(VOVWORLD) -ທ່າອ່ຽງປັບປຸງດົນຕີພື້ນເມືອງໃຫ້ເພີ່ມລັກສະນະທັນສະໄໝພວມໄດ້ຮັບຄວາມນິຍົມປະຕິບັດແລະໄດ້ຮັບຄວາມສົນໃຈຈາກຜູ້ຊົມເປັນຈຳນວນນຫຼວງຫຼາຍພິເສດແມ່ນໄວໜຸ່ມ. ນັກສິລະປິນຫຼາຍຄົນໄດ້ເລືອກເອົາດົນຕີພື້ນເມືອງສົມທົບກັບດົນຕີທັນສະໄໝທັງສ້າງຄວາມປະທັບໃຈ ແລະ ກໍ່ແມ່ນວິທີນຳດົນຕີພື້ນເມືອງກາຍເປັນສິ່ງທີ່ລື້ງເຄີຍແລະໃກ້ຊິດສະໜິດສະໜົມກັບໄວໜຸ່ມ.
ນັກຮ້ອງໜຸ່ມເຟືອງໝີຈີ |
ເຟືອງໝີຈີ ແມ່ນນັກຮ້ອງໜຸ່ມໄດ້ເດີນຕາມດົນຕີພື້ນເມືອງເປັນເວລາ 10 ປີ. ເມື່ອບໍ່ດົນມານີ້ນັກຮ້ອງຄົນນີ້ໄດ້ສະເໜີໂຕຕໍ່ຜູ້ຟັງກ່ຽວກັບ ອານບູມທີ່ມີຊື່ວ່າຈັກກະວານນົກຍາງບິນ. ໃນນັ້ນເຟືອງໝີຈີໄດ້ສະເໜີບັນດາບົດເພງທີ່ມີແຫຼ່ງບັນດານໃຈຈາກບັນດາບົດປະພັນວັນນະຄະດີ. ພ້ອມກັນນັ້ນຂັ້ນຕອນການສະແດງຂອງເຟືອງໝີຈີກໍ່ໄດ້ຮັບການລົງທຶນຢ່າງຮອບຄອບຖີ່ຖ້ວນແລະມີທັງການປະສານສົມທົບລະຫວ່າງເຄື່ອງດົນຕີພື້ນເມືອງເຊິ່ງມີຊໍ, ຂຸ່ຍ, ພິນສາຍດ່ຽວແລະເຜີຍແຜ່ວັດທະນະທຳຟ້ອນຈອກ.
ເຟືອງໝີຈີໃຫ້ຮູ້ວ່າ: ສຳລັບນາງແລ້ວ ເລື່ອງມີບັນດາບົດເພງທີ່ສົມທົບລະຫວ່າງດົນຕີທັນສະໄໝແລະດົນຕີພື້ນເມືອງຄືຂັບກ໋າຍເລືອງ, ຂັບວ້ອງໂກ໋ແມ່ນສິ່ງທີ່ດີທີ່ສຸດ. ຍ້ອນວ່າການສົມທົບນີ້ໄດ້ຊ່ວຍບົດເພງມີຫຼາຍທຳນອງແລະກະທົບຫົວໃຈຂອງຜູ້ຊົມເປັນໄວໜຸ່ມຢ່າງຫຼວງຫຼາຍ. ເຟືອງໝີຈີໃຫ້ຮູ້ວ່າ:
“ນ້ອງຄິດວ່າບັນດາເພື່ອນໜຸ່ມຄວນສືບທອດແລະເສີມຂະຫຍາຍທຸກສິ່ງທີ່ກ່ຽວຂ້ອງເຖິງມູນເຊື້ອຂອງຊາດຫວຽດນາມ”.
ໃນຂະນະນັ້ນ ນັບແຕ່ປີ 2019 ມາຮອດປັດຈຸບັນສິລະປິນ ຫງວຽນກວັກຮວ່າງແອັງເກີດປີ 1990 ພ້ອມກັບບັນດາຜູ້ຮ່ວມງານໄດ້ສ້າງຕັ້ງໂຄງການວັດທະນະທຳສິລະປະຫຼາຍຂະແໜງເພື່ອຮັບໃຊ້ຊຸມຊົນ. ຈຸດພົ້ນເດັ່ນຂອງໂຄງການ ແມ່ນເລື່ອງນຳປັດໄຈສິລະປະພື້ນເມືອງຂອງຫວຽດນາມເຂົ້າໃນປະເພດສິລະປະຍຸກປັດຈຸບັນຂອງໂລກ. ຜ່ານນັ້ນໄດ້ສ້າງບັນດາຜະລິດຕະພັນສິລະປະທີ່ໃໝ່ອ່ຽມແລະດູດດື່ມ. ສິລະປິນໜຸ່ມ ຫງວຽນກວັກຮວ່າງແອັງ ແບ່ງປັນວ່າ: ຸ
“ພວກຂ້າພະເຈົ້າເອົາໃຈໃສ່ຖືສີສັນວັດທະນະທຳ ສິລະປະທ້ອງຖິ່ນເປັນພື້ນຖານ ຫຼັງຈາກນັ້ນຈຶ່ງຂະຫຍາຍມັນ ຈະເປັນການດີກວ່າການສົມທົບກັບດົນຕີຝ່າຍຕາເວັນຕົກ. ເຖິງວ່າແມ່ນດົນຕີເອເລັກໂຕນິກກໍ່ຕາມແຕ່ທີ່ຈິງແລ້ວແມ່ນຫຼິ້ນຕາມທຳນອງຂັບຕວງ ແລະມັນພຽງແຕ່ປ່ຽນແປງເຄື່ອງດົນຕີເທົ່ານັ້ນ. ທີ່ຈິງແລ້ວມັນແມ່ນດົນຕີພື້ນເມືອງ. ພວກເຮົາພຽງແຕ່ປ່ຽນແປງພາຫະນະເທົ່ານັ້ນ, ວັດທະນະທຳພື້ນເມືອງອາດສາມາດມີຄວາມດູດດື່ມສຳລັບໄວໜຸ່ມ”.
