ໄວໜຸ່ມກັບສິລະປະຂັບຫວີ ແລະ ຂັບຢ້ຳ

   

ໄວໜຸ່ມກັບສິລະປະຂັບຫວີ ແລະ ຂັບຢ້ຳ - ảnh 1

Liên hoan dân ca Ví, Giặm xứ Nghệ 2012

(ພາບ: vanhoadoisong.com)

   ຕາມ​ການສະຖີຕິຂອງຄະນະຈັດຕັ້ງງານປະກວດຂັບ​ລຳພື້ນເມືອງ -ຂັບຫວີ ​ແລະ ຂັບຢ້ຳ ແຂວງເງະອານ ປີ 2012 ຊຶ່ງໄດ້ຖືກຈັດຂຶ້ນໃນອາທິດແລ້ວນີ້, ຈຳນວນສະມາຊິກ   ໄວໜຸ່ມທີ່ເຂົ້າຮ່ວມການສະແດງ ຂັບຫວີ ແລະ ຂັບຢ້ຳ ແມ່ນກວມເອົາ 50%, ໃນນັ້ນຜູ້ທີ່ມີ ອາຍຸ​ໜຸ່ມ​ນ້ອຍກ່ວາ​ໝູ່​ແມ່ນ 5 ປີ. ຕົວ​ເລກ​ດັ່ງກ່າວ​ກໍ​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ດູດ​ດື່ມ​ຂອງ​ສຽງ​ເພງ​ພື້ນ​ເມືອງ​ເວົ້າ​ລວມ ​ແລະ ຂັບຫວີແລະ ຂັບຢ້ຳ​ເວົ້າ​ເພາະ.

       Le Thuy An ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ຮ້ອງ​ທີ່​ໜຸ່ມ​ນ້ອຍ​ໄດ້​ຮັບ​ຄວາມ​ສົນ​ໃຈ ຂະນະ​ທີ່​ລາຍການ​ສະ​ແດງ​ຂັບ​ຫວີ​ຂອງ​ນ້ອງ​ໄດ້​ຮັບ​ລາງວັນ​ທີ່ 2 ຊຶ່ງ​​ໄດ້​ນຳຜົນ​ງານມາສູ່​ສະ​ໂມ​ສອນ​ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ ໂຮງຮຽນ​ປະຖົມ​ເທດສະບານ​ເມືອງ ນາມ​ດານ. Le Thuy An ​ໄດ້​ເລົ່າ​ສູ່​ຟັງ​ວ່າ ນ້ອງ​ຮູ້​ ຂັບຫວີ ແລະ ຂັບຢ້ຳ​ນັບ​ແຕ່​ຄາວຮຽນ​ຫ້ອງ​ ປ1. ​ເວລາ​ດຳ​ເນີນ​ຊີວິດ ຫຼື​ເວລາ​ພັກ​ຜ່ອນ ກໍ​ແມ່ນ​ເວລາ​ເອື້ອຍ​ຄູ່​ສອນຂັບລຳທຳເພງ ພື້ນເມືອງໃຫ້ນັກຮຽນ ຂອງຕົນ. Le Thuy An ​ເວົ້າ​ວ່າ

  “ ​ເວລາ​ນ້ອງ​ຟຶກ​ແອບ​ ຂັບຫວີ ແລະ ຂັບຢ້ຳ ​ເທື່ອ​ທຳ​ອິດ, ນ້ອງ​ເຫັນ​ວ່າ​ຍາກ​ຫຼາຍ, ​ແຕ່​ໄລຍະ​ຕໍ່​ມາ ນ້ອງ​ກໍຄ່ອຍໆ​ລຶ້ງ​ເຄີຍກັບ​ທຳນອງ​ລຳພື້ນ​ເມືອງ​ນີ້. ນ້ອງ​ໄດ້​ສະຫງວນ​ເວລາ​ພັກຜ່ອນ​ລະຫວ່າງ​ຊົ່ວ​ໂມງ​ຮຽນ​ເພື່ອ​ຝຶກ​ແອບ​ຂັບ​ຮ້ອງ ​ແລະ ຟ້ອນ. ຍ້ອນ​ວ່າ ​ໃນ​ຕອນ​ຄ່ຳ​ນ້ອງ​ຕ້ອງ​​ເຮັດ​ບົດ​ຟຶກຫັດ. ນ້ອງ​ຊົມ​ຊອບ​ສຽງ​ເພງ​ພື້ນ​ເມືອງ​ເພາະວ່າ​ສຽງເພງອ່ອນຊອນ ແລະ ເຮັດໃຫ້ນ້ອງປະທັບໃຈຫຼາຍ. ນ້ອງສາມາດ ຂັບຫວີແລະ ຂັບຢ້ຳໄດ້ຫຼາຍທຳນອງ, ຈົນນັບບໍ່ຖ້ວນ

