NATO ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຕໍ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບຄັ້ງໃໝ່

(VOVWORLD) - ໂດຍໄດ້ດຳເນີນໃນລະຫວ່າງວັນທີ 9  10 ກໍລະກົດ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ, ກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 75 ປີ (1949  2024) ອົງການສົນທິສັນຍາອັດລັງຕິກເໜືອ - NATO ໄດ້ຮັບຮອງເອົາບັນດາຂໍ້ຕົກລົງ ແລະ ທິດທາງການເຄື່ອນໄຫວທີ່ໄດ້ຮັບຖືວ່າສຳຄັນທີ່ສຸດສຳລັບກຸ່ມນີ້ ໃນ 3 ທົດສະວັດມໍ່ໆມານີ້.
NATO ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຕໍ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບຄັ້ງໃໝ່ - ảnh 1ການນຳບັນດາປະເທດ ເຂົ້າຮ່ວມກອງປະຊຸມ (ພາບ: NATO)

ໃນສອງມື້ດຳເນີນກອງປະຊຸມສຸດຍອດ ຢູ່ ວໍຊິງຕັນ, ປະມຸກລັດ 32 ປະເທດສະມາຊິກ NATO ໄດ້ຮັບຮອງເອົາຖະແຫຼງການຮ່ວມວາງອອກບັນດາບຸລິມະສິດຍຸດທະສາດໃໝ່ຂອງກຸ່ມ ກ່ຽວກັບການເພີ່ມກຳລັງຄວາມສາມາດຜະລິດດ້ານປ້ອງກັນຊາດ, ຮັກສາການໜູນຊ່ວຍ ຢູແກຼນ ໃນໄລຍະຍາວ, ພ້ອມກັບຊຸກຍູ້ບັນດາການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງ ໂດຍຢູ່ນອກຂອບເຂດພູມີສາດມູນເຊື້ອຂອງ NATO.

       ເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດ

        ໃນຖະແຫຼງການກອງປະຊຸມສຸດຍອດ ວໍຊິງຕັນ, ລວມມີ 38 ມາດຕາ, ປະມຸກລັດບັນດາປະເທດ NATO ໄດ້ຢັ້ງຢືນຄືນຄວາມສຳຄັນຂອງ NATO ໃນການຮັກສາສະພາບແວດລ້ອມຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ເອີຣົບ - ອັດລັງຕິກ. ຖະແຫຼງການກໍເນັ້ນໜັກວ່າ ບັນດາປະເທດສະມາຊິກ NATO ສ່ວນຫຼາຍ ຕ່າງກໍປະຕິບັດຄຳໝັ້ນສັນຍາຈະສະຫງວນຢ່າງໜ້ອຍສຸດ 2% ຍອດຜະລິດຕະພັນພາຍໃນປະເທດ (GDP) ເພື່ອໃຊ້ຈ່າຍໃຫ້ແກ່ດ້ານປ້ອງກັນຊາດ. ລະອຽດ, ປັດຈຸບັນ ມີ 23/32 ປະເທດສະມາຊິກ NATO ຕອບສະໜອງມາດຕະຖານນີ້, ເພີ່ມຂຶ້ນທົບ 7 ເທົ່າ ເມື່ອທຽບໃສ່ປີ 2014. ໄປຄຽງຄູ່ກັນນັ້ນ, NATO  ກໍປະຕິຮູບໂຄງປະກອບການບັນຊາການປະສົມ, ຍົກສູງກຳລັງຄວາມສາມາດປ້ອງກັນອາກາດ ແລະ ວາງອອກແຜນການເພີ່ມຄວາມສາມາດຜະລິດດ້ານປ້ອງກັນຊາດ ໂດຍຜ່ານຂັ້ນຕອນການສ້າງແຜນການປ້ອງກັນຊາດ NATO (NDPP).  ນີ້ແມ່ນເນື້ອໃນທີ່ໜ້າສົນໃຈ ເພາະວ່າໃນໄລຍະຜ່ານມາ, ພາຍໃຕ້ກຳລັງກົດດັນຂອງການປະທະກັນຢູ່ ຢູແກຼນ ແລະ ຢູ່ເຂດ ກາຊາ, ຫຼາຍປະເທດສະມາຊິກ NATO ຕົກເຂົ້າສູ່ສະພາບຂາດແຄນແຫຼ່ງອາວຸດສະສົມ ແລະ ປະເຊີນໜ້າກັບຄວາມສ່ຽງຍຸດທະສາດໃຫຍ່ຫຼວງ ເມື່ອສະພາບການປະທະກັນປິ່ນຂັ້ນໄດ.   ທ່ານປະທານາທິບໍດີ ອາເມລິກາ, Joe Biden ຖະແຫຼງວ່າ:

        “ນີ້ແມ່ນບາດກ້າວສຳຄັນ ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ NATO, ເຊິ່ງເປັນຄັ້ງທຳອິດທີ່ບັນດາປະເທດ NATO ໃຫ້ຄຳໝັ້ນສັນຍາຊຸກຍູ້ບັນດາແຜນການຜະລິດເຄື່ອງພາຫະນະປ້ອງກັນຊາດພາຍໃນປະເທດ. ສິ່ງດັ່ງກ່າວໝາຍຄວາມວ່າ NATO ສາມາດຜະລິດເຄື່ອງພາຫະນະປ້ອງກັນຊາດທີ່ຈຳເປັນໄດ້ຫຼາຍກວ່າ ແລະ ໄວກວ່າອີກ.”

NATO ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຕໍ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບຄັ້ງໃໝ່ - ảnh 2ທ່ານປະທານາທິບໍດີ ອາເມລິກາ, Joe Biden (ພາບ: Reuters)

        ໃນສະພາບການປະທະກັນຢູ່ ຢູແກຼນ ສືບຕໍ່ມີການຜັນແປຢ່າງສັບສົນນັ້ນ, ກອງປະຊຸມສຸດຍອດ NATO ຢູ່ ວໍຊິງຕັນ ໄດ້ສະຫງວນເວລາສ່ວນໃຫຍ່ເພື່ອປຶກສາຫາລືກ່ຽວກັບ ຢູແກຼນ. ໄປຄຽງຄູ່ກັບຖະແຫຼງການ, NATO ໄດ້ຍົກອອກຄຳໝັ້ນສັນຍາສະເພາະກ່ຽວກັບການໜູນຊ່ວຍ ຢູແກຼນ ໃນຍາວນານ, ລວມທັງ: ການສະໜອງງົບປະມານຢ່າງໜ້ອຍສຸດ 40 ຕື້ USD ໃນປີໜ້າ, ສ້າງຕັ້ງສູນໜູນຊ່ວຍຄວາມໝັ້ນຄົງ ແລະ ຝຶກແອບຂອງ NATO ໃຫ້ແກ່ ຢູແກຼນ (NSATU), ໃຫ້ຄຳໝັ້ນສັນຍາລົງທຶນເຂົ້າພື້ນຖານໂຄງລ່າງພົນລະເຮືອນ ແລະ ດ້ານການປ້ອງກັນຊາດຂອງ ຢູແກຼນ. ກ່ຽວກັບການຮັບ ຢູແກຼນ ເຂົ້າເປັນສະມາຊິກ, NATO ວາງອອກຂັ້ນຕອນ ຫຼື ຈຸດເວລາລະອຽດ. ຕາມທ່ານ Jim Townsend, ນັກຊ່ຽວຊານຢູ່ສູນຄວາມໝັ້ນຄົງ ອາເມລິກາ ໃໝ່ (CNAS) ແລ້ວ, ສິ່ງນີ້ແມ່ນເໝາະສົມກັບບຸລິມະສິດໃນປັດຈຸບັນຂອງ NATO ນັ້ນແມ່ນ ຫຼີກລ້ຽງຄຳໝັ້ນສັນຍາທີ່ລະອຽດເກີນໄປ.

