(vovworld)- ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຫາກໍໄດ້ຮັບຮອງເອົາຈາກສະພາແຫ່ງຊາດທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ມີຫລາຍຈຸດໃຫມ່, ເປັນຕົ້ນແມ່ນບັນດາເນື້ອໃນບໍ່ທັນເໝາະສົມກັບພຶດຕິກຳຕົວຈິງຂອງສັງຄົມກ່ຽວກັບການຖອນຄືນທີ່ດິນເພື່ອພັດທະນາເສດຖະກິດສັງຄົມ, ການກຳນົດລາຄາທີ່ດິນ.. ເລື່ອງສະພາແຫ່ງຊາດຮັບຮອງເອົາກົດໝາຍສະບັບດັ່ງກ່າວ ແລະ ມີຜົນສັກສິດນັບແຕ່ເດືອນ 7/2014 ເປັນຕົ້ນໄປ ໄດ້ສ້າງພື້ນຖານດ້ານກົດໝາຍສຳຄັນເພື່ອຍົກສູງປະສິດທິຜົນການຄຸ້ມຄອງລັດກ່ຽວກັບທີ່ດິນ, ຮັບປະກັນບໍ່ນຳໃຊ້ຊັບພະຍາກອນທີ່ດິນຢ່າງຟຸມເຟືອຍ.
ພາບປະກອບ:internet
|
ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ໄດ້ຮັບການຮັບຮອງເອົາພາຍຫລັງປຶກສາຫາລືທີ່ກອງປະຊຸມ 3 ຄັ້ງຂອງສະພາແຫ່ງຊາດ ດ້ວຍການປັບປຸງໃນຫລາຍເທື່ອ. ບັນດາເນື້ອໃນຂອງກົດໝາຍໄດ້ຮັບການຄັດເລືອກ, ຮັບເອົາຄຳເຫັນເພື່ອໃຫ້ເໝາະສົມກັບລັດຖະທຳມະນູນສະບັບປັບປຸງທີ່ຫາກໍ່ໄດ້ຮັບຮອງເອົາ, ສອດຄ່ອງກັບໂຄງການການເມືອງຂອງປະເທດຊາດໃນໄລຍະປ່ຽນແປງໃຫມ່.
ສ້າງລະບົບຄຸ້ມຄອງດີກວ່າ
ຜົນງານໃຫຍ່ສຸດຂອງກົດໝາຍວ່າດ້ວຍທີ່ດິນ ນັ້ນແມ່ວາງອອກບັນດາມາດຖານຂອງລະບົບຄຸ້ມຄອງເປັນຢ່າງດີ; ກົນໄກກະຈ່າງແຈ້ງ, ເປີດເຜີຍ. ກົດໝາຍສະບັບດັ່ງກ່າວໄດ້ເພີ່ມເຕີມບາງກໍລະນີຖອນຄືນທີ່ດິນ, ເຮັດແຈ້ງສິດອຳນາດທຸກຂັ້ນເພື່ອຫລີກລ້ຽງການຖອນຄືນທີ່ດິນຕາມລຳພັງ. ກົດໝາຍສະບັບດັ່ງກ່າວກໍກຳນົດຂັ້ນຕອນ, ລະບຽບການບັງຄັບການຖອນຄືນທີ່ດິນເພື່ອນຳໃຊ້ເປັນເອກະພາບໃນທົ່ວປະເທດ. ຄຽງຄູ່ກັນນັ້ນ, ການວາງແຜນກຳນົດນຳໃຊ້ທີ່ດິນກໍປ່ຽນແປງຕາມທິດຫັນຈາກການວາງແຜນກຳນົດຕາມເນື້ອທີ່ທັງໝົດໄປສູ່ວາງແຜນກຳນົດແບ່ງເປັນເຂດ. ນີ້ແມ່ນການຫັນປ່ຽນທີ່ຈຳເປັນ, ສ້າງເຄື່ອງມືເປັນຢ່າງດີເພື່ອຄຸ້ມຄອງພັດທະນາ.
