ທ່ານເລຂາທິການໃຫຍ່ ສ.ປ.ຊ Ban Ki - moon ກ່າວຄຳເຫັນທີ່ກອງ ປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດຄັ້ງທີ 19
(ພາບ:AFP)
|
ກອງປະຊຸມສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດຄັ້ງທີ 19 (COP-19) ພວມຖືກດຳເນີນຢູ່ນະຄອນຫຼວງ Warsaw ຂອງໂປໂລຍ ເປັນເວລາ 12 ວັນ, ດ້ວຍຄວາມຫວັງຈະບັນລຸບາດກ້າວໃໝ່ເມື່ອປຶກສາຫາລືກ່ຽວກັບສັນຍາຕ້ານ ການປ່ຽນແປງດິນຟ້າອາກາດໃນທົ່ວໂລກ ແນໃສ່ທົດແທນໃຫ້ອະນຸສັນຍາ Kyoto ຊຶ່ງຈະໝົດກຳນົດເວລາໃນປີ 2020. ແຕ່ດ້ວຍທຸກສິ່ງທຸກຢ່າງພວມເກີດຂື້ນຢູ່ Warsaw ນັ້ນ, ຫາກສຽງຍາກທີ່ຈະຄອງຄອຍຕໍ່ການບັນລຸໝາກຜົນທີ່ດີ.
ທີ່ກອງປະຊຸມ COP – 17 ທີ່ຈັດຂຶ້ນຢູ່ ດູບານ ປະເທດອາບຟະລິກາໃຕ້ເມື່ອປີ 2011, ບັນດາປະເທດໄດ້ກ້າວໄປສູ່ຄວາມເປັນເອກະພາບກ່ຽວກັບຄຳໝັ້ນສັນຍາ ໄລຍະຕໍ່ໄປຂອງ ອະນຸສັນຍາ Kyoto ນັ້ນແມ່ນແຕ່ປີ 2013 ຫາ 2015 ແລະ ເຫັນດີເຈລະຈາກ່ຽວກັບສັນຍາສະບັບໃໝ່ ຊຶ່ງຄາດວ່າ ຈະສໄລັດໃນປີ 2015 ແລະ ເລີ່ມນຳໃຊ້ນັບແຕ່ປີ 2020 ໃຫ້ທຸກໆປະເທດ. ດັ່ງນັ້ນ, ເນື້ອໃນຂອງ COP – 19 ຄັ້ງນີ້ ແມ່ນໄດ້ຮັບການຕີລາຄາວ່າ ມີຄວາມສຳຄັນພິເສດເພາະປີ 2013 ແມ່ນຫຼັກໝາຍເລີ່ມປະຕິບັດອະນຸສັນຍາ Kyoto ໄລຍະທີ 2. ພ້ອມກັນນັ້ນ, ປີ 2013 ຍັງແມ່ນປີທີ 2 ທີ່ບັນດາປະເທດກ້າວເຂົ້າສູ່ການປຶກສາຫາລືກອບກົດໝາຍທົ່ວໂລກໃໝ່ຊຶ່ງຄາດວ່າຈະສຳເລັດໃນປີ 2015.
ສິ່ງກີດຂວາງຈາກການປົກປ້ອງຜົນປະໂຫຍດສ່ວນຕົວ...