ຕາມສິລະປິນດີເດັ່ນ ກີມຕື່ລອງ, ເລື່ອງສິລະປິນໜຸ່ມຫຼາຍຄົນພວມເຮັດແມ່ນທ່າອ່ຽງເພື່ອໃຫ້ຜູ້ຊົມປ່ຽນແປງລະດັບເພັງມອງ ກ່ຽວກັບສິລະປະພື້ເມືອງ. ຜ່ານນັ້ນ ຜູ້ຊົມເປັນຕົ້ນແມ່ນໄວໜຸ່ມສາມາດໄດ້ຮັບຟັງດົນຕີທັນສະໄໝທັງຮູ້ສຶກວ່າສິລະປະພື້ນເມືອງບໍ່ແມ່ນສິລະປະບູຮານທີ່ເຮົາໄດ້ຫຼົງລືມ. ສິລະປິນດີເດັ່ນກີມຕື່ລອງໃຫ້ຮູ້ວ່າ:
“ບັນດາເພື່ອນໜຸ່ມໄດ້ກ້າຫານນຳສິລະປະຂັບກ໋າຍເລືອງ ຂັບເດີນກາຕາຍຕື໋ ເຂົ້າໃນບົດເພງທັນສະໄໝຫຼືດົນຕີພື້ນເມືອງ. ນີ້ແມ່ນຄວາມຫານກ້າແລະມີການລົງທຶນທາງດ້ານດົນຕີ. ຂ້າພະເຈົ້າສະໜັບສະໜູນຍ້ອນວ່າສິ່ງນີ້ໄດ້ສ້າງຄວາມດູດດື່ມເພື່ອໃຫ້ຜູ້ຊົມເຂົ້າໄປຟັງຫຼືຮັບຊົມ”.
ເພື່ອນ ບຸ່ຍທິນາມຢາງ ອາຍຸ 21 ປີຢູ່ນະຄອນໂຮ່ຈີມິນໃຫ້ຮູ້ວ່າ ເມື່ອໄດ້ຮັບຟັງບັນດາບົດເພງມີການສົມທົບລະຫວ່າງດົນຕີທັນສະໄໝແລະດົນຄີພື້ນເມືອງຂັບກ໋າຍເລືອງນັ້ນ, ນາງເອງກໍ່ຮູ້ສຶກມີຄວາມປະທັບໃຈທີ່ສຸດ. ປັດໄຈພື້ນເມືອງແລະທັນສະໄໝໄດ້ປະສານສົມທົບນຳກັນເຮັດໃຫ້ຜູ້ຟັງຮູ້ສຶກສະບາຍໃຈ. ເພື່ອນ ບຸ່ຍທິນາມຢາງ ໃຫ້ຮູ້ວ່າ:
“ເມື່ອໄດ້ຮັບຟັງບົດເພງທີ່ໃໝ່ອ່ຽມເຊັ່ນນັ້ນ, ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ເຫັນໄດ້ເຖິງຄວາມໃໝ່ອ່ຽມເມື່ອຮັບຟັງບົດເພງເຫຼົ່ານີ້. ບາງຄັ້ງການສົມທົບລະຫວ່າງທັນສະໄໝແລະພື້ນເມືອງ ໄດ້ເຮັດໃຫ້ເຮົາໄດ້ຫວນຄືນກ່ຽວກັບອັນເກົ່າ, ໄປຄຽຄູ່ກັນນັ້ນກໍ່ແມ່ນຄວາມຮູ້ສຶກທີ່ໃໝ່ອ່ຽມແລະການປະດິດຄິດສ້າງໃນບັນດາທຳນອງດົນຕີໃໝ່”.
ການປະດິດຄິດສ້າງ ແລະ ການປະສົມປະສານ ລະຫວ່າງດົນຕີທີ່ທັນສະໄຫມ ແລະ ດົນຕີພື້ນເມືອງ ປະກອບສ່ວນສ້າງຄວາມແຕກຕ່າງ, ເຮັດໃຫ້ບັນດາບົດເພງ, ບົດດົນຕີ ມີຄຸນຄ່າທີ່ເປັນເອກະລັກ ຕື່ມອີກໃນຊີວິດປະຈຸບັນ. ນັ້ນແມ່ນວິທີເພື່ອເສີມຂະຫຍາຍ ແລະ ອະນຸລັກຮັກສາຄວາມງາມຂອງຊາດໃນຊີວິດຍຸກປະຈຸບັນ.