ເປັນຫນ້າສົນໃຈ, ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໄດ້ເພີ່ມເຕີມຂໍ້ກຳນົດກ່ຽວກັບການຕິດຕາມຄວາມເຫນັງຕີງຂອງລາຄາທີ່ດິນ ແລະ ກຳນົດອັດຕາເຫນັງຕີງລາຄາທ່ີດິນໃນທ້ອງຕະຫລາດເພື່ອປັບປຸງການກຳນົດລາຄາທີ່ດິນ, ສາລະບານ ລາຄາທີ່ດິນ. ຕາມນັ້ນແລ້ວ, ລັດຖະບານປະກາດໃຊ້ລາຄາທ່ິດິນໃນໄລຍະ 5 ປີເທື່ອຫນຶ່ງ ສຳລັບທີ່ດິນແຕ່ລະປະເພດ, ແຕ່ລະເຂດ. ກົດໝາຍກໍເພີ່ມເຕີມຂໍ້ກຳນົດກ່ຽວກັບການເຂົ້າຮ່ວມຂອງບັນດາອົງການໃຫ້ຄຳປຶກສາລາຄາທີ່ດິນໃນສະພາກວດກາລາຄາທີ່ດິນ. ທ່ານ ດີງຊວນຖາວ, ຫົວຫນ້າສະຖາບັນຄົ້ນຄ້ວານິຕິບັນຍັດຂອງສະພາແຫ່ງຊາດໃຫ້ຮູ້ວ່າ:
“ລາຄາທີ່ດິນກໍແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຄັ້ງນີ້. ເມື່ອເວົ້າເຖິງລາຄາທີ່ດິນ, ຕາມຫລັກການ ຜູ້ໃດແມ່ນເຈົ້າຂອງຊັບສິນ ຜູ້ນັ້ນມີສິດກຳນົດລາຄາທີ່ດິນ. ລັດຕາງຫນ້າໃຫ້ທົ່ວປວງຊົນເປັນກຳມະສິດກ່ຽວກັບທີ່ດິນ, ບົດບາດຕັດສິນລາຄາທີ່ດິນແມ່ນຂຶ້ນກັບບົດບາດຂອງລັດ. ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນລັກສະນະພາວະວິໄສ ຕ້ອງມີອົງການໃຫ້ຄຳປຶກສາເອກະລາດ. ສະນັ້ນ ການກຳນົດລາຄາທີ່ດິນມີພາວະວິໄສກວ່າ.”
ຈຸດໃຫມ່ຫນຶ່ງອີກໃນກົດໝາຍວ່າດ້ວຍທີ່ດິນ ແມນຕອບສະຫນອງຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ, ສອດຄອ່ງກັບທ່າອ່ຽງການຜະລິດໃຫຍ່ ນັ້ນແມ່ນກຳນົດເວລາມອບການນຳໃຊ້ທີ່ດິນໃນກະສິກຳໄດ້ເພີ່ມຂຶ້ນ. ກ່ອນນີ້ ກຳນົດ 20 ປີ, ປະຈຸບັນ ແມ່ນ 50 ປີ. ຫລັງຈາກນັ້ນ ຖ້າຫາກມີຄວາມຕ້ອງການອາດຈະຕໍ່ກຳນົດເວລາ.
ປະກອບສ່ວນຈຳກັດສະພາບຮ້ອງຟ້ອງຮ້ອງທຸກ ແລະ ສໍ້ລາດບັງຫລວງ
ຫນຶ່ງໃນບັນດາຄຳຮຽກຮ້ອງຕ້ອງການວາງອອກຕໍ່ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ແມ່ນແກ້ໄຂການພິພາດ, ຮ້ອງຟ້ອງຮ້ອງທຸກຂອງພົນລະເມືອງ, ຊື່ງບັນຫາຫລັກແຫລ່ງແມ່ນແກ້ໄຂຂໍ້ຂັດແຍ້ງຈາກການຖອນຄືນທີ່ດິນ ແລະ ການຊົດເຊີຍ. ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ກໍໄດ້ສ້າງສຳເລັດບັນດາຂໍ້ກຳນົດເພື່ອເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນໃນວິວັດການສ້າງ, ຈັດຕັ້ງປະຕິບັດການວາງແຜນກຳນົດ, ແຜນການນຳໃຊ້ທີ່ດິນ, ວິທີການຊົດເຊີຍ, ຫນູນຊ່ວຍ ແລະ ຕັ້ງຖິ່ນຖານຄືນໃຫມ່ ເພື່ອມີຄວາມເປີດເຜີຍ, ກະຈ່າງແຈ້ງໃນການຄຸ້ມຄອງ, ນຳໃຊ້ທີ່ດິນ. ສິ່ງດັ່ງກ່າວຈະກະທົບຢ່າງຕັ້ງຫນ້າເຖິງການຈຳກັດສະພາບຮ້ອງຟ້ອງຮ້ອງທຸກກ່ຽວກັບທີ່ດິນ.