ອາດຈະເຫັນໄດ້ຢ່າງງ່າຍດາຍວ່າ ບັນດາກອງປະຊຸມ COP ຄັ້ງກ່ອນໆນີ້, ລ້ວນແຕ່ຖືກດຳເນີນໃນບັນຍາກາດບັນຍາກາດທີ່ເຄັ່ງຕຶງຂະນະທີ່ບັນດາປະເທດປົກປ້ອງຜົນປະໂຫຍດສ່ວນຕົວຂອງຕົນຢ່າງຂ້ຽວຂາດ ແລະ ບໍ່ສາມາດບັນລຸສຽງເວົ້າລວມໃນບັນຫາຫຼຸດຜ່ອນປະລິມານອາຍພິດ. ແຕ່ກອງປະຊຸມ COP – 19 ຄັ້ງນີ້ ໄດ້ດຳເນີນກົງກັບຈຸດເວລາທີ່ພາຍຸ ຮາຍຢານ ຫາກໍພັດຖະຫຼົ່ມຜ່ານປະເທດຟີລິບປິນ ແລະ ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງທີ່ສຸດ, ອັນໄດ້ປົກຄຸມບັນຍາກາດກອງປະຊຸມດ້ວຍເງົາມືດ, ເປັນການຕັກເຕືອນຢ່າງຮຸນແຮງ ແລະ ບັງຄັບໃຫ້ບັນດາປະເທດຕ້ອງມີການກະທຳທີ່ແຕກຕ່າງກັນ. ເພາະສະນັ້ນ, ນອກຈາກການປຶກສາຫາລືກ່ຽວກັບສັນຍາເພື່ອທົດແທນ ອະນຸສັນຍາ Kyoto, ກອງປະຊຸມ COP – 19 ໄດ້ຕັ້ງຄວາມຫວັງຊຸກຍູ້ບັນດາປະເທດພັດທະນາປະຕິບັດຖືກຕາມສັນຍາສະໜອງເງິນ 100 ຕື້ USD/ປີໃຫ້ແກ່ບັນດາປະເທດພວມພັດທະນາ ເພື່ອຮັບມືກັບບັນດາຜົນກະທົບທີ່ຫຍໍ້ທໍ້ຈາກ ການປ່ຽນແປງດິນຟ້າອາກາດ.
ແຕ່ມາຮອດຈຸດເວລານີ້, ເຖິວວ່າກອງປະຊູມໃກ້ຈະຮອດເວລາສິ້ນສຸດແລ້ວກໍຕາມ, ແຕ່ບັນດາຖະແຫຼງການທີ່ຖືກຍົກອອກມາທີ່ກອງປະຊຸມ, ໄດ້ເຮັດໃຫ້ວິວັດທະນາການເຈລະຈາຕົກເຂົ້າສູ່ສະພາບບໍ່ມີທາງອອກ. ເປັນຄັ້ງທຳອິດທີ່ຍີປຸ່ນ ຊຶ່ງແມ່ນປະເທດຖືກຫຼາຍຜະເທດຝາກຄວາມຫວັງຈະນຳໜ້າໃນການຫຼຸດຜ່ອນປະລິມານອາຍພິດຕາມອະນຸສັນຍາ Kyoto, ໄດ້ເຮັດໃຫ້ກອງປະຊຸມຄົບຄະນະມີຄວາມຕົກສະເງີ້ ຂະນະທີ່ໄດ້ປະກາດເພີ່ມການປ່ອຍປະລິມານອາຍພິດຕື່ມອີກ 3,1% ຊຶ່ງແມ່ນການກະທຳໄປຝືນກັບຄຳໝັ້ນສັນຍາກ່ອນນີ້ແມ່ນຫຼຸດຜ່ອນປະລິມານອາຍພິດ 25% ໃນປີ 2020. ນອກຈາກນັ້ນ, ຍີປຸ່ນ, ອົດສະຕາລີ ກໍແມ່ນເລ່ືອງເສຍຫວັງຢ່າງໃຫຍ່ຫຼວງຢູ່ທີ່ ກອງປະຊຸມ COP – 19 ຂະນະທີ່ໄດ້ປະກາດດັດປັບ ການປ່ອຍປະລິມານອາຍພິດແຕ່ 