ໄວໜຸ່ມຫວຽດນາມກັບພາສາຫວຽດນາມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ

ໄວໜຸ່ມຫວຽດນາມກັບພາສາຫວຽດນາມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ - ảnh 1
ກອງປະຊຸມສຳມະນາ “ ອະນຸລັກຮັກສາສີສັນວັດທະນະທຳ 
ແລະ ພາສາຫວຽດ”     ( ພາບ: chaobuoisang.net)

   ພາສາ​ແມ່ນ​ເຄື່ອງມືເພື່ອຕິດຕໍ່ພົວພັນທີ່ສຳຄັນທີ່ສຸດຂອງມະນຸດ. ດັ່ງນັ້ນ, ຊາວຫວຽດນາມຈຶ່ງມີຄຳວ່າ “ ຄຳເວົ້າບໍ່ຕ້ອງເສຍເງິນ; ຄວນມີຄຳເວົ້າ ໃຫ້ພໍ​ໃຈ​ກັນ ” ​ເພື່ອ​ບອກສອນ​ລູກ​ຫຼານ​ກ່ຽວ​ກັບ​ວິທີ​​ການສະ​ແດງຄຳ​ເວົ້າ ດ້ວຍ​ຄວາມ​ລະມັດລະວັງ​ເມື່ອ​​ໃຊ້ຄຳ​ສັບ​ໃນ​ແຕ່​ລະ​ວັນ. ​ໃນ​ທຸກ​ວັນ​ນີ້, ພ້ອມ​ກັບ​ເລື່ອງ​ວັດທະ ນະທຳ​ອິນ​ເຕີ​ເນັດກໍ​ຄື​ວັດທະນະທຳ​ຕ່າງປະ​ເທດຖືກ​ນຳ​ເຂົ້າ​ຢ່າງ​ແຂງ​ແຮງນັ້ນ, ​ໄວໜຸ່ມ​ພວມ​ນຳ​​ພາສາ​ຫວຽດຜ່ານ​ພົ້ນ​ໄລຍະ​ໜຶ່ງ​ທີ່​ຫັນປ່ຽນ​ຢ່າງ​ແຂງ​ແຮງ.  
            ປະຈຸ​ບັນ​ໄວ​ໜຸ່ມ​ຫວຽດນາມ​ມັກ​ນຳ​ໃຊ້​ ພາສາ​ຕະຫຼົກ, ​ໃຊ້​ຕື່ມ​ພາສາ​ອັງກິດ, ພາສາ​ອິ​ນເຕິ​ເນັດ....​ໃນ​ຊີວິດ​ປະຈຳ​ວັນ. ນີ້​ແມ່ນ​ຜົນ​ສະທ້ອນ​ຈາກ​​ເລື່ອງພາສາ​ຕ່າງປະ​ເທດ, ພາສາ​ອິ​ນເຕິ​ເນັດ ນຳ​ເຂົ້າ​ຫວຽດນາມ ​ແລະ ກຳ​ເນີ​ດມາ​ຈາກ​ການ​ມີ​ຫົວຄິດ​ປະດິດ​ສ້າງ​ທາງດ້ານພາສາມະນຸດ​ສຳພັນ​ຂອງ​ບັນດາ​ເພື່ອນ​ໜຸ່ມ​. ພາສາ​ແມ່ນ​ປະກົດ​ການ​ສັງຄົມ, ດັ່ງ​ນັ້ນ ຍາມ​ໃດມັນກໍ​ຫັນປ່ຽນ​ໄປ​ຕາມ​ສັງຄົມ ​ແລະ ການ​ເວລາ. ​ໄວ​ໜຸ່ມ​ສຳຜັດກັບ​ສິ່ງ​ທີ່​ໃໝ່​ອຽມ​ໄວ​ກ່ວາ, ​ດັ່ງ​ນັ້ນ​ວິທີ​ການສະ​ແດງ​ຄຳ​ເວົ້າ, ​ໂອ້​ລົມ​ກັນ​ແບບ​ສະໜິດສະໜົມ​ກ່ວາ, ຂະຫຍັນ​ຂັ່ນ​ເຄື່ອນ​ກ່ວາ. ການ​ມີ​ຫົວຄິດ​ປະດິດ​ສ້າງ​ທາງດ້ານພາສາມະນຸດ​ສຳພັນ​ ​ແມ່ນ​ມີ​ບົດບາດ​ສຳຄັນ​ເພື່ອ​ຊ່ວຍ​ທຸກໆ​ຄົນ​ຫຍັບ​ມໍ່​ເຂົ້າກັນ, ສ້າງ​ຄວາມ​ຮູ້ສຶກ​ທີ່​ໃໝ່​ອຽມ. ນາງ​ ຫງວຽນ​ມິນ​ຈາງ ນັກ​ສຶກສາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ເປີດ​ເຜີຍ​ວ່າ :