ບັນດາເງື່ອນໄຂເພື່ອໃຫ້ ກົດໝາຍວ່າດ້ວຍທີ່ດິນເຂົ້າສູ່ຊີວິດຕົວຈິງ
ອາດຈະຢືນຢັນໄດ້ວ່າ: ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ມີຫລາຍຈຸດໃຫມ່. ເພື່ອໃຫ້ການນຳໃຊ້ກົດໝາຍ ແລະ ແກ້ໄຂຂໍ້ຂັດແຍ່ງຈາກການພົວພັນທີ່ກ່ຽວຂ້ອງເຖິງທີ່ດິນຢ່າງສະດວກ, ບັນດາຫລັກການພື້ນຖານໄດ້ກຳນົດໃນກົດໝາຍ ຕ້ອງໄດ້ຮັບການປະຕິບັດດ້ວຍກົງຈັກອຳນາດການປົກຄອງທີ່ມີຄວາມຮັບຜິດຊອບ,ເຫັນແກ່ສ່ວນລວມ. ຄຽງຄູ່ກັນນັ້ນ ແມ່ນການປະກາດໃຊ້ເອກະສານແນະນຳປະຕິບັດ. ທ່ານນາງ ຫວໍທິຮົ່ງທ້ວາຍ, ກຳມະການໃນກຳມາທິການວິທະຍາສາດ,ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຍົກຄຳເຫັນວ່າ:
“ຂ້າພະເຈົ້າຫວັງວ່າ ລັດຖະບານ ຈະຊີ້ນຳການຈັດຕັ້ງປະຕິບັດເປັນເອກະພາບໃນທົ່ວປະເທດ ແລະ ສຳຄັນກວ່າແມ່ນການຈັດຕັ້ງປະຕິບັດຕ້ອງເປັນເອກພາບ. ບັນດາຂໍ້ກຳນົດໃນກົດໝາຍ ໄດ້ແກ້ໄຂຂໍ້ຕິດຂັດໃນໄລຍະຜ່ານມາໂດຍພື້ນຖານ, ນັ້ນແມ່ນຖອນຄືນທີ່ດິນ, ເປີດເຜີຍຈະຈ່າງແຈ້ງ, ກຳນົດລາຄາທີ່ດິນ, ວາງແຜນກຳນົດນຳໃຊ້ທີ່ດິນ. ຂ້າພະເຈົ້າເຊື່ອໝັ້ນວ່າ ໄລຍະຈະມາເຖິງຈະໄດ້ຮັບການຜັນຂະຫຍາຍເປັນຢ່າງດີໃນຊີວິດສັງຄົມ.”
ພ້ອມກັບລັດຖະທຳມະນູນສະບັບປັບປຸງ, ເລື່ອງ ກົດໝາຍວ່າດ້ວຍທີ່ດິນ ມີຜົນສັກສິດນັບແຕ່ເດືອນ 7/2014 ເປັນຕົ້ນໄປ ແມ່ນເຄື່ອງມືດ້ານກົດໝາຍທີ່ີມີປະສິດທິຜົນໃນການແກ້ໄຂບັນດາຂໍ້ຄົງຄ້າງໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນປະຈຸບັນ, ປະກອບສ່ວນຂຸດຄົ້ນ, ນຳໃຊ້ຊັບພະຍາກອນທີ່ດິນຢ່າງມີປະສິດທິຜົນ.