15-25% ລົງເປັນ 5% ໃນປີ 2020(ເມື່ອທຽບໃສ່ລະດັບໝັ້ນໝາຍໃນປີ 2020) . ນອກຈາກນັ້ນ, ນາຍົກລັດຖະມົນຕີຂອງປະເທດນີ້ ຫາກໍໃຫ້ຍົກເລີກກົດໝາຍວ່າດ້ວຍການເກັບພາສີອາກອນສຳລັບອາຍ ກາກບອນ, ຍຸກເລີກອົງການເສນາທິການກ່ຽວກັບການຫຼຸດຜ່ອນການປ່ອຍປະລິມານອາຍພິດ, ຫຼຸດຜ່ອນການໜູນຊ່ວຍໃຫ້ແກ່ບັນດາໂຄງການພະລັງງານຜະລິດຄືນໃໝ່, ເປີດຊ່ອງທາງໃຫ້ແກ່ບັນດາໂຄງການຂຸດຄົ້ນຖ່ານຫີນທີ່ມີຂອບຂະໜາດໃຫຍ່. ໃນບົດກ່່າວປາໄສທີ່ ກອງປະຊຸມ COP – 19, ຜູ້ຕາງໜ້າປະເທດອົດສະຕາລີກໍເຄີຍກ່າວຫຼາຍເທື່ອກ່ຽວກັບຄຳວ່າ “ ບໍ່ສະໜັບສະໜູນ”, “ ບໍ່ເຫັນດີ” ແລະ ພະຍາຍາມໂຈະການປະຕິບັດບັນດາຄຳໝັ້ນສັນຍາໃນການສ້າງກົນໄກໜູນຊ່ວຍຕໍ່ການເສຍຫາຍຍ້ອນ ການປ່ຽນແປງດິນຟ້າອາກາດກໍ່ຂຶ້ນ. ນັບທັງປະເທດເຈົ້າພາບ ໂປໂລຍ ກໍຖືກຕ່ຳໜິຕິຕຽນຢ່າງແຮງຢູ່ທີ່ກອງປະຊຸມຄັ້ງນີ້ກ່ຽວກັບເລື່ອງອະນຸຍາດໃຫ້ບັນດາບໍ່ລິສັດເຊື້ອໄຟເຂົ້າຮ່ວມບັນດາການເຈລະຈາ ຊຶ່ງແມ່ນຫຼັກຖານທີ່ສະແດງໃຫ້ເຫັນວ່າ ປະເທດນີ້ຍັງຄົງເດີນຕາມບັນດາຮູບແບບນຳໃຊ້ພະລັງງານ ກາກບອນ.
ການໂຈະການປະຕິບັດຄຳໝັ້ນສັນຍາປະກອບສ່ວນດ້ານການເງິນ.
ໜຶ່ງໃນບັນດາບັນຫາໄດ້ຮັບຄວາມຫວັງຈະບັນລຸສັນຍາຢູ່ທີ່ກອງປະຊຸມ COP – 19 ແມ່ນການຕົກລົງທີ່ກ່ຽວຂ້ອງເຖິງແບບວິທີການໜູນຊ່ວຍບັນດາປະເທດທີ່ມີຄວາມສ່ຽງຈາກຜົນສະທ້ອນຂອງ ການປ່ຽນແປງດິນຟ້າອາກາດ, ໂດຍສະເພາະແມ່ນບັນຫາລະດົມການເງິນໃຫ້ແກ່ກອງທຶນດິນຟ້າອາກາດຂຽວ. ແຕ່ມາຮອດປະຈຸບັນ, ຍັງບໍ່ທັນມີປະເທດໃດໆທີ່ຈະໃຫ້ຄຳໝັ້ນສັນຍາປະກອບສ່ວນດ້ານການເງິນໃຫ້ແກ່ໄລຍະ 2013-2020. ນີ້ແມ່ນສິ່ງກີດຂວາງຢ່າງໃຫຍ່ຫຼວງສຳລັບບັນດາປະເທດພວມພັດທະນາ, ບັນດາປະເທດທີ່ມີຄວາມສ່ຽງຈາກຜົນສະທ້ອນຂອງການປ່ຽນແປງດິນຟ້າອາກາດຢ່າງແທ້ຈິງ ຂະນະທີ່ບໍ່ຮູ້ຈັກວ່າຕົນເອງມີເງິນເທົ່າໃດເພື່ອສ້າງແຜນການຮັບມື.
ສິ່ງທີ່ກີດຂວາງອີກອັນໜຶ່ງທີ່ພາໃຫ້ກອງປະຊຸມ COP – 19 ຕົກເຂົ້າສູ່ສະພາບບໍ່ມີທາງອອກ, ນັ້ນແມ່ນບັນຫາມອບໂອນເຕັກໂນໂລຢີທີ່ສ້າງສິ່ງແວດລ້ອມທີ່ດີ. ໃນຂະນະທີ່ບັນດາປະເທດພວມພັດທະນາທ່ວງໃຫ້ລົບລ້າງທຸກໆຮົ້ວກີດຂວາງ ກ່ຽວກັບສິດຊັບສິນທາງປັນຍານັ້ນ, ບັນດາປະເທດພັດທະນາບໍ່ຢາກເຮັດຕາມເພາະລາຄາຂອງການມອບໂອນເຕັກໂນໂລຢີນີ້ ອາດຈະນຳມາເຊິ່ງບັນດາແຫຼ່ງລາຍຮັບບໍ່ໜ້ອຍ.
ຈາກຄວາມຕັດສິນໃຈເຖິງການກະທຳ: ແມ່ນຍັງຫ່າງໄກຢູ່.
ເຖິງວ່າກອງປະຊຸມ COP – 19 ໄດ້ຍອມຮັບບັນດາຜົນເສຍຫາຍຍ້ອນການປ່ຽນແປງດິນຟ້າອາກາດກໍ່ຂຶ້ນນັ້ນ, ພວມກາຍເປັນບັນຫາທີ່ສັບສົນໃນທົ່ວໂລກກໍຕາມ, ແຕ່ກອງປະຊຸມ COP – 19 ຍັງບໍ່ສາມາດຊອກຫາໄດ້ສຽງເວົ້າລວມເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງຈາກກອງປະຊຸມຄັ້ງກ່ອນໆ.
ມີຄວາມມານະພະຍາຍາມຫຼາຍຢ່າງພວມໄດ້ຮັບການປະຕິບັດເພື່ອນຳມາເຊິ່ງໝາກຜົນລະອຽດຈາກ Warsaw . ຈຳນວນຜູ້ອົດອາຫານສືບຕໍ່ເພີ່ມຂຶ້ນ, ປະຊາຊົນນັບໝື່ນຄົນໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງເພື່ອສະແດງການສະໜັບສະໜູນໃຫ້ແກ່ຄວາມຍຸຕິທຳດ້ານດິນຟ້າອາກາດ. ການຕໍ່ສູ່ກໍ່ກຳລັງດັນຈາກປະຊາຄົມພວມຂຶ້ນສູງຍິ່ງກ່ວາເວລາໃດໝົດ ແລະ ກອງປະຊຸມ COP – 19 ຍັງອີກ 2-3 ວັນຈະສິ້ນສຸດລົງ. ຄວາມເຈັບປວດຂອງຫົວໜ້າຄະນະຜູ້ແທນ ຟີລິບປິນ ເມື່ອຄຳນຶງເຖິງບັນດາຜູ້ຮັບເຄາະຮ້າຍຈາກພາຍຸ ຮາຍຢານ ແມ່ນໄທບ້ານຂອງຕົນ. ທັງໝົດເຫຼົ່ານັ້ນກໍສາມາດປຸກຕື່ນມະໂມທຳຂອງມວນມະນຸດໄດ້ຫຼືບໍ່? ແລະ ກອງປະຊຸມ COP – 19 ສາມາດນຳໃຊ້ກາລະໂອກາດໃນມື້ສຸດທ້າຍໄດ້ຫຼືບໍ່? ຄຳຕອບແມ່ນໄດ້ມີຢູ່ແລ້ວ.