     ຂັບຫວີ ແລະ ຂັບຢ້ຳ ແມ່ນປະເພດສິລະປະຂັບລຳທຳເພງພື້ນເມືອງ ຊຶ່ງໃນການສະແດງ  ປະກອບ​ດ້ວຍ​ນັກ​ຮ້ອງ​ແຕ່ 2 ຫາ 3 ຄົນ ​ໂດຍ​ຂັບ​ບົດ​ກາບກອນ​ປະສານ​ກັບ​ດົ​ນ​ຕີ. ສຳລັບປະ​ເພດ​ສິລະ​ປະ​ນີ້, ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ແຂວງ ​ເງະ​ອານ ​ແລະ ຮ່າ​ຕິ້ງ​ໄດ້​ຮັກສາ​ຄື​ດັ່ງ​ມໍລະດົກ​ອັນ​ລ້ຳ​ຄ່າ​ໂດຍ​ປູ​ຍ່າ​ຕາ​ຍາຍປະ​ໄວ້​ໃຫ້. ບັນດາ​ບົດ​ເພງ ພື້ນ​ເມືອງຫວີ,ຢ້ຳ​ໄດ້​ຖືກ​ຮັກສາ ​ແລະ ສືບ​ທອດ​ຈາກ​ຄົນ​ລຸ່ນກ່ອນ​ຫາ​ຄົນ​ລຸ່ນຫຼັງ

. ທຳນອງ​ເພງ​ພື້ນ​ເມືອງຫວີ ແລະ ຂັບຢ້ຳຍາມ​ໃດ​ກໍ​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນ, ການ​ອອກ​ແຮງ​ງານ, ​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວ​ແຂ​ວງ​ເງະ​ອານ, ຜ່ານສຽງ​ຂັບ, ​ສຽງ​ກອມ​ລູກ​ຂອງ​ຜູ້​ເປັນ​ແມ່​ທີ່​ໄດ້​ຊຶມ​ເລິກ​ໃນ​ມັນສະໝອງ​ຂອງ​ເດັກ, ຈາກ​ນັ້ນກໍ​ສົ່ງ​ຜົນ​ກະທົບ​ເຖິງ​ດ້ານ​ຈິດ​ວິນ​ຍານ​ຂອງ​ມະນຸດ. ນ້ອງ Nguyen Thi Phuong ສັງກັດ​ສະ​ໂມ​ສອນ ​ເກີ​ມມີ້ - ​ເມືອງ​ເກີ​ມຊວຽນ ​ແຂວງ​ຮ່າ​ຕິ້ງ ​ໃຫ້​ຮູ້​ວ່າ :

   “ ນ້ອງ​ລຶ້ງ​ເຄີຍ​ກັບ​ສຽງຂັບຫວີແລະ ຂັບຢ້ຳ ນັບ​ແຕ່​ຄາວ​ຍັງ​ນ້ອຍ ຜ່ານສຽງ​ຂັບ, ​ສຽງ​ກອມ​​ຂອງ​ແມ່​ເມື​ອ່ກອມ​ນ້ອງ​ນອນ ​ແລະ ຈາກ​ນັ້ນ ມັນ​ໄດ້​ຊຶມ​ເລິກ​ໃນ​ຄວາມ​ຊົງ​ຈຳຂອງ​

