ຕາມໂຄງການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທ່ືອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13, ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະຈະໄດ້ຮັບການປຶກສາຫາລືທີ່ບັນດາວາລະປະຊຸມທີ່ຈະມາເຖິງ. ນີ້ແມ່ນກົດໝາຍໃໝ່, ມີຂອບເຂດປັບປຸງຢ່າງກ້ວາງຂວາງ ແລະ ກ່ຽວຂ້ອງເຖິງກົດໝາຍຫຼາຍສະບັບອື່ນໆ. ເມື່ອໄດ້ຮັບການຮັບຮອງເອົາ, ກົດໝາຍສະບັບນີ້ ຈະກາຍເປັນເຄື່ອງມືທີ່ສຳຄັນ, ສ້າງເປັນກອບກົດໝາຍເມື່ອເຂົ້າສູ່ຊີວິດຕົວຈິງ.
ປະຈຸບັນ, ວຽກງານຄຸ້ມຄອງລັດກ່ຽວກັບທະເລ ແລະ ໝູ່ເກາະ ພວມຖືກມອບໝາຍໃຫ້ບັນດາກະຊວງ, ຂະແໜງການ ໂດຍອີງໃສ່ພາລະໜ້າທີ່ຂອງອົງການສຳນັກງານແຕ່ລະແຫ່ງ ເຊັ່ນ: ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ , ກະຊວງອຸດສາຫະກຳການຄ້າ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ….ເປັນອັນວ່າ ມັນຈະພາໄປເຖິງການແຊກຊ້ອນກັນ ແລະ ຂາດປະສິດທິຜົນຢ່າງງ່າຍດາຍ. ເມື່ອກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະໄດ້ຮັບການປະກາດໃຊ້ນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຍັງຄົງຄຸ້ມຄອງລັດກ່ຽວກັບສິນທະເລ ຕາມກົດໝາຍວ່າດ້ວຍສິນໃນນ້ຳ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຍັງຄົງຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວທະເລ, ຕາມກົດໝາຍວ່າດ້ວຍທ່ອງທ່ຽວ, ກະຊວງຄົມມະນາຄົມຂົນສົ່ງ ຍັງຄົງຄຸ້ມຄອງລັດກ່ຽວກັບທ່າກຳປັ່ນທະເລ, ການບໍລິການເດີນທະເລ, ຕາມກົດໝາຍວ່າດ້ວຍການເດີນທະເລ. ສະເພາະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມບໍ່ຄຸ້ມຄອງລັດກ່ຽວກັບແຕ່ລະຂົງເຂດດັ່ງກ່າວໂດຍກົງ, ແຕ່ພັດແມ່ນອົງການຄຸ້ມຄອງສັງລວມ, ເປັນເອກະພາບກັນກ່ຽວກັບທະເລ ແລະ ຫມູ່ເກາະ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຈະແມ່ນອົງການຮັບຜິດຊອບ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄຸ້ມຄອງລັດກ່ຽວກັບ ທະເລ ແລະ ໝູ່ເກາະ.
ພາບປະກອບ
|
ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະປະກອບສ່ວນພັດທະນາເສດຖະກິດທະເລ
ຫວຽດນາມມີທ່າໄດ້ປຽບເພື່ອພັດທະນາເສດຖະກິດທະເລດ້ວຍຝັ່ງທະເລລວມຄວາມຍາວກວ່າ 3.260 ກິໂລແມັດ, ເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບມີເນື້ອທີ່ກວ້າງກວ່າ 1 ລ້ານຕາລາງກິໂລແມັດ, ຫຼາຍກວ່າທົບ 3 ເທົ່າເມື່ອທຽບໃສ່ເນື້ອທີ່ດິນຕໍ່ແຜ່ນ. ມີຄວາມສາມາດບົ່ມຊ້ອນດ້ານຊັບພະຍາກອນແຮ່ທາດ, ສິນທະເລ, ຊີວະນາໆພັນ. ດັ່ງນັ້ນ, ວຽກງານຄຸ້ມຄອງລັດກ່ຽວກັບການພັດທະນາເສດຖະກິດທະເລຍາມໃດກໍແມ່ນໜ້າທີ່ຈຸດສຸມຂອງຫວຽດນາມໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາງ ບຸຍທິອານ ສ.ສ.ຊ ນະຄອນຮ່າໂນ້ຍ ຖືວ່າ :