    “ ຂ້າພະ​ເຈົ້າ​ຖື​ວ່າ ການ​ໃຊ້​ພາສາ​ອັງກິດ​ເລກ​ນ້ອຍ​ເພື່ອ​ມະນຸດ​ສຳພັນ​ປະຈຳ​ວັນ ກໍແມ່ນ​ເລື່ອງ​​ບໍ່ເປັນ​ໜ້າ​ຕຳ​ນິຕິ​ຊົມ. ຍົກ​ຕົວຢ່າງ​ຄື​ເມື່ອ​ໝູ່​ເພື່ອນ​ພົບ​ກັນ ​​ແມ່ນ​ພຽງແຕ່​ເວົ້າວ່າ “Hi!” ຫຼື “Hello” ກໍ​ພໍ​ແລ້ວ ”

   ສຳລັບ​ບັນດາ​ເພື່ອນ​ໜຸ່ມ​ຫຼື​ຊາວ​ຫວຽດນາມ​ທີ່​ມີ​ການ​ດຳລົງ​ຊີວິດຢູ່​ຕ່າງ​ປະ​ເທດ​ເປັນ​ໄລຍະ​ຍາວ​ນານ, ​ແລະ ​ເຮັກ​ວຽກ​ໃນ​ສະພາບ​ແວດ​ລ້ອມ​ທີ່ຈຳ​ເປັນ​ຕ້ອງ​ໃຊ້​ພາສາ​ຕ່າງປະ​ເທດ​ເປັນ​ປະຈຳ​ນັ້ນ, ການ​ນຳ​ໃຊ້​ພາສາ​ຕ່າງ​ປະ​ເທດຫຼາຍ​ພາສາ​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຫຼີກ​ລ້ຽງ​ໄດ້. ນາງ​ຫງວຽນ​ທິທູ​ຮ່ຽນ ຜູ້​ໄດ້​ດຳລົງ​ຊີວິດ​ຢູ່ ອາ​ເມ​ລິ​ກາ​ເປັນ​ເວລາ 10 ປີ ​ເປີດ​ເຜີຍ​ວ່າ :

   “ ​ເວລາ​ຫາ​ກໍ​ກັບ​ມາ​ປະ​ເທດ, ຂ້າພະ​ເຈົ້າ​ໄດ້​ພົບ​ພໍ້​ກັບ​ຄວາມ​ຕິດ​ຂັດ​ດ້ານ​ພາສາ​ຫວຽດ​​ເລກ​ນ້ອຍເມື່​ອ​ໂອ້​ລົມ​ກັບ​ໝູ່​ເພື່ອນ, ຂ້າພະ​ເຈົ້າ​​ໄປຢູ່​ແດນ​ໄກ​ເປັນ​ເວລາ​ດົນ​ນານ​ສົມຄວນ, ດັ່ງ​ນັ້ນ ກໍ​ຍັງ​ບໍ່​ທັນ Update ບັນດາ​ຄຳ​ສັບ​ໃໝ່​ທີ່​ໝູ່​ເພື່ອນ​ມັກ​ໃຊ້. ບາງ​ຄັ້ງ​ຄາວ​ເມື່ອ​ໂອ້​ລົມ​ກັນ, ຂ້າພະ​ເຈົ້າ​ຕ້ອງ​ໃຊ້​ຕື່ມ​ຄຳ​ສັບ​ພາສາ​ອັງກິດ ​ເພາະວ່າ​ໃນ​ບາງ​ຄັ້ງ ກໍ​ບໍ່​ຮູ້​ວ່າ ຕ້ອງ​ໃຊ້​ສັບ​ໃດ​ໃນ​ພາສາ​ຫວຽດ ”

