(VOVWORLD) - ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດຂອງກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເຫັນປະຈັກຕາຂີດໝາຍໃໝ່ເມື່ອມີການເຂົ້າຮ່ວມເປັນຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ (ເວັ້ນເສຍແຕ່ ມຽນມາ) ໃນກອງປະຊຸມໂດຍກົງປະສົມທາງໄກ ໃນວັນທີ 12 ທັນວາ ຢູ່ ອັງກິດ. ເຫດການນີ້ ໄດ້ສະແດງໃຫ້ເຫັນຄວາມມານພະຍາຍາມເພື່ອແນໃສ່ສ້າງສາຍພົວພັນດ້ານເສດຖະກິດ, ການເມືອງລະຫວ່າງບັນດາປະເທດ G7 ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ແໜ້ນແຟ້ນກວ່າ.
ໂດຍໄດ້ປະກາດຍຸດທະສາດ “ປະເທດ ອັງກິດ ໃນທົ່ວໂລກ” ດ້ວຍຈຸດພົ້ນເດັ່ນແມ່ນ ອາຊີ - ປາຊີຟິກ, ໃນຖານະເປັນປະທານໝູນວຽນຂອງ G7, ປະເທດ ອັງກິດໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າຕົນເອງໃນການສ້າງຍຸດທະສາດກັບ ອີຢູ ເມື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງ G7 ກັບ ອາຊຽນ ຢູ່ກອງປະຊຸມລັດຖະມົນຕີ G7.
ກອງປະຊຸມ G7 ຖຶກຈັດຂຶ້ນແບບທາງໄກ (ພາບ: TTXVN) |
ບົດບາດນັບມື້ນັບໃຫຍ່ຫຼວງຂອງ ອາຊຽນ ບົນເວທີສາກົນ
ເລື່ອງ G7 ເຊີນລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກຸ່ມ G7 ເປັນຄັ້ງທຳອິດນັ້ນ ໄດ້ສະແດງໃຫ້ເຫັນບົດບາດຂອງ ອາຊຽນ ທີ່ນັບມື້ນັບໃຫຍ່ຫຼວງກວ່າບົນເວທີສາກົນ ນັບທັງດ້ານເສດຖະກິດ ແລະ ກຳລັງດ້ານພູມສາດການເມືອງ. ອາຊຽນ ບໍ່ພຽງແຕ່ແມ່ນການເຕົ້າໂຮມຂອງບັນດາພື້ນຖານເສດຖະກິດທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີສະຖຽນລະພາບໃນຫຼາຍປີຜ່ານມາເທົ່ານັ້ນ ຫາກຍັງໄດ້ຮັບການຄາດຄະເນວ່າ ໃນອະນາຄົດ ຈະສືບຕໍ່ແມ່ນໜຶ່ງໃນບັນດາພາກພື້ນພັດທະນາເສດຖະກິດຢ່າງເຂັ້ມແຂງໃນໂລກອີກດ້ວຍ. ດ້ວຍປະຊາກອນເກືອບ 700 ລ້ານຄົນ ແລະ ຍອດ GDP ໃນປັດຈຸບັນປະມານກວ່າ 2.500 ຕື້ USD, ອາຊຽນ ແມ່ນຕະຫຼາດທີ່ກວ້າງໃຫຍ່ ແລະ ມີກຳລັງບົ່ມຊ້ອນຫຼາຍຢ່າງ. ຄວາມສຳຄັນຂອງ ອາຊຽນ ນັບມື້ນັບໄດ້ຮັບການປັບປຸງ ໂດຍເຫັນໄດ້ຢ່າງຈະແຈ້ງໃນໄລຍະເກີດໂລກລະບາດໂຄວິດ - 19 ຍ້ອນບັນດາພື້ນຖານເສດຖະກິດໃນໂລກ ລ້ວນແຕ່ເຫັນໄດ້ເຖິງຄວາມຕ້ອງການທີ່ຮີບດ່ວນຂອງການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ, ຫຼີກລ້ຽງການເອື້ອຍອີງໃສ່ 1 ຫຼື 2 ຄູ່ຮ່ວມມືຫຼາຍເກີນໄປ ແລະ ອາຊຽນ ຕອບສະໜອງໄດ້ຕາມຄວາມຕ້ອງການນັ້ນໄດ້ເປັນຢ່າງດີ. ເພາະສະນັ້ນ, ໃນຂົງເຂດເສດຖະກິດ, ບົດບາດຂອງ ອາຊຽນ ກໍໄດ້ຮັບການຕີລາຄາສູງໃນຫຼາຍປີຜ່ານມາແລ້ວ ແລະ ຍິ່ງມີຄວາມສຳຄັນກວ່າໃນສະພາບການທີ່ບັນດາປະເທດເລີ່ມສ້າງໂຄງປະກອບລະບົບສະໜອງຍຸດທະສາດຄືນໃໝ່.