“ ຂ້າພະເຈົ້າຖືວ່າ ຕ້ອງຕີລາຄາຄືນຄວາມສາມາດບົ່ງຊ້ອນດ້ານເສດຖະກິດທະເລ. ຕ້ອງຕີລາຄາຄືນປະລິມານຊັບພະຍາກອນທັງໝົດຈາກສິນທະເລ, ແຮ່ທາດຕະຫຼອດຮອດນ້ຳມັນອາຍແກັດ. ຈາກການຕີລາຄານີ້ ຈຶ່ງຈະວາງແຜນກຳນົດຊັບພະຍາກອນທະເລໄດ້. ຈາກ ແຜນກຳນົດນີ້ ຈຶ່ງແບ່ງຂັ້ນຄຸ້ມຄອງຄືແນວໃດ, ຂຸດຄົ້ນຊັບພະຍາກອນທະເລຄືແນວໃດໃຫ້ບັນລຸປະສິດທິຜົນດີ. ພຽງແຕ່ປະຕິບັດຢ່າງຄົບຊຸດເຊັ່ນນັ້ນ, ຈຶ່ງສາມາດ ພັດທະນາເສດຖະກິດທະເລຢ່າງຖືກກັບລະດັບຂອງມັນ ”
ກົດໝາຍຕິດພັນກັບການປ້ອງກັນອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ
ເຂດທະເລໝູ່ເກາະຫວຽດນາມບໍ່ພຽງແຕ່ມີຄວາມສາມາດບົ່ມຊ້ອນດ້ານເສດຖະກິດອັນໃຫຍ່ຫຼວງ, ເປັນປະຕູເປີດກ້ວາງການພົວພັນແລກປ່ຽນການຄ້າກັບສາກົນເທົ່ານັ້ນ, ຫາກຍັງສວມບົດບາດສຳຄັນໃນການຮັບປະກັນຄວາມສະຫງົບ, ການປ້ອງກັນຊາດ, ພ້ອມທັງແມ່ນບໍລິເວນຍຸດທະສາດທີ່ສຳຄັນໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເຂດທະເລໝູ່ເກາະຫວຽດນາມແມ່ນສ່ວນໜຶ່ງຂອງຜືນແຜ່ນດິນທີ່ສັກກະຫຼະບູຊາໂດຍບໍ່ອາດຕັດແຍກອອກຈາກປະເທດຊາດໄດ້. ການປັກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຫວຽດນາມແມ່ນຄວາມຮັບຜິດຊອບຂອງຊາວຫວຽດນາມແຕ່ລະຄົນທີ່ມີຕໍ່ປະຫວັດສາດຂອງຊາດ. ທ່ານ ເຢືອງຈຸງກ໋ວກ ສ.ສ.ຊ ແຂວງ ດົງນາຍ ໃຫ້ຮູ້ວ່າ :
“ ສ້າງກົດໝາຍສະເພາະກ່ຽວກັບຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະນັ້ນ, ຂ້າພະເຈົ້າຢາກເນັ້ນໜັກວ່າ ນອກຈາກບັນຫາຊັບພະຍາກອນແລ້ວ, ກົດໝາຍສະບັບນີ້ຍັງມີຄວາມໝາບເປັນຕາຍຂອງຊາດຫວຽດນາມ. ກົດໝາຍຈະນຳມາເຊິ່ງທ່າໄດ້ປຽບໃຫ້ແກ່ພວກເຮົາ ຊຶ່ງບໍ່ພຽງແຕ່ໃນວິວັດການພັດທະນາສ້າງສາປະເທດຊາດເທົ່ານັ້ນ, ຫາກຍັງມີໃນສາຍພົວພັນກັບບັນດາປະເທດອື່ນ ກໍຄືໃນການປະຕິບັດບັນດາຄຳໝັ້ນໝາຍຂອງຫວຽດນາມດ້ວຍຖານະແມ່ນປະເທດແຄມທະເລທີ່ມີຄວາມຮັບຜິດຊອບ ”
ບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະໄດ້ສຸມໃສ່ການສ້າງແຜນກຳນົດສັງລວມ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນສິ່ງແວດລ້ອມທະເລ ແລະ ໝູ່ເກາະ, ແບ່ງຂັ້ນແບ່ງງານໃນການຄຸ້ມຄອງລັດກ່ຽວກັບຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ; ປົກປັກຮັກສາມໍລະດົກວັດທະນະທຳທີ່ກ່ຽວຂ້ອງເຖິງທະເລ. ກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ ບໍ່ພຽງແຕ່ເພື່ອຄົ້ນຄ້ວາ, ສືບທອດບັນດາກົດໝາຍລົງເລິກຂະແໜງທີ່ໄດ້ປະກາດໃຊ້ເທົ່ານັ້ນ, ຫາກຍັງເລືອກເຟັ້ນ, ເຊື່ອມຕໍ່ກັບກົດໝາຍອື່ນໆເປັນລະບົບກົດໝາຍແຫ່ງຊາດກ່ຽວກັບທະເລໝູ່ເກາະ. ກົດໝາຍມຸ່ງໄປສູ່ກອບກົດໝາຍໃຫ້ແກ່ແບບວິທີຄຸ້ມຄອງໃໝ່ກ່ຽວກັບການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນ ທະເລ ແລະ ໝູ່ເກາະຕາມແບບວິທີຄຸ້ມຄອງລັດສັງລວມ ແລະ ເປັນເອກະພາບ, ຮັບປະກັນຄວາມເປັນເອກະພາບຂອງລະບົບກົດໝາຍ ແລະ ສອດຄ່ອງກັບສົນທິສັນຍາສາກົນຊຶ່ງຫວຽດນາມເປັນສະມາຊິກ ./.