    ​​ໄລຍະ​ນີ້, ໄວ​ໜຸ່ມພວມ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່, ການ​ປ່ຽນ​ແປງ​ທາງ​ດ້ານ​ພາສາ​ແມ່ນ​ຜົນ​ທີ່​ໄດ້​ມາ​ຈາກ​ການ​ປ່ຽນ​ແປງ​ຂອງ​ສັງຄົ​ມ. ດ້ວຍເລື່ອງມະນຸດສຳພັນທີ່ ນັບມື້ນັບ​ສະ​ດວກ​ສະບາຍ​ກ່ວາ, ບັນດາ​ຮົ້ວ​ກີດຂວາງ​ເກົ່າ ຄ່ອຍໆ​ຖືກ​ມ້າງ​ຮື້, ​ເລື່ອງ​ໄວ​ໜຸ່ມມັກນຳ​ໃຊ້​ພາສາ​ຕະຫຼົກ, ​ໃຊ້​ຕື່ມ​ພາສາ​ອັງກິດ, ພາສາ​ອິ​ນເຕິ​ເນັດ, ​ເບິ່ງ​ຄື​ວ່າ​ແມ່ນ​ກົດ​ເກນ​ເດີນ​ຕາມ​ຊີວິດ​ສັງຄົມ​ທີ່​ຕ້ອງ​ເປັນ​ໄປ. ​ໂດຍ​ເວັ້ນ​ເສຍ​ຈາກ​ຄຳ​ສັບ​ທີ່​ຫຍາບຊ້າ​ນັ້ນ, ກໍ​ຄວນ​ຕ້ອງ​ສັງ​ເກດ​ວ່າ ການ​ມີ​ຫົວຄິດ​ປະດິດ​ສ້າງ​​ໃນ​ການ ປະສົມຄຳ​ສັບ​ໄດ້​ເຮັດ​ໃຫ້ດ້ານພາສາມະນຸດ​ສຳພັນ​​ໃນ​ໄວ​ໜຸ່ມ​ມີ​ຊີວິດ​ຊີວາ​ຫຼາຍ​ກ່ວາ. ນາງ ຫງວຽນ​ທິ​ແຫ້ງ ອະດີ​ດຄູ​ສອນ​ສັງກັດ​ໂຮງຮຽນ​ປະຖົມ ​ເຟືອງ​ລຽນ ​ໃຫ້​ຮູ້​ວ່າ :

   “ ​ໄວ​ໜຸ່​ໃປະຈຸ​ບັນ​ມັກ​ໃຊ້​​ສັບຕະຫຼົກ​ທີ່​ແປກ​ປະຫຼາດ. ທຳ​ອິດ, ຟັງ​ກໍ​ບໍ່​ລຶ້ງ, ບໍ່​ຮູ້​ວ່າ​ພວກ​ເຂົາ​ລົມ​ກັນ​ອີ​ຫຍັງ. ​ແຕ່​ພາຍຫຼັງ​ມາ, ​ໄດ້​ຟັງ​ຫຼາຍກໍ​ເຂົ້າ​ໃຈ ​ແລະ ​​ເຫັນ​ວ່າ​ມີ​ການ​ປະດິດ​ສ້າງ ”