ເຖິງຢ່າງໃດກໍຕາມ, ສິ່ງສຳຄັນກວ່ານັ້ນແມ່ນ, ເລື່ອງທີ່ G7 ຖື ອາຊຽນ ເປັນສຳຄັນໃນຈຸດເວລານີ້ ຍັງແມ່ນເຫດຜົນພູມສາດການເມືອງອີກດ້ວຍ. ໃນສະພາບການແກ້ງແຍ້ງລະຫວ່າງ ອາເມລິກາ ແລະ ຈີນ ພວມນັບມື້ນັບເຄັ່ງຕຶງ, ອາຊຽນ ໄດ້ຮັບຖືວ່າ ແມ່ນບ່ອນເພື່ອໃຫ້ສອງຝ່າຍສະແດງຜົນສະທ້ອນຂອງຕົນ. ບັນດາປະເທດ G7, ເຊິ່ງ ປັດຈຸບັນ ອາເມລິກາ ແລະ ອັງກິດ ແມ່ນສອງປະເທດຕັ້ງໜ້າທີ່ສຸດ ຢາກປັບປຸງການພົວພັນກັບ ອາຊຽນ ເພື່ອຮັບໃຊ້ເປົ້າໝາຍພູມສາດການເມືອງທີ່ໃຫຍ່ຫຼວງກວ່າຂອງແຕ່ລະປະເທດ. ນອກຈາກນັ້ນ, ອາເມລິກາ ແລະ ອັງກິດ ກໍເຫັນວ່າ ຕ້ອງແລກປ່ຽນກັບບັນດາປະເທດ ອາຊຽນ ກ່ຽວກັບການສ້າງຕັ້ງ ສະຫະພັນຄວາມໝັ້ນຄົງ AUKUS, ເຊິ່ງເປັນອົງການປະກອບກ່ຳປັ່ນດຳນ້ຳນິວເຄຼຍ ໃຫ້ແກ່ ອົດສະຕາລີ - ປະເທດຢູ່ຄຽງຂ້າງ ອາຊຽນ. ວົງການນັກໄຈ້ແຍກຖືວ່າ ກອງປະຊຸມລັດຖະມົນຕີ G7 ແລະ ອາຊຽນ ຄັ້ງນີ້ ພຽງແຕ່ແມ່ນບາດກ້າວເດີນທຳອິດເພື່ອໃຫ້ G7 ສາມາດໄດ້ຮັບການສະໜັບສະໜູນຈາກ ອາຊຽນ. ພາຍຫຼັງສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Anthony Blinken ກໍເດີນທາງໄປປະຕິບັດງານຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຄາດວ່າ, ຕົ້ນປີ 2022, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເຊື້ອເຊີນການນຳ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດຢູ່ ອາເມລິກາ. ນີ້ລ້ວນແຕ່ແມ່ນສັນຍານຈະແຈ້ງທີ່ສະແດງໃຫ້ເຫັນບົດບາດຂອງ ອາຊຽນ ນັບມື້ນັບມີຄວາມສຳຄັນກວ່າ ສຳລັບບັນດາປະເທດ G7.
ບັນດາຂໍ້ຕົກລົງທີ່ແທດຈິງ
ປະຈຸບັນ, G7 ກຳລັງກວມປະມານ 50% GDP ທົ່ວໂລກ. ໃນບັນດາປະເທດ G7, ມີ ຍິ່ປຸ່ນ ແມ່ນປະເທດຢູ່ ອາຊີ ໃນຫຼາຍປີທີ່ໄດ້ເປັນຄູ່ຮ່ວມມືຍຸດທະສາດສຳຄັນ ຂອງບັນດາປະເທດ ອາຊຽນ ເກືອບທັງໝົດ. ສະນັ້ນ, ການເຊື່ອມຕໍ່ລະຫວ່າງ G7 ແລະ ອາຊຽນ ກໍ່ມີບັນດາເງື່ອນໄຂສະດວກເພື່ອປະສົບຜົນສຳເລັດ. ທຳອິດ, ອາຊຽນ ແມ່ນການຄັດເລືອກດີສຸດເພື່ອໃຫ້ບັນດາປະເທດ G7 ຫັນລະບົບການສະໜອງຍຸດທະສາດເປັນຫຼາຍຮູບຫຼາຍແບບ, ເພື່ອ ຫຼີກລ້ຽງຈາກຜົນເສຍຫາຍ ເມື່ອເອື່ອຍອີງໃສ່ຄູ່ຮ່ວມມືຈຳນວນໜຶ່ງຫຼາຍເກີນໄປ. ຕໍ່ຈາກນັ້ນ, ພື້ນຖານໂຄງລ່າງແມ່ນ ຂົງເຂດໜຶ່ງທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງສູງ. ທີ່ກອງປະຊຸມສຸດຍອດ G7 ໄດ້ດຳເນີນໃນເດືອນມິຖຸນາ ປີ 2021 ຢູ່ ອັງກິດ, G7 ໄດ້ປະກາດໃຊ້ຍຸດທະສາດ “ສ້າງໂລກຄືນໃໝ່ທີ່ສວຍງາມກວ່າ” (B3W), ຄາດວ່າຈະລະດົມຍອດຈຳນວນເງິນປະມານ 40.000 ຕື້ໂດລາສະຫະລັດ ໃນຊຸມປີທີ່ຈະມາເຖິງ ເພື່ອໜູນຊ່ວຍບັນດາໂຄງການພື້ນຖານໂຄງລ່າງ, ເຕັກໂນໂລຊີ, ການຄຸ້ມຄອງບໍລິຫານຕາມທິດຍືນຍົງ, ເປັນມິດກັບສິ່ງແວດລ້ອມ, ໂປ່ງໃສດ້ານການເງິນ. ຍຸດທະສາດນີ້ຈະມີຜົນປະໂຫຍດຫຼາຍກັບ ອາຊຽນ, ຍ້ອນວ່າສ່ວນຫຼາຍປະເທດສະມາຊິກ ອາຊຽນ ເປັນປະເທດກຳລັງພັດທະນາ, ຕ້ອງການແຫຼ່ງທຶນ, ເຕັກໂນໂລຊີ ແລະ ທັກສະການຄຸ້ມຄອງບໍລິຫານທີ່ກ້າວໜ້າ. ສະນັ້ນ, ການຮ່ວມມື G7 - ອາຊຽນ ອາດສຸມໃສ່ບັນດາຂົງເຂດຄື ກໍ່ສ້າງພື້ນຖານໂຄງລ່າງ, ການລົງທຶນ, ໜູນຊ່ວຍການພັດທະນາພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່ ແນໃສ່ຮັບປະກັນການປະຕິບັດຄຳໝັ້ນສັນຍາຂອງບັນດາປະເທດ ອາຊຽນ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດກາກບອນ.
ທີ່ກອງປະຊຸມດຳເນີນໃນວັນທີ 12 ທັນວາ, ສາທາລະນະສຸກກໍ່ແມ່ນຂົງເຂດບຸລິມະສິດຮ່ວມມືຊື່ງ G7 ອາດຍູ້ແຮງພ້ອມກັບ ອາຊຽນໄດ້, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ຍັງບໍ່ທັນໄດ້ຮັບການຄວບຄຸມ. ໃນໄລຍະຜ່ານມາ, G7 ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນຕ້ານໂລກລະບາດໂຄວິດ - 19 ໃຫ້ປະເທດ ອາຊຽນ ສ່ວນຫຼາຍ, ແຕ່ໃນໄລຍະຍາວ, G7 ອາດຈະຖ່າຍທອດເຕັກໂນໂລຊີການຜະລິດວັກຊິນໃຫ້ບັນດາປະເທດ ອາຊຽນ, ສ້າງຕັ້ງບັນດາສູນຜະລິດວັກຊິນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເພີ່ມທະວີການຮ່ວມມືລະຫວ່າງບັນດາສູນຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄສິດ - 19. ບັນດາປະເທດ G7 ກໍ່ເຫັນດີຈະລົງທຶນໃຫ້ເຕັກໂນໂລຊີໃໝ່ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງແນໃສ່ສ້າງກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ການເຕີບໂຕ, ການພັດທະນາເສດຖະກິດດີຈີຕອນ, ເສດຖະກິດຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ພ້ອມກັນນັ້ນ, ບັນດາປະເທດ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງຄວາມມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ສະໜັບສະໜູນການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ອົດກັ້ນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.
ເດືອນແລ້ວນີ້, ໃນແຈ້ງການເຊີນ ລັດຖະມົນຕີການຕ່າງປະເທດ 21 ປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດໄດ້ດຳເນີນຢູ່ Liverpool ລະຫວ່າງວັນທີ 10 ຫາ 12 ທັນວາ, ທ່ານ Liz Truss ລັດຖະມົນຕີການຕ່າງປະເທດ ອັງກິດ ຊີ້ແຈ້ງວ່າ ຜ່ານກອງປະຊຸມຄັ້ງນີ້, London ຢາກສ້າງເຄືອຂ່າຍການຮ່ວມມືສາກົນ ແລະ “ສົ່ງເສີມບັນດາປະເທດທີ່ມີຈຸດມຸ່ງໝາຍລວມເຮັດວຽກນຳກັນດ້ວຍທ່າແຮງຂອງຕົນເອງ”. ດ້ວຍບັນດາຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ G7 ກໍ່ຄືແຫຼ່ງກຳລັງຫຼາຍຮູບແບບ, ການຮ່ວມມືລະຫວ່າງ G7 ແລະ ອາຊຽນ ຈະນັບມື້ນັບແໜ້ນແຟ້ນ, ມີບາດກ້າວພັດທະນາໃນອະນາຄົດ.