອຫາກໍໄດ້ຮັບການສ້າງຕັ້ງ, ສຽງຂັບຮ້ອງຂອງລາວໄດ້ຮັບຄວາມນິຍົມຊົມຊອບຈາກທ່ານຜູ້ຟັງໃນໄລຍະຕໍ່ສູ້ຕ້ານຈັກກະພັດອາເມລິກາ. ປີ 1965, ນາງໄດ້ກັບມາເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມ. ດ້ວຍຄວາມຮັກສິລະປະຂັບເຫ້ວ, ນາງໄດ້ແຕ່ງງານກັບນັກສິລະປີນຮ່ວມກອງສິລະປະກອນ ນັ້ນແມ່ນນັກສິລະປະດີເດັ່ນ ດາວກີ້ຢີ. ເມື່ອຫວນຄືນໄລຍະອັນດຸເດືອດຄາວນັ້ນ, ນາງເລົ່າສູ່ຟັງວ່າ :
“ ເມື່ອມາເຮັດວຽກຢູ່ວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າຖືກຊັບຊ້ອນໄປເຮັດວຽກຢູ່ເຂດ 4 . ໄລຍະເວລານັ້ນ ແມ່ນດຸເດືອດທີ່ສຸດ, ຕ້ອງໄປສະແດງຮັບໃຊ້ທະຫານຢູ່ສະໜາມຮົບ. ໄລຍະສົງຄາມ, ບໍ່ວ່າຜູ້ໃດກໍເຊັ່ນດຽວກັນ, ໃຜໆກໍຕ້ອງເຮັດວຽກທັງວັນ ແລະ ຄືນເພື່ອໃຫ້ອອກອາກາດລາຍການທັນເວລາ.”
ມີໄລຍະໜຶ່ງ, ຂັບເຫ້ວປະກອບສ່ວນເຊື່ອມຈອດ 2 ຟາກສະໜາມຮົບພາກກາງ ແລະ ມີໄລຍະໜຶ່ງ, ປະຊາຊົນ ແລະ ນັກຮົບຢູ່ 2 ຟາກສະໜາມຮົບພ້ອມກັນໄດ້ຮັບຟັງບັນດາບົດເພງເຫ້ວຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ, ອັນໄດ້ສ້າງຄວາມເຫັນອົກເຫັນໃຈຜ່ານສຽງເພງ, ມັນໄດ້ຊຶມເລິກເຂົ້າຈິດວິນຍານຂອງແຕ່ລະຄົນ ເພື່ອຮ່ວມແຮງຮ່ວມໃຈເຊື່ອມຈອດ 2 ພາກເໜືອໃຕ້.