        “ກ່ຽວກັບເລື່ອງ ເມື່ອໃດຮັບ ຢູແກຼນ ເຂົ້າເປັນສະມາຊິກ, NATO ໄດ້ວາງອອກໄລຍະເວລາທີ່ເປີດພໍສົມຄວນ, ຕົວຢ່າງຄືເມື່ອສິ້ນສຸດການປະທະກັນ. ແຕ່ປັດຈຸບັນ, ຂ້າພະເຈົ້າຄິດວ່າ ຈຸດສຸມຂອງກອງປະຊຸມສຸດຍອດແມ່ນໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ, ສ່ວນເລື່ອງວາງອອກຂັ້ນຕອນ ເມື່ອໃດເລີ່ມປຶກສາຫາລື, ເມື່ອໃດຈະເຊີນ ຢູແກຼນ ເຂົ້າຮ່ວມ ນັ້ນແມ່ນເລື່ອງໃນພາຍພາກໜ້າ”.

       ສະພາບຂາດສະຖຽນລະພາບກຳນເນີດມາຈາກເວທີການເມືອງ ອາເມລິກາ

        ໂດຍບໍ່ນອນໃນໂຄງການດຳເນີນງານ ແຕ່ສະພາບການເມືອງພາຍໃນຂອງ ອາເມລິກາ, ເຊິ່ງເປັນປະເທດນຳພາ NATO, ກໍສົ່ງຜົນກະທົບຕໍ່ກອງປະຊຸມສຸດຍອດ NATO. ຕໍ່ໜ້າບັນດາຄຳວິເຄາະທີ່ຖືວ່າ NATO ພວມຮີບເຮັ່ງປະຕິບັດບາງນະໂຍບາຍ, ພິເສດແມ່ນກ່ຽວຂ້ອງເຖິງເລື່ອງ ຢູແກຼນ, ກ່ອນທີ່ດຳເນີນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນທ້າຍປີນີ້, ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ຖືວ່າ ສິ່ງດັ່ງກ່າວໄດ້ຖືກຫັນເປັນບັນຫາໃຫຍ່.

        ເຖິງຢ່າງໃດກໍຕາມ, ກ່ອນດຳເນີນກອງປະຊຸມສຸດຍອດ NATO, ທ່ານນາງ Annalena Baerbock ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖືວ່າ ໃນໄລຍະຍາວ ເອີຣົບ ຕ້ອງສວມບົດບາດໃຫຍ່ຫຼວງກວ່າໃນ NATO ເພື່ອຫຼີກລ້ຽງຜົນກະທົບຈາກສະພາບການຜັນແປການເມືອງ ອາເມລິກາ.

        ມີບັນຫາໜຶ່ງທີ່ໄດ້ໂຕ້ແຍ້ງກັນໃນກອງປະຊຸມສຸດຍອດ NATO ຄັ້ງນີ້ ແມ່ນທ່າອ່ຽງຂອງອົງການທະຫານນີ້ ໄດ້ສົ່ງຜົນສະທ້ອນອອກສູ່ນອກເຂດພູມີສາດມາແຕ່ດົນນານຂອງ NATO ນັ້ນແມ່ນ ເອີຣົບ ແລະ ອາເມລິກາເໜືອ. ນອກຈາກເລື່ອງໃຊ້ຖ້ອຍທຳນອງທີ່ແຂງກ້າດ້າງຕຳໜິຕິຕຽນບາງປະເທດໃນຖະແຫຼງການ ແລ້ວ, ນີ້ກໍເປັນປີທີ 4 ຢ່າງລຽນຕິດທີ່ NATO ເຊີນການນຳບັນດາປະເທດ ຍີ່ປຸ່ນ, ສ.ເກົາຫຼີ , ອົດສະຕາລີ ແລະ ນິວຊີແລນ ເຂົ້າຮ່ວມກອງປະຊຸມສຸດຍອດ. ເລື່ອງ NATO ເພີ່ມທະວີການແຊກແຊງເຂົ້າພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນຈາກບາງປະເທດ ກ່ຽວກັບຄວາມສ່ຽງເພີ່ມຄວາມເຄັ່ງຕຶງ ແລະ ການຈັດແບ່ງຂົງເຂດພູມີສາດການເມືອງຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