ນ້ອງ. ຄາວ​ເຍົາໄວ, ນ້ອງ​ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ສິລະ​ປະກອນ​ຂອງ​ບ້ານ, ຕາ​ແສງ. ຄາວ​ເປັນ​ນັກຮຽນ​ສາມັນ, ນ້ອງ​ກໍ​ເຄີຍ​ຮັບຜິດຊອບ​ດ້ານ​ສິລະ​ປະ​​ເວລາ​ຮຽນ​ຫ້ອງ ມ1 ຕະຫຼອດ​ຮອດ ມ7. ປະຈຸ​ບັນ​ນ້ອງ​ພວມ​ຮຽນ​ຂະ​ແໜງ​ສ້າງ​ຄູ , ນ້ອງ​ຈະ​ເດີ​ນ ຕາມ​ອາຊີບ​ເປັນ​ເອື້ອຍ​ຄູ, ​ແຕ່ສຳລັບ​ຄວາມ​ເມົາ​ມົວ​ກັບ​ສິລະ​ປະຂັບຫວີແລະ ຂັບຢ້ຳນັ້ນ ຈະ​ບໍ່​ມີ​ວັນ​ຈະ​ຈືດຈາງ

   ສະ​ໂມ​ສອນຂັບຫວີ,ຢ້ຳ ຕາ​ແສງ ກີ​ທື ​ເມືອງ​ກີ​​ແອ​ງ ​ແຂວງ ຮ່າ​ຕິ້ງ ຂອງ​ອ້າຍ Phan Dang Thuan ກໍ ​ແມ່ນ​ກອງ​ສິລະ​ປະ​ໄດ້​ຮັບ​ລາງວັນ A ໃນ ງານປະກວດສຽງເພງ ພື້ນເມືອງ - ຂັບຫວີ,ຢ້ຳ ແຂວງເງະອານ ປີ 2012. ອ້າຍ Phan Dang Thuan ຖືວ່າ ຂັບຫວີແລະ ຂັບຢ້ຳ ພິເສດແມ່ນບັນດາທຳນອງເພງເກົ່າ ໄດ້ກາຍເປັນປະເພດ ສິລະປະອັນລ້ຳຄ່າຢ່າງແທ້ຈິງ. ປະຈຸ​ບັນ​ຖ້າ​ຫາກ​ໄວ​ໜຸ່ມ​ໄດ້​ຮູ້​ໄດ້​ຟັງ​ບັນດາ​ທຳນອງ​ເພງ​ເກົ່າ, ຈຶ່ງ​ຈະ​ສາມາດ​ເຂົ້າ​ໃຈ​ໄດ້​ເຖິງ​ຄຸນຄ່າຂອງ​ສິລະ​ປະຂັບລຳ ທຳເພງພື້ນເມືອງ​ເງະ​ອານ​ໄດ້. ​ເນື້ອ​ໃນ​ບັນດາ​ບົດ​ເພງ​ພື້ນ​ເມືອງຫວີແລະ ຂັບຢ້ຳ ​ແມ່ນ​ມ່ວນ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ. ອ້າຍ Phan Dang Thuan ເວົ້າວ່າ :

   “ ຂ້າພະເຈົ້າໄດ້ເຂົ້າຮ່ວມສະໂມສອນ ພ້ອມທັງກໍເຂົ້າຮ່ວມບັນດາລາຍການ ສະແດງສິລະປະ, ເມຍຂອງຂ້າພະເຈົ້າກໍເຊັ່ນນັ້ນ. ລູກຂອງຂ້າພະເຈົ້າ, ຄາວມີອາຍຸ 4 ປີ ກໍໄດ້ເຂົ້າຮ່ວມລາຍການສະແດງຂັບຫວີ,ຢ້ຳທີ່ມີຫົວເລື່ຶອງ ກ່ຽວກັບ​ໂພ​ສະນາ​ການ. ຄາວ​ນັ້ນ 2 ພໍ່​ລູກ​ໄດ້​ພ້ອມ​ກັນ​ສະ​ແດງ. ປະຈຸ​ບັນ​ລູກ​ຂ້າພະ​ເຈົ້າ​ເປັນ​ນັກ​ຮ້ອງ​ສຽງ​ດີ ”