       ຕາມ​ນັກ​ຄົ້ນ​ຄ້ວາ​ບາງ​ຄົນ​ແລ້ວ, ​ໂດຍ​ເວັ້ນ​ເສຍ​ບັນດາ​ກໍລະນີ​ສວຍ​ໃຊ້​ດ້ານ​ພາສາ ​ແລະ ມີ​ແນວ​ໂນ້ມຫຍາບຊ້າ​ນັ້ນ, ມີ​ສ່ວນ​ໜຶ່ງ​ແມ່ນ​ອາດ​ຈະ​ຮັບ​ຮູ້​ໄດ້ ​ເພາະວ່າ ນັ້ນ​ແມ່ນ​ກົດ​ເກນ​ຂະຫຍາຍຕົວ​ດ້ານ​ພາສາ. ສິ່ງ​ທີ່​ສຳຄັນ ​ແມ່ນ​ຕ້ອງ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງກ່ຽວ​ກັບ​ດ້ານ​ທາດ​ແທ້​ເພື່ອ​ກຳນົດ​ທິດ​ໃຫ້​ໄວ​ໜຸ່ມ​ນຳ​ໃຊ້​ພາສາ​ຫວຽດຕາມ​ຄຸນ​ລັກສະນະ​ຂອງ​ເຂົາ​ເຈົ້າ ​ແຕ່​ບໍ່​ຄວນ​ເຮັດ​ໃຫ້​ພາສາ​ຫວຽດຂີ້ຮ້າຍ​ໄປ. ທ່ານ​ ດຣ ມາຍ​ຊວນ​ຮີ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ພາສາ​ສາດ​ຖື​ວ່າ:

    “ ທ່າ​ອຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ຫັນ​ເປັນ​ໂລກາ​ພິວັດ​ໃນ​ວັນ​ນີ້ ​ໄດ້​ເຮັດ​ໃຫ້ພາສາຫວຽດມີກາລະໂອກາດຫຼາຍຢ່າງ, ຊຶ່ງພົ້ນເດັ່ນແມ່ນຮັບເອົາ ຄຳສັບໃໝ່, ແລະ ບັນດາປັດໄຈຕ່າງປະເທດຈາກພາສາອັງກິດ ໄດ້ເຮັດໃຫ້ພາສາ ຫວຽດເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ. ແຕ່ເລື່ອງພາສາອັງກິດນຳເຂົ້າໃນຊີວິດ ປະຈຳວັນ​ແບບ​ເກີນ​ຂອບ​ເຂດ​ນັ້ນ, ກໍ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ສັບສົນ, ການ​ຮັກສາ​ຄວາມ​ໂປ່​ງ​ໃສ​ຂອງ​ພາສາ​ຫວຽດ ​ແມ່ນ​ວຽກ​ງານ​ທີ່​ສຳຄັນ ນອນ​ໃນ​ພາລະກິດອະນຸລັກ​ສິ່ງ​ຍອດ​ຍິ່ງ​ດ້ານ​ວັດທະນະທຳ​ຂອງ​ຊາດ. ​ເຮັດ​ໄດ້​ເຊັ່ນ​ນັ້ນ, ປະ​ເທດ​ເຮົາ​ຈຶ່ງ​ສາມາດ​ຮັກສາ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ​ຕໍ່​ເພື່ອນ​ມິດສາ​ກົນ​ໄວ້​ໄດ້ ”

    ສຳລັບ​ແຕ່ລະ​ປະ​ເທດ, ພາສາ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ທັງຊາດ, ​ແມ່ນ​ປັດ​ໄຈ​ທີ່​ຂາດ​ບໍ່​ໄດ້​ເພື່ອ​ສ້າງ​ສີສັນ​ວັດທະນະທຳ​ສະ​ເພາະຂອງ​ຊາດ​ຕົນ. ພາສາ​ກໍ​ອາດ​ຈະ​ຖືກ​ສູນຫາຍ ຖ​້າຫາກ​ບໍ່​ໄດ້​ນຳ​ໃຊ້, ປັບປຸງ. ປະ​ເທດ​ຫວຽດນາມ​ໃນ​ປະຈຸ​ບັນ ພວມ​ປະ​ເຊີນ​ໜ້າ​ກັບ​ກະ​ແສ​ຟອງ​ຫັນ​ເປັນ​ທັນ​ສະ​ໄໝ ​​ໃນ​ຂະ​ບວນການ​ໂລກາ​ພິວັດ. ສິ່ງ​ນີ້​ທັງ​ເປັນ​ສິ່ງ​ທ້າ​ທາຍ, ທັງ​ເປັນຄວາມ​ສະດວກ​ເພື່ອ​ພາສາ​ຫວຽດຂະຫຍາຍຕົວ .

ຕອບກັບ

ຂ່າວ/ບົດ​ອື່ນ