    ປະຈຸ​ບັນ​ຂະ​ບວນການຂັບລຳທຳເພງພື້ນເມືອງຂອງ​ພວກ​ເພື່ອນ​ໜຸ່ມ​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອຳນາດ​ການ​ປົກຄອງ 2 ​ແຂວງ​ເງະ​ອານ ​ແລະ ຮ່າ​ຕິ້ງ. ​ໃນ​ນັ້ນ​ການ​ນຳ​ສິລະ​ປະຂັບລຳທຳເພງພື້ນເມືອງ​ເຂົ້າ​​ໃນ​ຫຼັກສູດ​ຂອງໂຮງຮຽນ​ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່ 18 ປີ​ມາ​ນີ້. ຈາກ​ນັ້ນ​ມີ​ປະ​ເພດ​ສິລະ​ປະ​ສະ​ແດງ​ລະຄອນຂັບລຳ ທຳເພງພື້ນເມືອງ ​ໄດ້​ຮັບ​ການ​ປະຕິບັດ​ທົດ​ລອງ, ຊຶ່ງ​ມີ​ຫຼັກ​ສູດ​ການ​ສອນ​ແທດ​ເໝາະ​ກັບ​ແຕ່ລະ​ເກັ່ນ​ອາຍຸ​ຈາກ​ຂັ້ນ​ປະຖົມ​ຕະຫຼອດ​ຮອດ​ມັດທະ ຍົມ​ຕອນ​ປາຍ. ​ເອື້ອ​ຍຄູ Phan Thi Thu Huyen ​ເລຂາ​ຄະນະ​ຊາວ​ໜຸ່ມ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຫງວຽນ​ເຈືອງ​ໂຕະ, ນະຄອນ​ວິ​ງ - ​ແຂວງ​ເງະ​ອານ ​ໃຫ້​ຮູ້​ວ່າ ​ໂຮງຮຽນ​ຂອງ​ນາງ​ໄດ້​ສ້າງ​ຕັ້ງ​ສະ​ໂມສອນຂັບຫວີແລະ ຂັບຢ້ຳ. ນາງ​ໃຫ້​ຮູ້​ວ່າ :

    “ ​ເລື່ອງ​ໃຫ້​ນັກຮຽນ​ເຂົ້າ​ຮ່ວມສະ​ໂມສອນຂັບລຳພື້ນເມືອງ​ໃນ​ໂຮງຮຽນ ​ແມ່ນ​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພວກ​ຂ້າ​ພະ​ເຈົ້າທີ່​ສຸດ. ພວກ​ນ້ອງ​ນັກ​ຮຽນ​ຈະ​ໄດ້​ແອບ​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ພື້ນ​ເມື​ອງ ​ແລະ ມີ​ການ​ແນະນຳ​ຂອງ​ຄູ​ສອນ​ວິຊາ​ວັນນະຄະດີ. ນອກຈາກ​ນັ້ນ, ​ໃນ​ແຕ່ລະ​ປີ, ທາງ​ໂຮງຮຽນ​ກໍ​ໄດ້​ຈັດ​ຕັ້ງ​ການ​ປະ​ກວດ​ສຽງ​ເພງ​ພື້ນ​ເມືອງ​ໃຫ້​ແກ່​ພວກ​ນັກຮຽນ, ຈັດ​ຕັ້ງ​ການສະ​ແດງ​ສິລະ​ປະ​ເພື່ອ​ດຶງ​ດູດ​ນັກຮຽນ​ເຂົ້າ​ຮ່ວມ, ຈັດ​ຕັ້ງ​ບັນດາຫົວ​ເລື່ອງຄົ້ນ​ຄ້ວາ​ກ່ຽວ​ກັບ​ບັນດາ​ບົດ​ເພງ​ພື້ນ​ເມືອງ ຫວີແລະ ຂັບຢ້ຳ, ວັນນະຄະດີ​ພື້ນເມືອງ..... ”

    ອາດ​ເວົ້າ​ໄດ້​ວ່າ ຢູ່ ແຂວງ​ເງະ​ອານ ​ແລະ ຮ່າ​ຕິ້ງ, ສິລະ​ປະຂັບລຳທຳເພງ ພື້ນເມືອງ​ເວົ້າ​ລວມ ​ແລະ ຂັບຫວີແລະ ຂັບຢ້ຳ​ເວົ້າ​ເພາະ ​ພວມ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ, ​ ​ສ່ວນ​ໜຶ່ງ​ກໍ​ຍ້ອນ​ມີ​ຂະ​ບວນການ​ສິລະ​ປະ​ວັນນະຄະດີ​ມະຫາຊົນ, ໃນ​ນັ້ນກໍ​ມີ​ການ​ປະກອບສ່ວນ​ຢ່າງ​ບໍ່​ໜ້ອຍຂອງ​ພວກ​ເພື່ອນໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